ທ່ານ ຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງ ດິ່ງ ຢູ້ງ ຈະໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ

22:39 | 21/06/2019

ຍສໝ - ທ່ານ ຈິ້ງ ດິ່ງ ຢູ້ງ ຮອງນາຍົກລັດຖະມົນຕີຫວຽດນາມ ຈະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 24-25 ມິຖຸນາ 2019.

ທ່ານ ຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງ ດິ່ງ ຢູ້ງ  ຈະໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ

ທ່ານ ຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງ ດິ່ງ ຢູ້ງ.(ພາບ:baoquocte.vn)

ການຢ້ຽມຢາມ ສປປ ລາວ ຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງ ດິ່ງ ຢູ້ງ ໃນຄັ້ງນີ້ເພື່ອແນໃສ່ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ, ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຂົງເຂດຕ່າງໆກວ່າອີກ, ໃນນັ້ນມີເສດຖະກິດ, ການລົງທຶນ, ແລກປ່ຽນບາງບັນຫາຢູ່ພາກພື້ນ ແລະສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ໃນເວລາຢ້ຽມຢາມຢູ່ ສປປ ລາວ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງ ດິ່ງ ຢູ້ງ ຈະພົບປະເຈລະຈາກັບ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີລາວ, ເຂົ້າຢ້ຽມຂໍ່ານັບ ແລະ ພົບປະກັບການນໍາຂັ້ນສູງຂອງລາວ ແລະ ມີການເຄື່ອນໄຫວຈໍານວນໜຶ່ງອີກດ້ວຍ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.