ຍສໝ - ທ່ານນາຍົກລັດຖະມົນຕີ ຫງ໋ວຽນ ຊົນ ຟຸກ ໄດ້ມີການພົບປະນອກຮອບ ແລະ ເຮັດວຽກ ກັບ ທ່ານ ທອງລຸນ ສີສຸລິດ - ນາຍົກລັດຖະມົນຕີ ແຫ່ງ ສປປລາວ ແລະ ທ່ານ Samdech Techo Hun Sen - ນາຍົກລັດຖະມົນຕີ ລາຊະອານາຈັກກໍາປູເຈຍ ຢູ່ ນະຄອນຫຼວງ ບາງກອກ ປະເທດໄທ ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34.
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 34 ທີ່ບາງກອກ ປະເທດໄທ ໃນລະຫວ່າງວັນທີ 22-23 ມິຖຸນາ ປີ 2019.
ຊຸດຝຶກອົບຮົມແມ່ນການເຄື່ອນໄຫວໃນຂອບເຂດການຮ່ວມມືລະຫວ່າງຂະແໜງການວັດທະນະທໍາສອງປະເທດ, ຮັກສາ ແລະພັດທະນາຂະແໜງສິລະປະການສະແດງຂອງລາວ.
ໃນວັນທີ 22 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງແຜນການ ແລະການລົງທຶນຫວຽດນາມ ນຳໂດຍທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໄດ້ພົບປະເຈລະຈາກັບຄະນະຜູ້ແທນກະຊວງແຜນການ ແລະການລົງທຶນລາວ ນຳໂດຍທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ.
ຍສໝ - ໃນວັນທີ 22 ມິຖຸນາ 2019, ຢູ່ນະຄອນຫຼວງວຽງຈັນ ສປປ ລາວ, ຄະນະຜູ້ແທນກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ນຳໂດຍທ່ານ ຫງວຽນ ຈີ໋ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ໄດ້ພົບປະເຈລະຈາກັບ ຄະນະຜູ້ແທນກະຊວງແຜນການ ແລະ ການລົງທຶນ ສປປ ລາວ ນຳໂດຍທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ ລາວ.
ຕອນບ່າຍວັນທີ 22 ມິຖຸນາ, ຢູ່ນະຄອນເກິ່ນເທີ, ທ່ານ ເຈິ່ນແທງເໝິນ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ເຮັດວຽກກັບຄະນະຜູ້ແທນຂັ້ນສູງຄະນະກໍາມະການສູນກາງແນວລາວສ້າງຊາດໂດຍທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກໍາມະການສູນກາງແນວລາວສ້າງຊາດນໍາໜ້າ, ມາຢ້ຽມຢາມ ແລະເຮັດວຽກຢູ່ນະຄອນເກິ່ນເທີ ເພື່ອແນໃສ່ຊອກຮູ້ບົກຮຽນໃນການພັດທະນາກະສິກໍາຂອງນະຄອນເກິ່ນເທີ.
ຍສໝ - ໃນຕອນບ່າຍຂອງວັນທີ 21 ມີຖຸນາ 2019, ທ່ານ ຫງວຽນ ຈີ໋ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ, ປະທານຄະນະກໍາມະການຮ່ວມມື ຫວຽດນາມ-ລາວ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ.
ຍສໝ - ໃນຕອນບ່າຍຂອງວັນທີ 20 ມິຖຸນາ 2019, ທ່ານ ຫງວຽນ ແທງ ລອງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ນໍາໂດຍທ່ານ ສີປະເສີດ ແສນສະຫວັດ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ ເນ່ືອງໃນໂອກາດຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ຍສໝ - ໃນເວລາ 2 ມື້ 19-20 ມິຖຸນາ 2019, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ, ປະທານຄະນະກໍາມະການການຮ່ວມມືຫວຽດນາມ - ລາວ, ທ່ານ ຫ໋ງວຽນ ຈິ້ ຢູ໊ງ ໄດ້ມີການກວດສອບໂຄງການລົງທຶນໃນລາວ ແລະ ປຶກສາຫາລືກັບ ເຈົ້າຂອງແຂວງ ຫົວພັນ, ສປປລາວ, ທ່ານ ວັນໄຊ ແພງຊຸມມາ ກ່ຽວກັບການສົ່ງເສີມການຮ່ວມມື ຫວຽດນາມ - ຫົວພັນ.
ຍສໝ - ໃນຕອນເຊົ້າຂອງວັນທີ 20 ມິຖຸນາ 2019, ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ນໍາໂດຍ ທ່ານພັນເອກ ຄຳຍໍ ລິນຊົມພູ ຫົວໜ້າການທະຫານກອງພົນທີ 4 ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານແຂວງເງ້ອານ ສສ ຫວຽດນາມ.
ຍສໝ - ທ່ານ ຈິ້ງ ດິ່ງ ຢູ້ງ ຮອງນາຍົກລັດຖະມົນຕີຫວຽດນາມ ຈະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 24-25 ມິຖຸນາ 2019.
ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ແຂວງເງະອານ, ກອງບັນຊາການທະຫານເຂດ 4 ແລະກອງພົນ 4, ກອງພົນ 1, ກອງບັນຊາການທະຫານແຂວງວຽງຈັນ, ໄຊສົມບູນ ແລະກອງບັນຊາການທະຫານບັນດາແຂວງພາກກາງລາວ ທີ່ມີເສັ້ນຊາຍແດນຮ່ວມກັບທະຫານເຂດ 4 ຂອງຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຮ່ວມປີ 2019.
ຍສໝ - ໃນວັນທີ 19 ມິຖຸນາ 2019 ນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ກຳມະການຄະນະປະຈໍາພັກ ກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງ ສະຫາຍ ພັນເອກ ເລ ວັນ ທ້ວນ ຮອງຫົວຫນ້າກົມການເງິນກອງທັບປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະ.
ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ບຶງການ-ປາກຊັນ (Lao-Thai Friendship bridge) ໂຄງການເລີ່ມຕົ້ນປີ 2011 ໂດຍເຊື່ອມຕໍ່ທາງຫຼວງເລກທີ 13ໃຕ້ ທີ່ບ້ານກ້ວຍ ເມືອງປາກຊັນ ແຂວງບໍລິຄຳໄຊ ກັບ ທາງຫຼວງເລກທີ 212 ບ້ານ ດອນຍົມ ຕຳບົນ ໄຄສີ ອຳເພີ ບຶງການ ຈັງຫວັດບຶງການ ເຊີ່ງສອດຄ່ອງກັບແຜນພັດທະນາເສັ້ນທາງຫຼວງ ຂອງລາວທີ່ຈະກໍ່ສ້າງເສັ້ນທາງເວັ້ນ ເມືອງປາກຊັນດ້ານທິດຕາເວັນອອກ. ຂົວມີຄວາມຍາວ 1,35 km ວັດຖຸກໍ່ສ້າງແມ່ນໃຊ້ຄອນກຣີດອັດແຮງ ເລີ່ມກໍ່ສ້າງປີ2019
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການສຶກສາລະຫວ່າງລັດຖະບານລາວ ຕາງໜ້າໂດຍກະຊວງສຶກສາທິການ ແລະ ກີລາ ກັບລັດຖະບານແຫ່ງຣາຊະອານາຈັກອັງກິດ ແລະ ອຽກລັງເໜືອ ຕາງໜ້າໂດຍສະຖານທູດອັງກິດປະຈາລາວ ຈັດຂຶ້ນວັນທີ 18 ມິຖຸນາ 2019 ທີ່ໂຮງແຮມຄຣາວພລາຊາ ນະຄອນຫຼວງວຽງຈັນ ໂດຍການລົງນາມຂອງທ່ານນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ຮູຈ໌ ອີວານສ໌ ເອກອັກຄະຣາຊະທູດອັງກິດປະຈຳລາວ ມີທ່ານນາງ ບຸບຜາ ເຄນວົງດາລາ ຮອງຫົວໜ້າຫ້ອງການສຳນັກງານນາຍົກລັດຖະມົນຕີ ພ້ອມພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ເປີດຫຼັກສູດປະລິນຍາໂທ ສາຂາ ເສດຖະສາດ ແລະ ການລົງທຶນ ຮຸ່ນທີ 1 ໃນສົກຮຽນ 2019-2020 ແລ້ວ ຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ.
ຍສໝ - ໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2019, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງ ແທັງເນືອ, ເມືອງດ້ຽນບຽນ, ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ຈັດຕັ້ງພິທີມອບ-ຮັບ, ໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ 12 ອັດຖິ.
ຍສໝ - ໃນວັນທີ 18 -19 ມິຖຸນາ, ຢູ່ທີ່ ຄ້າຍທະຫານຊາຍແດນ ນາງອຍ, ທະຫານຊາຍແດນ ແຂວງເຫງະອານ ໄດ້ປະສານສົມທົບກັນ ກັບ ກອງຮ້ອຍ ທະຫານຊາຍແດນ 222, ກອງບັນຊາການທະຫານ ແຂວງຊຽງຂວາງ, ສປປ ລາວ ຈັດຕັ້ງການລາດຕະເວນສອງຝ່າຍ ກວດກາລະບົບເສັ້ນຊາຍແດນ ຫຼັກໝາຍຊາຍແດນ ແລະ ຮັບປະກັນຄວາມສະຫງົບລຽບຕາມແນວຊາຍແດນ ຫວຽດນາມ - ລາວ.
ຜ່ານການເຂົ້າຮ່ວມແຂ່ງຂັນບັນດາກິດຈະກຳຄັ້ງນີ້ ນັກຮຽນຈາກໂຮງຮຽນ ມສ ວຽງຈັນ ສາມາດຍາດໄດ້ຫຼຽນເງິນ 1 ຫຼຽນ ຈາກການນຳສະເໜີໂພສເຕີ ແລະ ໂຮງຮຽນກຽດຕິສັກ ຍາດໄດ້ຫຼຽນທອງ 1 ຫຼຽນ ຈາກການເຮັດທົດລອງໃນຫ້ອງປະຕິບັດການ ຕາງໜ້າຈາກໂຮງຮຽນ ມສ ວຽງຈັນ ແລະ ໂຮງຮຽນກຽດຕິສັກ ໄດ້ຮັບຫຼຽນທອງຄົນລະ 1 ຫຼຽນ ຈາກການເຮັດວຽກເປັນກຸ່ມຮ່ວມກັບປະເທດອື່ນໆ ແລະ ຕາງໜ້າຈາກໂຮງຮຽນກຽດຕິສັກໄດ້ຮັບລາງວັນກຽດຕິຍົດ 1 ລາງວັນ.
ຍສໝ - ໃນຕອນເຊົ້າວັນທີ 18 ມິຖຸນາ, ຢູ່ທີ່ມະຫາວິທະຍາໄລ ແພດການຢາ ຖ໋າຍບິິ່ງ ໄດ້ຈັດພິທີມອບໃບປະກາດ ໃຫ້ແກ່ນັກສຶກສາລາວ 17 ຄົນ ແລະ ນັກສຶກສາກໍາປູເຈຍ 27 ຄົນ ທີ່ຮຽນຈົບ ຄະນະ ແພດສາດ ແລະ ແພດສາທາລະນະ.