ຊຸກຍູ້ການຮ່ວມມືລະຫວ່າງແຂວງບໍລິຄຳໄຊ ກັບບັນດາທ້ອງຖິ່ນຂອງຫວຽດນາມ

08:16 | 03/06/2022

ໃນຂອບເຂດການຢ້ຽມຢາມ ສປປ ລາວ, ວັນທີ 1 ມີຖຸນາ, ທ່ານນາງ ເຈືອງທິມາຍ ກໍາມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ແຂວງບໍລິຄຳໄຊ; ຢ້ຽມຢາມໂຮງຮຽນມັດທະຍົມຕອນປາຍ ສີທະນາໄຊ ແລະ ຢ້ຽມຢາມທະນາຄານການຄ້າຫຸ້ນສ່ວນອຸດສາຫະກຳ ແລະການຄ້າ ຫວຽດນາມ ສາຂາ ຢູ່ລາວ.

ທີມຊາດຫວຽດນາມ ຊະນະທີມຊາດອັບການິດສະຖານ ດ້ວຍ 2-0 ປະຕູ ທີມຊາດຫວຽດນາມ ຊະນະທີມຊາດອັບການິດສະຖານ ດ້ວຍ 2-0 ປະຕູ
ການປຶກສາຫາລືດ້ານການເມືອງ ຫວຽດນາມ - ອິນເດຍ ຄັ້ງທີ 12 ການປຶກສາຫາລືດ້ານການເມືອງ ຫວຽດນາມ - ອິນເດຍ ຄັ້ງທີ 12
ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ
ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະກັບການນຳແຂວງບໍລິຄຳໄຊ, ທ່ານນາງ ເຈືອງທິມາຍ ໄດ້ຕີລາຄາສູງຕໍ່ບັນດາໝາກຜົນແຫ່ງການຮ່ວມມື ແລະການຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງແຂວງບໍລິຄຳໄຊ ແລະບັນດາທ້ອງຖິ່ນຂອງຫວຽດນາມ, ພິເສດແມ່ນກັບແຂວງ ຮ່າຕິ້ງ ແລະ ເງະອານ, ພ້ອມທັງເນັ້ນໜັກເຖິງຄວາມສໍາຄັນຂອງການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ. ທ່ານນາງ ປາດຖະໜາວ່າ ແຂວງບໍລິຄຳໄຊ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບບັນດາແຂວງ, ນະຄອນຂອງຫວຽດນາມ ໃນບັນດາຂົງເຂດທີ່ສອງຝ່າຍມີທ່າແຮງ, ຄື: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອຮັບປະກັນສະຖຽນລະພາບຢູ່ເຂດຊາຍແດນ, ການສຶກສາ, ບຳລຸງສ້າງພັດທະນາແຫຼ່ງຊັບພະຍາກອນມະນຸດກໍ່ຄືແລກປ່ຽນປະສົບການກ່ຽວກັບວຽກງານກໍ່ສ້າງພັກ ແລະການຄຸ້ມຄອງເສດຖະກິດຢູ່ຂັ້ນທ້ອງຖິ່ນ.

ທ່ານນາງ ກໍ່ເນັ້ນໜັກເຖິງຄວາມສໍາຄັນຂອງການເພີ່ມທະວີການຮ່ວມມືດ້ານເສດຖະກິດ, ພິເສດແມ່ນການລົງທຶນດ້ານການຄ້າ, ເປີດກວ້າງການພົບປະແລກປ່ຽນປະຊາຊົນລະຫວ່າງແຂວງບໍລິຄຳໄຊ ແລະບັນດາແຂວງຊາຍແດນຂອງຫວຽດນາມ ແລະສົມທົບກັນຈັດຕັ້ງການເຄື່ອນໄຫວໃນປີສາມັກຄີມິດຕະພາບ ຫວຽດນາມ-ລາວ; ລາວ-ຫວຽດນາມ 2022, ຜ່ານນັ້ນປະກອບສ່ວນປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ.

ກ່ອນໜ້ານັ້ນ, ທ່ານນາງ ເຈືອງທິມາຍ ໄດ້ໄປຢ້ຽມຢາມໂຮງຮຽນມັດທະຍົມຕອນປາຍສີທະນາໄຊ, ແຂວງບໍລິຄຳໄຊ-ເຊິ່ງແມ່ນຂອງຂວັນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ມອບໃຫ້. ເນື່ອງໃນໂອກາດນີ້, ທ່ານນາງ ເຈືອງທິມາຍ ໄດ້ມອບຂອງຂວັນ 200 ພູດ ໃຫ້ນັກຮຽນທຸກຍາກຂອງໂຮງຮຽນ ແລະແຂວງ ຮ່າຕິ້ງ ມອບ ຄອມພິວເຕີ 10 ຊຸດ ໃຫ້ແຂວງ ບໍລິຄຳໄຊ.

la.qdnd.vn

ເຫດການ
302 Found

Found

The document has moved here.