ບັນດາຜູ້ຊ່ຽວຊານຝລັ່ງ ຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງຂອງບັນດາວິສາຫະກິດຕ່າງປະເທດ ຢູ່ ຫວຽດນາມ

08:10 | 11/11/2021

ຍສໝ - ເນື່ອງ​ໃນ​ໂອກາດ ​ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິງ ສິ້ນສຸດການຢ້ຽມຢາມ ຝຣັ່ງ ຢ່າງເປັນທາງການ, ສຳນັກຂ່າວສານ ຢູ່ ປາຣີ ​ໄດ້​ມີ​ການ​ພົບ​ປະ​ແລກປ່ຽນ​ກັບ ທ່ານ Jean – Noël Poirier, ຊ່ຽວຊານທີ່​ປຶກສາ​ການ​ລົງທຶນ​ຕ່າງປະ​ເທດ ປະຈຳຫວຽດນາມ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ກ່ຽວ​ກັບ​ການ​ຢ້ຽມຢາມ ​ແລະ ​ແງ່​ຫວັງ​ຂອງການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ຝລັ່ງ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຝລັ່ງ ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດນາມ ຝລັ່ງ ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ຫວຽດນາມ
ການສົນທະນາວິສາຫະກິດຢູ່ຝລັ່ງ ກ່ຽວກັບແງ່ຫວັງການຄ້າເສລີຫວຽດນາມ-ອີຢູ ການສົນທະນາວິສາຫະກິດຢູ່ຝລັ່ງ ກ່ຽວກັບແງ່ຫວັງການຄ້າເສລີຫວຽດນາມ-ອີຢູ

ທ່ານ Jean-Noël Poirier ຕີ​ລາຄາ​ການ​ຢ້ຽມຢາມ​ຝະລັ່ງ​ ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິງ ​ແມ່ນ​ເຫດການ​ທີ່​ມີ​ຄວາມ​ໝາຍ, ດຶງ​ດູດ​ຄວາມ​ສົນ​ໃຈ​ຫຼາຍ​ຢ່າງ​ຢູ່​ຝະລັ່ງ, ພິ​ເສດ​ແມ່ນ​ຄວາມ​ສົນ​ໃຈຂອງ​ນັກທຸລະກິດ. ການ​ຢ້ຽມ​ຢາມ​ ບັນ​ລຸໄດ້ບັນດາ​ເປົ້າ​ໝາຍ​ທີ່ວາງອອກ ແລະ ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ. ສອງຝ່າຍ​ສະ​ແດງ​ຄວາມ​ປາດ​ຖະໜາ ​ຢາກ​ຟື້ນ​ຟູ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ ກໍ່​ຄື​ ລະຫວ່າງ​ບັນດາວິ​ສາ​ຫະກິດ.

ບໍລິສັດຝຣັ່ງຫຼາຍແຫ່ງ ໄດ້ເລີ່ມພິຈາລະນາຄວາມເປັນໄປໄດ້ໃນການກັບຄືນໄປຕ່າງປະເທດ ແລະມຸ່ງໜ້າສູ່ອາຊີຕາເວັນອອກສຽງໃຕ້, ພິເສດແມ່ນຫວຽດນາມ. ຄຽງ​ຄູ່​ກັບ​ເອີ​ລົບ, ໃນ 2 ປີ​ທີ່​ຜ່ານ​ມາ, ຫວຽດ​ນາມ ໄດ້​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຢ່າງແທ້ຈິງ. ​ເມື່ອ​ໂຮງງານ​ຕ່າງໆ​ໃນ​ຫວຽດນາມ ​ປິດ​ລົງ​ຍ້ອນ​ພະຍາດ​ໂຄ​ວິດ-19 ​ໃນ​ລະດູ​ຮ້ອນ​ທີ່​ຜ່ານ​ມາ, ສື່​ມວນ​ຊົນ​ເອີ​ລົບ​ ເວົ້າ​ຫຼາຍ​ເລື່ອງ​ວ່າ ຍ້ອນ​ການ​ປິດ​ໂຮງງານ ໄດ້​ສ້າງ​ບັນຫາ​ຫຼາຍ​ຢ່າງ​ໃນ​ຕ່ອງ​ໂສ້​ການ​ສະໜອງ ​ແລະ ການ​ຜະລິດ. ນັບ​ແຕ່​ນັ້ນ​ມາ, ບັນດາ​ວິ​ສາ​ຫະກິດ​ຝລັ່ງ ​ໄດ້​ຮັບ​ຮູ້​ວ່າ ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ໃນ​ອະນາຄົດ ​ແລະ ສາມາດ​ນຳ​ມາ​ເຊິ່ງກາ​ລະ​ໂອກາດ​ຮ່ວມ​ມື​ຫຼາຍ​ຢ່າງ​ໃຫ້​ເຂົາ​ເຈົ້າ.

ບັນດາຜູ້ຊ່ຽວຊານຝລັ່ງ ຕີລາຄາຢ່າງຕັ້ງໜ້າກ່ຽວກັບແງ່ຫວັງຂອງບັນດາວິສາຫະກິດຕ່າງປະເທດ ຢູ່ ຫວຽດນາມ
ທ່ານ Jean-Noël Poirier ຕີ​ລາຄາ​ການ​ຢ້ຽມຢາມ​ຝະລັ່ງ​ ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິງ. (ພາບ: TTXVN)

ທ່ານ Jean-Noël Poirier ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ແມ່ນ​ປະ​ເທດ​ໝັ້ນຄົງ ​ແລະ ພັດທະນາ​ໃນ 30 ປີຜ່ານມາ ​ແລະ ຈະ​ສືບ​ຕໍ່​ພັດທະນາ​ໃນ​ຫຼາຍ​ປີ​ຕໍ່ໜ້າ. ນອກ​ນັ້ນ, ຊາວ​ຫວຽດ​ນາມ ກໍ​ມີ​ຄວາມ​ດຸ​ໝັ່ນ ແລະ ລະດັບການສຶກສານັບມື້ນັບກ້າວໜ້າ. ວິສາຫະກິດຝຣັ່ງ ສາມາດຊອກຫາວິສະວະກອນທີ່ເກັ່ງ, ຜູ້ອໍານວຍການທີ່ດີເລີດ ເພື່ອດໍາເນີນການບໍລິສັດຂະຫນາດໃຫຍ່. ສະພາບ​ການ​ຢູ່​ຫວຽດນາມ​ນັບ​ມື້​ນັບ​ດີ​ຂຶ້ນ, ດ້ານ​ການ​ເມືອງ ​ແລະ ສັງຄົມ​ມີ​ຄວາມສະຖຽນ​ລະ​ພາບ. ນີ້​ແມ່ນ​ເຫດຜົນ​ທີ່​ທ່ານ Jean-Noël Poirier ​ເຊື່ອ​ໝັ້ນ​ວ່າ ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ ​ຈະ​ບໍ່​ຕ້ອງ​ມີ​ຄວາມ​ສ່ຽງ​ຫຼາຍ ​ເມື່ອ​ລົງທຶນ​ເຂົ້າຫວຽດນາມ.

ຕາມ​ທ່ານ Jean-Noël Poirier ແລ້ວ, ສອງ​ຝ່າຍ​ຕ້ອງ​ພະຍາຍາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ​ໃຫ້​ດີກ​ວ່າ​ເກົ່າ ​ແລະ ການຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຝລັ່ງແກ້​ໄຂ​ບັນຫາ​ນີ້ ​ແມ່ນ​ວຽກ​ງານ​ຂອງ​ຕົນ ​ທີ່​ເປັນທີ່ປຶກສາດ້ານການລົງທຶນ ແລະ ມີຄວາມຮູ້ກ່ຽວກັບພື້ນທີ່ນີ້. ແທ້​ຈິງ​ແລ້ວ, ມີ​ວິ​ສາ​ຫະ​ກິດ​ຝ​ລັ່ງຫຼາຍແຫ່ງ ​ດຳ​ເນີນ​ຢ່າງ​ສຳ​ເລັດ​ຜົນ​ຢູ່​ຫວຽດ​ນາມ. ທ່ານ Jean-Noël Poirier ​ເຊື່ອ​ໝັ້ນ​ວ່າ ​ໃນ​ຕໍ່ໜ້າ ຈະ​ມີ​ນັກ​ລົງທຶນຫວຽດນາມ ​ໄປ ຝລັ່ງ ​ເພີ່ມ​ຂຶ້ນ ​ແລະ ປະຈຸ​ບັນ ມີ​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ພວມ​ມີ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ລົງທຶນ​ຢູ່ ຝລັ່ງ.

ທ່ານ Jean-Noël Poirier ​ໃຫ້​ຮູ້​ວ່າ: ພາກ​ພື້ນ​ອິນເດຍ - ​ປາ​ຊີ​ຟິກ ນັບ​ມື້​ນັບ​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ບັນດາ​ປະ​ເທດ​ມະຫາ​ອຳນາດ, ​ໃນ​ນັ້ນ​ມີ​ຝລັ່ງ, ​ເພາະວ່າ​ເຂດ​ນີ້ ​ແມ່ນ​ເຂດ​ຍຸດ​ທະ​ສາດ​ດ້ານ​ເສດຖະກິດສາກົນ. ນອກ​ນີ້, ເຂດນີ້​ຍັງ​ແມ່ນ​ບ່ອນ​ທີ່ດຳເນີນການເຄື່ອນໄຫວ​ການ​ຄ້າ​ທາງ​ທະ​ເລ​ທົ່ວ​ໂລກ​ເປັນ​ສ່ວນ​ໃຫຍ່, ສະ​ນັ້ນ, ຕ້ອງ​ຮັບປະກັນ​ຄວາມເສລີພາບ​ໃນ​ການ​ເດີນ​​ທະ​ເລ​ຢູ່​ທີ່​ນີ້. ທ່ານ Jean-Noël Poirier ​ໃຫ້​ຮູ້​ວ່າ: ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແມ່ນ​ເຂດ​ຜະລິດ​ອຸດສາຫະກຳ​ທີ່​ສຳຄັນ​ທີ່​ສຸດ. ນອກ​ຈາກ​ຫວຽດນາມ​ແລ້ວ, ຄູ່​ຮ່ວມ​ມື​ທີ່​ສຳຄັນ​ໃນ​ພາກ​ພື້ນ​ແລ້ວ, ກໍ່ຍັງມີປະ​ເທດ​ອື່ນໆ​ຄື: ອິນ​ໂດ​ເນ​ເຊຍ, ສິງກະ​ໂປ, ​ໄທ, ມາ​ເລ​ເຊຍ ​ກໍ່​ແມ່ນ​ປະ​ເທດ​ທີ່​ດຶງ​ດູດ​ການ​ລົງທຶນ​ໂດຍ​ກົງ​ ຈາກ​ຕ່າງປະ​ເທດ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ນັ້ນ​ແມ່ນ​ເຫດຜົນ​ທີ່​ຝຣັ່ງ​ ສົນ​ໃຈ​​ຕໍ່​ຂົງ​ເຂດ​ນີ້.

ທ່ານ Jean-Noël Poirier ​ໃຫ້​ຮູ້​ວ່າ: ຄຽງ​ຄູ່​ກັບ​ການ​ເພີ່ມ​ທະວີ​ການມີໜ້າ​ຂອງ​ຕົນ, ຝລັ່ງ ຍັງ​ຕ້ອງ​ສຸມ​ໃສ່​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ ​ ແລະ ປະກອບສ່ວນ​ຮັບປະກັນ​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ ​ແມ່ນ​ເປົ້າ​ໝາຍ​ຍຸດ​ທະ​ສາດ​ອິນ​ເດຍ - ປາ​ຊີ​ຟິກຂອງ​ຝລັ່ງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.