10 ປະເທດເຂົ້າຮ່ວມງານບຸນຮູບເງົາເອກະສານ ເອີລົບ - ຫວຽດນາມ

09:47 | 02/06/2022

ຍສໝ - ງານບຸນຈະໄດ້ຈັດຂຶ້ນ ແຕ່ວັນທີ 3 12 ມິຖຸຸນາ 2022 ທີ່ສຳນັກງານຮູບເງົາເອກະສານ ແລະ ວິທະຍາສາດສູນກາງ (ເຮືອນເລກທີ 465 ຖະໜົນຮວ່າງຮວາທ໋າມ, ຮ່າໂນ້ຍ), ດ້ວຍການເຂົ້າຮ່ວມຈາກ 10 ປະ​ເທດ​ຄື ໂອຕາລິດ, ແບນຊິກ (Wallonia-Brussels), ຝ​ຣັ່ງ, ອີ​ຕາ​ລີ, ເຢຍ​ລະ​ມັນ, ອິດ​ສະ​ຣາ​ແອັນ, ສະເປນ, ສະ​ວິດເຊີແລນ, ສາ​ທາ​ລະ​ນະ​ລັດ​ເຊັກໂກ, ລາຊະອານາຈັກອັງກິດ ແລະ ຫວຽດນາມ.

ນໍ້າຊາ Dr Thanh ຄັ້ງທີ 10 ຮ່ວມເດີນທາງພ້ອມກັບພິທີຍ້ອງຍໍຊົມເຊີຍຜູ້ມີຄວາມເກັ່ງກ້າສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈໍານວນ 10  ຄົນ ນໍ້າຊາ Dr Thanh ຄັ້ງທີ 10 ຮ່ວມເດີນທາງພ້ອມກັບພິທີຍ້ອງຍໍຊົມເຊີຍຜູ້ມີຄວາມເກັ່ງກ້າສາມາດດ້ານວິທະຍາສາດ ແລະ ເຕັກໂນໂລຊີ ຈໍານວນ 10 ຄົນ
ຫວຽດນາມ ຈະມີລົດໄຟບັນທຸກຄອນເທນເນີ ແລ່ນໂດຍກົງຈາກ ດ່ານັ້ງ ເຖິງ ເອີລົບ ເລີ່ມແຕ່ເດືອນມີນາ ຫວຽດນາມ ຈະມີລົດໄຟບັນທຸກຄອນເທນເນີ ແລ່ນໂດຍກົງຈາກ ດ່ານັ້ງ ເຖິງ ເອີລົບ ເລີ່ມແຕ່ເດືອນມີນາ
10 ປະເທດເຂົ້າຮ່ວມງານບຸນຮູບເງົາເອກະສານ ເອີລົບ - ຫວຽດນາມ

ການ​ປະ​ຊຸມ​​ຂ່າວ​ປະກາດ​ງານ​ບຸນ​ຮູບ​ເງົາ​ເອ​ກະ​ສານ ຫວຽດ​ນາມ - ເອີ​ລົບ ຄັ້ງ​ທີ 12 ( ພາບ: ຫງອກແອັງ/ VOV5)

ຕອນເຊົ້າວັນທີ 30 ພຶດສະພາ, ສຳນັກງານຮູບເງົາເອກະສານ ແລະ ວິທະຍາສາດສູນກາງ, ສະ​ມາ​ຄົມ​ບັນດາສະ​ຖາ​ບັນ​ວັດ​ທະ​ນະ​ທຳ ແລະ ສະ​ຖານ​ທູດ​ເອີ​ລົບ (EUNIC) ໄດ້​ຈັດ​ຕັ້ງ​ການ​ປະ​ຊຸມ​​ຂ່າວ​ປະກາດ​ງານ​ບຸນ​ຮູບ​ເງົາ​ເອ​ກະ​ສານ ຫວຽດ​ນາມ - ເອີ​ລົບ ຄັ້ງ​ທີ 12.

ຜູ້​ຊົມ​ທີ່​ມີຄວາມມັກຕໍ່​ຮູບ​ເງົາ​ເອ​ກະ​ສານ​ຈະ​ໄດ້​ຮັບ​ຊົມ​ບັນ​ດາ​ຮູບ​ເງົາ​ເອ​ກະ​ສານ​ຂອງ​ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ, ​ໃນນັ້ນມີຫຼາຍຮູບເງົາໄດ້​ຮັບ​ລາງວັນ​ທີ່​ມີ​ຊື່​ສຽງ. ຫົວ​ຂໍ້​ຂອງ​ຮູບ​ເງົາ​ໃນ​ງານ​ມະ​ໂຫລານ​ຄັ້ງ​ນີ້​ ແມ່ນ​ມີ​ຄວາມ​ຫຼາກ​ຫຼາຍ​ ​ເຊັ່ນ: ອອກ​ຈາກ​ຊົນນະບົດ​ເຂົ້າໄປໃນ​ເມືອງ, ການຮັບມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ການ​ປັບຕົວຂອງແຕ່ລະ​ບຸກຄົນ​ໃຫ້​ເໝາະ​​ກັບ​ການ​ພັດທະນາ​ຂອງ​ສັງຄົມ, ຮູບຄົນຂອງບັນດານັກ​ສິລະ​ປິນທີ່ມີຊື່​ສຽງ…

ງານ​ບຸນຮູບເງົາເອກະສານ ເອີລົບ - ຫວຽດນາມ ​ແມ່ນງ​ານບຸນ ປະຈຳ​ປີ ໂດຍ​ສຳນັກງານຮູບເງົາເອກະສານ ແລະ ວິທະຍາສາດສູນກາງ ສົມທົບກັບສະ​ຖານ​ທູດ​ ແລະ ສູນວັດທະນະທຳຂອງບາງປະເທດເອີຣົບ ປະຈໍາ ຫວຽດນາມ​ ຈັດຕັ້ງເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ການພົບປະ​ແລກປ່ຽນ​ວັດທະນະທຳ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ​ເອີ​ລົບ ​ແລະ ຫວຽດນາມ.

ຫອມມາລາ

ເຫດການ
302 Found

Found

The document has moved here.