ທະຫານຊາຍແດນ ແຂວງເຫງະອານ ແລະ ທະຫານແຂວງຊຽງຂວາງ ຮ່ວມກັນກວດກາລາດຕະເວນ ຢູ່ຈອມສາຍພູຫຼວງ

10:05 | 20/06/2019

ຍສໝ - ໃນວັນທີ 18 -19 ມິຖຸນາ, ຢູ່ທີ່ ຄ້າຍທະຫານຊາຍແດນ ນາງອຍ, ທະຫານຊາຍແດນ ແຂວງເຫງະອານ ໄດ້ປະສານສົມທົບກັນ ກັບ ກອງຮ້ອຍ ທະຫານຊາຍແດນ 222, ກອງບັນຊາການທະຫານ ແຂວງຊຽງຂວາງ, ສປປ ລາວ ຈັດຕັ້ງການລາດຕະເວນສອງຝ່າຍ ກວດກາລະບົບເສັ້ນຊາຍແດນ ຫຼັກໝາຍຊາຍແດນ ແລະ ຮັບປະກັນຄວາມສະຫງົບລຽບຕາມແນວຊາຍແດນ ຫວຽດນາມ - ລາວ.

ເຂົ້າຮ່ວມໃນການກວດກາລາດຕະເວນຄັ້ງນີ້, ຝ່າຍ ກອງຮ້ອຍ ທະຫານຊາຍແດນ 222 ໂດຍ ພັນຕີ ວົງພັນ ສະມາຊິການເມືອງ ເປັນຫົວໜ້ານຳພາຄະນະ; ຝ່າຍກອງກໍາລັງທະຫານຊາຍແດນ ນາງອຍ ໂດຍ ຮ້ອຍເອກ ຫງວ໋ຽນ ບ໋າ ກີ້ ສະມາຊິການເມືອງ, ຮອງຫົວໜ້າຄ້າຍທະຫານຊາຍແດນ ນາງອຍ ເປັນຫົວໜ້ານຳພາຄະນະ.

ກອງກໍາລັງ ກວດກາລາດຕະເວນສອງຝ່າຍ ໄດ້ຈັດຕ້ັງປະຕິບັດການກວດກາລາດຕະເວນຢ່າງປິດລັບ ຕາມແນວຊາຍແດນ ຫວຽດນາມ - ລາວ ຈາກເຂດຫຼັກໝາຍຊາຍແດນ ເລກທີ 420 ໄປຈົນຮອດຫຼັກໝາຍຊາຍແດນ ເລກທີ 422, ມີຄວາມຍາວ 15 ແມັດ, ຕັ້ງຢູ່ ລະດັບຄວາມສູງ 2.720 ແມັດ ທຽບໃສ່ລະດັບໜ້ານ້ໍາທະເລ. ນີ້ແມ່ນ "ຫັຼງຄາ" ຂອງສາຍພູຫຼວງ (ທີ່ມີຄວາມສູງເປັນອັນດັບ 2 ຂອງປະເທດຫວຽດນາມ, ຫຼຸດຈອມພູ ຟານຊີປັງ ຂອງສາຍພູ ຮ່ວາງລຽນເຊີນ).

ທະຫານຊາຍແດນ ແຂວງເຫງະອານ ແລະ ທະຫານແຂວງຊຽງຂວາງ  ຮ່ວມກັນກວດກາລາດຕະເວນ ຢູ່ຈອມສາຍພູຫຼວງ

ການເຄື່ອນໄຫວກວດກາລາດຕະເວນສອງຝ່າຍນັບມື້ນັບໄດ້ຮັບການປັບປຸງ ເພີ່ມທະວີຄວາມສາມັກຄີ ມິດຕະພາບ ລະຫວ່າງ ປະເທດຫວຽດນາມ-ລາວ ເວົ້າລວມ, ລະຫວ່າງ ສອງໜ່ວຍງານເວົ້າສະເພາະ. (ພາບ: ເຟືອງລິງ)

ໜ່ວຍງານກວດກາລາດຕະເວນ ແກ້ໄຂຄວາມຫຍຸ້ງຍາກກ່ຽວກັບສະພາບອາກາດແຫ້ງແລ້ງ, ໜາວເຢັນ, ອາກາດຫນາວແລະ ພູມສັນຖານທຸລະກັນດານ ໃນການຈັດຕັ້ງປະຕິບັດວຽກງານການ ປ້ອງກັນເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນ, ພ້ອມກັນນັ້ນກໍ່ແລກປ່ຽນ ບັນດາເນື້ອໃນກ່ຽວກັບວຽກງານປົກປັກຮັກສາຊາຍແດນ... ທັງສອງຝ່າຍໄດ້ຈັດຕັ້ງ ປະຕິບັດຢ່າງເຄັ່ງຄັດຫຼັກການ, ແບບແຜນ, ລະບຽບການ ໃນການເຄື່ອນໄຫວດ້ານການຕ່າງປະເທດ.

ຜົນຂອງການກວດກາລາດຕະເວນ ສະແດງໃຫ້ເຫັນວ່າ: ສະພາບເສັ້ນຊາຍແດນ ບໍ່ໄດ້ມີການປ່ຽນແປງ, ຫຼັກຫມາຍຊາຍແດນ ຍັງຮັບປະກັນສະພາບເກົ່າ ແລະ ປອດໄພ.

ທະຫານຊາຍແດນ ແຂວງເຫງະອານ ແລະ ທະຫານແຂວງຊຽງຂວາງ  ຮ່ວມກັນກວດກາລາດຕະເວນ ຢູ່ຈອມສາຍພູຫຼວງ

ກໍາລັງກວດກາລາດຕະເວນ ສອງຝ່າຍ ຂອງ ຄ້າຍທະຫານຊາຍແດນ ນາງອຍ, ກອງບັນຊາການທະຫານຊາຍແດນແຂວງເຫງະອານ ກັບ ກອງຮ້ອຍທະຫານ ຊາຍແດນ 222 - ກອງບັນຊາການ ທະຫານ ແຂວງຊຽງຂວາງ, ລາວ ຢູ່ ຫຼັກໝາຍຊາຍແດນແຫ່ງຊາດ ເລກທີ 420 ຊາຍແດນຫວຽດນາມ - ລາວ.( ພາບ:ເຟືອງລິງ)

ພາຍຫຼັງ ສິ້ນສຸດການກວດກາລາດຕະເວນສອງຝ່າຍ, ທັງສອງຝ່າຍໄດ້ຈັດກອງປະຊຸມຖອດຖອນບົດຮຽນ, ລົງນາມໃນຂໍ້ຕົກລົງ ແລະ ເຫັນດີເປັນເອກະພາບໃນແຜນການ-ການກວດກາລາດຕະເວນ ຕໍ່ຫນ້າ.

ນີ້ແມ່ນກິດຈະກໍາທີ່ໄດ້ຮັບການປະສານສົມທົບກັບ ກຳລັງຂອງ ສປປ ລາວ ເພື່ອຊອກຫາ, ພົບເຫັນການ ລະເມີດລະບຽບການຊາຍແດນ, ແກ້ໄຂເຫດການທີ່ເກີດຂື້ນຢູ່ຕາມ ເສັ້ນຊາຍແດນ; ປະສານສົມທົບ ປົກປັກຮັກສາເສັ້ນຊາຍແດນລວມ, ຮັກສາຄວາມສະຫງົບ ແລະ ຫມັ້ນຄົງທາງດ້ານການເມືອງ, ່ຄວາມເປັນລະບຽບຮຽບຮ້ອຍ ທາງສັງຄົມ ໃນເຂດຊາຍແດນ; ຈາກນັ້ນປັບປຸງ ຄວາມສາມັກຄີພິເສດ, ມິດຕະພາບ ລະຫວ່າງ ຫວຽດນາມ-ລາວ ເວົ້າລວມ ແລະລະຫວ່າງ ສອງຫນ່ວຍງານເວົ້າສະເພາະ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.