ເກິ່ນເທີ ແບ່ງປັນບົດຮຽນພັດທະນາກະສິກໍາກັບລາວ

21:42 | 23/06/2019

ຕອນບ່າຍວັນທີ 22 ມິຖຸນາ, ຢູ່ນະຄອນເກິ່ນເທີ, ທ່ານ ເຈິ່ນແທງເໝິນ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ເຮັດວຽກກັບຄະນະຜູ້ແທນຂັ້ນສູງຄະນະກໍາມະການສູນກາງແນວລາວສ້າງຊາດໂດຍທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກໍາມະການສູນກາງແນວລາວສ້າງຊາດນໍາໜ້າ, ມາຢ້ຽມຢາມ ແລະເຮັດວຽກຢູ່ນະຄອນເກິ່ນເທີ ເພື່ອແນໃສ່ຊອກຮູ້ບົກຮຽນໃນການພັດທະນາກະສິກໍາຂອງນະຄອນເກິ່ນເທີ.

ເກິ່ນເທີ ແບ່ງປັນບົດຮຽນພັດທະນາກະສິກໍາກັບລາວ

ທ່ານ ເຈິ່ນແທງເໝິນ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕ້ອນຮັບທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກໍາມະການສູນກາງແນວລາວສ້າງຊາດ. (ພາບ: ສໍານັກຂ່າວສານຫວຽດນາມ)

ທ່ານ ເຈິ່ນແທງເໝິນ ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໃຫ້ຮູ້ວ່າ, ປະຈຸບັນ, ຫວຽດນາມ ກໍາລັງໜູນຊ່ວຍລາວ ກໍ່ສ້າງຊັບພະຍາກອນມະນຸດ, ຖ່າຍທອດບັນດາຄວາມກ້າວໜ້າດ້ານວິທະຍາສາດເຕັກນິກໃນການປູກຝັງ, ການລ້ຽງສັດ. ຂະແໜງກະສິກໍາຫວຽດນາມ ເວົ້າລວມ, ແນວໂຮມປະເທດຊາດຫວຽດນາມ ແລະນະຄອນເກິ່ນເທີ ເວົ້າສະເພາະຍາມໃດກໍ່ພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນບົດຮຽນທີ່ລໍ້າຄ່າໃນການພັດທະນາກະສິກໍາໃຫ້ລາວ.

ເກິ່ນເທີ ແບ່ງປັນບົດຮຽນພັດທະນາກະສິກໍາກັບລາວ

ທ່ານ ໄຊສົມພອນ ພົມວິຫານ (ເບື້ອງຂວາ) ຊອກຮູ້ກ່ຽວກັບຮູບແບບທົ່ງນາໃຫຍ່ຢູ່ເມືອງເກີ່ດໍ້, ນະຄອນເກິ່ນເທີ. (ພາບ: ສໍານັກຂ່າວສານຫວຽດນາມ)

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ໄຊສົມພອນ ພົມວິຫານ ຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນພ້ອມກັບບັນດາຄໍາອວຍພອນອັນດີງາມຂອງທ່ານ ເຈິ່ນແທງເໝິນ ຕໍ່ກັບການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ ແລະສອງອົງການແນວຮົມປະເທດຊາດຫວຽດນາມ ແລະແນວລາວສ້າງຊາດ.

ທ່ານ ໄຊສົມພອນ ພົມວິຫານ ຫວັງວ່າໃນວິວັດການຮ່ວມມື, ຫວຽດນາມ ຈະຖ່າຍທອດບັນດາທັກສະ, ເຕັກນິກສູງໃຫ້ຝ່າຍລາວ. ລາວ ຈະປະກອບທີ່ດິນ ແລະຊອກຫາຕະຫຼາດຢູ່ຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: ກວຽດເຕິມ/ກປ.ອອນໄລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.