ຫວຽດນາມ - ລາວ: ຍົກສູງຄຸນນະພາບການຮ່ວມມື ແລະ ລົງທຶນ

00:10 | 24/06/2019

ຍສໝ - ໃນວັນທີ 22 ມິຖຸນາ 2019, ຢູ່ນະຄອນຫຼວງວຽງຈັນ ສປປ ລາວ, ຄະນະຜູ້ແທນກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ນຳໂດຍທ່ານ ຫງວຽນ ຈີ໋ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ໄດ້ພົບປະເຈລະຈາກັບ ຄະນະຜູ້ແທນກະຊວງແຜນການ ແລະ ການລົງທຶນ ສປປ ລາວ ນຳໂດຍທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ ລາວ.

ຫວຽດນາມ - ລາວ: ຍົກສູງຄຸນນະພາບການຮ່ວມມື ແລະ ລົງທຶນ

ບັນຍາກາດທີ່ການພົບປະເຈລະຈາ.(ພາບ:nhandan.com.vn)

ກອງປະຊຸມໄດ້ສຸມໃສ່ຕີລາຄາຄວາມຄືບໜ້າການຜັນຂະຫຍາຍບັນດາໂຄງການໃນຂອບເຂດຂໍ້ຕົກລົງການຮ່ວມມືລະຫວ່າງ ລັດຖະບານ ສອງປະເທດ ໃນທຸກໆຂົງເຂດຄື: ເສດຖະກິດ, ວັດທະນະທຳ - ການສຶກສາ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ. ພິເສດແມ່ນໃນຂົງເຂດເສດຖະກິດ. ທີ່ກອງປະຊຸມ, ທ່ານ ຫງວຽນ ຈີ໋ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ໃຫ້ຮູ້ວ່າ: ໃນການກວດກາຜ່ານມາ, ຄະນະໄດ້ຊຸກຍູ້ບັນດາເຈົ້າຂອງລົງທຶນໂຄງການຂອງຫວຽດນາມ ຢູ່ ລາວ, ພິເສດແມ່ນສອງແຂວງຫົວພັນ ແລະ ຊຽງຂວາງ; ພ້ອມທັງໄດ້ຢັ້ງຢືນວ່າ: ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນບັນດາບົດຮຽນກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດໍາເນີນທຸລະກິດ ແລະ ຖືວ່າສອງຝ່າຍຄວນສຸມໃສ່ບັນດາໂຄງການຈຸດສຸມ, ທີ່ເປັນສັນຍາລັກໃນການຮ່ວມມືລະຫວ່າງສອງປະເທດ.

ຫວຽດນາມ - ລາວ: ຍົກສູງຄຸນນະພາບການຮ່ວມມື ແລະ ລົງທຶນ

ລັດຖະມົນຕີ ສອງທ່ານລົງນາມໃນຂໍ້ຕົກລົງການຮ່ວມມືໄລຍະ 2019 -2021.(ພາບ:TTXVN)

ພາຍຫຼັງການພົບປະເຈລະຈາ, ທ່ານ ຫງວຽນ ຈີ໋ ຢຸງ ແລະ ທ່ານ ສຸພັນ ແກ້ວມີໄຊ ໄດ້ເຊັນຂໍ້ຕົກລົງຮ່ວມມືລະຫວ່າງກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລະ ກະຊວງແຜນການ ແລະ ການລົງທຶນລາວ ໄລຍະ 2019-2021. ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາສືບຕໍ່ເພີ່ມທະວີການຮ່ວມມືຢ່າງຮອບດ້ານລະຫວ່າງສອງກະຊວງໃນບັນດາຂົງເຂດແຜນການ ແລະ ການລົງທຶນ, ເປັນສູນຕິດຕໍ່ພົວພັນການຊຸກຍູ້ຄວາມຄືບໜ້າໃນການຜັນຂະຫຍາຍບັນດາໂຄງການ, ສັນຍາທີ່ໄດ້ລົງນາມແລ້ວ, ຈັດສົ່ງຄະນະປະຕິບັດງານໄປແລກປ່ຽນບົດຮຽນເປັນປະຈຳ, ໜູນຊ່ວຍຝຶກອົບຮົມ, ບຳລຸງສ້າງວິຊາສະເພາະໃຫ້ແກ່ພະນັກງານຂອງກະຊວງແຜນການ - ການລົງທຶນລາວ ແລະ ອື່ນໆ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.