ນັກທ່ອງທ່ຽວຕ່າງປະເທດມາ ຫວຽດນາມ ໃນເດືອນພຶດສະພາ ເພີ່ມຂຶ້ນຢ່າງຕໍ່ເນື່ອງ

18:45 | 31/05/2022

ຍສໝ - ໃນຈຳນວນນັກທ່ອງທ່ຽວຕ່າງປະເທດທັງໝົດທີ່ມາຫວຽດນາມໃນ 5 ເດືອນຂອງປີ 2022, ນັກທ່ອງທ່ຽວທີ່ມາດ້ວຍທາງການບິນກວມເອົາ 87,8%, ທົບ 6,3 ເທົ່າທຽບໃສ່ໄລຍະດຽວກັນຂອງປີກາຍ; ທາງບົກເພີ່ມຂຶ້ນ 47%; ທາງທະເລຫຼຸດລົງ 50,8%.

ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງຫວຽດນາມ ແລະລາວ ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການລົງທຶນລະຫວ່າງຫວຽດນາມ ແລະລາວ
ຊຸກຍູ້​ການ​ພົວພັນ​ມິດຕະພາບ​​ລະຫວ່າງປະຊາຊົນ ​ຫວຽດນາມ ​ແລະ ​ເອຢິບ ຊຸກຍູ້​ການ​ພົວພັນ​ມິດຕະພາບ​​ລະຫວ່າງປະຊາຊົນ ​ຫວຽດນາມ ​ແລະ ​ເອຢິບ
ພາບປະກອບ:  TTXVN
ພາບປະກອບ: TTXVN

ຕາມຂໍ້ມູນຈາກກົມໃຫຍ່ສະຖິຕິໃຫ້ຊາບວ່າ ນັກທ່ອງທ່ຽວຕ່າງປະເທດມາຫວຽດນາມ ໃນເດືອນ ພຶດສະພາ 2022 ເພີ່ມຂຶ້ນ 70,6% ເມື່ອທຽບກັບເດືອນກ່ອນ ແລະ ທົບ 12,8 ເທົ່າທຽບໃສ່ໄລຍະດຽວກັນປີ 2021.

ນີ້ແມ່ນໝາກຜົນຂອງການທີ່ ຫວຽດນາມ ໄດ້ເປີດປະເທດເຕັມຮູບແບບໃຫ້ການທ່ອງທ່ຽວ, ບັນດາສາຍການບິນຕ່າງປະເທດໄດ້ຮັບການຟື້ນຟູຄືນ ແລະ ມີຄະນະນັກທ່ອງທ່ຽວຕ່າງປະເທດ ຫຼາຍຄະນະມາ ຫວຽດນາມ ເຂົ້າຮ່ວມ ຊີເກມ 31.

ລວມຈຳນວນ 5 ເດືອນຂອງປີ 2022, ນັກທ່ອງທ່ຽວຕ່າງປະເທດມາຫວຽດນາມ ເພີ່ມຂຶ້້ນ 4,5 ເທົ່າທຽບກັບໄລຍະດຽວກັນປີ 2021 ແຕ່ຍັງຫຼຸດ 95% ເມື່ອທຽບກັບໄລຍະດຽວກັນປີ 2019 - ປີທີ່ຍັງບໍ່ທັນມີການລະບາດພະຍາດ ໂຄວິດ-19.

ໃນຈຳນວນນັກທ່ອງທ່ຽວຕ່າງປະເທດ ທັງໝົດທີ່ມາຫວຽດນາມໃນ 5 ເດືອນຂອງປີ 2022, ນັກທ່ອງທ່ຽວມາດ້ວຍທາງການບິນກວມເອົາ 87,8%, ທົບ 6,3 ເທົ່າເມື່ອທຽບກັບໄລຍະດຽວກັນປີກາຍ; ທາງບົກເພີ່ມຂຶ້ນ 47%; ທາງທະເລຫຼຸດລົງ 50,8%…

ຕາມກົມໃຫຍ່ສະຖິຕິໃຫ້ຊາບຕື່ມ, ລາຍຮັບການໃຫ້ບໍລິການທີ່ພັກອາໄສ, ການກິນດື່ມ 5 ເດືອນຂອງປີ 2022 ເພີ່ມຂຶ້ນ 15,7% ເມື່ອທຽບກັບໄລຍະດຽວກັນປີກາຍໃນຂະນະຄວາມຕ້ອງການຂອງປະຊາຊົນເພີ່ມຂຶ້້ນ. ຄຽງຄູ່ກັນນັ້ນ, ເຫດການ ຊີເກມ 31 ໄດ້້ຊ່ວຍໃຫ້ລາຍໄດ້ຂອງຂະແໜງນີ້ໃນເດືອນ ພຶດສະພາ 2022 ເພີ່ມຂຶ້ນ 69,3% ເມື່ອທຽບກັບໄລຍະດຽວກັນປີກາຍ.

ລາຍຮັບການທ່ອງທ່ຽວ ໃນ 5 ເດືອນຜ່ານມາກໍເພີ່ມຂຶ້ນ 34,7% ເມື່ອທຽບກັບໄລຍະດຽວກັນປີກາຍ ຍ້ອນວ່າກິດຈະກຳທ່ອງທ່ຽວໄດ້ຟື້ນຟູຢ່າງແຂງແຮງ, ເຫດການ ຊີເກມ 31 ໄດ້ດຶງດູດນັກທ່ອງທ່ຽວຕ່າງປະເທດຫຼາຍຄະນະມາຫວຽດນາມ.

ຂໍ້ມູນຈາກກົມໃຫຍ່ທ່ອງທ່ຽວ (ກະຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ) ໃຫ້ຊາບວ່າ: ຕາມການລາຍງານໃໝ່ລ້າສຸດຂອງເວທີປາໄສເສດຖະກິດໂລກ (World Economic Forum), ດັດຊະນີຄວາມສາມາດພັດທະນາຂອງຂະແໜງທ່ອງທ່ຽວ ຫວຽດນາມໃນປີ 2021 ຖືກຈັດອັນດັບທີ 52, ຫຍັບຂຶ້ນ 8 ຂັ້ນອັນດັບເມື່ອທຽບກັບປີ 2019, ເຊິ່ງນອນຢູ່ໃນຈຳນວນ 3 ປະເທດທີ່ຫຍັບຂຶ້ນຫຼາຍທີ່ສຸດໃນໂລກ.

ລາຍງານກໍແຈ້ງຕື່ມອີກວ່າ, ຫວຽດນາມ ເປັນປະເທດທີ່ມີລະດັບຄະແນນເພີ່ມຂຶ້້ນສູງທີ່ສຸດໃນໂລກ (+4,7%). ດ້ານການຈັດອັນດັບ, ການທ່ອງທ່ຽວຂອງຫວຽດນາມ ຫຍັບຂຶ້ນ 8 ອັນດັບເມື່ອທຽບກັບປີ 2019 (ຜົນການຈັດອັນດັບປີ 2019 ກໍໄດ້ຮັບການຄິດໄລ່, ດັດປັບຄືນຕາມດັດຊະນີຄວາມສາມາດໃນການພັດທະນາ).

ພ້ອມກັບຫວຽດນາມ, ອີນໂດເນເຊຍ (ຫຍັບຂຶ້ນ 12 ອັນດັບ) ແລະ ອາຣັບບີ ຊາອຸດິ (ຫຍັບຂຶ້ນ 10 ອັນດັບ), ເປັນ 3 ປະເທດທີ່ມີດັດຊະນີຄວາມສາມາດໃນການພັດທະນາການທ່ອງທ່ຽວຫຍັບອັນດັບຂຶ້ນສູງສຸດ. ສະຖານທີ່ແຫຼ່ງທ່ອງທ່ຽວທີ່ໂດ່ງດັງຢູ່ອາຊີຕາເວັນອອກສ່ຽງໃຕ້ພັດມີດັດຊະນີຄະແນນຫຼຸດລົງຄື: ໄທ ຫຼຸດລົງ 1 ອັນດັບ, ຖືກຈັດອັນດັບທີ 36; ມາເລເຊຍ ຫຼຸດລົງ 9 ອັນດັບ, ຖືກຈັດອັນດັບທີ 38; ຟີລິບປີນ ຫຼຸດລົງ 2 ອັນດັບ, ຖືກຈັດອັນດັບທີ 75...

ໄຊພອນ

ເຫດການ
302 Found

Found

The document has moved here.