ຫວຽດນາມ ຍົກສູງຄຸນນະພາບການຮ່ວມມື, ລົງທຶນຢູ່ລາວ

08:47 | 24/06/2019

ໃນວັນທີ 22 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງແຜນການ ແລະການລົງທຶນຫວຽດນາມ ນຳໂດຍທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໄດ້ພົບປະເຈລະຈາກັບຄະນະຜູ້ແທນກະຊວງແຜນການ ແລະການລົງທຶນລາວ ນຳໂດຍທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ.

ຫວຽດນາມ ຍົກສູງຄຸນນະພາບການຮ່ວມມື, ລົງທຶນຢູ່ລາວ

ການພົບປະເຈລະຈາລະຫວ່າງສອງກະຊວງແຜນການ ແລະການລົງທຶນຫວຽດນາມ ແລະລາວ ໃນວັນທີ 22 ມິຖຸນາ. (ພາບ: nhandan.com.vn)

ພາຍຫຼັງແຈ້ງໃຫ້ຊາບກ່ຽວກັບສະພາບການພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ, ທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໃຫ້ຮູ້ວ່າ, ໃນການກວດກາຜ່ານມາ, ຄະນະໄດ້ຊຸກຍູ້ບັນດາເຈົ້າຂອງລົງທຶນໂຄງການຂອງຫວຽດນາມ ຢູ່ລາວ, ພິເສດແມ່ນສອງແຂວງຫົວພັນ ແລະຊຽງຂວາງ. ທ່ານ ຫງວຽນຈີຢຸງ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບັນດາບົດຮຽນກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ ແລະຖືວ່າສອງຝ່າຍຄວນສຸມໃສ່ບັນດາໂຄງການຈຸດສຸມ, ທີ່ເປັນສັນຍາລັກໃນການຮ່ວມມືລະຫວ່າງສອງປະເທດ.

ຫວຽດນາມ ຍົກສູງຄຸນນະພາບການຮ່ວມມື, ລົງທຶນຢູ່ລາວ

ມອບຮັບບົດບັນທຶກຂໍ້ຕົກລົງຮ່ວມມືລະຫວ່າງສອງກະຊວງ ໄລຍະ 2019-2021. (ພາບ: nhandan.com.vn)

ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ ຢັ້ງຢືນວ່າລາວ ສືບຕໍ່ຮັບເອົາບົດຮຽນຂອງຫວຽດນາມ ເພື່ອປະຕິບັດການປັບປຸງໂຄງປະກອບການລົງທຶນຂອງລັດ, ເສດຖະກິດມະຫາພາກ. ພາຍຫຼັງການພົບປະເຈລະຈາ, ທ່ານ ຫງວຽນຈີຢຸງ ແລະທ່ານ ສຸພັນ ແກ້ວມີໄຊ ໄດ້ເຊັນຂໍ້ຕົກລົງຮ່ວມມືລະຫວ່າງກະຊວງແຜນການ ແລະການລົງທຶນຫວຽດນາມ ແລະກະຊວງແຜນການ ແລະການລົງທຶນລາວ ໄລຍະ 2019-2021.

(ແຫຼ່ງ​ຂໍ້​ມູນ​: ຈາງຫງວຽນ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.