ບັນດາອົງການຜູ້ຕາງໜ້າຊາວຫວຽດນາມຢູ່ຕ່າງປະເທດ ວາງແຜນເປີດການທ່ອງທ່ຽວຄືນໃໝ່, ທົດລອງຕ້ອນຮັບແຂກສາກົນມາທ່ອງທ່ຽວຟູກວກ

07:38 | 13/10/2021

ຍສໝ - ຫວ່າງແລ້ວນີ້, ທ່ານ ດ່ວານວັນວຽດ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ທ່ານໂຕແອັງຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເປັນປະທານຮ່ວມກອງປະຊຸມອອນໄລ ກັບບັນດາອົງການຕາໜ້າການທູດຫວຽດນາມຢູ່ຕ່າງປະເທດ ກ່ຽວກັບການເພີ່ມທະວີການປະສານງານຊຸກຍູ້ການທ່ອງທ່ຽວຫວຽດນາມ ຢູ່ບັນດາຕະຫຼາດທີ່ສຳຄັນ...

ການທ່ອງທ່ຽວປະກອບສ່ວນນຳຮູບພາບທີ່ສວຍງາມຂອງມໍລະດົກຫວຽດນາມ ອອກສູ່ໂລກ ການທ່ອງທ່ຽວປະກອບສ່ວນນຳຮູບພາບທີ່ສວຍງາມຂອງມໍລະດົກຫວຽດນາມ ອອກສູ່ໂລກ
ພັດທະນາການທ່ອງທ່ຽວສົ່ງເສີມສຸຂະພາບຢູ່ຫວຽດນາມ ພັດທະນາການທ່ອງທ່ຽວສົ່ງເສີມສຸຂະພາບຢູ່ຫວຽດນາມ

ກອງປະຊຸມໄດ້ສຸມໃສ່ແລກປ່ຽນ ແລະ ແບ່ງປັນຂໍ້ມູນຂ່າວສານ ກ່ຽວກັບແຜນການທົດລອງເພື່ອຕ້ອນຮັບແຂກສາກົນມາຢ້ຽມຢາມຟູກວກ (ແຂວງກຽນຢາງ), ການສື່ສານ ແລະ ສົ່ງເສີມການທ່ອງທ່ຽວຂອງຫວຽດນາມ, ການເຊື່ອມຕໍ່ວິສາຫະກິດ ແລະ ກະກຽມເປີດຕະຫຼາດການທ່ອງທ່ຽວສາກົນຄືນໃໝ່.

ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກ່າວວ່າ ໄດ້ເຮັດວຽກຮ່ວມກັບທ້ອງຖິ່ນ ແລະ ວິສາຫະກິດການທ່ອງທ່ຽວ ເພື່ອກະກຽມເປີດການທ່ອງທ່ຽວພາຍໃນປະເທດ ຫຼັງຈາກສະຖານະການການລະບາດຂອງພະຍາດຖືກຄວບຄຸມ, ເຂົ້າສູ່ໄລຍະໃໝ່ຂອງການຢູ່ຮ່ວມກັນຢ່າງປອດໄພ ກັບພະຍາດໂຄວິດ -19.

ບັນດາອົງການຜູ້ຕາງໜ້າຊາວຫວຽດນາມຢູ່ຕ່າງປະເທດ ວາງແຜນເປີດການທ່ອງທ່ຽວຄືນໃໝ່, ທົດລອງຕ້ອນຮັບແຂກສາກົນມາທ່ອງທ່ຽວຟູກວກ
ບັນດາອົງການຜູ້ຕາງໜ້າຊາວຫວຽດນາມຢູ່ຕ່າງປະເທດ ວາງແຜນເປີດການທ່ອງທ່ຽວຄືນໃໝ່, ທົດລອງຕ້ອນຮັບແຂກສາກົນມາທ່ອງທ່ຽວຟູກວກ. (ພາບປະກອບ: hanoimoi)

ກະຊວງການຕ່າງປະເທດ ພ້ອມກັບສະຖານທູດຫວຽດນາມ ແລະ ບັນດາອົງການຕາງໜ້າຢູ່ຕ່າງປະເທດ ຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ຕັ້ງໜ້າສະໜັບສະໜູນກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວໃນການເປີດການທ່ອງທ່ຽວສາກົນຄືນໃໝ່. ໃນອະນາຄົດອັນໃກ້ນີ້ ແມ່ນການທົດລອງ ເພື່ອຕ້ອນຮັບແຂກທີ່ມາທ່ຽວ ຟູກວກ, ໂດຍສະເພາະ ໃນເລື່ອງຂອງຂໍ້ມູນ, ການແລກປ່ຽນປະສົບການ, ການເຊື່ອມຕໍ່...

ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕາງໜ້າອົງການການທູດຫວຽດນາມຢູ່ບັນດາປະເທດ ຄື: ຍີ່ປຸ່ນ, ສ.ເກົາຫຼີ, ໄທ, ອາເມລິກາ, ອັງກິດ, ເຢຍລະມັນ, ແອັດສະປາຍ, ລັດເຊຍ, ຈີນ, ມາເລເຊຍ… ໄດ້ແບ່ງປັນຫຼາຍຂໍ້ມູນຂ່າວສານທີ່ເປັນປະໂຫຍດ ກ່ຽວກັບຄວາມຕ້ອງການໃນການໄປທ່ອງທ່ຽວຂອງປະຊາຊົນບັນດາປະເທດ; ສະພາບການສັກຢາກັນພະຍາດ COVID-19 ພ້ອມທັງຄໍາແນະນໍາກ່ຽວກັບຜະລິດຕະພັນ ແລະ ກິດຈະກໍາທີ່ຈໍາເປັນເພື່ອຕ້ອນຮັບນັກທ່ອງທ່ຽວຕ່າງປະເທດມາຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.