ດ້ຽນບຽນ: ພິທີໄຫວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ຈຳນວນ 12 ອັດຖິ

10:11 | 20/06/2019

ຍສໝ - ໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2019, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງ ແທັງເນືອ, ເມືອງດ້ຽນບຽນ, ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ຈັດຕັ້ງພິທີມອບ-ຮັບ, ໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ 12 ອັດຖິ.

ດ້ຽນບຽນ: ພິທີໄຫວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ຈຳນວນ 12 ອັດຖິ

ພິທີໄວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດຢູ່ລາວ 12 ຊຸດ.(ພາບ:dangcongsan.vn)

ທີ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງ ແທັງເນືອ, ເມືອງດ້ຽນບຽນ, ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ຈັດຕັ້ງພິທີມອບ-ຮັບ, ໄຫວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ສປປ ລາວ 12 ອັດຖິ ຕາມພິທີກຳທາງທະຫານ.

ອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດ ຢູ່ ສປປ ລາວ 12 ອັດຖິ ໄດ້ຖືກຂຸດຄົ້ນ ແລະ ທ້ອນໂຮມກັບຄືນປະເທດໃນຄັ້ງນີ້ ລວມມີ ຂຸມຝັງສົບ 1 ຂຸມ ໂດຍປະຊາຊົນລາວ ໄດ້ຝັງ ຢູ່ ບ້ານນາແລ, ເມືອງງອຍ, ແຂວງຫຼວງພະບາງ. ສ່ວນອັດຖິອີກ 11 ອັດຖິ ທີ່ຍັງເຫຼືອໄດ້ຝັງຮ່ວມກັນສອງຂຸມນັ້ນແມ່ນໄດ້ຮັບການຢັ້ງຢືນວ່າເສຍສະຫຼະຊີວິດ ຢູ່ ພູສໍາພັນ ແລະ ປະຊາຊົນທ້ອງຖິ່ນ ໄດ້ຝັງຢູ່ບ້ານ ຫ້ວຍຊາລາດ, ເມືອງງາ, ແຂວງອຸດົມໄຊ ສປປ ລາວ.

ດ້ຽນບຽນ: ພິທີໄຫວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ຈຳນວນ 12 ອັດຖິ

ບັນດາອັດຖິທັງໝົດເຫຼົ່ານັ້ນແມ່ນໄດ້ຮັບການຊອກຫາ ຂຸດຄົ້ນ, ທ້ອນໂຮມ ແລະ ດໍາເນີນການມອບ - ຮັບ ໃຫ້ທ້ອງຖິ່ນນໍາກັບເມືອປົງຢູ່ບ້ານເກີດເມືອງນອນ ໂດຍກອງທ້ອນໂຮມອັດຖິທະຫານອາສາສະໝັກທະຫານເຂດ 2 .

(ໄຊພອນ)

ເຫດການ
302 Found

Found

The document has moved here.