ພະຍານຫຼັກຖານຂອງການພົວພັນຕ່າງປະເທດຊາຍແດນຫວຽດນາມ-ລາວ

07:38 | 20/10/2021

ບົນເສັ້ນທາງແຫ່ງການສ້າງສາ ແລະພັດທະນາ, ກຳລັງປ້ອງກັນຊາຍແດນສອງປະເທດຫວຽດນາມ ແລະລາວ ໄດ້ດຳເນີນການແລກປ່ຽນ, ຮ່ວມມື, ຊ່ວຍເຫຼືອກັນປະຕິບັດສຳເລັດໜ້າທີ່ຢ່າງບໍ່ຢຸດຢັ້ງເພື່ອປະກອບສ່ວນກໍ່ສ້າງເຂດຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ: ກໍາລັງສາທາລະນະສຸກໄດ້ປະກອບສ່ວນອັນສໍາຄັນຫຼາຍໃນການປ້ອງກັນການລະບາດຂອງພະຍາດ COVID-19 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ: ກໍາລັງສາທາລະນະສຸກໄດ້ປະກອບສ່ວນອັນສໍາຄັນຫຼາຍໃນການປ້ອງກັນການລະບາດຂອງພະຍາດ COVID-19
ສະໂມສອນສິລະປະເດືອນຕຸລາ - ຂົວວັດທະນະທຳຫວຽດນາມ ຢູ່ເຢຍລະມັນ ສະໂມສອນສິລະປະເດືອນຕຸລາ - ຂົວວັດທະນະທຳຫວຽດນາມ ຢູ່ເຢຍລະມັນ
ພະຍານຫຼັກຖານຂອງການພົວພັນຕ່າງປະເທດຊາຍແດນຫວຽດນາມ-ລາວ
ສຳນັກງານເຮັດວຽກຂອງໂຮງຮຽນທະຫານຊາຍແດນ 712, ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ. ພາບ: bienphong.com.vn.

ໜຶ່ງໃນບັນດາພະຍານຫຼັກຖານສຳລັບການພົວພັນມິດຕະພາບອັນດີງາມນີ້ແມ່ນການກຳເນີດໂຮງຮຽນທະຫານຊາຍແດນ 712 ຂອງກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ.

ໂຮງຮຽນທະຫານຊາຍແດນ 712 ໄດ້ລົງມືກໍ່ສ້າງໃນວັນທີ 18 ຕຸລາ 2017 ຢູ່ເມືອງທ່າພະບາດ, ແຂວງບໍລິຄຳໄຊ, ລາວ ໃນເນື້ອທີ່ປະມານ 17 ແຮັກຕາ ໂດຍກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ອຸປະຖຳ. ເນື່ອງໃນໂອກາດພິທີມອບ-ຮັບ ໂຮງຮຽນທະຫານຊາຍແດນ 712 ໄລຍະ 2, ທ່ານພົນຕີ ຄຳສີ ວົງຄຳຊາວ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດລາວ ໄດ້ສະແດງຄວາມຂອບອົກຂອບໃຈ ແລະຕີລາຄາສູງຕໍ່ຄວາມເອົາໃຈໃສ່, ການຊ່ວຍເຫຼືອຂອງການນຳພັກ, ລັດແຫ່ງ ສສ ຫວຽດນາມ ຕໍ່ກັບໂຄງການນີ້ ແລະຖືວ່ານີ້ແມ່ນຊັບສົມບັດອັນລ້ຳຄ່າຂອງສອງຊາດລາວ-ຫວຽດນາມ.

ດ້ວຍການປະສານປະສົມກັນຢ່າງແໜ້ນແຟ້ນລະຫວ່າງບັນດາອົງການ, ກົມກອງ, ພິເສດແມ່ນທະຫານຊາຍແດນສັງກັດກະຊວງປ້ອງກັນປະເທດຂອງສອງປະເທດ, ສົກຮຽນ 2018-2019 ທາງໂຮງຮຽນທະຫານຊາຍແດນ 712 ໄດ້ເປີດຊຸດຮຽນທໍາອິດ. ໃນພາກຮຽນທີ 1 ຂອງສົກຮຽນ, ໂຮງຮຽນໄດ້ກໍ່ສ້າງ ແລະບໍາລຸງພະນັກງານສັງກັດທະຫານຊາຍແດນລາວ 120 ຄົນ. ຮອດສົກຮຽນ 2021-2022, ດ້ວຍການເປັນເສນາທິການ, ເປັນທີ່ປຶກສາ, ໄດ້ຮັບການຊ່ວຍເຫຼືອຈາກພະນັກງານ 4 ຄົນໃນຄະນະນັກຊ່ຽວຊານທະຫານຊາຍແດນຫວຽດນາມ, ທາງໂຮງຮຽນ ໄດ້ສຳເລັດຫຼັກສູດກໍ່ສ້າງໃຫ້ແກ່ທະຫານນາຍສິບ ຊຸດທີ 4 ຈຳນວນ 202 ຄົນ ແລະເປີດຊຸດບຳລຸງທີ 3 ໃຫ້ແກ່ນັກຮຽນຈຳນວນ 50 ຄົນ.

ເພື່ອປັບປຸງ ແລະເພີ່ມທະວີການພົວພັນຮ່ວມມືລະຫວ່າງກຳລັງທະຫານຊາຍແດນສອງປະເທດ, ໂດຍສະເພາະແມ່ນໃນວຽກງານສຶກສາ, ກໍ່ສ້າງພະນັກງານ, ນັກຮຽນທະຫານຊາຍແດນ, ວັນທີ 26 ພະຈິກ 2019, ຢູ່ແຂວງບັ໊ກຢາງ, ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1, ກອງບັນຊາການທະຫານຊາຍແດນຫວຽດນາມ ແລະໂຮງຮຽນທະຫານຊາຍແດນ 712, ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ຈັດຕັ້ງພິທີແຮກສ່ຽວລະຫວ່າງສອງໂຮງຮຽນ.

ຜ່ານນັ້ນ, ສອງກົມກອງຈະສົມທົບກັນແລກປ່ຽນບົດຮຽນໃນວຽກງານສຶກສາ, ກໍ່ສ້າງ, ຍົກສູງຄຸນນະພາບການສິດສອນ, ແລກປ່ຽນຂໍ້ມູນຂ່າວສານ ແລະເອກກະສານສິດສອນ; ຮ່ວມມື, ຊ່ວຍເຫຼືອກັນໃນຂົງເຂດກໍ່ສ້າງຊ່ຽວຊານ, ພະນັກງານ, ຄູສອນ ແລະນັກຮຽນຂອງສອງຝ່າຍ ແລະທິດທາງຮ່ວມມືໃນໄລຍະຈະມາເຖິງ.

ພາຍຫຼັງພິທີລົງນາມ, ວັນທີ 20 ມີຖຸນາ 2021, ທະຫານຊາຍແດນຫວຽດນາມ ໄດ້ສົ່ງຄະນະຊ່ຽວຊານ, ລວມມີພະນັກງານ 1 ຄົນສັງກັດວິທະຍາຄານທະຫານຊາຍແດນ ແລະພະນັກງານ, ຄູສອນ 3 ຄົນ ຂຶ້ນກັບໂຮງຮຽນທະຫານຊາຍແດນຊັ້ນກາງເລກ 1 ໄປຊ່ວຍໂຮງຮຽນທະຫານຊາຍແດນ 712 ຢູ່ປະເທດລາວ ເພື່ອສືບຕໍ່ກໍ່ສ້າງ ແລະປະຕິບັດໃຫ້ສຳເລັດຫຼັກສູດ, ການບຳລຸງສ້າງຖັນແຖວຄູອາຈານຂອງໂຮງຮຽນ.

ທ່ານພັນເອກ ຫງວຽນວັນແທັ່ງ, ພະນັກງານໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1 ແບ່ງປັນວ່າ “ໃນວິວັດການສົມທົບກັບກົມກອງຂອງປະເທດເພື່ອນ, ຄະນະຊ່ຽວຊານຂອງທະຫານຊາຍແດນຫວຽດນາມ ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ ແລະສ້າງເງື່ອນໄຂສະດວກຈາກຄະນະພັກ, ຄະນະອຳນວຍການໂຮງຮຽນທະຫານຊາຍແດນ 712. ຂ້າພະເຈົ້າ ກໍ່ຄືໝົດທຸກຄົນໃນຄະນະຍາມໃດກໍ່ມານະພະຍາຍາມ, ຊ່ວຍເຫຼືອຈົນສຸດຄວາມສາມາດຂອງຕົນ ເພື່ອໃຫ້ໂຮງຮຽນເພື່ອນປະຕິບັດສຳເລັດເນື້ອໃນ, ຫຼັກສູດໂດຍໄວ ເພື່ອຈາກນັ້ນເປັນເຈົ້າການກໍ່ສ້າງລົງເລິກທາງດ້ານວິຊາສະເພາະໃຫ້ນັກຮຽນ ແລະບຳລຸງໃຫ້ພະນັກງານທະຫານຊາຍແດນ”.

ຜ່ານການສ້າງຕັ້ງມາໄດ້ 5 ປີ, ຍ້ອນມີການສົມທົບກັນຢ່າງແໜ້ນແຟ້ນ, ເຕັມໄປດ້ວຍນ້ຳໃຈເພື່ອນມິດສະຫາຍ, ເພື່ອນຮ່ວມກົມກອງຂອງບັນດາອົງການ, ກົມກອງຂຶ້ນກັບກະຊວງປ້ອງກັນປະເທດຂອງສອງປະເທດ, ພິເສດແມ່ນກອງບັນຊາການທະຫານຊາຍແດນຫວຽດນາມ ແລະກົມທະຫານຊາຍແດນລາວ, ໂຮງຮຽນທະຫານຊາຍແດນ 712 ໄດ້ສ້າງສຳເລັດກ່ຽວກັບພື້ນຖານໂຄງລ່າງ ແລະຖັນແຖວພະນັກງານ, ຄູອາຈານໂດຍພື້ນຖານ. ໃນນັ້ນ, ຖັນແຖວຄູອາຈານຂອງໂຮງຮຽນ ນັບມື້ນັບໄດ້ຮັບການບຳລຸງເພື່ອຍົກສູງລະດັບຄວາມຮູ້ໃຫ້ສູງຂຶ້ນຕື່ມ.

ບັນດາໝາກຜົນທີ່ບັນລຸໄດ້ໃນວິວັດແຫ່ງການສ້າງຕັ້ງ ແລະພັດທະນາຂອງໂຮງຮຽນທະຫານຊາຍແດນ 712 ເປັນການຢັ້ງຢືນວ່າການພົວພັນຮ່ວມມືທາງການທູດຊາຍແດນຫວຽດນາມ-ລາວ ຈະນັບມື້ນັບໄດ້ຮັບການພັດທະນາ ແລະບັນລຸຜົນສຳເລັດຫຼາຍກ່ວາອີກ, ເພີ່ມພູນຄູນສ້າງໃຫ້ການພົວພັນທີ່ເປັນມູນເຊື້ອ, ໄມຕີຈິດມິດຕະພາບອັນດີງາມລະຫວ່າງສອງປະເທດຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ.

la.qdnd.vn

ເຫດການ
302 Found

Found

The document has moved here.