ທ່ານ ພັນເອກ ເລ ວັນ ທ້ວນ ຮອງຫົວຫນ້າກົມການເງິນກອງທັບ ປະຊາຊົນຫວຽດນາມ ຕ້ອນຮັບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.

16:31 | 20/06/2019

ຍສໝ - ໃນວັນທີ 19 ມິຖຸນາ 2019 ນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ກຳມະການຄະນະປະຈໍາພັກ ກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງ ສະຫາຍ ພັນເອກ ເລ ວັນ ທ້ວນ ຮອງຫົວຫນ້າກົມການເງິນກອງທັບປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະ.

ເນື່ອງໃນໂອກາດ ທີ່ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ລະຫວ່າງ ວັນທີ 18-21 ມິຖຸນາ 2019 ນີ້, ສະຫາຍ ພັນເອກ ເລ ວັນ ທ້ວນ ໄດ້ສະແດງຄວາມຂອບໃຈຕໍ່ ສະ ຫາຍ ພົນຕີ ອ່ອນສີ ແສນສຸກ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ລາຍງານແຜນການເຄື່ອນໄຫວເຮັດວຽກໂດຍຫຍໍ້ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການປະຕິບັດຕາມແຜນການ ຮ່ວມມືຂອງສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ໂດຍສະເພາະແມ່ນກົມການເງິນກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ກັບ ກົມການເງິນກອງທັບປະຊາຊົນຫວຽດນາມ.

ທ່ານ ພັນເອກ ເລ ວັນ ທ້ວນ ຮອງຫົວຫນ້າກົມການເງິນກອງທັບ ປະຊາຊົນຫວຽດນາມ ຕ້ອນຮັບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.

ທ່ານ ພັນເອກ ເລວັນທ້ວນ ແລະ ທ່ານ ພົນຕີ ອ່ອນສີ ແສນສຸກ ໃນການພົບປະເຈລະຈາ. (ພາບ: qdnd)

ທັງສອງຝ່າຍໄດ້ຕີລາຄາຄືນ ການຮ່ວມມືໃນຂົງເຂດວຽກງານການເງິນໃນໄລຍະ 2018 ຜ່ານມາ ແລະ ວາງທິດທາງແຜນການຮ່ວມມືໃນຕໍ່ໜ້າ, ພ້ອມທັງພົບປະແລກປ່ຽນບົດຮຽນຂົງເຂດ ວຽກງານວິຊາສະເພາະການເງິນ, ການເບີກຈ່າຍເງິນເດືອນ ຜ່ານບັດ ATM, ແລກປ່ຽນບົດຮຽນ, ປະສົບການໃນການເຮັດວຽກງານດ້ານການເງິນ ຂອງສອງກອງທັບປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ ຕາມແຜນການຮ່ວມມືປະຈໍາປີ 2019.

ນອກຈາກວຽກງານການ ເງິນ ແລ້ວ ທັງສອງຝ່າຍຈະສືບຕໍ່ພົວພັນຮ່ວມມືຂົງເຂດວຽກງານ ພັກ-ວຽກງານການເມືອງ, ວຽກ ງານປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ແລະ ວຽກງານ ອື່ນໆຕື່ມອີກ. ສະຫາຍ ພົນຕີ ອ່ອນສີ ແສນ ສຸກ ໄດ້ຍົກໃຫ້ເຫັນການຊ່ວຍເຫຼືອ ດ້ານຕ່າງໆຂອງກະຊວງປ້ອງ ກັນປະເທດຫວຽດນາມທີ່ມີຕໍ່ ກອງທັບປະຊາຊົນລາວ ຕະຫຼອດ ໄລຍະຜ່ານມາ ແລະ ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ການ ຊ່ວຍເຫຼືອດັ່ງກ່າວ, ໂດຍການມາ ເຄື່ອນໄຫວຂອງຄະນະດັ່ງກ່າວ ໃນຄັ້ງນີ້ຈະເປັນການເສີມສ້າງ ສາຍພົວພັນມິດຕະພາບ, ຄວາມ ສາມັກຄີແບບພິເສດ, ການຮ່ວມ ມືຮອບດ້ານລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໃຫ້ຫັນເຂົ້າສູູ່ລວງເລິກ ແລະ ມີ ໝາກຜົນຕົວຈິງ, ພ້ອມທັງໄດ້ ອວຍພອນໃຫ້ຄະນະດັ່ງກ່າວປະ ສົບຜົນສໍາເລັດສູງໃນໄລຍະການ ເຄື່ອນໄຫວເຮັດວຽກຢູ່ລາວ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.