ພິທີປິດຊຸດຝຶກອົບຮົມການປະດິດແຕ່ງ ແລະກຳກັບການຟ້ອນໃຫ້ບັນດານັກສິລະປິນລາວ

08:56 | 24/06/2019

ຊຸດຝຶກອົບຮົມແມ່ນການເຄື່ອນໄຫວໃນຂອບເຂດການຮ່ວມມືລະຫວ່າງຂະແໜງການວັດທະນະທໍາສອງປະເທດ, ຮັກສາ ແລະພັດທະນາຂະແໜງສິລະປະການສະແດງຂອງລາວ.

ພິທີປິດຊຸດຝຶກອົບຮົມການປະດິດແຕ່ງ ແລະກຳກັບການຟ້ອນໃຫ້ບັນດານັກສິລະປິນລາວ

ລາຍການໂດຍນັກສໍາມະນາກອນສະແດງ. (ພາບ: vov.vn)

ພິທີປິດຊຸດຝຶກອົບຮົມການປະດິດແຕ່ງ ແລະກໍາກັບການຟ້ອນໃຫ້ບັນດານັກສິລະປິນລາວ ໄດ້ດໍາເນີນໃນຕອນຄໍ່າວັນທີ 21 ມິຖຸນາຢູ່ນະຄອນຫຼວງວຽງຈັນ, ລາວ. ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ແລະຕາງໜ້າສະຖານທູດຫວຽດນາມ, ສູນວັດທະນະທໍາຫວຽດນາມ ຢູ່ລາວ ພ້ອມກັບນັກສິລະປິນສອງປະເທດ ຫວຽດນາມ-ລາວ ໄດ້ເຂົ້າຮ່ວມພິທີເປັນຈໍານວນຫຼວງຫຼາຍ.

ຊຸດຝຶກອົບຮົມໄດ້ດໍາເນີນໃນ 3 ເດືອນດ້ວຍນັກສໍາມະນາກອນ 40 ຄົນແມ່ນນັກສິລະປິນຂອງກົມສິລະປະການສະແດງ, ຄະນະສິລະປະແຫ່ງຊາດ, ຄະນະສິລະປະກອງທັບ, ຄະນະສິລະປະກະຊວງປ້ອງກັນຄວາມສະຫງົບ, ສູນວັດທະນະທໍາເຍົາວະຊົນສູນກາງ ແລະບັນດາແຂວງທັງ 3 ພາກເໜືອ-ກາງ-ໃຕ້ລາວ. ຊຸດຝຶກອົບຮົມໄດ້ຮັບການແລກປ່ຽນບົດຮຽນຊ່ວຍຜູ້ປະດິດແຕ່ງ ແລະກຳກັບການສະແດງ, ນັກສະແດງຂອງລາວ ໄດ້ສຳຜັດກັບບັນດາທັກສະໃໝ່ຈາກບັນດານັກສິລະປິນຟ້ອນຂອງຫວຽດນາມ ຄື ຜູ້ກຳກັບການສະແດງ ໂດ້ຕຽນທິ້ງ, ນັກສິລະປິນປະຊາຊົນ ຮ່າກີມຈຸງ, ນັກສິລະປິນ ໂຮ່ມານແອງ.

ພິທີປິດຊຸດຝຶກອົບຮົມການປະດິດແຕ່ງ ແລະກຳກັບການຟ້ອນໃຫ້ບັນດານັກສິລະປິນລາວ

ລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວລາວ ມອບໃບຍ້ອງຍໍໃຫ້ບັນດານັກສິລະປິນຫວຽດນາມ ທີ່ເຂົ້າຮ່ວມຊຸດຝຶກອົບຮົມ. (ພາບ: vov.vn)

ນີ້ແມ່ນການເຄື່ອນໄຫວໃນຂອບເຂດຮ່ວມມືລະຫວ່າງຂະແໜງການວັດທະນະທໍາສອງປະເທດ, ເພື່ອແນໃສ່ຮັກສາ ແລະພັດທະນາຂະແໜງສິລະປະການສະແດງຂອງລາວ ກວ່າອີກ.

ທີ່ພິທີປິດ, ບັນດານັກສໍາມະນາກອນໄດ້ສະແດງລາຍການຟ້ອນທີ່ດີເລີດເຊິ່ງຫາກໍ່ຈັດສ້າງຂຶ້ນໃນເວລາເປີດຊຸດຝຶກອົບຮົມຈໍານວນໜຶ່ງ. ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວລາວ ໄດ້ມອບໃບຢັ້ງຢືນປະເພດເກັ່ງ ແລະດີເລີດໃຫ້ບັນດານັກສໍາມະນາກອນ, ພ້ອມທັງມອບໃບຍ້ອງຍໍໃຫ້ບັນດານັກສິລະປິນຫວຽດນາມ ທີ່ເຂົ້າຮ່ວມຊຸດຝຶກອົບຮົມຄັ້ງນີ້.

(ແຫຼ່ງ​ຂໍ້​ມູນ​: ຈາງຫງວຽນ/ກປ.ອອນໄລ)

ເຫດການ
302 Found

Found

The document has moved here.