ວັນທີ 29 ສິງຫາ, ຄະນະກໍາມະການແຫ່ງລັດກ່ຽວກັບຊາວຫວຽດນາມ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດຫວຽດນາມ ໄດ້ເປັນປະທານຈັດຕັ້ງລາຍການໂອ້ລົມສົນທະນາ “ຊາວໜຸ່ມ, ນັກສຶກສາຫວຽດນາມ ຢູ່ຕ່າງປະເທດທີ່ຄ້າຍພັກແລ້ງຫວຽດນາມ” ຜ່ານລະບົບທາງໄກ.
ຍສໝ - ເຖິງວ່າຈະມີການຜັນແປທີ່ສັບສົນຂອງການແຜ່ລະບາດຂອງພະຍາດ COVID-19 ຢູ່ໃນຫຼາຍແຂວງ ແລະ ຕົວເມືອງ, ແຕ່ບັນດາໂຄງການລົງທຶນຂອງຕ່າງປະເທດ ທີ່ໄດ້ເບີກຈ່າຍເງິນພາຍໃນ 8 ເດືອນ ຍັງບັນລຸໄດ້ 11.58 ຕື້ໂດລາ, ເພີ່ມຂຶ້ນ 2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.
ຍສໝ - ຫວ່າງແລ້ວນີ້, ສະຖາບັນການຕ່າງປະເທດຫວຽດນາມ ສົມທົບກັບສະຖານທູດອັງກິດ ແລະ ກອງທຶນ Kondras Adenauer Stiftung (KAS) ເຢຍລະມັນ ຢູ່ຮ່າໂນ້ຍ ໄດ້ຈັດຕັ້ງການໂອ້ລົມສົນທະນາກ້ຽວກັບທະເລຄັ້ງທີ 7 (ອອນໄລ໌) ດ້ວຍຫົວຂໍ້ “ຕີລາຄາບັນຫາທະເລທີ່ພວມພົ້ນເດັ່ນຂຶ້ນ ຈາກມຸມມອງກົດໝາຍສາກົນ.”
ຍສໝ - ຫວ່າງແລ້ວນີ້, ຄະນະຊີ້ນຳການປ້ອງກັນ, ຄວບຄຸມໂລກລະບາດໂຄວິດ-19 ຢູ່ນະຄອນ ຖຸດຶກ (ເມືອງ ຖຸດຶກ, ນະຄອນໂຮ່ຈີມິນ) ໄດ້ຈັດຕັ້ງການມອບຂອງຂວັນໃຫ້ຄົນຕ່າງປະເທດທີ່ຖືກຜົນສະທ້ອນຈາກການແຜ່ລະບາດຂອງພະຍາດ COVID-19 ຢູ່ໃນບໍລິເວນ.
ຍສໝ - ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ເຊື່ອໝັ້ນວ່າ ການພົວພັນຕ່າງປະເທດປະຊາຊົນຈະມີການປ່ຽນແປງໃໝ່ຫຼາຍຢ່າງທີ່ມີຫົວຄິດປະດິດສ້າງ, ສົ່ງເສີມມູນເຊື້ອອັນດີງາມ ຂອງການພົວພັນທີ່ຊື່ສັດບໍລິສຸດລະຫວ່າງຫວຽດນາມ - ອິນເດຍ, ຮັດແໜ້ນຄວາມສາມັກຄີລະຫວ່າງປະຊາຊົນຂອງສອງປະເທດຕື່ມອີກ.
ຍສໝ - ວັນທີ 12 ສິງຫາ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມຢູ່ຕ່າງປະເທດ - ກະຊວງການຕ່າງປະເທດໄດ້ປະສານສົມທົບກັບຄະນະກຳ ມະການຊາວຫວຽດນາມຢູ່ຕ່າງປະເທດ ນະຄອນໂຮ່ຈີມິນ ເພື່ອຈັດຕັ້ງໂຄງການ: “ຊ່ຽວຊານຊາວຫວຽດນາມຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈກັບນະຄອນໂຮ່ຈີມິນ ເພື່ອຕ້ານການລະບາດຂອງພະຍາດ ໂຄວິດ -19”.
ຍສໝ - ເນື່ອງໃນໂອກາດທ່ານປະທານປະເທດຫງວຽນຊວນຟຸກ ມາຢ້ຽມຢາມລາວ ຢ່າງເປັ່ນທາງການ ແຕ່ວັນທີ 8 ຫາວັນທີ 10 ສິງຫາ, ບັນດາການນໍາຫຼາຍກະຊວງ, ຂະແໜງການຂອງສອງປະເທດຫວຽດນາມ - ລາວ ໄດ້ມີໂອກາດແລກປ່ຽນປະສົບການ ແລະ ເຮັດວຽກຢ່າງມີປະສິດທິຜົນ.
ຍສໝ - ຫວ່າງແລ້ວນີ້, ໂດຍເຂົ້າຮ່ວມ ແລະ ກ່າວປາໄສຢູ່ກອງປະຊຸມລັດຖະມົນຕີພົວພັນຄູ່ຮ່ວມມື ແມ່ນໍ້າຂອງ - ສະຫະລັດອາເມລິກາ ຄັ້ງທີສອງ (MUSP) ໃນຮູບແບບອອນໄລ, ທ່ານລັດຖະມົນຕີການຕ່າງປະເທດ ບູຍແທັງເຊີນ ໄດ້ສະເໜີໂຄງການການນໍາຂັ້ນສູງ ແມ່ນໍ້າຂອງ - ສະຫະລັດອາເມລິກາ ເພື່ອແນໃສ່ເພີ່ມທະວີການໂອ້ລົມສົນທະນາ, ປຶກສາຫາລືກ່ຽວກັບນະໂຍບາຍ ຮັບໃຊ້ໃຫ້ແກ່ການພັດທະນາແບບຍືນຍົງໃນພາກພື້ນແມ່ນໍ້າຂອງ.
ຍສໝ - ທີ່ການປະຊຸມຂ່າວປະຈຳ ຂອງກະຊວງການຕ່າງປະເທດ ໃນຕອນບ່າຍວັນທີ 5 ສິງຫາ, ໂຄສົກກະຊວງການຕ່າງປະເທດ ເລທິທູຮັ່ງ ໃຫ້ຮູ້ວ່າ: ໂດຍໄດ້ຮັບຄຳເຊີນຂອງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດສາທາລະນະລັດປະຊາທິປະໄຕປະຊາຊົນລາວ ທອງລຸນ ສີສຸລິດ, ປະທານປະເທດຫງວຽນຊວນຟຸກ ແລະ ພັນລະຍາ ຈະໄປຢ້ຽມຢາມສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຢ່າງເປັນທາງການແຕ່ວັນທີ 9 ຫາ 10 ສິງຫາ 2021.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ສະເໜີອິນເດຍຈົ່ງສືບຕໍ່ຊ່ວຍໜູນ, ສະໜອງວັກຊິນໃຫ້ແກ່ບັນດາປະເທດອາຊຽນ, ສົ່ງເສີມອິນເດຍຊ່ວຍໜູນບັນດາປະເທດອາຊຽນໝູນໃຊ້ຜົນງານທາງດ້ານເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ນະວັດຕະກຳໃຫ້ແກ່ຂະບວນວິວັດຟື້ນຟູ ແລະ ເຕີບໂຕ.
ສະພາບການເມືອງໝັ້ນຄົງ, ແຫຼ່ງເງິນລົງທຶນໂດຍກົງຈາກຕ່າງປະເທດ ທີ່ເຂັ້ມແຂງ, ເສດຖະກິດເຕີບໂຕໄວ, ມູນຄ່າສ່ວນເກີນການຄ້າເພີ່ມຂຶ້ນ ແລະການເກັບຮັກສາຄ່າເງິນຕາສູງແມ່ນບັນດາປັດໃຈຫຼັກແຫຼ່ງສໍາລັບສະຖຽນລະພາບດ້ານການເງິນຂອງຫວຽດນາມ.
ນັບແຕ່ເມື່ອພະຍາດໂຄວິດ-19 ແຜ່ລະບາດ ຄັ້ງທີ 4 ຢູ່ຫວຽດນາມ, ເຖິງວ່າການດໍາລົງຊີວິດຍັງປະສົບຄວາມຫຍຸ້ງຍາກກໍ່ຕາມ ແຕ່ພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ມີຫຼາຍຮູບການເພື່ອສະໜັບສະໜູນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ພາຍໃນປະເທດ.
ຍສໝ - ຫວ່າງແລ້ວນີ້, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂຕແອງຢູງ , ປະທານຄະນະກຳມະການວຽກງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໄດ້ມາຢ້ຽມຢາມ ແລະເຮັດວຽກກັບທ່ານນາງ ເອກອັກຄະລັດຖະທູດ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (ສະຫະພັນມິດຕະພາບ).
ຍສໝ - ມີຫຼາຍວິສາຫະກິດຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ຍາມໃດກໍ່ຮ່ວມເດີນທາງ, ໜູນຊ່ວຍ ແລະ ແບ່ງປັນພ້ອມກັບບັນດາວິສາຫະກິດພາຍໃນປະເທດ ຊອກຫາໂອກາດການລົງທຶນ ແລະ ຂະຫຍາຍການດຳເນີນທຸລະກິດໃນຕະຫຼາດສາກົນ.
ຍສໝ - ກະຊວງຕຳຫຼວດ ຈະຊີ້ນຳບັນດາກຳລັງເພື່ອສືບສວນ ແລະ ຈັດການຢ່າງເຂັ້ມງວດຕໍ່ບັນດາອົງການຈັດຕັ້ງ ແລະ ບຸກຄົນທີ່ເປັນນາຍໜ້າ ແລະ ເຊື່ອມຕໍ່ໃຫ້ກຳປັ່ນຫາປາ ແລະ ຊາວປະມົງຫວຽດນາມໃນການຂຸດຄົ້ນສິນທະເລ ໃນເຂດນ່ານນ້ຳທີ່ຜິດກົດໝາຍ...
ຍສໝ - ໂດຍປະຕິບັດແຜນນະໂຍບາຍ ແລະ ຍຸດທະສາດສັກຢາວັກຊີນກັນພະຍາດ COVID-19 ຂອງຫວຽດນາມ, ໃນວັນທີ 13 ກໍລະກົດ, ທີ່ໂຮງໝໍປອດສູນກາງ (ຮ່າໂນ້ຍ), ສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ສົມທົບກັບກະຊວງສາທາລະນະສຸກ ຈັດຕັ້ງການສັກຢາວັກຊີນໃຫ້ພະນັກງານຂອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ຢູ່ຫວຽດນາມ ຫຼາຍກວ່າ 1.000 ຄົນ. ອີງຕາມຂໍ້ມູນຂອງ VUFO ແລ້ວ, ການສັກຢາປ້ອງກັນຄັ້ງນີ້ ມີຄົນຕ່າງປະເທດຫຼາຍກວ່າ 100 ຄົນ.
ຍສໝ - ຫວຽດນາມ ແລະ ລັດເຊຍ ຈະຍູ້ແຮງການຮ່ວມມືຢ່າງມີປະສິດທິຜົນຜ່ານມາດຕະການຕ່າງໆ ເຊັ່ນ: ການແລກປ່ຽນຄະນະຜູ້ແທນ, ການຖ່າຍທອດເຕັກໂນໂລຢີ ແລະ ການຜະລິດວັກຊີນ, ການພັດທະນາໂຄງການເສດຖະກິດທີ່ສຳຄັນ, ໂດຍສະເພາະແມ່ນສຸມໃສ່ຂະແໜງການນ້ຳມັນອາຍແກັສ ແລະ ພະລັງງານ.
ຍສໝ - ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງໃນການຮັບໃຊ້ຕ້ອງໄດ້ກຳນົດ ແມ່ນແນວຄິດຈິນຕະນາການທີ່ລຸລ່ວງໃນການຜັນຂະຫຍາຍນະໂຍບາຍທາງການພົວພັນຕ່າງປະເທດ…
ຍສໝ - ເມື່ອບໍ່ດົນມານີ້, ໂດຍການປະສານສົມທົບ ແລະ ສະໜັບສະໜູນການຈັດຕັ້ງ ຂອງສະຖານທູດຫວຽດນາມ ປະຈຳສາທາລະນະລັດເຊັກ ແລະ ຄະນະນຳຂອງສູນການຄ້າ Sapa, ສະມາຄົມພັນລະຍາ, ສາມີຂອງຄະນະທູຕານຸທູດໃນສາທາລະນະລັດເຊັກ (DSA) ໄດ້ໄປຢ້ຽມຢາມ ແລະ ແລກປ່ຽນວັດທະນະທຳທີ່ສູນການຄ້າ Sapa ໃນ Prague, ສາທາລະນະລັດເຊັກ.
ວັນທີ 22 ມິຖຸນາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ໄດ້ຕ້ອນຮັບທ່ານ Dominic Raab ລັດຖະມົນຕີກະຊວງການຕ່າງປະເທດ ແລະພັດທະນາອັງກິດ ທີ່ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານນະໂຍບາຍລະດັບສູງ ASEM.