ຊຸກຍູ້​ການ​ພົວພັນ​ມິດຕະພາບ​​ລະຫວ່າງປະຊາຊົນ ​ຫວຽດນາມ ​ແລະ ​ເອຢິບ

10:24 | 31/05/2022

ຍສໝ - ທ່ານນາງ​ປະທານ VUFO ຫງວຽນ​ເຟືອງ​ງາ ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແລະ ເອ​ຢິບ ມີ​ການພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ​ແລະ ໃຫ້ຮູ້​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ກັບ ເອ​ຢິບ - ປະ​ເທດ​ໃຫຍ່​ທີ່​ມີອິດທິພົນຊື່ສຽງ ​ແລະ ບົດບາດ​ສຳຄັນ​ໃນ​ພາກ​ພື້ນ ​ແລະ ຂະບວນການ​ບໍ່​ຮ່ວມ​ກຸ່ມ.

​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ກວດກາ ​ແລະ ປິ່ນປົວ​ພະຍາດ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ກຳປູ​ເຈຍ ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ກວດກາ ​ແລະ ປິ່ນປົວ​ພະຍາດ
ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ປະຊາຊົນ, ກອງທັບ ​ແລະ ນັກ​ຮົບ​ເກົ່າ 2 ປະ​ເທດ ຫວຽດນາມ ແລະ ຢູແກຼນຈະນັບມື້ນັບ​ພັດທະນາ ​ແລະ ໝັ້ນຄົງ​ເຂັ້ມ​ແຂງກວ່າອີກ ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ ລະຫວ່າງ​ປະຊາຊົນ, ກອງທັບ ​ແລະ ນັກ​ຮົບ​ເກົ່າ 2 ປະ​ເທດ ຫວຽດນາມ ແລະ ຢູແກຼນຈະນັບມື້ນັບ​ພັດທະນາ ​ແລະ ໝັ້ນຄົງ​ເຂັ້ມ​ແຂງກວ່າອີກ

​ວັນ​ທີ 25 ພຶດສະພາ, ຢູ່​ຮ່າ​ໂນ້ຍ, ທ່ານນາງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດຕັ້ງມິດ​ຕະ​ພາບ​ຫວຽດ​ນາມ ຫງວຽນ​ເຟືອງ​ງາ ໄດ້​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ເອ​ຢິບ Amal Abdel Kader Elmorshi Salama ເຂົ້າ​ຢ້ຽມ​ຂ່ຳ​ນັບ.

ຊຸກຍູ້​ການ​ພົວພັນ​ມິດຕະພາບ​​ລະຫວ່າງປະຊາຊົນ ​ຫວຽດນາມ ​ແລະ ​ເອຢິບ
ຊຸກຍູ້​ການ​ພົວພັນ​ມິດຕະພາບ​​ລະຫວ່າງປະຊາຊົນ ​ຫວຽດນາມ ​ແລະ ​ເອຢິບ. ພາບ: ມິງເຈິ່ນ

ທ່ານນາງ​ປະທານ VUFO ຫງວຽນ​ເຟືອງ​ງາ ​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແລະ ເອ​ຢິບ ມີ​ການພົວພັນມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ ​ແລະ ໃຫ້ຮູ້​ວ່າ ຫວຽດນາມ ຖື​ເປັນ​ສຳຄັນ​ການ​ພັດທະນາ​ການ​ພົວພັນ​ກັບ ເອ​ຢິບ - ປະ​ເທດ​ໃຫຍ່​ທີ່​ມີອິດທິພົນຊື່ສຽງ ​ແລະ ບົດບາດ​ສຳຄັນ​ໃນ​ພາກ​ພື້ນ ​ແລະ ຂະບວນການ​ບໍ່​ຮ່ວມ​ກຸ່ມ.

VUFO ຈະ​ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ກັບ​ສະຖານທູດ​ເອ​ຢິບ ປະຈຳ​ຫວຽດນາມ ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຊາຊົນ​ຄື: ກອງ​ປະຊຸມ​ສຳ​ມະ​ນາ, ໂອ້ລົມສົນທະນາ, ​ແລກປ່ຽນ​ວັດທະນະທຳ, ສິລະ​ປະ... ​ໂດຍ​ສະ​ເພາະ​ແມ່ນ​ປີ 2023, 2 ປະ​ເທດ​ຈະ​ສະ​ເຫຼີ​ມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວ ພັນທາງການທູດ.

ທ່ານ​ເອກ​ອັກຄະ​ລັດຖະທູດ Amal Abdel Kader Elmorshi Salama ຕີ​ລາຄາ​ສູງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ ​ແລະ ເອ​ຢິບ. ທ່ານ​ເອກ​ອັກຄະ​ລັດຖະທູດ Salama ໃຫ້ຮູ້ວ່າ, ​ໃນ​ອາຍຸການ​ເຮັດ​ວຽກຂອງຕົນ ຈະ​ປະກອບສ່ວນ​ຊຸກຍູ້​ການ​ສ້າງ​ຕັ້ງ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ລະຫວ່າງ 2 ປະ​ເທດ.

ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ Salama ​ແລ້ວ, ຫວຽດນາມ ​ແລະ ເອຢິບ ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ, ວັດທະນະທຳ, ການທ່ອງທ່ຽວ..., 2 ຝ່າຍຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ລົງທຶນ.

ບູນມີ

ເຫດການ
302 Found

Found

The document has moved here.