ຊາວຫວຽດນາມ ຢູ່ ຕ່າງປະເທດ ສົ່ງຄວາມເຊື່ອໝັ້ນກັບມາປະເທດຊາດ

ບົດທີ 5: ຫ້າວຽກງານຈຸດສຸມກ່ຽວກັບຊາວຫວຽດນາມອາໄສຢູ່​ຕ່າງປະເທດ

07:00 | 30/10/2021

ຍສໝ - ຫັນທັດສະນະໃຫ້ເປັນປະກົດຜົນເປັນຈິງ ຢ່າງຕັ້ງໜ້າ: ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ ແມ່ນພາກສ່ວນໜຶ່ງ​ທີ່​ບໍ່ສາມາດຕັດແຍກອອກຈາກປະຊາຄົມຊົນຊາດຫວຽດນາມໄດ້, ໃນໄລຍະຈະມາເຖິງ, ລັດຖະບານ​ຈະສຸມໃສ່ປະຕິບັດ 5 ວິທີການແກ້ໄຂພື້ນຖານ ໃຫ້ເປັນຢ່າງດີ. ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມກວາງຮ້ຽວ - ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ ໄດ້ໃຫ້ການຕອບສຳພາດຕໍ່ວາລະສານຍຸກສະໄໝ ກ່ຽວກັບເນື້ອໃນນີ້.

ບົດທີ 4: ຄວາມປາດຖະໜາ ແລະ ແຜນການຈະເລີນຮຸ່ງເຮືອງ ບົດທີ 4: ຄວາມປາດຖະໜາ ແລະ ແຜນການຈະເລີນຮຸ່ງເຮືອງ
ບົດທີ 3: ເມື່ອປະເທດຊາດເອີ້ນຊື່ເຈົ້າ ບົດທີ 3: ເມື່ອປະເທດຊາດເອີ້ນຊື່ເຈົ້າ
ບົດທີ 2: ໃນອ້ອມແຂນຂອງແມ່ ບົດທີ 2: ໃນອ້ອມແຂນຂອງແມ່
ບົດທີ 1: ດີໃຈນຳບ້ານເກີດເມືອງນອນ ບົດທີ 1: ດີໃຈນຳບ້ານເກີດເມືອງນອນ
ບົດທີ 5: ຫ້າວຽກງານຈຸດສຸມກ່ຽວກັບຊາວຫວຽດນາມ ອາໄສຢູ່​ຕ່າງປະເທດ
ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມກວາງຮ້ຽວ - ປະທານຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ.

-ຮຽນທ່ານຮອງລັດຖະມົນຕີ, ທ່ານສາມາດມໃຫ້ຮູ້ຂໍ້ສະຫຼຸບສະບັບເລກທີ 12-KL/TW ລົງວັນທີ 12 ສິງຫາ 2021 ຂອງ ກົມການເມືອງ “ກ່ຽວກັບຊາວຫວຽດນາມອາໄສຢູ່​ຕ່າງປະເທດໃນສະພາບການໃໝ່” ໄດ້ສົ່ງສານຫຍັງເຖິງຊາວຫວຽດນາມເຮົາທີ່ອາໄສ​ຢູ່​ຕ່າງປະເທດ?

ວັນທີ 12 ສິງຫາ 2021, ກົມການເມືອງ​​ ໄດ້ປະກາດໃຊ້ຂໍ້ສະຫຼຸບສະບັບເລກທີ 12-KL/TW (ຕໍ່​ໄປນີ້ເອີ້ນຫຍໍ້ວ່າຂໍ້ສະຫຼຸບ 12) ກ່ຽວກັບວຽກງານຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດໃນສະພາບການໃໝ່. ອາດເວົ້າໄດ້ວ່ານີ້ແມ່ນໜຶ່ງໃນບັນດາຂີດໝາຍສຳຄັນສໍາລັບວຽກງານຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ; ບັນດາສານທີ່ຂໍ້ສະຫຼຸບ 12 ໄດ້ສົ່ງໄປນັ້ນກໍ່ໄດ້ຮັບການຕອບສະໜອງຢ່າງສຸດໃຈຈາກຊາວຫວຽດນາມເຮົາອາໄສ​ຢູ່​ຕ່າງປະເທດເປັນຈໍານວນຫຼວງຫຼາຍທັງຢຸ່ພາຍໃນ ແລະ ຕ່າງປະເທດ.

ທິໜຶ່ງ, ຂໍ້ສະຫຼຸບ 12 ໄດ້ສະແດງໃຫ້ເຫັນຄວາມເຄົາລົບ ​ແລະ ການຕີລາຄາສູງຂອງພັກ ​ແລະ ລັດ ​ຂອງ​ປະເທດພວກເຮົາຕໍ່​ການ​ປ່ຽນ​ແປງ​ຢ່າງ​ຕັ້ງໜ້າ ​ແລະ ບົດບາດ​ຂອງ​ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດໃນຂະບວນການການສ້າງສາ ​ແລະ ພັດທະນາ​ປະເທດຊາດ.

ປະຊາຄົມຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດນັບມື້ນັບມີການເພີ່ມຂຶ້ນໃນດ້ານຈໍານວນ, ເປິດກວ້າງກວ່າເກົ່າໃນດ້ານພື້ນທີ່. ມາຮອດ​ປະຈຸ​ບັນ, ປະຊາຄົມຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດມີ​ປະມານ 5,3 ລ້ານ​ຄົນ ທີ່ພວມດຳລົງຊີວິດ ​ແລະ ​ເຮັດວຽກ​ຢູ່ 130 ປະ​ເທດ ​ແລະ ​ເຂດແຄ້ວນ. ບົດບາດ, ທີ່ຕັ້ງ ແລະ ອິດທິພົນຂອງປະຊາຄົມຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດໃນສັງຄົມປະເທດປະຈໍາຖິ່ນນັບມື້ນັບໄດ້ຮັບການຍົກສຸງ. ໂດຍສ່ວນໃຫຍ່ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດມີຖານະທາງດ້ານກົດຫມາຍ, ຊີວິດການເປັນຢູ່ມີຄວາມສະຖຽນລະພາບ, ມີການເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກວ້າງຂວາງ ໃນສັງຄົມປະເທດປະຈໍາຖິ່ນ. ປັນຍາຊົນລຸ້ນໃໝ່ເຊື້ອສາຍຫວຽດນາມໜຸ່ມ ແລະ ​ມີ​ຄວາມສາມາດ ພວມໄດ້ຮັບການສ້າງຕັ້ງຂຶ້ນ ​ແລະ ພັດທະນາ, ສຸມໃສ່ເຂົ້າໃນຫຼາຍຂົງເຂດ​ປາຍແຫຼມຄື: ຄອມພິວເຕີ, ​ໂທລະຄົມ, ​ເອເລັກໂຕຼນິກ, ວັດຖຸອຸປະກອນໃໝ່, ຜະລິດເຄື່ອງຈັກ, ຊີວະສາດ...

ບັນດາສະມາຄົມ ຄະນະ ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດສືບຕໍ່ໄດ້ຮັບການປັບປຸງ ​ແລະ ພັດທະນາ, ປະກອບສ່ວນໃນການເພີ່ມທະວີຄວາມສາມັກຄີໃນຊຸມຊົນ, ຮັກສາ ​ແລະ ​ເຜີຍແຜ່ສີສັນວັດທະນະທຳ ແລະ ມຸນເຊື້ອຂອງຊາດ. ຮາກຖານການເຄື່ອນໄຫວທາງ​ດ້ານສາສະໜາ​ຫຼາຍແຫ່ງຂອງຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດໄດ້ຮັບການ​ສ້າງ​ຕັ້ງຂຶ້ນໃນຊຸມປີຜ່ານມາ ແລະ ໄດ້ຮັບການຮັກສາບັນດາການເຄື່ອນໄຫວທາງດ້ານວັດທະນະທໍາ, ຄວາມສັດທາເຫຼື້ອມໃສຢ່າງສະໝໍ່າສະເໝີ. ຂະບວນການ​ສອນ ​ແລະ ຮຽນ​ພາສາຫວຽດນາມຂອງຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດນັບມື້ນັບໄດ້ຮັບການພັດທະນາ, ອໍານາດການປົກຄອງບາງແຫ່ງ​ໄດ້ອະນຸຍາດ​ໃຫ້ມີ​ການ​ສອນ​ຄືການສອນພາສາຕ່າງປະເທດໃນຫຼາຍລະດັບການສຶກສາ.

ປະຊາຄົມ​ຊາວ​ຫວຽດນາມ​ນັບ​ມື້​ນັບມີການຕິດພັນກັບ​ບ້ານ​ເກີດ​ເມືອງ​ນອນ, ​ໄດ້​ ແລະ ພວມກາຍເປັນໜຶ່ງໃນບັນດາແຫຼ່ງກຳລັງສຳຄັນທີ່ປະກອບສ່ວນເຂົ້າ​ໃນ​ຂະ​ບວນການ​ສ້າງສາ, ປົກ​ປັກຮັກສາ, ພັດທະນາ, ​ການເຊື່ອມໂຍງເຂົ້າ​ກັບ​ສາກົນ​ຂອງ​ປະເທດ ​ແລະ ຮັກສາ, ປັບປຸງການພົວພັນມິດຕະພາບຮ່ວມມື​ລະຫວ່າງ ຫວຽດນາມ ​ແລະ ບັນດາ​ປະ​ເທດ. ນັບມື້ນັບມີຫຼາຍນັກວິ​ທະ​ຍາ​ສາດ, ນັກວິສາຫະກິດ, ນັກສິ​ລະ​ປິນທີ່ເປັນຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດກັບ​ຄືນ​ປະ​ເທດ​ເພື່ອ​ດຳ​ລົງ​ຊີ​ວິດ, ເຮັດ​ວຽກ, ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ, ເຄື່ອນໄຫວດ້ານວັດທະນະທຳ, ສິລະປະ, ​ຕັ້ງໜ້າໃນການເຂົ້າຮ່ວມການສະເໜີກ່ຽວກັບບັນດານະໂຍບາຍແນວທາງຂອງ​ລັດ.

​ສິ່ງເປັນໜ້າເອົາໃຈໃສ່, ໄລຍະມໍ່ໆ​ມານີ້ ໄດ້ປະກົດມີທ່າອ່ຽງຊາວ​ຫວຽດນາມໜຸ່ມທີ່ເປັນຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ, ​ນັບທັງບັນດາຊາວຫວຽດນາມ ​ທີ່​ໄດ້​ຕັ້ງຖິ່ນຖານ ​ແລະ ມີວຽກເຮັດ​ງານ​ທຳ​ທີ່​ໝັ້ນຄົງ​ຢູ່​ຕ່າງປະ​ເທດ ກໍ່ໄດ້​ກັບ​ຄືນ​ເມືອ​ປະ​ເທດ​ເພື່ອ​ສ້າງອາຊີບ; ສ້າງເຄືອ​ຂ່າຍ​ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດລຸ້ນໜຸ່ມ, ຊຸກຍູ້ຫຼາຍ​ແນວ​ຄວາມ​ຄິດ, ຂໍ້​ລິ​ເລີ່ມ​ເພື່ອປະ​ກອບ​ສ່ວນ​ໃຫ້​ປະ​ເທດຊາດ. ມີ​ວິ​ສາ​ຫະ​ກິດ​ຫວຽດນາມຫຼາຍ​ແຫ່ງ​ໄດ້​ເຊື່ອມຕໍ່, ຊຸກຍູ້​ການ​ຄ້າ, ນຳສິນ​ຄ້າ​ຫວຽດ​ນາມ​ອອກ​ສູ່​ຕະ​ຫລາດ​ສາ​ກົນ, ໂຄສະນາ​ວັດ​ທະ​ນະ​ທຳ ແລະ ພາບ​ພົດ​ຂອງ​ປະ​ເທດ​ຫວຽດນາມ ໄປຍັງເພື່ອນ​ມິດ​ໃນ​ທົ່ວ​ໂລກ.

ບົດທີ 5: ຫ້າວຽກງານຈຸດສຸມກ່ຽວກັບຊາວຫວຽດນາມ ອາໄສຢູ່​ຕ່າງປະເທດ bbb

ພິທີໄຂສົກຮຽນຫ້ອງຮຽນພາສາຫວຽດຂອງລູກຫຼານຊາວຫວຽດນາມອາໄສຢູ່ອູແກຣນ ທີ່ຫໍວັດທະນະທຳທີ່ບ້ານ Staritskogo (ອູແກຣນ).

ຄຽງ​ຂ້າງ​ບັນດາຄວາມສະດວກ, ປະຈຸ​ບັນ ປະຊາ​ຄົມ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຈໍານວນໜຶ່ງ. ຊີວິດ​ການ​ເປັນ​ຢູ່​ຂອງຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດໃນ​ບາງທ້ອງຖິ່ນ​ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຖານະດ້ານ​ກົດໝາຍ​ຍັງບໍ່ມີຄວາມ​ໝັ້ນຄົງ. ບັນດາສະມາຄົມ ຄະນະ​ ດັ້ງ​ເດີມປະສົບ​ກັບຄວາມ​ຫຍຸ້ງຍາກ​ໃນ​ການ​ຮັກສາ ​ແລະ ​ເປີດ​ກວ້າງ​ການ​ເຄື່ອນ​ໄຫວ, ກໍ່ສ້າງ ​ແລະ ພັດທະນາ​ລຸ້ນຄົນສືບທອດ. ການ​ຮັກສາ ​ແລະ ປົກປັກຮັກສາ​ບັນດາ​ຄຸນຄ່າ​ມູນເຊື້ອວັດທະນະທຳຊົນຊາດ, ​ໃນ​ນັ້ນ​ມີ​ພາສາ​ຫວຽດນາມກໍ່​ປະສົບ​ກັບ​ສິ່ງທ້າທາຍ​ຫຼາຍ​ຢ່າງ. ສິ່ງເຫຼົ່ານີ້ກໍ່ໄດ້ວາງອອກບັນດາຄວາມຮຽກຮ້ອງຕ້ອງການໃໝ່ໃນວຽກງານຫນູນຊ່ວຍປະຊາຄົມຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດໃນໄລຍະຕໍ່ໄປ.

ທີສອງ, ຂໍ້ສະຫລຸບ 12 ຢືນຢັນ​ທັດສະນະທີ່ເປັນເອກະພາບ​ຂອງ​ພັກ ​ແລະ ລັດ​ກ່ຽວ​ກັບ​ວຽກງານ​ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ, ຍາມ​ໃດ​ກໍ່​ຖື “ປະຊາຄົມຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດແມ່ນພາກສ່ວນໜຶ່ງ​ທີ່​ບໍ່ສາມາດຕັດແຍກອອກຈາກປະຊາຄົມຊົນຊາດຫວຽດນາມໄດ້”; ວຽກງານ​ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ “ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ທົ່ວ​ລະບົບ​ການ​ເມືອງ ​ແລະ ຂອງ​ທົ່ວ​ປວງ​ຊົນ”, “ໄດ້ສະແດງອອກ​​ມູນເຊື້ອແຫ່ງຄວາມມະຫາສາມັກຄີຊົນຊາດຢ່າງຄົບຖ້ວນ”.

ນີ້ແມ່ນທັດສະນະທີ່ລຸລ່ວງ ​ແລະ ມີລັກສະນະຫຼັກການເຊິ່ງໄດ້​ສະ​ແດງ​ອອກ​ໃນ​ມະຕິ 36-NQ/TW, ຄຳສັ່ງ 45-CT/TW ຂອງ​ກົມ​ການ​ເມືອງ ​ແລະ ບັນດາ​ເອກະສານ​ຊີ້​ນຳ​ອື່ນໆ. ມາຮອດປະຈຸບັນຄຸນຄ່າຍັງຄືເກົ່າ, ໃນ​ສະພາບ​ການ​ທີ່ມີການຜັນແປທີ່ສັບສົນ​ຢູ່​ໃນ​ໂລກ ​ແລະ ​ໃນ​ພາກ​ພື້ນ, ມີທັງກາລະໂອກາດ ​ແລະ ສິ່ງ​ທ້າ​ທາຍ, ວຽກ​ງານ​ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ ​ຕ້ອງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງຮອບດ້ານ ​ແລະ ​ເຂັ້ມ​ແຂງ​ກວ່າ​ອີກ​ເພື່ອ​ໃຫ້ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດສະໜິດຕິດພັນກັບບ້ານ​ເກີດ​ເມືອງ​ນອນ, ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ແຫຼ່ງຊັບພະຍາກອນ​ມະນຸດທີ່​ສໍາ​ຄັນ​ໃນ​ການ​​ສ້າງສາ ​ແລະ​ ​ພັດ​ທະ​ນາ​ປະ​ເທດຊາດ ຢ່າງແທ້ຈິງ.

ທີສາມ, ຂໍ້ສະຫລຸບ 12 ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈ​ຂອງ​ພັກ, ລັດ, ​​ທົ່ວ​ລະບົບ​ການ​ເມືອງ, ​ໃນ​ນັ້ນມີຊາວຫວຽດນາມ ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໃນ​ການ​ຍູ້ແຮງ, ຈັດຕັ້ງປະຕິບັດຢ່າງມີ​ປະສິດທິ​ຜົນ, ​ແທດ​ຈິງ​ກ່ວາ​ອີກກ່ຽວກັບວຽກງານຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ​​ໃນ​ສະພາບ​ການ​ໃໝ່. ຂໍ້ສະ​ຫຼຸບ 12 ໄດ້ຫັນເປັນລະອຽດ​ຈິດ​ໃຈ​ຊີ້​ນຳ “ການຈັດຕັ້ງປະຕິບັດຢ່າງຮອບດ້ານ ແລະ ​ເຂັ້ມ​ແຂງກວ່າເກົ່າກ່ຽວກັບວຽກ​ງານ​ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ” ທີ່​ໄດ້​ລະບຸ​ໃນ​ເອ​ກະ​ສານ​ຂອງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ.

ບົນ​ພື້ນຖານການ​ສະ​ຫຼຸບ​ປະສົບ​ການ​ໃນ​ການ​ປະຕິບັດ​ວຽກ​ງານ​ໃນ​ໄລຍະ​ຜ່ານ​ມາ, ຂໍ້ສະຫລຸບ 12 ​ໄດ້​ຍົກອອກ​ຫຼາຍ​ກຸ່ມ​ໜ້າທີ່ວຽກ​ງານ, ວິທີການແກ້​ໄຂ​ຮອບດ້ານ, ​ໃນ​ນັ້ນ​ມີ​ການ​ຍູ້​ແຮງວຽກ​ງານ​ມະຫາສາມັກຄີ​ຊົນ​ຊາດ, ເສີມຂະຫຍາຍແຫຼ່ງຊັບພະຍາກອນ​ມະນຸດຂອງຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ; ເອົາໃຈໃສ່, ໜູນຊ່ວຍພໍ່ແມ່ພີ່ນ້ອງໃຫ້ມີຄວາມໝັ້ນຄົງທາງດ້ານຖານະກົດໝາຍ, ການດຳລົງຊີວິດຢູ່ປະເທດປະຈໍາຖິ່ນມີຄວາມໝັ້ນຄົງ, ພ້ອມກັນນັ້ນກໍ່ຍົກສູງປະສິດທິຜົນໃນການອະນຸລັກຮັກສາເອກະລັກວັດທະນະທຳຂອງຊາດ, ພາສາຫວຽດນາມ; ຂໍ້​ມູນ​ຂ່າວ​ສານ, ການ​ໂຄ​ສະ​ນາ​ເຜີຍແຜ່ໄປ​ສູ່​ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ ​ແລະ​ ອົງການ​ຈັດ​ຕັ້ງກົງຈັກ, ​ກົນ​ໄກ​ການ​ປະ​ສານ​ງານ​ເຮັດ​ວຽກ​ກັບ​ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ​. ບັນດາ​ກຸ່ມ​ໜ້າທີ່ວຽກ​ງານ, ​ວິທີການແກ້​ໄຂ​ທີ່​ກ່າວ​ມາ​ຂ້າງ​ເທິງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດສິນ​ໃຈສ້າງເປັນບາດ​ກ້າວ​ໃຫຍ່ໃນ​ວຽກ​ງານ​ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ.

-ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ໄດ້​ວາງ​ອອກ​ທິດ​ທາງ, ໜ້າທີ່ ​ແລະ ວິ​ໄສ​ທັດ​ພັດທະນາ​ປະ​ເທດຊາດ​ຮອດ​ປີ 2045 ​ເພື່ອ​ຫັນເປັນຕົວຈິງຄາດຫວັງໃນການ​ສ້າງສາ​ປະ​ເທດ​ໃຫ້​ເຂັ້ມ​ແຂງ, ວັດທະນາຖາວອນ, ປະຊາຊົນມີ​ຄວາມ​ຜາ​ສຸກ. ທ່ານ​ຕີ​ລາຄາແນວໃດກ່ຽວກັບແຫຼ່ງຊັບພະຍາກອນ​ມະນຸດ, ຄວາມ​ໝາຍ ​ແລະ ແງ່ຫວັງ​ຂອງ​​ຊາວຫວຽດນາມເຮົາທີ່ອາໄສ​ຢູ່​ຕ່າງປະເທດ​ໃນ​ການ​ຮ່ວມ​ເດີນທາງ​ກັບ​ປະ​ເທດ​ໃນ​ການ​ສ້າງ​ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ຄວາມ​ຜາ​ສຸກ​ນັ້ນ​?

ໃນ​ປະຫວັດສາດ​ຂອງ​ຊົນຊາດ, ນ້ຳ​ໃຈ​ຮັກ​ຊາດ, ​ມະຫາ​ສາມັກຄີ​ທົ່ວປວງຊົນທັງຊາດຍາມ​ໃດ​ກໍ່​ແມ່ນ​ກຳລັງ​ແຮງ​ອັນ​ໃຫຍ່​ຫຼວງ​ເພື່ອ​ຊ່ວຍ​ໃຫ້ຫວຽດນາມຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍເພື່ອບືນຕົວ​ຂຶ້ນ​ສູ່ການມີທີ່ຕັ້ງ​ບົດບາດ, ພາລະກິດອັນໃຫຍ່ຫຼວງຄືໃນປະຈຸ​ບັນ. ຂໍ້​ສະຫຼຸບ 12 ໄດ້ຢືນຢັນ​ວ່າ: “ບໍ່​ວ່າ​ຈະ​ຢູ່​ໃສ, ຊາວຫວຽດນາມເຮົາທີ່ອາໄສ​ຢູ່​ຕ່າງປະເທດ​​ຍາມ​ໃດ​ກໍ່​ມຸ່ງ​ໄປ​ສູ່​ປະ​ເທດ​ຊາດ, ຕິດ​ພັນ​ກັບ​ເລືອດ​ເນື້ອ​​ກັບກົກເຄົ້າເຫງົ້າກໍຊົນ​ຊາດ​, ແມ່ນພາກສ່ວນໜຶ່ງ​ທີ່​ບໍ່ສາມາດຕັດແຍກອອກຈາກປະຊາຄົມຊົນຊາດຫວຽດນາມໄດ້; ແມ່ນ​ແຫຼ່ງກຳລັງ​ອັນ​ສຳຄັນ​ໃນການປະກອບສ່ວນ​ເຂົ້າ​ໃນ​ພາລະກິດ​ສ້າງສາ, ພັດທະນາ ​ແລະ ປ້ອງ​ກັນ​ປະ​ເທດຊາດ”.

ໃນໄລຍະ​ສົງຄາມ​ຕໍ່ຕ້ານ, ນັກ​ປັນຍາຊົນ​ທີ່ເປັນ​ຊາວ​ຫວຽດນາມອາໄສ​ຢູ່​ຕ່າງປະ​ເທດ​ຫຼາຍ​ຄົນ​ຄື: ​ເຈີ່ນ​ດ້າຍ​ເຫງັຍ, ຟ້າ​ມຮຸຍທົງ, ຫວໍ​ກີວ​ຮວນ, ​ເຈີ່ນຫືວເຕືອກ, ຫວໍ​ດິ່ງ​ກວີ່​ງ, ດັ້ງ​ວັນ​ຫງື... ໄດ້ອາສາສະໝັກກັບຄືນປະເທດເພື່ອປະກອບສ່ວນເຫື່ອແຮງ, ພູມປັນຍາໃນການຕໍ່ສູ້ເພື່ອເອກະລາດຂອງຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ. ບໍ່​ວ່າ​ຈະ​ຢູ່​ບ່ອນ​ໃດ ຈິດ​ໃຈ​ມຸ່ງ​ໄປ​ສູ່​ປະ​ເທດ​ຊາດຂອງ​ຊາວ​ຫວຽດນາມຍາມ​ໃດ​ກໍ່​ໄດ້​ຮັບ​ການ​ສືບທອດ ​ແລະ ​ເສີມຂະຫຍາຍມາ​ຮອດ​ປະຈຸ​ບັນ, ​ໄດ້​ສະແດງໃຫ້ເຫັນຢ່າງຈະແຈ້ງ​ໃນບັນດາ​ໄລຍະ​​ທີ່​ປະ​ເທດຊາດ​​ປະ​ສົບກັບຄວາມຫຍຸ້ງຍາກ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ເຊິ່ງໄດ້ສົ່ງ​ຜົນ​ກະທົບ​ຕໍ່​ສຸຂະພາບ, ຊີວິດອິນຊີ, ສະພາບການພັດທະນາ​ເສດຖະກິດ - ສັງຄົມ, ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ທົ່ວ​ໂລກ, ​ໃນ​ນັ້ນ​ມີ​ຫວຽດນາມ.

ບົດທີ 5: ຫ້າວຽກງານຈຸດສຸມກ່ຽວກັບຊາວຫວຽດນາມ ອາໄສຢູ່​ຕ່າງປະເທດ bbb

ໜຶ່ງໃນບັນດາຖ້ຽວບິນຂົນສົ່ງອຸປະ​ກອນ​ການ​ແພດ​ໂດຍ​ຊາວຫວຽດນາມອາໄສຢູ່ອາ​ເມ​ລິ​ກາ​​ໜູນຊ່ວຍບ້ານເກີດ​ເມືອງ​ນອນ ໃນການ​ຕ້ານ​ໂລກ​ລະ​ບາດ Covid-19 ໃນ​ປີ 2021.

ເຖິງວ່າພໍ່ແມ່ປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ຍາມໃດກໍ່ມີຄວາມຕັ້ງໜ້າໃນການບໍລິຈາກເງິນ, ໜູນຊ່ວຍດ້ານຈິດໃຈ ແລະ ວັດຖຸ ເພື່ອຮ່ວມແຮງຮ່ວມໃຈກັບປະຊາຊົນພາຍໃນປະເທດໃນການຕ້ານໂລກລະບາດ. ໄລ່​ຮອດ​ປະຈຸ​ບັນ, ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ​ໄດ້​ສົ່ງ​ເງິນ​ກວ່າ 60 ຕື້​ດົ່ງ ​ເພື່ອ​ໜູນ​ຊ່ວຍ​ປະ​ເທດພ້ອມ​ດ້ວຍ​ອຸປະກອນ​ການ​ແພດ​ຫຼາຍ​ຢ່າງ; ພ້ອມ​ກັນ​ນັ້ນກໍ່ມີນັກທຸລະກິດ ​ແລະ ປັນຍາ​ຊົນ​ຢູ່​ຕ່າງປະ​ເທດ​ຫຼາຍ​ທ່ານ​ໄດ້​ເຂົ້າ​ຮ່ວມ​ການສະ​ເໜີ​ບັນດາ​ຂໍ້​ລິ​ເລີ່​ມ, ວິທີການ​ແກ້​ໄຂ​ເພື່ອ​ຄວບ​ຄຸມ​ໂລກ​ລະບາດ ​ແລະ ພັດທະນາ​ເສດຖະກິດ, ສັງຄົມ​ໃນ​ສະພາບ​ການ​ໃໝ່, ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ເຊື່ອມ​ໂຍງ​ດ້ານ​ການ​ທູດ​​ວັກ​ຊິນ.

ໃນ​ວິວັດ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ວິ​ທະ​ຍາ​ສາດ-ເຕັກ​ໂນ​ໂລ​ຊີ ໄດ້​ຖື​ວ່າ​ແມ່ນ​ກຳ​ລັງ​ໜູນ​ທີ່​ສຳ​ຄັນ​ທີ່​ສຸດ; ການພັດທະນາແຫຼ່ງຊັບພະຍາກອນມະນຸດ, ໂດຍສະເພາະແມ່ນແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງແມ່ນໜຶ່ງໃນສາມບາດກ້າວບຸກທະລຸຂອງຍຸດທະສາດ. ໃນ​ຂະ​ນະ​ນັ້ນ, ມີ 80% ຂອງ​​ຊາວຫວຽດນາມເຮົາອາໄສ​ຢູ່​ຕ່າງປະເທດທີ່ພວມດໍາລົງຊີວິດຢູ່​ບັນດາ​ປະ​ເທດ​ທີ່​ພັດ​ທະ​ນາ. ມີປະມານ 500.000 ຄົນ ແມ່ນປັນຍາຊົນ, ຜູ້ຊ່ຽວຊານ, ຮຽນຈົບລະດັບມະຫາວິທະຍາໄລຂຶ້ນໄປ.

ໃນ​ຊຸມ​ປີຜ່ານມາ, ຈຳນວນ​ນັກ​ຊ່ຽວຊານ, ປັນຍາ​ຊົນ​ທີ່ເປັນ​​ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດໄດ້ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີຢູ່​ຫວຽດນາມຍັງ​ຄົງຮັກສາຢູ່​ລະດັບປະມານ 300 – 500 ເທື່ອຄົນ​ຕໍ່​ປີ ​ແລະ ສືບ​ຕໍ່​ມີ​ຫຼາຍ​ການ​ເຄື່ອນ​ໄຫວ​ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ໃຫ້​ແກ່​ພື້ນຖານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີກໍ່​ຄື​ການ​ພັດທະນາ​ຂອງ​ຫວຽດນາມ​ເວົ້າ​ລວມ, ​ໃນ​ນັ້ນ​ມີ​ບັນດາ​ບັນຫາ​ໃໝ່​ຄື ​ການ​ Startup ປະດິດຄິດສ້າງ, ການ​ປະຕິວັດ​ອຸດສາຫະກຳ 4.0...

ຜູ້ຊ່ຽວຊານທີ່ເປັນ​​ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດຫຼາຍຄົນພວມມີການຮ່ວມມືກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ. ປັນຍາຊົນທີ່ເປັນ​​ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດຫຼາຍຄົນໄດ້ຖ່າຍທອດເຕັກໂນໂລຊີໃໝ່, ແລກປ່ຽນປະສົບການ ແລະ ສະເໜີແນະນະໂຍບາຍໃນການປ້ອງກັນການລະບາດຂອງພະຍາດໂຄວິດ-19 ເຊັ່ນ: ທ່ານ ປອ. ​ໂຮ່ເຍີນ - ຊາວຫວຽດນາມອາໄສ​ຢູ່ອາ​ເມ​ລິ​ກາ​, ທ່ານ ​ເຈີ່ນ​ງອກ​ຟຸກ - ຊາວຫວຽດນາມອາໄສ​ຢູ່ຍີ່ປຸ່ນ, ທ່ານ ປອ. Peter ຫງວຽນ - ຊາວຫວຽດນາມອາໄສ​ຢູ່ອາ​ເມ​ລິ​ກາ, ທ່ານ ສຈ. ປອ ​ວິທະຍາສາດ ຫງວຽນກວກຊີ - ຊາວ ຫວຽດນາມອາໄສ​ຢູ່ລັດເຊຍ...

ຜູ້ຊ່ຽວຊານ, ທ່ານໝໍທີ່ເປັນ​​ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດຫຼາຍຄົນຢາກກັບຄືນປະເທດເພື່ອເຂົ້າຮ່ວມແນວໜ້າໃນການຕ້ານການລະບາດຂອງພະຍາດ ໂຄວິດ - 19 ຫຼື ລົງທະບຽນເຂົ້າຮ່ວມການໃຫ້ຄຳປຶກສາທາງໄກໃຫ້ແກ່ປະຊາຊົນພາຍໃນປະເທດໂດຍຜ່ານໂປແກມອອນໄລ ເຊັ່ນ "ຊ່ວຍຂ້ອຍ", ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດຫຼາຍຄົນເປັນສະມາຊິກຂອງສູນເຕັກໂນໂລຢີ ໃນການປ້ອງກັນ ແລະ ສະກັດກັ້ນ Covid-19.

ອີກສິ່ງໜຶ່ງທີ່ລ້ຳຄ່າແມ່ນກຳລັງຂອງນັກປັນຍາຊົນໜຸ່ມໃນກຸ່ມອາຍຸ 25-40 ປີ ເຊິ່ງເປັນຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດລຸ້ນທີ 2, 3 ຫຼື ນັກສຶກສາຕ່າງປະເທດ, ເຖິງວ່າເຂົາເຈົ້າຍັງຕ້ອງເປັນຫ່ວງໃນຊີວິດການເປັນຢູ່, ການພັດທະນາຕົນເອງແຕ່ກໍ່​ຍັງໃຫ້ຄວາມ​ສຸດອົກສຸດໃຈຕໍ່​ການ​ພັດທະນາ​ຂອງ​ປະ​ເທດຊາດ, ຊຸກຍູ້​ການ​ສ້າງ​ບັນດາເຄືອ​ຂ່າຍເຊື່ອມຕໍ່ຂອງ​ນັກ​ຊ່ຽວຊານ, ​ປັນຍາ​ຊົນ​ເປັນ​ຕົ້ນ​ແມ່ນ AVSE Global, ປະດິດຄິດສ້າງ Vietnam, VietChallenge, ການເດີນທາງVietnam, ສະຖາບັນບັນດິດໜຸ່ມຫວຽດນາມ... ນອກຈາກ​ນັ້ນ​, ຜູ້ອອກແຮງງານ​ຫວຽດນາມ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ, ​ເຂົ້າ​ເຖິງ​ຂັ້ນຕ້ອນການ​ເຮັດ​ວຽກ​ທີ່​ກ້າວໜ້າ, ​​ເຕັກ​ໂນ​ໂລ​ຢີ​ທີ່​ທັນ​ສະ​ໄໝ​ເມື່ອ​ກັບ​ເມືອ​ປະເທດກໍ່​ຈະ​ກາຍ​ເປັນແຫຼ່ງ​ຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບ.

ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ​ກໍ່ໄດ້​ປະ​ກອບ​ສ່ວນ​ແຫຼ່ງ​ກໍາລັງສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ. ຕາມ​ການສະຖິຕິ​ຂອງ​ກະຊວງ​ແຜນການ ​ແລະ ການ​ລົງທຶນ​ແລ້ວ, ໄລ່ຮອດ​ທ້າຍ​ເດືອນ ຕຸລາ 2020, ບັນດາ​ວິ​ສາ​ຫະກິດຂອງຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດໄດ້​ລົງທຶນ​ດ້ວຍ​ຮູບ​ແບບ​ການ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ໃນ 360 ​ໂຄງການ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ປະມານ 1,6 ຕື້ ໂດລາສະຫະລັດ, ຍັງບໍ່ໄລ່​ຈຳນວນ​ເງິນ​ລົງທຶນທີ່ບໍ່ໜ້ອຍ​ຂອງບັນດາ​ວິ​ສາ​ຫະກິດ​ຂອງຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ​ໃນ​ຮູບ​ແບບ​ການ​ລົງທຶນ​ພາຍ​ໃນ​ປະ​ເທດ (ນັບ​ແຕ່​ກົດໝາຍ​ລົງທຶນ​ປີ 2014 ໄດ້ປະກາດ​ໃຊ້).

ຄຽງຄ້າງ​ນັ້ນ, ຈຳນວນ​ເງິນ​ຝາກ​ປະຈຳ​ໄລຍະທີ່​ຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດ​ໄດ້ສົ່ງ​ກັບ​ປະເທດ​ກໍ່​ແມ່ນ​ແຫຼ່ງກໍາລັງອັນ​ໃຫຍ່​ຫຼວງ, ປະກອບສ່ວນ​ໃນການຮັກສາ​ຄວາມ​ດຸ່ນດ່ຽງ​ການ​ຊຳລະ​ເງິນ​ໃຫ້​ໝັ້ນຄົງ, ຊຸກຍູ້​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ປະ​ເທດຊາດ. ນັບແຕ່ປີ 1993 - 2020, ຈຳນວນ​ເງິນຂອງຊາວຫວຽດນາມອາໄສ​ຢູ່​ຕ່າງປະເທດສົ່ງກັບມາປະເທດຍາມໃດກໍ່ມີການເຕີບໂຕ, ໄດ້ບັນລຸ 175 ຕື້ ໂດລາສະຫະລັດ, ເກືອບເທົ່າກັບຈຳນວນທຶນ FDI ທີ່ໄດ້ປ່ອຍເງິນທັງໝົດ ແຕ່ປີ 1991 ມາຮອດປະຈຸບັນ. ນັກທຸລະກິດ​ຫວຽດນາມຢູ່​ຕ່າງປະ​ເທດ​ຫຼາຍ​ຄົນພ້ອມ​ກັບ​ບັນດາ​ລະບົບຮ້ານ​ຄ້າ, ຮ້ານ​ສັບພະສິນຄ້າ ​ແລະ ​ເຄືອ​ຂ່າຍ​ດຳ​ເນີນ​ທຸລະ​ກິດຂອງຕົນ ​ກໍ່ ພວມມີຄວາມ​ຕັ້ງໜ້າໃນການ​ປະກອບສ່ວນເຂົ້າໃນການ​ຊຸກຍູ້​ການ​ບໍລິ​ໂພ​ກ, ຈຳໜ່າຍ, ​ໂຄສະນາ​ບັນດາ​ຜະລິດ​ຕະພັນ​ຫວຽດນາມຢູ່​​ຕ່າງປະເທດ.

ດ້ວຍ 5,3 ລ້ານ​ຄົນ​ທີ່ພວມດຳລົງ​ຊີວິດ, ​ເຮັດ​ວຽກ, ​ຮ່ຳຮຽນ ​ຢູ່ 130 ປະ​ເທດ ​ແລະ ​ເຂດ​ແຄວ້ນ​ໃນ​ທົ່ວ​ໂລກ, ແລະຍັງສືບ​ຕໍ່​ມີການເປີດກວ້າງ ​ແລະ ການພັດທະນາ, ນັບມື້ນັບມີ​ທີ່ຕັ້ງ​ສູງ​ຂຶ້ນ, ຕັ້ງໜ້າ​ເຂົ້າ​ຮ່ວມ​ຊີວິດ​​ການ​ເມືອງ, ​ເສດຖະກິດ, ສັງຄົມ​ ຢູ່ ​ປະ​ເທດ​ປະຈໍາຖິ່ນ; ຊາວ​ຫວຽດ​ນາມເຮົາອາໄສ ຢູ່​ ຕ່າງ​ປະ​ເທດ​ກໍ່​ແມ່ນ “Soft power” ທີ່​ມີຄວາມສຳ​ຄັນ​ທີ່​ສຸດ. ຊາວ​ຫວຽດ​ນາມເຮົາອາໄສ​ຢູ່​ຕ່າງ​ປະ​ເທດກໍ່ເປັນບັນດາ​ນັກການທູດ​ປະຊາຊົນ, ​ໂຄສະນາ​ຮູບ​ພາບ, ມູນເຊື້ອ, ວັດທະນະທຳ, ພາສາ, ອາຫານການກິນ, ​ເປັນ​ຂົວ​ເຊື່ອມ​ຕໍ່​ມິດຕະພາບ​ລະຫວ່າງ​ປະຊາຊົນຫວຽດນາມ ​ແລະ ປະຊາຊົນ​ບັນດາ​ປະ​ເທດ​ໃນ​ໂລກ, ​ແມ່ນບ່ອນອີງອັນ​ສຳຄັນ​ໃຫ້​ແກ່​ບັນດາການ​ເຄື່ອນ​ໄຫວ​ຂອງອົງການຜູ້ຕາງໜ້າ​ຫວຽດນາມ ຢູ່ ​ຕ່າງປະ​ເທດກໍ່​ຄື​ບັນດາ​ອົງການ, ອົງການຈັດຕັ້ງ, ​ບຸກຄົນ​ຢູ່ພາຍໃນປະເທດ​.

ສະຫຼຸບລວມແລ້ວ, ​ໃນ​ສະພາບ​ການ​ການ​ເມືອງ, ຄວາມ​ໝັ້ນຄົງ, ​​ເສດຖະກິດ​ຂອງ​ໂລກພວມມີການ​ຜັນແປ​ທີ່​ສັບສົນ, ມີຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ; ດ້ວຍ​ນ້ຳ​ໃຈ​ຮັກ​ຊາດ, ຍາມ​ໃດ​ກໍ່​ມຸ່ງ​ໄປ​ສຸ່ບ້ານ​ເກີດ​ເມືອງ​ນອນ ແລະ ກຳລັງບົ່ມຊ້ອນ​ອັນ​ໃຫຍ່​ຫຼວງ​ໃນ​ດ້ານກຳລັງຄວາມຄິດ, ການ​ເງິນ, ຊາວ​ຫວຽດ​ນາມເຮົາທີ່ອາໄສຢູ່​ຕ່າງ​ປະ​ເທດຍາມໃດກໍ່ມີການຮ່ວມເດີນທາງ​ພ້ອມ​ກັບ​ປະ​ເທດ​ຊາດ, ເປັນ​ແຫຼ່ງ​ກຳ​ລັງ​ທີ່​ສຳ​ຄັນ​ເພື່ອ​ປະກອບສ່ວນໃນການຈັດຕັ້ງປະ​ຕິ​ບັດ​ເປົ້າ​ໝາຍ​​​ຮອດ​ປີ 2030 ປະເທດເຮົາກາຍເປັນປະເທດກໍາລັງພັດທະນາທີ່ມີພື້ນຖານອຸດສາຫະກຳທັນສະໄໝ, ລາຍຮັບປານກາງສູງ, ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ, ສືບຕໍ່ຍົກສູງຖານະບົດບາດ ແລະ ອິດທິພົນຊື່ສຽງສາກົນຂອງປະເທດຊາດ.

ບົດທີ 5: ຫ້າວຽກງານຈຸດສຸມກ່ຽວກັບຊາວຫວຽດນາມ ອາໄສຢູ່​ຕ່າງປະເທດ bbb

ຄະ​ນະ​ຊາວ​ຫວຽດ​ນາມອາໄສ​ຢູ່​ຕ່າງ​ປະ​ເທດ​ໄດ້​ໄປ​ຢ້ຽມ​ຢາມ​ທະຫານ ແລະ ປະ​ຊາ​ຊົນ​ເມືອງເກາະເຈື່ອງຊາ ປີ 2016.

-ເພື່ອ​ບັນລຸ​ໄດ້​ທັງລວງເລິກ​ ​ແລະ ມີ​ປະສິດທິ​ຜົນຕາມຄວາມຄາດຫວັງ, ​ໃນ​ໄລຍະ​ຈະ​ມາ​ເຖິງວຽກ​ງານຊາວ​ຫວຽດ​ນາມອາໄສ​ຢູ່​ຕ່າງ​ປະ​ເທດຈະ​ໄດ້ຈັດຕັ້ງປະຕິບັດຕາມ​ທິດ​ທາງ​ໃຫຍ່​ໃດ? ມີບັນດາຈຸດໃດແດ່ທີ່ພວກເຮົາຕ້ອງປ່ຽນແປງເພື່ອສ້າງການບຸກທະລຸທີ່ແທດຈິງເພື່ອບັນລຸເປົ້າໝາຍທີ່ໄດ້ວາງອອກ?

ໃນໄລຍະຈະມາເຖິງ, ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດ ກໍ່ຄື ຂອງຊາວ​ຫວຽດ​ນາມອາໄສ​ຢູ່​ຕ່າງ​ປະ​ເທດ, ວຽກງານສໍາລັບຊາວ​ຫວຽດ​ນາມອາໄສຢູ່​ຕ່າງ​ປະ​ເທດຕ້ອງປະຕິບັດຕາມບັນດາກຸ່ມໜ້າທີ່ວຽກງານ, ວິທີການແກ້ໄຂຈຸດສຸມທີ່ຂໍ້ສະຫຼຸບໄດ້ວາງອອກ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ລັດຖະບານ​ຈະ​ອອກ​ມະຕິ​ປະກາດ​ໃຊ້​ກ່ຽວກັບ ໂຄງການປະຕິບັດງານຂອງລັດຖະບານກ່ຽວ​ກັບວຽກງານ​ຊາວ​ຫວຽດ​ນາມອາໄສ​ຢູ່​ຕ່າງ​ປະ​ເທດ​ໄລຍະ 2021-2026 ​ເພື່ອຈັດຕັ້ງ​ປະຕິບັດ​ຂໍ້​ສະ​ຫຼຸບ 12, ​ໃນ​ນັ້ນ​ມີການມອບ​ໜ້າ​ທີ່ວຽກງານລະອຽດ​​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ​​ສຸມ​ໃສ່ໃນການຈັດຕັ້ງ​ປະ​ຕິ​ບັດ​ວິ​ທີ​ການແກ້​ໄຂຈໍານວນໜຶ່ງເຊິ່ງມີລັກສະນະບຸກທະລຸ​ ຄືດັ່ງຕໍ່​ໄປ​ນີ້​:

ທີໜຶ່ງ, ຕ້ອງ​ຕັ້ງໜ້າ​ຈັດຕັ້ງປະຕິບັດ​ບັນດາ​ມາດ​ຕະການເພື່ອ​ເພີ່ມ​ທະວີ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ໃນ​ນັ້ນ​ມີ​ການ​ເພີ່ມ​ທະວີ​ການ​ປຸກລະດົມ​ບັນດາ​ບຸກຄົນ​ເຊິ່ງເປັນຊາວ​ຫວຽດ​ນາມອາໄສຢູ່​ຕ່າງ​ປະ​ເທດທີ່ຍັງມີຄວາມຄິດຕາຍຕົວ, ຂາດ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ສະພາບ​ການ​ພາຍ​ໃນ​ປະ​ເທດ. ນີ້​ແມ່ນ​ວິທີການ​ແກ້​ໄຂ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ໄລຍະ​ຍາວ, ປະກອບສ່ວນໃນການປັບປຸງ​​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ປ່ຽນ​ໃໝ່​ຄວາມ​ຮັບ​ຮູ້​ຂອງ​ປະຊາ​ຄົມ, ຜ່ານ​ນັ້ນ​ກໍ່ລະດົມ​ແຫຼ່ງກຳລັງ​ເພື່ອ​ຮັບ​ໃຊ້​ສິດຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ, ຊົນຊາດ.

ທີສອງ, ຕ້ອງ​ເພີ່ມ​ທະວີບັນດາ​ວິທີການ​ແກ້​ໄຂເສີມຂະຫຍາຍ​​ແຫຼ່ງກຳລັງຂອງຊາວ​ຫວຽດ​ນາມອາໄສຢູ່​ຕ່າງ​ປະ​ເທດ​ປະກອບສ່ວນເຂົ້າໃນພາລະກິດແຫ່ງການ​ພັດທະນາ​ປະ​ເທດຊາດ, ຈຸດສຸມ​ແມ່ນການ​ຄົ້ນຄວ້າປັບປຸງບູລະນະບັນດາ​ກົນ​ໄກ, ນະ​ໂຍບາຍ​ທີ່​ເໝາະ​ສົມເພື່ອ​ດຶງ​ດູດ​ນັກ​ຊ່ຽວຊານ, ປັນຍາ​ຊົນ​ເຊິ່ງເປັນຊາວ​ຫວຽດ​ນາມອາໄສຢູ່​ຕ່າງ​ປະ​ເທດທີ່​ມີ​ຄວາມ​ຮູ້​ດ້ານ​ວິຊາ​ຊີບ​ສູງ; ຫັນບັນດາການ​ເຄື່ອນ​ໄຫວ​ຂອງສະມາຄົມ​ຄະນະຊາວ​ຫວຽດ​ນາມອາໄສ​ຢູ່​ຕ່າງ​ປະ​ເທດໃຫ້​ມີ​ຄວາມ​ຫຼາກ​ຫຼາຍ​​ເປັນຕົ້ນຄື: ການ​ສ້າງ​ຕັ້ງ​ບັນດາສະ​ໂມ​ສອນ​ຊາວ​ຫວຽດ​ນາມອາໄສ​ຢູ່​ຕ່າງ​ປະ​ເທດ, ສະມາຄົມ​ນັກທຸລະກິດ​ທີ່ເປັນຊາວ​ຫວຽດ​ນາມ ອາໄສ​ຢູ່​ຕ່າງ​ປະ​ເທດ, ສະມາຄົມ​ນັກ​ຊ່ຽວຊານ​ຕາມຂະແໜງການ, ຂົງເຂດ... ນີ້​ຈະ​ແມ່ນ​ກົນ​ໄກ, ​ຂອບ​ເຂດ​ທີ່ສ້າງສິ່ງອໍານວຍຄວາມ​ສະດວກ​ໃຫ້​ແກ່​ຊາວ​ຫວຽດ​ນາມອາໄສ​ຢູ່​ຕ່າງ​ປະ​ເທດປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ປະ​ເທດໃຫ້ຫຼາຍກວ່າອີກ.

ທີ​ສາມ, ຕ້ອງ​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ປະຊາ​ຄົມຊາວ​ຫວຽດ​ນາມອາໄສ​ຢູ່​ຕ່າງ​ປະ​ເທດໃນການຮັກສາ​ພາສາ​ຫວຽດນາມ, ເສີມຂະຫຍາຍ​ສີສັນ​ວັດທະນະທຳ ​ແລະ ມູນເຊື້ອ​ອັນ​ດີງາມ​ຂອງ​ຊົນຊາດ. ​ໃນ​ນັ້ນ, ການ​ເພີ່ມ​ທະວີ​ການ​ປ່ຽນແປງໃໝ່, ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ວິທີ​ສອນ ​ແລະ ຮຽນ​ພາສາ​ຫວຽດນາມກໍ່ມີ​ບົດບາດ​ສຳຄັນ, ຊ່ວຍ​ໃຫ້ພໍ່ແມ່​ປະຊາຊົນ​ສາມາດຮັບເອົາ, ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ວັດທະນະທຳ, ມູນເຊື້ອ​ຊົນຊາດ. ​ລະອຽດແມ່ນ​ຕ້ອງ​ເພີ່ມ​ທະວີ​ບັນດາການ​ເຄື່ອນ​ໄຫວ​ສິດສອນ​ພາສາ​ຫວຽດນາມ​ທາງ​ອອນ​ລາຍ, ຍົກ​ສູງກຳລັງ​ຄວາມ​ສາມາດ, ​ ຄຸນ​ນະພາ​ບຂອງ​ຖັນແຖວຄູອາຈານ, ຜູ້ອາສາ​ສະໝັກ​ທີ່ເປັນຊາວ​ຫວຽດ​ນາມອາໄສ​ຢູ່​ຕ່າງ​ປະ​ເທດ; ຄົ້ນຄວ້າ, ຮຽບຮຽງບັນດາຫຼັກສູດການຮຽນ ແລະ ການສອນພາສາຫວຽດນາມທີ່ເໝາະສົມກັບລັກສະນະສະເພາະຂອງປະເທດປະຈໍາຖິ່ນ ກໍ່ຄື ຈຸດພິເສດຂອງແຕ່ລະຊຸມຊົນ, ສາມາດຫັນເປັນດິຈິຕອນ, ສ້າງຄວາມສະດວກໃນການນຳໃຊ້ໃຫ້ແກ່ພໍ່ແມ່ປະຊາຊົນ. ການຄົ້ນຄວ້າ, ຄັດ​ເລືອກ​ວັນ​ເຊີດ​ຊູ​ພາສາ​ຫວຽດນາມ ​ພ້ອມກັບບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ໝາຍ​ທັງ​ຢູ່​ພາຍ​ໃນປະເທດ ​ແລະ ​ຢູ່ບັນດາປະເທດປະຈໍາຖິ່ນ​ທີ່​ມີ​ຊາວ​ຫວຽດນາມອາ​ໄສ​ຢູ່​​ເປັນ​ຈຳນວນ​ຫຼາຍກໍ່​ຈະ​ສ້າງ​ການ​ປ່ຽນແປງ​ຢ່າງ​ຕັ້ງໜ້າ​ເພື່ອ​ຊຸກຍູ້​ຂະບວນການ​ພາສາ​ຫວຽດນາມ ໃນ​ຊຸມ​ຊົນ.

ທີ​ສີ່, ການ​ໂຄສະນາ​ເຜີຍ​ແຜ່, ຂໍ້​ມູນ​ຂ່າວ​ສານ​ການຕ່າງປະເທດມຸ່ງ​ໄປ​ສູ່ປະຊາຄົມຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດຕ້ອງ​ເພີ່ມທະວີໃນການປ່ຽນໃໝ່​ດ້ານ​ເນື້ອ​ໃນ, ຈິນຕະນາການ ​ແລະ ວິທີ​ການ​ເພື່ອມີການຖະແຫຼງຂ່າວຢ່າງທັນເວລາກ່ຽວກັບ​ສະພາບການ​ຂອງ​ປະ​ເທດ ​ແລະ ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ລັດ​ຂອງ​ພວກ​ເຮົາ, ພ້ອມ​ກັນ​ນັ້ນ​ກໍ​່ຮັບ​ໃຊ້ຄວາມຕ້ອງການດ້ານ​ຂ່າວສານ​ວັດທະນະທຳ​ຂອງປະຊາຄົມ​. ຄຽງຄ້າງນັ້ນ, ກໍ່ຕ້ອງເສີມຂະຫຍາຍ​ບັນດາພາຫະນະ​ສື່​ມວນຊົນ​ທີ່​ຫຼາກ​ຫຼາຍ​ຂອງປະຊາຄົມ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສື່​ມວນ​ຊົນ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດເພື່ອ​ກຳໄດ້ແນວຄິດຈິດໃຈ, ຄວາມຮູ້ສຶກທາງໃຈ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດຢ່າງ​ທັນ​ການ​... ບັນດາ​ອົງການຂ່າວສານ, ​ສື່​ມວນ​ຊົນ​ພາຍໃນ​ປະ​ເທດ​ຕ້ອງ​ສືບ​ຕໍ່​ຮ່ວມເດີນທາງ, ​ສະ​ແດງ​ຄວາມ​ນັບຖື​ຕໍ່​ບັນດາ​ການ​ປະກອບສ່ວນ​ທີ່​ມີ​ຄວາມ​ໝາຍ​ຂອງ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດໃນ​ພາລະກິດແຫ່ງການ​ສ້າງສາ, ພັດທະນາ ​ແລະ ປ້ອງ​ກັນ​ປະ​ເທດຊາດ, ຊ່ວຍ​ໂຄສະນາ​ເຜີຍ​ແຜ່​ນ້ຳ​ໃຈ​ຮັກ​ຊາດ, ​ຄວາມແບ່ງປັນຂອງ​ປະຊາ​ຄົມຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ ​ທີ່ມີຕໍ່ກັບປະຊາຊົນພາຍໃນປະເທດ.

ທີ​ຫ້າ, ​ເພີ່ມ​ທະວີ​ກົນ​ໄກ​ປະສານ​ງານ​ລະຫວ່າງ​ບັນດາ​ອົງການ, ຂະແໜງການໃນ​ວຽກ​ງານ​​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ; ກໍ່ສ້າງ​ອົງການຈັດ​ຕັ້ງ​ຕາມ​ທິດ​ກະທັດຮັດ, ມີຜົນສັກສິດ, ມີປະສິດທິ​ຜົນ; ຖືເປັນສໍາຄັນວຽກງານກໍ່ສ້າງ, ບໍາລຸງສ້າງ ຖັນແຖວ​ພະນັກງານ​ທີ່​ເຮັດ​ວຽກ​ງານ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ບັນດາ​ພາກສ່ວນທີ່​ເຮັດ​ວຽກໂດຍ​ກົງຢູ່​ປະ​ເທດ​ປະຈໍາຖິ່ນ​ເພື່ອ​ຕອບ​ສະໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ອັນຊອບທໍາຂອງພໍ່ແມ່ປະຊາຊົນຢ່າງທັນການ, ແທດຈິງ, ມີປະສິດທິຜົນ.

-ຂໍຂອບໃຈທ່ານ!

ບົດທີ 5 - ຈົ່ງເອີ້ນຊື່ຂອງປະເທດໃຫ້ດັງກ້ອງກັງວານ ບົດທີ 5 - ຈົ່ງເອີ້ນຊື່ຂອງປະເທດໃຫ້ດັງກ້ອງກັງວານ
ບົດທີ 4 - ທ່ານ ດຣ.ຫວຸມິງເຄື່ຶອງ: ຕ້ອງການກະ​ບອກ​ສຽງປຸກ​ລ​ະ​ດົມຜູ້ເກັ່ງ​ກ້າ​ສາ​ມາດ ບົດທີ 4 - ທ່ານ ດຣ.ຫວຸມິງເຄື່ຶອງ: ຕ້ອງການກະ​ບອກ​ສຽງປຸກ​ລ​ະ​ດົມຜູ້ເກັ່ງ​ກ້າ​ສາ​ມາດ
ບົດທີ 3 - ເສດຖະກິດການຕະຫຼາດແມ່ນປັດໄຈຕັດສິນຊີ້ຂາດ ບົດທີ 3 - ເສດຖະກິດການຕະຫຼາດແມ່ນປັດໄຈຕັດສິນຊີ້ຂາດ
ບົດທີ 2 - ທ່ານ ປອ. ເລດຶກທີ້ງ: ບົດທີ 2 - ທ່ານ ປອ. ເລດຶກທີ້ງ: "ລັດຮ່ວມເດີນທາງກັບປະຊາຊົນ"
ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ ບົດທີໜຶ່ງ - ນັກຄົ້ນຄ້ວາ ຫງວຽນຮຸ່ງຫວີ: ຈຸດເວລາທີ່ສຸກງອມແຫ່ງປະຫວັດສາດ

ໄຊພອນ

ເຫດການ
302 Found

Found

The document has moved here.