![]() |
ເລີ່ມໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ບໍລິຄຳໄຊ-ບຶງການ.
ມາຮອດວັນທີ 14 ມິຖຸນາ 2019 ທີ່ແຂວງບືງການ ປະເທດໄທ. ຄະນະຜູ້ແທນຝ່າຍ ລາວ ນໍາໂດຍ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົ່ນສົ່ງ, ເຈົ້າແຂວງໆ ບໍລິຄຳໄຊ ພ້ອມຄະນະ ວິຊາການເຂົ້າຮ່ວມ ແລະ ຄະນະຝ່າຍໄທ ນຳໂດຍທ່ານ ອາຄົມ ເຕີມພິດທະຍາໄພສິດ ລັດຖະມົນຕີວ່າການ ກະຊວງຄົມມະນາຄົມແຫ່ງຣາຊະນາຈັກໄທ, ເຈົ້າແຂວງໆ ບຶງການ ພ້ອມຄະນະ.
ໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ – ໄທ ແຫ່ງທີ V ( ບໍລິຄຳໄຊ-ບຶງການ) ເປັນໂຄງການທີ່ມີຄວາມສຳຄັນ ເຊິ່ງນອນໃນແຜນຍຸດທະສາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ຂອງ ສປປ ລາວ, ພາຍໃຕ້ເປົ້າໝາຍ “ເປີດກວ້າງການຮ່ວມມື ແລະ ເຊື່ອມຈອດກັບພາກພື້ນ ແລະ ສາກົນ” ເນື່ອງຈາກຂົວດັ່ງກ່າວນີ້ ຕັ້ງຢູ່ຈຸດທີ່ຕັ້ງຍຸດທະສາດທີ່ເຊື່ອມຈອດຕາມແລວເສດຖະກິດເຫນືອໃຕ້ ທີ່ຜ່ານ ສປປ ລາວ ຕາມແລວປາກຊັນ, ຜ່ານທາງຫຼວງແຫ່ງຊາດ ເລກທີ 8 ເຂົ້າສູ່ຫວຽດນາມ ໂດຍຜ່ານດ່ານນໍ້າພ້າວ-ເກົາແຈວ.
ດ້ວຍເຫດນັ້ນ, ຖ້າໄດ້ຮັບການກໍ່ສ້າງສຳເລັດ ຂົວດັ່ງກ່າວ ຈະຊ່ວຍສ້າງເງື່ອນໄຂສຳຄັນໃນການອຳນວຍຄວາມສະດວກເປັນຕົ້ນດ້ານຄົມມະນາຄົມຂົ່ນສົ່ງ, ຊຸກຍູ້ການຄ້າ, ການລົງທຶນ, ການທ່ອງທ່ຽວ ລະຫວ່າງ ສອງປະເທດ ລາວ – ໄທ ນັບມື້ສູງຂຶ້ນ.
ພິທີລົງນາມບົດບັນທຶກ ໂຄງການກໍ່ສ້າງຂົວຂ້າມແມ່ນໍ້າຂອງແຫ່ງທີ 5 ລະຫວ່າງ ເມືອງປາກຊັນ ແຂວງບໍລິຄໍາໄຊ ສປປ ລາວ ແລະ ອຳເພີບຶງການ ຈັງຫວັດບຶງການ ຣາຊະອານາຈັກໄທ ໄດ້ມີຂຶ້ນເມື່ອບໍ່ດົນມານີ ຢູ່ຈັງຫວັດບຶງການ ຝ່າຍລາວນຳໂດຍ ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະຝ່າຍໄທນຳດ້ວຍ ທ່ານ ອາຄົມ ເຕີມພິດທະຍາສິດ ລັດຖະມົນຕີ ວ່າການກະຊວງຄົມມະນາຄົມ ແຫ່ງ ຣາຊະອານາຈັກໄທ, ມີ ທ່ານ ເຈົ້າແຂວງບໍລິຄໍາໄຊ ແລະ ຜູ້ວ່າລາຊະການ ຈັງຫວັດບຶງການ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ຂົວມິດຕະພາບແຫ່ງທີ 5 ນີ້, ແມ່ນຈະສ້າງເຊື່ອມຕໍ່ກັນ ລະຫວ່າງ ເຂດບ້ານກ້ວຍອຸດົມ ຫາ ບ້ານຫາງຊີງສະຫວ່າງ ເມືອງປາກຊັນ ແລະ ເຂດບ້ານຫ້ວຍ ເຊືອມອຳເພີບຶງການ ມີຄວາມຍາວ 1.300 ກວ່າແມັດ, ມີມູນຄ່າໃນການກໍ່ສ້າງທັງໝົດ 3.900 ລ້ານບາດ (ສະກຸນເງິນໄທ) ແລະ ໃຊ້ເວລາ ການກໍ່ ສ້າງ 3 ປີ ໃຫ້ສຳເລັດ.
ຂົວມິດຕະພາບແຫ່ງນີ້, ຈະປະກອບສ່ວນເສີມສ້າງສາຍສໍາພັນລະຫວ່າງລາວ-ໄທໃຫ້ແໜ້ນແຟນຍິ່ງຂຶ້ນ ເຮັດໃຫ້ການໄປມາຫາສູ່ກັນ ມີຄວາມສະດວກປອດໄພ, ພ້ອມທັງສ້າງເງື່ອນໄຂເຮັດໃຫ້ການຄ້າ-ການລົງທຶນ ແລະ ການທ່ອງທ່ຽວ ນັບມື້ມີການຂະຫຍາຍຕົວດີຂຶ້ນ ທັງຊຸກຍູ້ເສດຖະກິດໃຫ້ສອງຝັ່ງແມ່ນ້ຳຂອງ ມີການພັດທະນາ ແລະ ຈະເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນສອງປະເທດ ກໍຄື ສອງແຂວງນັບມື້ດີຂຶ້ນ.
(ຫັດທະບູນ)