ທະຫານເຂດ 4 ແລະບັນດາແຂວງພາກກາງລາວ ຈັດຕັ້ງກອງປະຊຸມຮ່ວມປະຈໍາປີ

06:02 | 21/06/2019

ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ແຂວງເງະອານ, ກອງບັນຊາການທະຫານເຂດ 4 ແລະກອງພົນ 4, ກອງພົນ 1, ກອງບັນຊາການທະຫານແຂວງວຽງຈັນ, ໄຊສົມບູນ ແລະກອງບັນຊາການທະຫານບັນດາແຂວງພາກກາງລາວ ທີ່ມີເສັ້ນຊາຍແດນຮ່ວມກັບທະຫານເຂດ 4 ຂອງຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຮ່ວມປີ 2019.

ກອງປະຊຸມໄດ້ຕີລາຄາໝາກຜົນຂອງການຮ່ວມມືໃນປີ 2018 ແລະ 6 ເດືອນຕົ້ນປີ 2019. ໃນນັ້ນພົ້ນເດັ່ນແມ່ນ: ທະຫານເຂດ 4 ໄດ້ສົມທົບກັບບັນດາກົມກອງ, ທ້ອງຖິ່ນບັນດາແຂວງວຽງຈັນ, ໄຊສົມບູນ, ຫົວພັນ, ຊຽງຂວາງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ (ປະເທດລາວ) ປະຕິບັດວຽກງານສ້າງພື້ນຖານດ້ານການເມືອງ, ການທະຫານ, ພະລາທິການ ແລະເຕັກນິກ, ສ້າງກຸ່ມບ້ານ ແລະບັນດາໂຄງການຢູ່ລາວ… ຢ່າງມີປະສິດທິຜົນ.

ທະຫານເຂດ 4 ແລະບັນດາແຂວງພາກກາງລາວ ຈັດຕັ້ງກອງປະຊຸມຮ່ວມປະຈໍາປີ

ບັນຍາກາດທີ່ກອງປະຊຸມ. (ພາບ: qdnd.vn)

ສອງຝ່າຍໄດ້ສົມທົບກັນປະຕິບັດວຽກງານໂຄສະນາເຜີຍແຜ່, ສຶກສາອົບຮົມໃຫ້ແກ່ພະນັກງານ, ນັກຮົບກໍາລັງປະກອບອາວຸດສອງປະເທດກ່ຽວກັບປະຫວັດສາດທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີມິດຕະພາບສະໜິດຕິດແໜ້ນລະຫວ່າງສອງປະເທດ… ເປັນຢ່າງດີ.

ທະຫານເຂດ 4 ແລະບັນດາແຂວງພາກກາງລາວ ຈັດຕັ້ງກອງປະຊຸມຮ່ວມປະຈໍາປີ

ຜູ້ຕາງໜ້າສອງຝ່າຍລົງນາມໃນບົດບັນທຶກການຮ່ວມມື. (ພາບ: qdnd.vn)

ໝາກຜົນຂອງການຮ່ວມມືລະຫວ່າງທະຫານເຂດ 4 ແລະບັນດາກົມກອງໃນກອງທັບລາວ ໄດ້ປະກອບສ່ວນຮັກສາສະພາບຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພທາງສັງຄົມຢູ່ເສັ້ນຊາຍແດນລະຫວ່າງທະຫານເຂດ 4 ແລະລາວ. ທີ່ກອງປະຊຸມດັ່ງກ່າວ, ສອງຝ່າຍໄດ້ລົງນາມໃນບົດບັນທຶກກອງປະຊຸມຮ່ວມປີ 2019, ເຊິ່ງເຫັນດີເປັນເອກະພາບຮ່ວມມື, ສົມທົບກັນຈັດຕັ້ງປະຕິບັດບັນດາເນື້ອໃນບົນພື້ນຖານບັນດາແຜນນະໂຍບາຍ, ແຜນການຮ່ວມມືເປັນຢ່າງດີ, ປະກອບສ່ວນຮັກສາສະພາບການ, ສ້າງເງື່ອນໄຂເພື່ອສ້າງສາ, ພັດທະນາເສດຖະກິດຢູ່ເຂດຊາຍແດນສອງປະເທດ ຫວຽດນາມ-ລາວ.

(ແຫຼ່ງ​ຂໍ້​ມູນ​: ຈາງຫງວຽນ/ກປ.ອອນໄລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.