ຫວຽດນາມ ໄດ້ຮັບຖືວ່າແມ່ນເມັດເພັດຢູ່ພາກພື້ນ ກ່ຽວກັບການ start up ປະດິດສ້າງ

18:40 | 03/06/2022

ຍສໝ - ໃນວັນ​ທີ 30 ພຶດສະພາ​ນີ້, ກອງທຶນລົງທຶນ Golden Gate Ventures ສົມທົບ​ກັບ​ສູນປ່ຽນໃໝ່​ປະດິດ​ສ້າງ​ແຫ່ງ​ຊາດ​ຫວຽດນາມ (NIC, ກະຊວງ​ແຜນການ ​ແລະ ການ​ລົງທຶນ) ​ໄດ້​ປະກາດ​ເປີດ​ສຳນັກງານ​ໃໝ່ 2 ​ແຫ່ງ​ຢູ່​ ຮ່າ​ໂນ້ຍ ​ແລະ ນະຄອນ ​ໂຮ່ຈີ​ມິນ, ພ້ອມທັງຈັດຕັ້ງການສຳມະນາ: “ສາມ​ຫຼ່ຽມຄຳ​ແຫ່ງ​ການສ້າງຕົວ” ຢູ່​ພາກອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້: ຫວຽດນາມ - ສິງກະ​ໂປ - ອິນ​ໂດ​ເນ​ເຊຍ ​ແລະ ​ອິດ​ທິພົນ​ຂອງ​ມັນ​ຕໍ່​ຂະ​ບວນການ​ເຕີບ​ໂຕ​ຂອງ​ພາກ​ພື້ນ​ໃນ​ຕໍ່ໜ້າ.

ຊາວໜຸ່ມ ລາຍເຈົາ start up ຈາກ​ຮູບ​ແບບ​ສະ​ຫະ​ກອນ ຊາວໜຸ່ມ ລາຍເຈົາ start up ຈາກ​ຮູບ​ແບບ​ສະ​ຫະ​ກອນ
ປີ 2019 - ແມ່ຍິງລາວ “ຄິດຢ່າງສະເໝີພາບ, ສ້າງຄວາມສະຫຼາດ, ປະດິດສ້າງ ເພື່ອການປ່ຽນແປງ” ປີ 2019 - ແມ່ຍິງລາວ “ຄິດຢ່າງສະເໝີພາບ, ສ້າງຄວາມສະຫຼາດ, ປະດິດສ້າງ ເພື່ອການປ່ຽນແປງ”

ໃນ​ຂອບ​ເຂດ “ສາມຫຼ່ຽມຄຳ​ເລີ່ມ​ຕົ້ນ”, ຫວຽດນາມ ​ໄດ້​ກາຍ​ເປັນ​ເມັດເພັດ​ໃໝ່​ຂອງ​ພາກ​ພື້ນ ​ເມື່ອ​ບືນຂຶ້ນຈັດອັນ​ດັບ​ໄປ​ພ້ອມ​ກັບ​ບັນດາ​ປະ​ເທດ​ນຳ​ໜ້າ​ໃນ​ພາກ​ພື້ນ​ ຄື: ສິງກະ​ໂປ ​ແລະ ອິນ​ໂດ​ເນ​ເຊຍ ດ້ວຍ​ຍອດ​ຈຳນວນ​ທຶນ​ລົງທຶນ​ສູງ​ເຖິງ 1,4 ຕື້ USD ໄດ້ຈັັດເຂົ້າໃນ start up ​ຂອງວິສາຫະກິດ​ຫວຽດ​ນາມ ​ໃນ​ປີ 2021, ເພີ່ມ​ຂຶ້ນ 1,6 ເທົ່າ ​ເມື່ອ​ທຽບ​ໃສ່​ຕົວ​ເລກ​ 874 ລ້ານ USD ທີ່​ຜ່ານ​ມາ ໃນ​ປີ 2019.

ທ່ານ ຫວູກວກ​ຮຸຍ, ຜູ້​ອຳ​ນວຍ​ການ NIC ໃຫ້​ຮູ້​ວ່າ: ປີ 2021 ແມ່ນ​ປີ​ທີ່​ພັດທະນາແຮງ​ທີ່​ສຸດ ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ start up ​ຂອງ​ຫວຽດ​ນາມ. ທຶນ​ການ​ລົງ​ທຶນ​ທີ່ຖອກໃສ່ວິສາຫະກິດ​ start up ​ແມ່ນ​ສູງ​ທີ່​ສຸດນັບແຕ່ກ່ອນມາຮອດປັດຈຸບັນ ​ເຊິ່ງ​ມີ​ມູນ​ຄ່າ 1,4 ຕື້ USD, ແລະ ​ການ start up ​​ໃນ 4 ເດືອນ​ຕົ້ນ​ປີ 2022 ໄດ້​ເພີ່ມ​ຂຶ້ນ 12,3% ເມື່ອ​ທຽບ​ໃສ່​ປີ​ກາຍ ແລະ 31,9% ເມື່ອ​ທຽບ​ໃສ່​ສອງ​ປີ​ກ່ອນ.

ຫວຽດນາມ ໄດ້ຮັບຖືວ່າແມ່ນເມັດເພັດຢູ່ພາກພື້ນ ກ່ຽວກັບການ start up ປະດິດສ້າງ
ຫວຽດນາມ ໄດ້ຮັບຖືວ່າແມ່ນເມັດເພັດຢູ່ພາກພື້ນ ກ່ຽວກັບການ start up ປະດິດສ້າງ. (ພາບ: baodautu)

ຕົວ​ເລກ​ນີ້​ ພ້ອມ​ກັບ​ທ່າ​ການ​ເຕີບ​ໂຕ​ທາງ​ບວກ​ຂອງ​ການ​ລົງທຶນ​ຕ່າງປະ​ເທດ​ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຮູ້​ຢ່າງ​ຈະ​ແຈ້ງ ​ກ່ຽວ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ຫວຽດນາມ ​ໃນ​ລະບົບ​ນິ​ເວດ​ວິ​ສາ​ຫະກິດ​ start up ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ຄາດ​ວ່າ ​ການ​ລົງທຶນ​ເຫຼົ່າ​ນີ້​ຈະ​ເພີ່ມ​ຂຶ້ນ​ສອງ​ເທົ່າ​ໃນ 3 ປີ​ຕໍ່ໜ້າ.

ທ່າ​ແຮງບົ່ມຊ້ອນຂອງ​ຫວຽດນາມ ​ແມ່ນ​ໄດ້​ຮັບ​ການ​ຕີ​ລາຄາ​ໂດຍ​ອີງ​ໃສ່​ກຸ່ມ​ຜູ້​ບໍລິ​ໂພ​ກ, ກຳລັງ​ແຮງ​ງານ​ໜຸ່ມ ​ແລະ ​ ​ມີ​ລະດັບການ​ສຶກສາ​ເພີ່ມ​ຂຶ້ນ ​ພ້ອມ​ກັບ​ຄວາມ​ຕ້ອງການ​ດ້ານ​ເຕັກ​ໂນ​ໂລ​ຢີດີ​ຈີ​ຕອນ​ທີ່​ນັບມື້ນັບສູງຂຶ້ນ​ພາຍຫຼັງ​ໂລກ​ລະບາດ.

ຕາມ​ນັ້ນ​ແລ້ວ, ການ​ຊົມ​ໃຊ້​ພາຍ​ໃນ​ປະ​ເທດ​ຄາດ​ຄະ​ເນ​ວ່າ ​ຈະ​ເພີ່ມ​ຂຶ້ນ​ໃນ​ອັດ​ຕາ 20% ໃນແຕ່ລະ​ປີ; ກໍາລັງແຮງງານຫນຸ່ມ ແລະ ມີ​ລະດັບການສຶກສາສູງ, 70% ຂອງປະຊາກອນທີ່ມີອາຍຸຕ່ໍາກວ່າ 35 ປີໃນຈໍານວນປະຊາກອນ 98 ລ້ານຄົນ. ອັດຕາການຮູ້ຫນັງສືແມ່ນປະມານ 95.4% - ຫນຶ່ງໃນອັດຕາສ່ວນສູງທີ່ສຸດໃນພາກພື້ນອາຊີ.

ປັດ​ໄຈ​ທີ 3 ​ທີ່ໄດ້​ປະກອບສ່ວນ​ໃຫ້​ແກ່​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ ຫວຽດນາມ ​ແມ່ນ​ຄວາມ​ຕ້ອງການ​ດີ​ຈີ​ຕອນ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ພາຍຫຼັງ​ໂລກ​ລະບາດ. ຫວຽດນາມ ​ໄດ້​ມີ​ຜູ້​ຊົມ​ໃຊ້​ດິ​ຈິ​ຕອນ​ໃໝ່ ເພີ່ມ 8 ລ້ານ​ຄົນ, ​ໃນ​ນັ້ນ 55% ​ແມ່ນ​ມາ​ຈາກ​ເຂດ​ນອກ​ຕົວ​ເມືອງ ​ນັບແຕ່ໄລຍະ​ແຜ່​ລະບາດ​ຂອງ​ພະຍາດ​ຮອດ 6 ​ເດືອນ​ຕົ້ນ​ປີ 2021.

ຄຳຮຸ່ງ

ເຫດການ