ບົດທີ 3: ເມື່ອປະເທດຊາດເອີ້ນຊື່ເຈົ້າ | |
ບົດທີ 2: ໃນອ້ອມແຂນຂອງແມ່ | |
ບົດທີ 1: ດີໃຈນຳບ້ານເກີດເມືອງນອນ |
ພາບປະກອບ |
ຄວາມມຸ່ງມາດປາດຖະໜາ
ການໜຸນຊ່ວຍໃນການຖືສັນຊາດປະເທດປະຈໍາຖິ່ນ
ທ້າວ ຫຼີວັນຊວນ (ເກີດໃນປີ 1985, ດໍາລົງຊີວິດຢູ່ໃນເມືອງ Ruseykeo, ພະນົມເປັນ, ກໍາປູເຈຍ): ຄວາມປາຖະໜາອັນໃຫຍ່ຫຼວງທີ່ສຸດຂອງຂ້າພະເຈົ້າ ແລະ ຊາວຫວຽດນາມ ຢູ່ ກໍາປູເຈຍ ແມ່ນເຮັດແນວໃດເພື່ອໄດ້ຖືສັນຊາດກໍາປູເຈຍ. ປະຈຸບັນ, ຍ້ອນບໍ່ໄດ້ຖືສັນຊາດກໍາປູເຈຍ, ລູກຂອງພວກເຮົາພຽງແຕ່ໄດ້ຮຽນຢູ່ຊັ້ນປະຖົມ ແລະ ມັດທະຍົມຕອນຕົ້ນເທົ່ານັ້ັ້ນ. ສະຖານທູດຫວຽດນາມ ປະຈຳ ກຳປູເຈຍ, ສະມາຄົມຂະແມ - ຫວຽດນາມ ຢູ່ ກຳປູເຈຍ ໄດ້ເປີດຫ້ອງສອນໜັງສືສຳລັບເດັກນ້ອຍຫວຽດນາມແຕ່ໄດ້ຢູ່ຊັ້ນປະຖົມເທົ່ານັ້ນ. ຂ້າພະເຈົ້າປາດຖະໜາວ່າສະຖານທູດ, ສະມາຄົມຂະແມ - ຫວຽດນາມ ຢູ່ ກຳປູເຈຍ ຈະເປີດຫ້ອງຮຽນຊັ້ນມັດທະຍົມຕອນຕົ້ນ ແລະ ມັດທະຍົມປາຍຕື່ມອີກເພື່ອໃຫ້ເດັກນ້ອຍຫວຽດນາມ ໄດ້ຮັບການສຶກສາຕໍ່ໃນຊັ້ນທີ່ສູງກວ່າອີກ.
ກັບເມືອຫາທະເລ, ໝູ່ເກາະ "ໃນຖານະເປັນຄົນລຸ້ນທີສອງທີ່ອາໄສຢູ່ຕ່າງປະເທດ, ເພາະສະນັ້ນພວກຂ້າພະເຈົ້າບໍ່ຮູ້ຈັກຫຼາຍປານໃດກ່ຽວກັບທະເລ, ໝູ່ເກາະ, ບ້ານເກີດເມືອງນອນຂອງຂ້າພະເຈົ້າ. ຂ້າພະເຈົ້າຫວັງວ່າ ພັກ ແລະ ລັດຫວຽດນາມ ຈະມີການຈັດຕັ້ງການໄປທັດສະນະສຶກສາຢູ່ທະເລ, ໝູ່ເກາະໃຫ້ສໍາລັບຄົນລຸ້ນໜຸ່ມຊາວຫວຽດນາມ ຢູ່ ຕ່າງປະເທດ ຢ່າງເປັນປະຈໍາ, ເພື່ອໃຫ້ເຂົາເຈົ້າເຂົ້າໃຈ ແລະ ຮັກແພງ, ປົກປັກຮັກສາປະເທດຊາດຫຼາຍກວ່າອີກ". ທ້າວ ໂງຫງອກດຶກ (ເກີດ ປີ 1988, ອາໄສຢູ່ Berlin, ເຢຍລະມັນ) |
ເວທີປາໄສກ່ຽວກັບປະເທດ ຄູສອນພາສາຫວຽດນາມ ຫງວຽນຖີ້ຊວນແອວງ (ອຸດອນທານີ, ປະເທດໄທ) ໃຫ້ຮູ້ວ່າ: "ຊາວຫວຽດນາມທີ່ອາໄສ ຢູ່ ຕ່າງປະເທດ ລຸ້ນທີ 4 ຢູ່ ປະເທດໄທ ເປັນລຸ້ນຄົນທີ່ເຕັມໄປດ້ວຍຄວາມຮູ້ຄວາມສາມາດ, ເກັ່ງດ້ານທຸລະກິດ, ໄດ້ຮັບເອົາຄວາມຍອດຍິ່ງຂອງໂລກ. ເຖິງເນວໃດກໍ່ຕາມ, ບັນດາຫຼານນ້ອຍພຽງແຕ່ຮູ້ວ່າພໍ່ຂອງເຂົາເຈົ້າເປັນຄົນຫວຽດນາມ, ເຂົາເຈົ້າກິນອາຫານຫວຽດນາມທຸກມື້, ແຕ່ເຂົາເຈົ້າບໍ່ຮູ້ຈັກ ແລະ ສົນໃຈກັບຫວຽດນາມຫຼາຍ, ຍັງບໍ່ເຄີຍກັບຄືນໄປຫວຽດນາມຈັກເທື່ອ. ຂ້າພະເຈົ້າຫວັງວ່າ ພັກ ແລະ ລັດຫວຽດນາມ ຈະມີມາດຕະການເພື່ອເຊື່ອມຕໍ່ກັບທຸກລຸ້ນຄົນຊາວຫວຽດນາມຢູ່ໄທກັບບ້ານເກີດເມືອງນອນຕື່ມອີກ. ຂ້າພະເຈົ້າຫວັງວ່າບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ຈະຈັດຕັ້ງບັນດາການພົບປະແລກປ່ຽນສໍາລັບບັນດາຫຼານນ້ອຍທີ່ເປັນຊາວ ຫວຽດນາມ ຢູ່ ຕ່າງປະເທດເພື່ອຮັບຟັງສະພາບການຂອງປະເທດ, ໃຫ້ກໍາລັງໃຈ, ສຶກສາອົບຮົມຄວາມຮັກບ້ານເກີດເມືອງນອນ". |
ແຜນການ
ສີ່ບັນຫາທີ່ຈະຕ້ອງໄດ້ຄວາມເອົາໃຈໃສ່ໂດຍໄວ
-ທີໜຶ່ງ, ໃນການສຶກສາ ແລະ ບໍາລຸງສ້າງຕ້ອງແຍກອອກເປັນສອງຮູບແບບ, ນັ້ນແມ່ນມະຫາວິທະຍາໄລຄົ້ນຄ້ວາ ແລະ ມະຫາວິທະຍາໄລ, ວິທະຍາໄລບຳລຸງສ້າງວິຊາຊີບ. ໃນການບຳລຸງສ້າງວິຊາຊີບ ກໍ່ໄດ້ແບ່ງອອກເປັນສອງພາກສ່ວນຄື: 1. ການບໍາລຸງສ້າງຊັບພະຍາກອນມະນຸດທີ່ມີຄວາມຊໍານານສູງ (ຕອບສະໜອງໄດ້ມາດຕະຖານການເຮັດວຽກສາກົນ), 2. ການບໍາລຸງສ້າງໄລຍະສັ້ນ ແລະ ໄລຍະກາງ, ມີທັກສະ ແລະ ມີຄວາມເຂົ້າໃຈຢ່າງພຽງພໍກ່ຽວກັບວັດທະນະທໍາ, ຕອບສະໜອງແຫຼ່ງຊັບພະຍາກອນມະນຸດທີ່ເຮັດວຽກຢູ່ວິສາຫະກິດ FDI, ວິສາຫະກິດອຸດສາຫະກຳໜູນຊ່ວຍ.
-ທີສອງ, ດຶງດູດນັກທຸລະກິດ, ຊ່ຽວຊານ, ນັກປັນຍາຊົນຢູ່ຕ່າງປະເທດເຂົ້າມາຫວຽດນາມເພື່ອເຮັດວຽກ ແລະ ອຸທິດສ່ວນ.
-ທີສາມ, ອໍານາດການປົກຄອງ - ໂຮງຮຽນ - ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ - ການພັດທະນາວິທະຍາສາດ ແລະເຕັກໂນໂລຍີ - ວິສາຫະກິດ ຍາມໃດກໍ່ຕ້ອງເປັນຂົວຕໍ່ ແລະ ມີສາຍພົວພັນໜຸນຊ່ວຍ, ສະໜິດຕິດພັນເຊິ່ງກັນແລະກັນ.
-ທີສີ່, ລະບົບນິເວດການລິເລີ່ມທຸລະກິດປ່ຽນແປງໃໝ່, ປະດິດສ້າງແຫ່ງຊາດຕ້ອງໄດ້ສ້າງຕັ້ງຂຶ້ນຢ່າງສົມບູນກວ່າເກົ່າ, ມີການເຊື່ອມຕໍ່ທີ່ດີກັບບັນດາກອງທຶນເພີ່ມຄວາມໄວທົ່ວໂລກ, ມີບັນດາ “mentor” - ຜູ້ແນະນໍາທີ່ມີປະສົບການ. ບັນດາອົງການບໍລິການໃຫ້ຄຳປຶກສາ, ປະເມີນຜົນ, ກວດກາ, ເປັນນາຍໜ້າໃນການມອບໂອນເຕັກໂນໂລຊີ... ໄດ້ຮັບການສົ່ງເສີມໃຫ້ສ້າງຕັ້ງ ແລະ ພັດທະນາໂດຍສົມທົບກັບບັນດາຫົວໜ່ວຍ ສາກົນທີ່ມີຄວາມສາມາດເໝາະສົມກັບຫວຽດນາມ.
ທ່ານ ດຣ. ເຈິ່ນຫາຍລິງ ປະທານສະມາຄົມນັກທຸລະກິດ ແລະ ການລົງທຶນ ຫວຽດນາມ - ສ.ເກົາຫຼີ (VKBIA - Incheon, ສ.ເກົາຫຼີ). |
ເອົາໃຈໃສ່ການຫຸ້ມຫໍ່ຜະລິດຕະພັນ "ໃນໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19, ຫວຽດນາມ ໄດ້ສົ່ງອອກຜ້າອັດປາກ, ຖົງມື, ນໍ້າຢາລ້າງມື ໄປຍັງອາເມລິກາ. ຜະລິດຕະພັນດີ, ມີຄຸນະພາບສູງ, ລາຄາເປັນກັນເອງ. ເຖິງແນວໃດກໍ່ຕາມ, ຈຸດອ່ອນແມ່ນການຫຸ້ມຫໍ່, ການອອກແບບແມ່ນສວຍງາມໃນແບບຂອງຫວຽດນາມ ແລະ ຍັງບໍ່ທັນເຮັດໃນແບບອາເມລິກາ. ຕາມຄວາມຄິດຂອງຂ້າພະເຈົ້າ, ເພື່ອໃຫ້ຜະລິດຕະພັນຂອງຫວຽດນາມສາມາດຈໍາໜ່າຍຢູ່ໃນອາເມລິກາ ແລະ ປະເທດອື່ນໆໃນທົ່ວໂລກໄດ້ແລ້ວ ບັນດາວິສາຫະກິດຫວຽດນາມ ກໍ່ຕ້ອງໄດ້ຄົ້ນຄ້ວາການຫຸ້ມຫໍ່ທີ່ເໝາະສົມກັບປະເທດປະຈໍາຖິ່ນ". ນັກສະແດງ, ພິທີກອນ ດຶກຕຽນ (Westminster, California, ສະຫະລັດອາເມລິກາ) |
ຜະລິດຕະພັນໝາກລິ້ນຈີ່ແກ່ນນ້ອຍຂອງຫວຽດນາມ ໄດ້ສົ່ງອອກໄປຍັງຕະຫຼາດຍີ່ປຸ່ນ |
ການຮຽນວິຊາຊີບຢູ່ໄຕ້ຫວັນ
ທ່ານ ນາງ ໂງເຟີມເຈີນ, ປະທານສະມາຄົມພັດທະນາເສດຖະກິດ, ວັດທະນະທໍາ, ການສຶກສາຂອງໄຕ້ຫວັນ-ຫວຽດນາມ (ໄທເປ, ໄຕ້ຫວັນ, ຈີນ) ໃຫ້ຮູ້ວ່າ: "ຂ້າພະເຈົ້າໄດ້ຮູ້ວ່າ ຈະມີກຸ່ມບໍລິສັດເອເລັກໂຕຣນິກຂອງໄຕ້ຫວັນຫຼາຍສິບແຫ່ງລົງທຶນຢູ່ຫວຽດນາມໃນອະນາຄົດອັນໃກ້ນີ້. ປົກກະຕິແລ້ວເຂົາເຈົ້າຈະຖາມວ່າ ຢຸ່ ຫວຽດນາມ ມີການຮັບສະໝັກພະນັກງານງ່າຍຫຼືບໍ່? ມີຈໍານວນຄົນທີ່ຮໍ່າຮຽນຢູ່ໄຕ້ຫວັນຫຼາຍບໍ?
ຢູ່ຫວຽດນາມ “ການປ່ຽນວຽກ” ແມ່ນໄດ້ຮັບຖືວ່າ ມີປະສົບການຫຼາຍ, ແຕ່ຢູ່ໃນໄຕ້ຫວັນ, ຖ້າເຈົ້າ “ປ່ຽນວຽກ” ກໍ່ເຈົ້າຈະຖືກສົງໄສ. ເຂົາເຈົ້າຄິດວ່າ ເຈົ້າເຮັດບໍ່ໄດ້ດີ, ສະນັ້ນເຈົ້າຈຶ່ງປ່ຽນວຽກ.
ພວກເຈົ້າຄວນມາໄຕ້ຫວັນເພື່ອເຂົ້າຮ່ວມໃນໂຄງການຝຶກອົບຮົມຄອບຄູ່, ໄລຍະສັ້ນ ຫຼື ໄລຍະຍາວ ແຕ່ 2-4 ປີ. ໂຄງການສ້າງພາກທິດສະດີເຄິ່ງໜຶ່ງຢູ່ໂຮງຮຽນ, ພາກປະຕິບັດຕົວຈິງເຄິ່ງໜຶ່ງ ຢູ່ ຕາມວິສາຫະກິດ, ມີເງິນເດືອນ. ເຈົ້າຈະໄດ້ຮັບການຮຽນຮູ້ກ່ຽວກັບວິຊາການເຕັກນິກຢ່າງເລິກເຊິ່ງ, ນອກຈາກນັ້ນຍັງໄດ້ຮຽນພາສາປະເທດປະຈໍາຖິ່ນ ແລະ ພິເສດແມ່ນວັດທະນະທໍາວິສາຫະກິດ".
ທ່ານ ນາງ ໂງເຟີມເຈີນ ປະທານສະມາຄົມພັດທະນາເສດຖະກິດ, ວັດທະນະທໍາ, ການສຶກສາຂອງໄຕ້ຫວັນ-ຫວຽດນາມ (ໄທເປ, ໄຕ້ຫວັນ, ຈີນ) |
ການບໍາລຸງສ້າງຄອມພິວເຕີໃຫ້ກັບເດັກນ້ອຍ
"ເດັກນ້ອຍຊາວຫວຽດນາມ ໃນເກນອາຍຸ 10 ປີແມ່ນເວລາທີ່ຈະຕ້ອງມີການກໍານົດທິດທາງ ແລະ ລອງຮຽນຮູ້ເພື່ອຄົ້ນພົບຄວາມມັກຂອງເຂົາເຈົ້າຕໍ່ກັບເຕັກໂນໂລຍີ, ຈາກນັ້ນກໍ່ມີວິທີການບໍາລຸງໃຫ້ເລິກເຊິ່ງກວ່າເກົ່າ. ສະເພາະຂະແໜງວິທະຍາສາດຄອມພິວເຕີ, ໃນຄວາມຄິດເຫັນຂອງພວກຂ້າພະເຈົ້າ, ຈໍາເປັນຕ້ອງສ້າງໂຄງການແກ່ຍາວ 3 ປີ, ຖ້າພວກນ້ອງຕັ້ງໃຈຮຽນກໍ່ສາມາດເຮັດວຽກເໝືອນດັງວິສະວະກອນຊອບແວຝຶກງານ".
|
ນັກຊ່ຽວຊານ ເລີມຫວຽດຕຸ່ງ ໃຫ້ຮູ້ວ່າ: "ການພັດທະນາກະສິກໍາອັດສະລີຍະຈໍາເປັນຕ້ອງຍຸ້ແຮງການຫັນເປັນດິຈິຕອນໃນດ້ານກະສິກໍາ, ພັດທະນາລະບົບຂໍ້ມູນຂ່າວສານໃຫ້ກັບຊາວກະສິກອນກ່ຽວກັບແຜນທີ່ສະພາບການປະຈຸບັນ ແລະ ແຜນການນໍາໃຊ້ທີ່ດິນກະສິກໍາ/ໂຄງປະກອບການປູກພືດ, ແຜນທີ່ດິນ - ຄຸນະພາບຂອງດິນໃນແຕ່ລະທ້ອງຖິ່ນ, ແຜນທີ່ຊົນລະປະທານ ແລະ ແຫຼ່ງນໍ້າ, ແຜນທີ່ທີ່ດິນ, ພື້ນຖານຂໍ້ມູນແນວພັນພືດ, ຖານຂໍ້ມູນກ່ຽວກັບຝຸ່ນ, ຢາປ້ອງກັນພືດ, ຖານຂໍ້ມູນກ່ຽວກັບຂັ້ນຕອນເຕັກນິກການຜະລິດ. ຄຽງຄູ່ກັບການວາງແຜນ ແລະ ພັດທະນາຊົນນະບົດໃໝ່ແຫ່ງຄວາມສີວິໄລ, ຫັນເປັນເບຕົງໜ້ອຍລົງແມ່ນຕ້ອງມີປ່າຊ້າ (ສຸສານ) ໃຫ້ກັບຊົນນະບົດທາງພາກໃຕ້. ພັດທະນາລະບົບຂໍ້ມູນຂ່າວສານໃຫ້ແກ່ພົນລະເມືອງທຸກຄົນກ່ຽວກັບເງື່ອນໄຂຄວາມປອດໄພດ້ານສະບຽງອາຫານ, ມາດຕະຖານສະບຽງອາຫານ - ການບໍລິການຢັ້ງຢືນ ແລະ ລາຄາຕະຫຼາດ. ພັດທະນາລະບົບຄຸ້ມຄອງຂັ້ນຕອນການຜະລິດຕະພັນກະສິກໍາຕາມມາດຕະຖານ VietGAP ແລະ ຕົ້ນກໍາເນີດຂອງຜະລິດຕະພັນກະສິກໍາໂດຍອີງໃສ່ເຕັກນິກຕ່ອງໂສ້ກຸ່ມ - Blockchain ເພື່ອຮັບປະກັນຄຸນນະພາບການສົ່ງອອກ ແລະ ຄວາມປອດໄພດ້ານສະບຽງອາຫານ. ການປູກເຂົ້າຄວນສຸມໃສ່ຢູ່ທາງພາກໃຕ້, ທາງພາກເໜືອ ແມ່ນຕົ້ນໄມ້ໃຫ້ໝາກ ແລະ ປູກຜັກໃຊ້ຝຸ່ນອົງຄະທາດໃນຂົງເຂດກະສິກໍາ ແລະ ນໍາໃຊ້ວິທີທາງຊີວະສາດເພື່ອຕ້ານແມງໄມ້, ສັດຕູພືດ. ການລ້ຽງສັດຮັບໃຊ້ກະສິກໍາ, ກະສິກໍາຮັບໃຊ້ການລ້ຽງສັດ, ເປັນວົງຈອນໝູນວຽນ. ທີ່ດິນຢູ່ໃນເຂດອຸດສາຫະກໍາທີ່ຖືກປະວ່າງຄວນສົ່ງຄືນໃຫ້ປະຊາຊົນ ຫຼື ຫັນປ່ຽນເປັນເນື້ອທີ່ດິນປູກຝັງຂອງສະຫະກອນ". |
ໄຊພອນ