ມະຫາວິທະຍາໄລ ແພດການຢາ ຖ໋າຍບິິ່ງ ມອບໃບປະກາດ ໃຫ້ນັກສຶກສາລາວ ແລະ ກໍາປູເຈຍ ຈຳນວນ 44 ຄົນ: ບັນດາທ່ານຫມໍ ຈາກນ້ຳໃຈມິດຕະພາບ

16:26 | 19/06/2019

ຍສໝ - ໃນຕອນເຊົ້າວັນທີ 18 ມິຖຸນາ, ຢູ່ທີ່ມະຫາວິທະຍາໄລ ແພດການຢາ ຖ໋າຍບິິ່ງ ໄດ້ຈັດພິທີມອບໃບປະກາດ ໃຫ້ແກ່ນັກສຶກສາລາວ 17 ຄົນ ແລະ ນັກສຶກສາກໍາປູເຈຍ 27 ຄົນ ທີ່ຮຽນຈົບ ຄະນະ ແພດສາດ ແລະ ແພດສາທາລະນະ.

ມະຫາວິທະຍາໄລ ແພດການຢາ ຖ໋າຍບິິ່ງ ມອບໃບປະກາດ ໃຫ້ນັກສຶກສາລາວ ແລະ ກໍາປູເຈຍ ຈຳນວນ 44 ຄົນ: ບັນດາທ່ານຫມໍ ຈາກນ້ຳໃຈມິດຕະພາບ

ລາຍການສິລະປະ ໂດຍນັກຮຽນຈາກປະເທດຫວຽດນາມ, ລາວ ແລະ ກໍາປູເຈຍ

ເຂົ້າຮ່ວມໃນພິທີມອບໃບປະກາດມີ: ຕາງຫນ້າເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ , ຕາງຫນ້າເອກອັກຄະລັດຖະທູດ ແຫ່ງ ລາຊະອານາຈັກ ກໍາປູເຈຍ ປະຈຳຫວຽດນາມ, ສະຫະພັນ ອົງການມິດຕະພາບແຂວງ ຖ໋າຍບິ່ງ,…

ກ່າວຄຳປາໄສໃນພິທີ, ຮອງ ສຈ.ປອ ທ່ານ ຫ່ວາງ ນັງ ຈ້ອງ - ຜູ້ອຳນວຍການໂຮງຮຽນມະຫາວິທະຍາໄລ ແພດການຢາ ຖ໋າຍບິິ່ງ ໄດ້ສະແດງຄວາມຂອບໃຈ ມາຍັງ ຕາງຫນ້າເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ , ຕາງຫນ້າເອກອັກຄະລັດຖະທູດ ແຫ່ງ ລາຊະອານາຈັກ ກໍາປູເຈຍ ປະຈຳຫວຽດນາມ, ສະຫະພັນອົງການມິດຕະພາບຂອງແຂວງ ຖ໋າຍບິ່ງ, ສະມາຄົມມິດຕະພາບຫວຽດນາມ - ລາວ ແລະ ສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ແລະ ບັນດາຜູ້ນໍາ ແລະ ປະຊາຊົນທ້ອງຖິ່ນ ທີ່ສະຫນັບສະຫນູນກ່ຽວກັບ ການຝຶກອົບຮົມຂອງໂຮງຮຽນ ໃຫ້ແກ່ນັກຮຽນ ລາວ ແລະ ກໍາປູເຈຍ.

ມະຫາວິທະຍາໄລ ແພດການຢາ ຖ໋າຍບິິ່ງ ມອບໃບປະກາດ ໃຫ້ນັກສຶກສາລາວ ແລະ ກໍາປູເຈຍ ຈຳນວນ 44 ຄົນ: ບັນດາທ່ານຫມໍ ຈາກນ້ຳໃຈມິດຕະພາບ

ທ່ານ ຫ່ວາງ ນັງ ຈ້ອງ - ຜູ້ອຳນວຍການໂຮງຮຽນກ່າວຄຳປາໄສ ໃນພິທີການ

ໂດຍສະເພາະ, ສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ຂອງແຂວງ ຖ໋າຍບິ່ງ ໄດ້ເປັນຜູ້ອຸປະຖຳ ທຶນການສຶກສາ ໃຫ້ນັກຮຽນກໍາປູເຈຍ ຈຳນວນ 20 ຄົນ. ສິ່ງດັ່ງກ່າວນີ້ ໄດ້ຊ່ວຍໃຫ້ນັກຮຽນບໍ່ພຽງແຕ່ໄດ້ຮັບການຝຶກອົບຮົມດ້ານວິຊາສະເພາະ, ແຕ່ຍັງໄດ້ຮັບນ້ຳໃຈ ແລະ ຄວາມຊົງຈຳອັນສວຍງາມ ຂອງຫວຽດນາມ, ປະກອບສ່ວນເຂົ້າໃນການເສີມສ້າງມິດຕະພາບ ຫວຽດນາມ - ກໍາປູເຈຍ, ຫວຽດນາມ - ລາວ ນັບມື້ນັບດີຂຶ້ນ.

ທ່ານ ຫ່ວາງ ນັງ ຈ້ອງ ຫວັງເປັນຢ່າງຍິ່ງວ່າ ບັນດານັກຮຽນທີ່ຮຽນຈົບ, ຈະກັບຄືນບ້ານ ຈະຈັດຕັ້ງປະຕິບັດໜ້າທີ່ວຽກງານ ທີ່ໄດ້ຮັບໝາກຜົນອັນດີງາມ, ສ່ວນປະກອບສໍາຄັນຕໍ່ການດູແລ ແລະ ປົກປ້ອງສຸຂະພາບຂອງປະຊາຊົນໃນສອງປະເທດ ລາວ ແລະ ກໍາປູເຈຍ ດີຂື້ນກວ່າເກົ່າ.

ມະຫາວິທະຍາໄລ ແພດການຢາ ຖ໋າຍບິິ່ງ ມອບໃບປະກາດ ໃຫ້ນັກສຶກສາລາວ ແລະ ກໍາປູເຈຍ ຈຳນວນ 44 ຄົນ: ບັນດາທ່ານຫມໍ ຈາກນ້ຳໃຈມິດຕະພາບ

ທ່ານ ຫ່ວາງ ນັງ ຈ້ອງ - ຜູ້ອຳນວຍການໂຮງຮຽນ ມອບ ໃບປະກາດ ສໍາລັບນັກສຶກສາລາວ ແລະ ກໍາປູເຈຍ

ຕາງຫນ້າເອກອັກຄະລັດຖະທູດ ແຫ່ງ ລາຊະອານາຈັກ ກໍາປູເຈຍ ປະຈຳຫວຽດນາມ, ທ່ານ Op Sophy ຕີລາຄາຢ່າງສູງ ຄວາມເອົາໃຈໃສ່, ສ້າງເງື່ອນໄຂສະດວກທີ່ດີທີ່ສຸດ ສໍາລັບນັກສຶກສາສາ. ພ້ອມກັນນັ້ນ, ທ່ານ Op Sophy ສະແດງຄວາມນັບຖືຢ່າງສູງນ້ຳໃຈ ຕໍ່ບັນດາຄູອາຈານ, ໝູ່ເພື່ອນຫວຽດນາມ ນັກສຶກສາຊາວກໍາປູເຈຍ ແລະ ນັກສຶກສາ ລາວ, ຮ່ວມກັນເພີ່ມພູນຄູນສ້າງຄວາມສໍາພັນມິດຕະພາບຫວຽດນາມ - ກໍາປູເຈຍ, ຫວຽດນາມ - ລາວ.

ມະຫາວິທະຍາໄລ ແພດການຢາ ຖ໋າຍບິິ່ງ ມອບໃບປະກາດ ໃຫ້ນັກສຶກສາລາວ ແລະ ກໍາປູເຈຍ ຈຳນວນ 44 ຄົນ: ບັນດາທ່ານຫມໍ ຈາກນ້ຳໃຈມິດຕະພາບ

ນັກສຶກສາ ລາວ Bounpheng Lattamsathid ສະແດງຄວາມຮູ້ບຸນຄຸນຕໍ່ ບັນດາຄູອາຈານຂອງມະຫາວິທະຍາໄລ ແພດ ແລະ ການຢາ ຖ໋າຍ ບິງ ໃນພິທີການ.

ຜູ້ຕາງຫນ້າຂອງນັກສຶກສາສອງປະເທດ ຄືນັກສຶກສາ ລາວ ແລະ ກໍາປູເຈຍ, ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄູອາຈານ, ພະນັກງານ ຂອງມະຫາວິທະຍາໄລ ແພດສາດການຢາ ຖ໋າຍບິ່ງມີຄວາມເອົາໃຈໃສ່ຢ່າງເລິກເຊິ່ງ, ຊ່ວຍເຫຼືອດ້ວຍຄວາມຈິງໃຈໃນຂະບວນການສິດສອນ ພ້ອມກັນນັ້ນກໍ່ຖືວ່າຫວຽດນາມເປັນບ້ານເກີດເມືອງນອນແຫ່ງທີ່ສອງຂອງຕົນ.

(ຄຳຮຸ່ງ)

302 Found

Found

The document has moved here.