ທີມຊາດຫວຽດນາມ ຊະນະທີມຊາດອັບການິດສະຖານ ດ້ວຍ 2-0 ປະຕູ

07:30 | 03/06/2022

ວັນທີ 1 ມິຖຸນາ, ທີ່ສະໜາມກິລາທົ໊ງເຍິດ (ນະຄອນໂຮ່ຈີມິນ), ຕໍ່ໜ້າການຊົມການເຊຍ ແລະໃຫ້ກໍາລັງໃຈຂອງແຟນບານເປັນຈໍານວນຫຼວງຫຼາຍ, ທີມຊາດຫວຽດນາມ ໄດ້ແຂ່ງຂັນດີທີ່ສຸດ ແລະເອົາຊະນະທີມຊາດອັບການິດສະຖານ ດ້ວຍ 2-0 ປະຕູ ໃນຂອບເຂດການແຂ່ງຂັນກິລາມິດຕະພາບສາກົນ.

ການແຂ່ງຂັນບານເຕະຊາຍ U.23 ຊີງແຊ້ມອາຊຽນ 2022 ເອົາຊະນະ U.23 ໄທ 1-0, ທີມຊາດຫວຽດນາມ ເຂົ້າຮອບຮອງຊະນະເລີດ ການແຂ່ງຂັນບານເຕະຊາຍ U.23 ຊີງແຊ້ມອາຊຽນ 2022 ເອົາຊະນະ U.23 ໄທ 1-0, ທີມຊາດຫວຽດນາມ ເຂົ້າຮອບຮອງຊະນະເລີດ
ທີມຊາດ U.23 ຫວຽດນາມ ຊະນະທີມຊາດ U.23 ໄຕ້ຫວັນ 1:0 ປະຕູ ທີມຊາດ U.23 ຫວຽດນາມ ຊະນະທີມຊາດ U.23 ໄຕ້ຫວັນ 1:0 ປະຕູ
ຄວາມເບີກບານມ່ວນຊື່ນຂອງບັນດານັກເຕະ ໃນທີມຊາດຫວຽດນາມ ເມື່ອຍິງເຂົ້າປະຕູທີມຊາດອັບການິດສະຖານ. ພາບ: ຮວາລື
ຄວາມເບີກບານມ່ວນຊື່ນຂອງບັນດານັກເຕະ ໃນທີມຊາດຫວຽດນາມ ເມື່ອຍິງເຂົ້າປະຕູທີມຊາດອັບການິດສະຖານ. ພາບ: ຮວາລື

ທີມຊາດຫວຽດນາມ ໄດ້ຫຼີ້ນເກມບຸກແຕ່ຫົວທີ, ໃນນາທີ ທີ 33, ນັກເຕະ ຕວ໊ນຫາຍ ໄດ້ໃຊ້ຫົວໂໝ່ງເຂົ້າປະຕູ ເປີດປະຕູ 1-0 ໃຫ້ທີມຊາດຫວຽດນາມ. ພາຍຫຼັງເສຍປະຕູ, ທີມຊາດອັບການິດສະຖານ ໄດ້ມານະພະຍາຍາມແຂ່ງຂັນແຕ່ກໍ່ບໍ່ສາມາດຍິງເຂົ້າປະຕູຫວຽດນາມ ໄດ້. ກົງກັນຂ້າມ, ໃນນາທີ ທີ 88, ທີມຊາດຫວຽດນາມ ຍິງເຂົ້າຕື່ມອີກໜຶ່ງປະຕູ. ສິ້ນສຸດການແຂ່ງຂັນ, ທີມຊາດຫວຽດນາມ ຊະນະທີມຊາດອັບການິດສະຖານ ດ້ວຍ 2-0 ປະຕູ. ໃນການແຂ່ງຂັນ, ຄູຝຶກ Park Hang-seo ໄດ້ເອົານັກເຕະໃໝ່ບາງຄົນ ລົງແຂ່ງຂັນເພື່ອເກັບກ່ຽວປະສົບການ.

la.qdnd.vn

ເຫດການ
302 Found

Found

The document has moved here.