ຫວຽດນາມ, ລາວ ແລະ ກໍາປູເຈຍ ຕົກລົງເຫັນດີກ່ຽວກັບແຜນການລາຍລະອຽດເພື່ອເຊື່ອມໂຍງ ພື້ນຖານເສດຖະກິດສາມປະເທດ

ຫວຽດນາມ, ລາວ ແລະ ກໍາປູເຈຍ ຕົກລົງເຫັນດີກ່ຽວກັບແຜນການລາຍລະອຽດເພື່ອເຊື່ອມໂຍງ ພື້ນຖານເສດຖະກິດສາມປະເທດ

ຍສໝ - ທ່ານນາຍົກລັດຖະມົນຕີ ຫງ໋ວຽນ ຊົນ ຟຸກ ໄດ້ມີການພົບປະນອກຮອບ ແລະ ເຮັດວຽກ ກັບ ທ່ານ ທອງລຸນ ສີສຸລິດ - ນາຍົກລັດຖະມົນຕີ ແຫ່ງ ສປປລາວ ແລະ ທ່ານ Samdech Techo Hun Sen - ນາຍົກລັດຖະມົນຕີ ລາຊະອານາຈັກກໍາປູເຈຍ ຢູ່ ນະຄອນຫຼວງ ບາງກອກ ປະເທດໄທ ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34.

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 34 ທີ່ ບາງກອກ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 34 ທີ່ ບາງກອກ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 34 ທີ່ບາງກອກ ປະເທດໄທ ໃນລະຫວ່າງວັນທີ 22-23 ມິຖຸນາ ປີ 2019.

ພິທີປິດຊຸດຝຶກອົບຮົມການປະດິດແຕ່ງ ແລະກຳກັບການຟ້ອນໃຫ້ບັນດານັກສິລະປິນລາວ

ພິທີປິດຊຸດຝຶກອົບຮົມການປະດິດແຕ່ງ ແລະກຳກັບການຟ້ອນໃຫ້ບັນດານັກສິລະປິນລາວ

ຊຸດຝຶກອົບຮົມແມ່ນການເຄື່ອນໄຫວໃນຂອບເຂດການຮ່ວມມືລະຫວ່າງຂະແໜງການວັດທະນະທໍາສອງປະເທດ, ຮັກສາ ແລະພັດທະນາຂະແໜງສິລະປະການສະແດງຂອງລາວ.

ຫວຽດນາມ ຍົກສູງຄຸນນະພາບການຮ່ວມມື, ລົງທຶນຢູ່ລາວ

ຫວຽດນາມ ຍົກສູງຄຸນນະພາບການຮ່ວມມື, ລົງທຶນຢູ່ລາວ

ໃນວັນທີ 22 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງແຜນການ ແລະການລົງທຶນຫວຽດນາມ ນຳໂດຍທ່ານ ຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໄດ້ພົບປະເຈລະຈາກັບຄະນະຜູ້ແທນກະຊວງແຜນການ ແລະການລົງທຶນລາວ ນຳໂດຍທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ.

ຫວຽດນາມ - ລາວ: ຍົກສູງຄຸນນະພາບການຮ່ວມມື ແລະ ລົງທຶນ

ຫວຽດນາມ - ລາວ: ຍົກສູງຄຸນນະພາບການຮ່ວມມື ແລະ ລົງທຶນ

ຍສໝ - ໃນວັນທີ 22 ມິຖຸນາ 2019, ຢູ່ນະຄອນຫຼວງວຽງຈັນ ສປປ ລາວ, ຄະນະຜູ້ແທນກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ນຳໂດຍທ່ານ ຫງວຽນ ຈີ໋ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສສ ຫວຽດນາມ ໄດ້ພົບປະເຈລະຈາກັບ ຄະນະຜູ້ແທນກະຊວງແຜນການ ແລະ ການລົງທຶນ ສປປ ລາວ ນຳໂດຍທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ ລາວ.

ເກິ່ນເທີ ແບ່ງປັນບົດຮຽນພັດທະນາກະສິກໍາກັບລາວ

ເກິ່ນເທີ ແບ່ງປັນບົດຮຽນພັດທະນາກະສິກໍາກັບລາວ

ຕອນບ່າຍວັນທີ 22 ມິຖຸນາ, ຢູ່ນະຄອນເກິ່ນເທີ, ທ່ານ ເຈິ່ນແທງເໝິນ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ເຮັດວຽກກັບຄະນະຜູ້ແທນຂັ້ນສູງຄະນະກໍາມະການສູນກາງແນວລາວສ້າງຊາດໂດຍທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກໍາມະການສູນກາງແນວລາວສ້າງຊາດນໍາໜ້າ, ມາຢ້ຽມຢາມ ແລະເຮັດວຽກຢູ່ນະຄອນເກິ່ນເທີ ເພື່ອແນໃສ່ຊອກຮູ້ບົກຮຽນໃນການພັດທະນາກະສິກໍາຂອງນະຄອນເກິ່ນເທີ.

ນາຍົກລັດຖະມົນຕີລາວ ຕ້ອນຮັບ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ

ນາຍົກລັດຖະມົນຕີລາວ ຕ້ອນຮັບ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ

ຍສໝ - ໃນຕອນບ່າຍຂອງວັນທີ 21 ມີຖຸນາ 2019, ທ່ານ ຫງວຽນ ຈີ໋ ຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ, ປະທານຄະນະກໍາມະການຮ່ວມມື ຫວຽດນາມ-ລາວ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ.

ເພີ່ມທະວີການຮ່ວມມືລະຫວ່າງຄະນະໂຄສະນາສຶກສາສູູນກາງພັກກອມມູນິດຫວຽດນາມ ແລະ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ

ເພີ່ມທະວີການຮ່ວມມືລະຫວ່າງຄະນະໂຄສະນາສຶກສາສູູນກາງພັກກອມມູນິດຫວຽດນາມ ແລະ ຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ

ຍສໝ - ໃນຕອນບ່າຍຂອງວັນທີ 20 ມິຖຸນາ 2019, ທ່ານ ຫງວຽນ ແທງ ລອງ, ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ນໍາໂດຍທ່ານ ສີປະເສີດ ແສນສະຫວັດ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງ ເນ່ືອງໃນໂອກາດຄະນະ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໃຫ້ຄຳໝັ້ນສັນຍາ ທີ່ຈະສະຫນັບສະຫນູນ ແລະ ຮ່ວມເດີນທາງກັບແຂວງຫົວພັນ (ສປປລາວ)

ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໃຫ້ຄຳໝັ້ນສັນຍາ ທີ່ຈະສະຫນັບສະຫນູນ ແລະ ຮ່ວມເດີນທາງກັບແຂວງຫົວພັນ (ສປປລາວ)

ຍສໝ - ໃນເວລາ 2 ມື້ 19-20 ມິຖຸນາ 2019, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ, ປະທານຄະນະກໍາມະການການຮ່ວມມືຫວຽດນາມ - ລາວ, ທ່ານ ຫ໋ງວຽນ ຈິ້ ຢູ໊ງ ໄດ້ມີການກວດສອບໂຄງການລົງທຶນໃນລາວ ແລະ ປຶກສາຫາລືກັບ ເຈົ້າຂອງແຂວງ ຫົວພັນ, ສປປລາວ, ທ່ານ ວັນໄຊ ແພງຊຸມມາ ກ່ຽວກັບການສົ່ງເສີມການຮ່ວມມື ຫວຽດນາມ - ຫົວພັນ.

ຫວຽດນາມ - ລາວ: ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດ

ຫວຽດນາມ - ລາວ: ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງກອງທັບ ແລະ ປະຊາຊົນສອງປະເທດ

ຍສໝ - ໃນຕອນເຊົ້າຂອງວັນທີ 20 ມິຖຸນາ 2019, ຄະນະປະຕິບັດງານກະຊວງປ້ອງກັນປະເທດລາວ ນໍາໂດຍ ທ່ານພັນເອກ ຄຳຍໍ ລິນຊົມພູ ຫົວໜ້າການທະຫານກອງພົນທີ 4 ໄດ້ມາຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານແຂວງເງ້ອານ ສສ ຫວຽດນາມ.

ທ່ານ ຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງ ດິ່ງ ຢູ້ງ  ຈະໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ

ທ່ານ ຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງ ດິ່ງ ຢູ້ງ ຈະໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ ລາວ

ຍສໝ - ທ່ານ ຈິ້ງ ດິ່ງ ຢູ້ງ ຮອງນາຍົກລັດຖະມົນຕີຫວຽດນາມ ຈະໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 24-25 ມິຖຸນາ 2019.

ທະຫານເຂດ 4 ແລະບັນດາແຂວງພາກກາງລາວ ຈັດຕັ້ງກອງປະຊຸມຮ່ວມປະຈໍາປີ

ທະຫານເຂດ 4 ແລະບັນດາແຂວງພາກກາງລາວ ຈັດຕັ້ງກອງປະຊຸມຮ່ວມປະຈໍາປີ

ຕອນເຊົ້າວັນທີ 19 ມິຖຸນາ, ຢູ່ແຂວງເງະອານ, ກອງບັນຊາການທະຫານເຂດ 4 ແລະກອງພົນ 4, ກອງພົນ 1, ກອງບັນຊາການທະຫານແຂວງວຽງຈັນ, ໄຊສົມບູນ ແລະກອງບັນຊາການທະຫານບັນດາແຂວງພາກກາງລາວ ທີ່ມີເສັ້ນຊາຍແດນຮ່ວມກັບທະຫານເຂດ 4 ຂອງຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຮ່ວມປີ 2019.

ທ່ານ ພັນເອກ ເລ ວັນ ທ້ວນ ຮອງຫົວຫນ້າກົມການເງິນກອງທັບ ປະຊາຊົນຫວຽດນາມ ຕ້ອນຮັບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.

ທ່ານ ພັນເອກ ເລ ວັນ ທ້ວນ ຮອງຫົວຫນ້າກົມການເງິນກອງທັບ ປະຊາຊົນຫວຽດນາມ ຕ້ອນຮັບ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ.

ຍສໝ - ໃນວັນທີ 19 ມິຖຸນາ 2019 ນີ້, ສະຫາຍ ພົນຕີ ອ່ອນສີ ແສນສຸກ ກຳມະການຄະນະປະຈໍາພັກ ກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງ ສະຫາຍ ພັນເອກ ເລ ວັນ ທ້ວນ ຮອງຫົວຫນ້າກົມການເງິນກອງທັບປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະ.

ເລີ່ມໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ບໍລິຄຳໄຊ-ບຶງການ

ເລີ່ມໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ບໍລິຄຳໄຊ-ບຶງການ

ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 ບຶງການ-ປາກຊັນ (Lao-Thai Friendship bridge) ໂຄງການເລີ່ມຕົ້ນປີ 2011 ໂດຍເຊື່ອມຕໍ່ທາງຫຼວງເລກທີ 13ໃຕ້ ທີ່ບ້ານກ້ວຍ ເມືອງປາກຊັນ ແຂວງບໍລິຄຳໄຊ ກັບ ທາງຫຼວງເລກທີ 212 ບ້ານ ດອນຍົມ ຕຳບົນ ໄຄສີ ອຳເພີ ບຶງການ ຈັງຫວັດບຶງການ ເຊີ່ງສອດຄ່ອງກັບແຜນພັດທະນາເສັ້ນທາງຫຼວງ ຂອງລາວທີ່ຈະກໍ່ສ້າງເສັ້ນທາງເວັ້ນ ເມືອງປາກຊັນດ້ານທິດຕາເວັນອອກ. ຂົວມີຄວາມຍາວ 1,35 km ວັດຖຸກໍ່ສ້າງແມ່ນໃຊ້ຄອນກຣີດອັດແຮງ ເລີ່ມກໍ່ສ້າງປີ2019

ລາວ-ອັງກິດ ຮ່ວມມືສົ່ງເສີມການສຶກສາ ສ້າງບຸຄະລາກອນ

ລາວ-ອັງກິດ ຮ່ວມມືສົ່ງເສີມການສຶກສາ ສ້າງບຸຄະລາກອນ

ພິ­ທີ​ເຊັນ​ບົດ​ບັນ­ທຶກ​ຄວາມ​ເຂົ້າ­ໃຈ ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ­ຫວ່າງ​ລັດ­ຖະ­ບານ​ລາວ ຕາງ­ໜ້າ​ໂດຍ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ກັບ​ລັດ­ຖະ­ບານ​ແຫ່ງ​ຣາ​ຊະ​ອາ­ນາ­ຈັກ​ອັງ­ກິດ ແລະ ອຽກ​ລັງ​ເໜືອ ຕາງ­ໜ້າ​ໂດຍ​ສະ­ຖານ­ທູດ​ອັງ­ກິດ​ປະ​ຈາ​ລາວ ຈັດ​ຂຶ້ນ​ວັນ​ທີ 18 ມິ­ຖຸ­ນາ 2019 ທີ່​ໂຮງ­ແຮມ​ຄຣາວ​ພລາ​ຊາ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ການ​ລົງ​ນາມ​ຂອງ​ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນ­ທະ​ບູນ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ແລະ ທ່ານ ຮູຈ໌ ອີ​ວານສ໌ ເອກ​ອັກ​ຄະ​ຣາ​ຊະ​ທູດ​ອັງ­ກິດ​ປະ­ຈຳ​ລາວ ມີ​ທ່ານ​ນາງ ບຸບ­ຜາ ເຄນ​ວົງ​ດາ­ລາ ຮອງ​ຫົວ­ໜ້າ​ຫ້ອງ­ການ​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ພ້ອມ​ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ມະຫາວິທະຍາໄລແຫ່ງຊາດ​ລາວ-ຫວຽດນາມ ຮ່ວມມືເປີດຫຼັກສູດປະລິນຍາ​ໂທ ສາຂາ ​ເສດຖະສາດ ​ແລະ ການລົງທຶນ ຮຸ່ນ​ທີ 1 ໃນສົກຮຽນ 2019-2020

ມະຫາວິທະຍາໄລແຫ່ງຊາດ​ລາວ-ຫວຽດນາມ ຮ່ວມມືເປີດຫຼັກສູດປະລິນຍາ​ໂທ ສາຂາ ​ເສດຖະສາດ ​ແລະ ການລົງທຶນ ຮຸ່ນ​ທີ 1 ໃນສົກຮຽນ 2019-2020

ເປີດຫຼັກສູດປະລິນຍາ​ໂທ ສາຂາ ​ເສດຖະສາດ ​ແລະ ການລົງທຶນ ຮຸ່ນ​ທີ 1 ໃນສົກຮຽນ 2019-2020 ແລ້ວ ຢູ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ.

ດ້ຽນບຽນ: ພິທີໄຫວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ຈຳນວນ 12 ອັດຖິ

ດ້ຽນບຽນ: ພິທີໄຫວ້ອາໄລ, ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ຈຳນວນ 12 ອັດຖິ

ຍສໝ - ໃນຕອນເຊົ້າຂອງວັນທີ 19 ມິຖຸນາ 2019, ຢູ່ສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດ ຕົງຄາວ, ຕາແສງ ແທັງເນືອ, ເມືອງດ້ຽນບຽນ, ຄະນະກໍາມະການປະຊາຊົນແຂວງດ້ຽນບຽນ ໄດ້ຈັດຕັ້ງພິທີມອບ-ຮັບ, ໄວ້ອາໄລ ແລະ ປົງອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ 12 ອັດຖິ.

ທະຫານຊາຍແດນ ແຂວງເຫງະອານ ແລະ ທະຫານແຂວງຊຽງຂວາງ  ຮ່ວມກັນກວດກາລາດຕະເວນ ຢູ່ຈອມສາຍພູຫຼວງ

ທະຫານຊາຍແດນ ແຂວງເຫງະອານ ແລະ ທະຫານແຂວງຊຽງຂວາງ ຮ່ວມກັນກວດກາລາດຕະເວນ ຢູ່ຈອມສາຍພູຫຼວງ

ຍສໝ - ໃນວັນທີ 18 -19 ມິຖຸນາ, ຢູ່ທີ່ ຄ້າຍທະຫານຊາຍແດນ ນາງອຍ, ທະຫານຊາຍແດນ ແຂວງເຫງະອານ ໄດ້ປະສານສົມທົບກັນ ກັບ ກອງຮ້ອຍ ທະຫານຊາຍແດນ 222, ກອງບັນຊາການທະຫານ ແຂວງຊຽງຂວາງ, ສປປ ລາວ ຈັດຕັ້ງການລາດຕະເວນສອງຝ່າຍ ກວດກາລະບົບເສັ້ນຊາຍແດນ ຫຼັກໝາຍຊາຍແດນ ແລະ ຮັບປະກັນຄວາມສະຫງົບລຽບຕາມແນວຊາຍແດນ ຫວຽດນາມ - ລາວ.

ນັກຮຽນລາວ ຍາດໄດ້ຫຼຽນລາງວັນວິທະຍາສາດທີ່ປະເທດໄທ

ນັກຮຽນລາວ ຍາດໄດ້ຫຼຽນລາງວັນວິທະຍາສາດທີ່ປະເທດໄທ

ຜ່ານ​ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ບັນ­ດາ​ກິດ­ຈະ­ກຳ​ຄັ້ງ​ນີ້ ນັກ­ຮຽນ​ຈາກ​ໂຮງ­ຮຽນ ມສ ວຽງ​ຈັນ ສາ­ມາດ​ຍາດ​ໄດ້​ຫຼຽນ​ເງິນ 1 ຫຼຽນ ຈາກ​ການ​ນຳ​ສະ­ເໜີ​ໂພ​ສ​ເຕີ ແລະ ໂຮງ­ຮຽນ​ກຽດ​ຕິ​ສັກ ຍາດ​ໄດ້​ຫຼຽນ​ທອງ 1 ຫຼຽນ ຈາກ​ການ​ເຮັດ​ທົດ​ລອງ​ໃນ​ຫ້ອງ​ປະ­ຕິ­ບັດ​ການ ຕາງ­ໜ້າ​ຈາກ​ໂຮງ­ຮຽນ ມສ ວຽງ​ຈັນ ແລະ ​ໂຮງຮຽນກຽດ​ຕິ​ສັກ ໄດ້​ຮັບ​ຫຼຽນ​ທອງ​ຄົນ​ລະ 1 ຫຼຽນ ຈາກ​ການ​ເຮັດ​ວຽກ​ເປັນ​ກຸ່ມ​ຮ່ວມ​ກັບ​ປະ­ເທດ​ອື່ນໆ ແລະ ຕາງ­ໜ້າ​ຈາກ​ໂຮງ­ຮຽນ​ກຽດ​ຕິ​ສັກ​ໄດ້​ຮັບ​ລາ­ງວັນ​ກຽດ­ຕິ­ຍົດ 1 ລາ­ງວັນ.

ມະຫາວິທະຍາໄລ ແພດການຢາ ຖ໋າຍບິິ່ງ ມອບໃບປະກາດ ໃຫ້ນັກສຶກສາລາວ ແລະ ກໍາປູເຈຍ ຈຳນວນ 44 ຄົນ: ບັນດາທ່ານຫມໍ ຈາກນ້ຳໃຈມິດຕະພາບ

ມະຫາວິທະຍາໄລ ແພດການຢາ ຖ໋າຍບິິ່ງ ມອບໃບປະກາດ ໃຫ້ນັກສຶກສາລາວ ແລະ ກໍາປູເຈຍ ຈຳນວນ 44 ຄົນ: ບັນດາທ່ານຫມໍ ຈາກນ້ຳໃຈມິດຕະພາບ

ຍສໝ - ໃນຕອນເຊົ້າວັນທີ 18 ມິຖຸນາ, ຢູ່ທີ່ມະຫາວິທະຍາໄລ ແພດການຢາ ຖ໋າຍບິິ່ງ ໄດ້ຈັດພິທີມອບໃບປະກາດ ໃຫ້ແກ່ນັກສຶກສາລາວ 17 ຄົນ ແລະ ນັກສຶກສາກໍາປູເຈຍ 27 ຄົນ ທີ່ຮຽນຈົບ ຄະນະ ແພດສາດ ແລະ ແພດສາທາລະນະ.