ເພີ່ມທະວີການຮ່ວມມືລະຫວ່າງຄະນະໂຄສະນາສຶກສາສູູນກາງພັກກອມມູນິດຫວຽດນາມ ແລະ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ

23:10 | 21/06/2019

ຍສໝ - ໃນຕອນບ່າຍຂອງວັນທີ 20 ມິຖຸນາ 2019, ທ່ານ ຫງວຽນ ແທງ ລອງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ນໍາໂດຍທ່ານ ສີປະເສີດ ແສນສະຫວັດ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ ເນ່ືອງໃນໂອກາດຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ເພີ່ມທະວີການຮ່ວມມືລະຫວ່າງຄະນະໂຄສະນາສຶກສາສູູນກາງພັກກອມມູນິດຫວຽດນາມ ແລະ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ

ບັນຍາກາດທີ່ການຕ້ອນຮັບ.(ພາບ:qdnd.vn)

ທີ່ການຕ້ອນຮັບ, ສອງຝ່າຍໄດ້ແລກປ່ຽນບາງເນື້ອໃນ ແລະ ມາດຕະການຕ່າງໆເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງຄະນະໃນໄລຍະຈະມາເຖິງຄື: ສືບຕໍ່ຍູ້ແຮງການຮ່ວມມືດ້ານວຽກງານໂຄສະນາ, ການຮ່ວມມືດ້ານວິທະຍາສາດ-ເຕັກໂນໂລຢີສືບຕໍ່ຈັດຕັ້ງການປະຕິບັດຂໍ້ຕົກລົງການຮ່ວມມືລະຫວ່າງສອງຄະນະໃນຊຸມປີຜ່ານມາ; ການສົມທົບກັນໃນວຽກງານກໍ່ສ້າງ, ຝຶກອົບຮົມໃຫ້ພະນັກງານ; ການສົມທົບກັນເກັບຮັກສາເອກະສານ ເພື່ອເພີ່ມຕື່ມ, ເຮັດໃຫ້ກິດຈະການປະຫວັດສາດສາຍພົວພັນຫວຽດນາມ-ລາວ, ລາວ-ຫວຽດນາມ ອຸດົມສົມບູນຕື່ມອີກ.

ທີ່ການຕ້ອນຮັບ, ສອງຝ່າຍກໍ່ເຫັນດີເປັນເອກະພາບ, ຄວນເພີ່ມທະວີວຽກງານໂຄສະນາ, ສຶກສາອົບຮົມຢ່າງເລິກເຊິ່ງ, ກວ້າງຂວາງໃນໝູ່ພະນັກງານ, ສະມາຊິກພັກ, ປະຊາຊົນທຸກຊັ້ນວັນນະ, ເປັນຕົ້ນແມ່ນລຸ້ນໜຸ່ມສອງປະເທດກ່ຽວກັບມູນເຊື້ອສາຍພົວພັນອັນດີງາມລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດກໍ່ຄືຜົນງານປ່ຽນແປງໃໝ່ຂອງແຕ່ລະປະເທດ.

ເພີ່ມທະວີການຮ່ວມມືລະຫວ່າງຄະນະໂຄສະນາສຶກສາສູູນກາງພັກກອມມູນິດຫວຽດນາມ ແລະ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ

ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານ ຫງວຽນ ແທງ ລອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ: ການຢ້ຽມຢາມ ແລະ ເຮັດວຽກຄັ້ງນີ້ຂອງຄະນະຈະປະກອບສ່ວນເຂົ້າການປັບປຸງ ແລະ ເພີ່ມທະວີສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລາວ-ຫວຽດນາມ, ກໍ່ຄືສາຍພົວພັນຮ່ວມມືລະຫວ່າງສອງຄະນະໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.