ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 34 ທີ່ ບາງກອກ

14:47 | 24/06/2019

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 34 ທີ່ບາງກອກ ປະເທດໄທ ໃນລະຫວ່າງວັນທີ 22-23 ມິຖຸນາ ປີ 2019.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 34 ທີ່ ບາງກອກ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 34 ທີ່ ບາງກອກ

ກອງປະຊຸມສຸດຍອດອາຊຽນຄັ້ງທີ 34 ແບບຄົບຄະນະ ໄດ້ເລີ່ມຂຶ້ນໃນຕອນບ່າຍຂອງວັນທີ 22 ມິຖຸນານີ້ ຊິ່ງບັນດາຜູ້ນຳອາຊຽນໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນຄຳຄິດຄຳເຫັນເພື່ອສືບຕໍ່ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ, ເສດຖະກິດຂະຫຍາຍຕົວໄປຄຽງຄູ່ກັບການພັດທະນາ ແບບຍືນຍົງ ແລະ ບໍ່ປະປ່ອຍຜູ້ໃດໄວ້ທາງຫຼັງ ພາຍໃຕ້ຄຳຂວັນ; "ຮ່ວມແຮງຮ່ວມໃຈ ກ້າວໄກຍືນຍົງ". ໃນນີ້, ຜູ້ນຳອາຊຽນໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດອາຊຽນ ຮອດປີ 2025, ຊຶ່ງກວມເອົາສາມເສົາຄ້ຳຄື: ການເມືອງ- ຄວາມໝັ້ນຄົງ, ເສດຖະກິດ ແລະ ສັງຄົມ-ວັດທະນະທຳ. ປຶກສາຫາລືກັນກ່ຽວກັບທິດທາງໃນຕໍ່ໜ້າຂອງອາຊຽນ. ທ່ານ ທອງລຸນ ສີສຸລິດ ໄດ້ຕີລາຄາສູງກ່ຽວກັບຜົນສຳເລັດຂອງອາຊຽນໃນປີຜ່ານມາ ແລະ ສະເໜີໃຫ້ສືບຕໍ່ຜັນຂະຫຍາຍບັນດາບຸລິມະສິດໃນການສ້າງປະຊາຄົມອາຊຽນເຊັ່ນ: ການຮັດແຄບຄວາມແຕກໂຕນດ້ານການພັດທະນາ, ການເຊື່ອມຈອດອາຊຽນ, ການກະກຽມຄວາມພ້ອມຮອບດ້ານເພື່ອຮອງຮັບຍຸກເສດຖະກິດດີຈີຕອນ, ການປະຕິວັດອຸດສາຫະກຳ 4.0 ແລະ ການພັດທະນາເຄືອຂ່າຍຕົວເມືອງອັດສະລິຍະອາຊຽນ.

ກອງປະຊຸມໄດ້ຮັບຮອງເອົາ 4 ເອກະສານສຳຄັນຄື: 1. ຖະແຫຼງການວິໄສທັດຂອງຜູ້ນຳອາຊຽນ ວ່າດ້ວຍການເປັນຄູ່ຮ່ວມເພື່ອຄວາມຍືນຍົງ; 2. ຖະແຫຼງການບາງກອກ ວ່າດ້ວຍການສະກັດກັ້ນຂີ້ເຫຍື້ອທະເລໃນພາກພື້ນອາຊຽນ; 3. ຖະແຫຼງການຂອງຜູ້ນໍາອາຊຽນ ວ່າດ້ວຍປີແຫ່ງວັດທະນະທໍາອາຊຽນ ປີ 2019 ແລະ 4. ແນວຄວາມຄິດອິນໂດ-ປາຊີຟິກຂອງອາຊຽນ ຊຶ່ງທັງ 4 ເອກະສານນີ້ ຈະເປັນພື້ນຖານໃນການສືບຕໍ່ຮ່ວມມືກັນພາຍໃນອາຊຽນ ແລະ ລະຫວ່າງ ອາຊຽນກັບຄູ່ເຈລະຈາ ແລະ ຮ່ວມມືພາຍນອກ ເພື່ອເຮັດແນວໃດເຮັດໃຫ້ພາກພື້ນອາຊຽນ ກາຍເປັນພາກພື້ນແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ ແລະ ຮັບຊາບເອກະສານຕ່າງໆອີກ 13 ສະບັບ. ໃນວັນທີ 23 ມິຖຸນານີ້, ທ່ານ ທອງລຸນ ສີສຸລິດ, ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 34 ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 34 ແບບວົງແຄບ. ບັນດາຜູ້ນໍາອາຊຽນໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບການພົວພັນຮ່ວມມືອາຊຽນກັບພາຍນອກ, ບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ. ໃນນີ້, ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ຜົນສຳເລັດໃນການພົວພັນຮ່ວມມືກັບພາຍນອກໃນໄລຍະຜ່ານມາ ບົນພື້ນຖານຍົກສູງບົດບາດນຳພາ ແລະ ຄວາມເປັນແກນກາງຂອງອາຊຽນ ໂດຍຜ່ານບັນດາກົນໄກທີ່ອາຊຽນເປັນຜູ້ລິເລີ່ມ. ຕໍ່ບັນຫາພົ້ນເດັ່ນຢູ່ພາກພື້ນ ແລະ ສາກົນ, ບັນດາຜູ້ນຳອາຊຽນໄດ້ແລກປ່ຽນຄວາມຄິດເຫັນນຳກັນ ໂດຍສະເພາະສິ່ງທ້າທາຍຮູບແບບໃໝ່ຂ້າມຊາຍແດນເຊັ່ນ: ຄວາມໝັ້ນຄົງໄຊເບີ, ຂ່າວທີ່ບໍ່ມີມູນຄວາມຈິງ, ການກໍ່ການຮ້າຍ ແລະ ອາຊະຍາກຳຂ້າມຊາດ, ໄພພິບັດທຳມະຊາດ, ໂຣກລະບາດ, ມົນລະພິດສິ່ງແວດລ້ອມ ແລະ ບັນຫາອຶ່ນໆ.

ໃນຕອນຄາໍ່ຂອງວັນດຽວກັນ, ທ່ານ ທອງລຸນ ສີສຸລິດ ໄດ້ເປັນກຽດເຂົ້າຮ່ວມງານລ້ຽງຈັດໂດຍລັດຖະບານໄທ, ສະຖາບັນຍຸດທະສາດ ຄິງສະລີ ຂອງ ມາເລເຊຍ ແລະ ຫ້ອງການເສດຖະກິດ-ການຄ້າຮົງກົງ, ແລະ ຂຶ້ນຮັບລາງວັນກຽດຕິຄຸນ ຊຶ່ງເປັນລາງວັນສູງສົ່ງໜຶ່ງຂອງອາຊຽນ ໂດຍຍ້ອງຍໍສະເພາະລະດັບຜູ້ນຳອາຊຽນທີ່ມີຜົນງານດີເດັ່ນໃນການຊີ້ນຳ-ນຳພາ ການພັດທະນາເສດຖະກິດ- ສັງຄົມຂອງປະເທດຕົນ ແລະ ປະກອບສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນ. ຜ່ານມາ ບັນດາຜູ້ນຳອາຊຽນທີ່ໄດ້ຮັບລາງວັນກຽດຕິຄຸນນີ້ມີ ທ່ານ ລີກວນຢູ (ສິງກະໂປ), ທ່ານ ມາຫາເທຍ ບິນໂມຮາແມັດ (ມາເລເຊຍ), ທ່ານ ຊູຊິໂລ ບຳບັງ (ອິນໂດເນເຊຍ), ທ່ານ ນາງ ອອງຊານຊູຈີ (ມຽນມາ), ທ່ານ ສົມເດັດ ເຕໂຊ ຮຸນແຊນ (ກຳປູເຈຍ) ແລະ ທ່ານ ໂກຈົກຕົງ (ສິງກະໂປ). ສໍາລັບໃນປີນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ອານັນ ປັນຍາຣະຊຸນ (ອະດີດນາຍົກ ລັດຖະມົນຕີໄທ) ໄດ້ເປັນກຽດຮັບລາງວັນກຽດຕິຄຸນດັ່ງກ່າວ. ໃນໄລຍະກອງປະຊຸມສຸດຍອດຄັ້ງນີ້, ບັນດາຜູ້ນຳອາຊຽນ ຍັງໄດ້ພົບປ

ະກັບສະມັດຊາລັດຖະສະພາອາຊຽນ (AIPA), ສະພາທີ່ປຶກສາທຸລະກິດອາຊຽນ (ASEAN BAC) ແລະ ຊາວໜຸ່ມອາຊຽນ. ບັນດາຜູ້ນຳອາຊຽນ ໄດ້ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນເຂົ້າໃນການສ້າງປະຊາຄົມອາຊຽນຂອງ 3 ອົງການຈັດຕັ້ງດັ່ງກ່າວ ແລະ ໄດ້ສະເໜີໃຫ້ສືບຕໍ່. ກອງປະຊຸມສຸດຍອດອາຊຽນຄັ້ງທີຕໍ່ໄປ ຈະຈັດຂຶ້ນໃນລະຫວ່າງ ວັນທີ 31 ຕຸລາ ເຖິງ 4 ພະຈິກ 2019 ທີ່ ບາງກອກ ປະເທດໄທ.

(ແຫຼ່ງ​ຂໍ້​ມູນ​: pasaxon.org.la)

ເຫດການ
302 Found

Found

The document has moved here.