10 ໂມງເຊົ້າວັນທີ 18 ກັນຍາ ຕາມເວລາກູບາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ Jose Marti Habana, ນະຄອນຫຼວງ La Habana, ເລີ່ມຕົ້ນການຢ້ຽມຢາມສັນຖະວະໄມຕີ ສ.ກູບາ ຢ່າງເປັນທາງການ, ຕາມຄຳເຊື້ອເຊີນຂອງທ່ານເລຂາຄົນທີໜຶ່ງຂອງຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ປະທານປະເທດ ສ.ກູບາ Miguel Díaz-Canel.
ນີ້ແມ່ນການຢ້ຽມຢາມຄັ້ງປະຫວັດສາດ ໂດຍທ່ານປະທານປະເທດ ຫງວຽນຊວັນຟຸກ ແມ່ນປະມຸກລັດຕ່າງປະເທດຄົນທຳອິດໄປຢ້ຽມຢາມ ກູບາ ພາຍຫຼັງປະເທດກູບາ ຈັດຕັ້ງ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກປະສົບຜົນສຳເລັດ ແລະ ຫວຽດນາມກໍ່ປະຕິບັດສຳເລັດກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງພັກ.
ຍສໝ - ທ່ານ ດັ້ງຮ່ວາງຢາງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ແລກປ່ຽນກັບສື່ມວນຊົນຄືດັ່ງກ່ວ ເມື່ອເວົ້າເຖິງເປົ້າໝາຍຂອງການຢ້ຽມຢາມ ສ.ກູບາ ຢ່າງເປັນທາງການ, ເຂົ້າຮ່ວມການປຶກສາຫາລືລວມຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 76 ແລະ ປະຕິບັດບາງການເຄື່ອນໄຫວສອງຝ່າຍຢູ່ ອາເມລິກາ ໃນລະຫວ່າງວັນທີ 18 – 24 ກັນຍາ ຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊວັນຟຸກ.
ຍສໝ - ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນດ້ວຍຈິດໃຈຄື Moncada, ສອງປະເທດ ຫວຽດນາມ - ກູບາ ຈະເອົາຊະນະ ໂຄວິດ - 19, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ພ້ອມກັນສາມັກຄີ ແລະ ຍາດໄດ້ໄຊຊະນະ.
ຕອນບ່າຍວັນທີ 23 ກໍລະກົດ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກູບາ Orlando Nicolás Hernández Guillén ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດມາປະຕິບັດໜ້າທີ່ທາງການທູດ ຢູ່ ຫວຽດນາມ.
ຝ່າຍກູບາ ໃຫ້ຮູ້ວ່າ, ວັກຊິນ Abdala ຂອງປະເທດນີ້ ໄດ້ຜ່ານ 3 ໄລຍະທົດລອງສັກຕໍ່ຄົນແລ້ວ ໂດຍສະແດງໃຫ້ເຫັນ ເຖິງຄວາມສາມາດໃນການສະກັດກັ້ນໄວຣັດສາຍພັນໃໝ່ຂອງ SARS – CoV – 2. ເຖິງຢ່າງໃດກໍ່ຕາມ, ວັກຊິນ ນີ້ຍັງບໍ່ທັນໄດ້ຮັບການທົດລອງສັກຕໍ່ຄົນຢູ່ປະເທດໃດໃນໂລກເທື່ອ.
ວັນທີ 20 ເມສາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍໄປຍັງທ່ານ Raul Castro ອະດີດເລຂາທິການໃຫຍ່ຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ກູບາ.
ຍສໝ - ທີ່ການໂອ້ລົມທາງໂທລະສັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້ມບິ່ງມິງ ໄດ້ສົ່ງຄຳຢື້ຢາມຖາມຂ່າວຂອງບັນດາການນຳຂັ້ນສູງຂອງພັກ, ລັດ ແລະ ລັດຖະບານ ຫວຽດນາມ ໄປຍັງການນຳຂັ້ນສູງຂອງພັກ, ລັດ ແລະ ລັດຖະບານ ກູບາ.
ຍສໝ - ເຂົ້າຮ່ວມຢູ່ສະຖານທີ່ຖ່າຍທອດສົດ 2 ແຫ່ງ ຫວຽດນາມ ແລະ ກູບາ, ມີທ່ານ ເລແທັງຕຸ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສາທາລະນະລັດ ກູບາ, ທ່ານ Orlando Nicolás Hernández ເອກອັກຄະລັດຖະທູດ ສາທາລະນະລັດ ກູບາ ປະຈຳ ຫວຽດນາມ, ທ່ານ Irmina del Pilar ອຸປະທູດຊົ່ວຄາວສະຖານທູດ ກູບາ ປະຈຳຫວຽດນາມ ພ້ອມກັບຜູ້ຕາງໜ້າບາງໜ່ວຍງານຂອງກະຊວງການຕ່າງປະເທດສອງປະເທດ.
ທ່ານນາງ ເຈືອງທິມາຍ, ກໍາມະການກົມການເມືອງ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ, ປະທານສະມາຄົມມິດຕະພາບຫວຽດນາມ-ກູບາ ຕີລາຄາສູງຕໍ່ບັນດາໝາກຜົນທີ່ບັນລຸໄດ້ຂອງໝູ່ຄະນະການນໍາສະມາຄົມ ແລະສະມາຊິກສະມາຄົມມິດຕະພາບຫວຽດນາມ-ກູບາ ໃນສະພາບການທີ່ມີຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ.
ຍສໝ - ທ່ານນາງ Indira Lopez Arguelles ຢັ້ງຢືນວ່າ, ກົງສູນໃຫຍ່ ກູບາປະຈຳນະຄອນໂຮ່ຈີມິນຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອກາຍເປັນຂົວເຊື່ອມຕໍ່ມິດຕະພາບລະຫວ່າງປະຊາຊົນກູບາ ແລະ ປະຊາຊົນຫວຽດນາມ.
ຍສໝ - ທ່ານນາງ ກົງສຸນໃຫຍ່ສາທາລະນະລັດກູບາ ປະຈຳ ນະຄອນໂຮ່ຈີມິນ Indira Lopez Arguelles ໄດ້ຢືນຢັນວ່າ ກູບາຍາມໃດກໍ່ພ້ອມແລ້ວທີ່ຈະສືບຕໍ່ຊ່ວຍເຫຼືອຫວຽດນາມໃນບັນດາຂົງເຂດຄື: ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ສາທາລະນະສຸກ.
ຍສໝ - ທ່ານນາຍົກລັດຖະມົນຕີກູບາ Manuel Marrero Cruz ໄດ້ທົບທວນຄືນການພັດທະນາຢ່າງຕໍ່ເນື່ອງຂອງສາຍພົວພັນສອງຝ່າຍໃນຫລາຍປີຜ່ານມາ ດ້ວຍການຢ້ຽມຢາມຂອງບັນດາການນຳຂັ້ນສູງ, ກໍ່ຄືເລື່ອງ ຫວຽດນາມເປັນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນທີສອງ ແລະ ນັກລົງທຶນໃຫຍ່ທີ່ສຸດຂອງ ກູບາ ຢູ່ພາກພື້ນອາຊີ - ໂອເຊຍເນຍ.
ຍສໝ - ທ່ານ Raul Castro ເລຂາ ຜູ້ທີໜຶ່ງພັກກອມມູນິດ ກູບາ ໄດ້ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ກູບາຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ສືບທອດໃຫ້ແກ່ຄົນລຸ້ນຫລັງ ກ່ຽວກັບການພົວພັນພິເສດລະຫວ່າງ ສອງປະເທດ, ທ່ານກໍ່ແບ່ງປັນບັນດາຄວາມເສຍກາຍໂດຍໄພທຳມະຊາດກໍ່ຂຶ້ນ ຢູ່ຫວຽດນາມ ໃນໄລຍະທີ່ຜ່ານມາ.
ຍສໝ - ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນກະຊວງການຕ່າງປະເທດ ເນັ້ນໜັກວ່າ ກູບາ ຍາມໃດກໍ່ແມ່ນຄູ່ຮ່ວມມືສຳຄັນ ແລະ ເປັນໜ້າໄວ້ເນື້ອເຊື່ອໃຈຂອງ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 6 ພະຈິກ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ກູບາ ຈັດຕັ້ງລາຍການຂໍ້ມູນຂ່າວສານທາງການທູດກ່ຽວກັບກູບາ.
ຍສໝ - ຫວ່າງແລ້ວນີ້, ຢູ່ຫໍປະຕິວັດ ນະຄອນຫຼວງ La Habana, ທ່ານ ສະຖານທູດ ຫວຽດນາມ ປະຈຳ ກູບາ ເລແທັງຕຸງ ໄດ້ຍຶນສານຕາຕັ້ງ ເຖິງທ່ານ Miguel Díaz - Canel Bermudez ປະທານປະເທດ ກູບາ.
ຕອນເຊົ້າວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ ໄດ້ດໍາເນີນພິທີມອບ - ຮັບ ອຸປະກອນການແພດຂອງພັກ, ລັດ, ກະຊວງປ້ອງກັນປະເທດ ແລະ ປະຊາຊົນຫວຽດນາມ ມອບໃຫ້ປະຊາຊົນ ກູບາ ເຊິ່ງລວມມີ ຊຸດ Kit ວິໄຈເຊື້ອ, ຊຸດເກັບຕົວຢ່າງ, ຜ້າອັດປາກ - ອັດດັງ, ຊຸດປ້ອງກັນພະຍາດ... ດ້ວຍປະລິມານທັງໝົດ 3 ໂຕນ.
ຍສໝ - ຕອນເຊົ້າວັນທີ 13 ພຶດສະພາ, ຢູ່ສຳນັກງານສະຖານທູດ ກູບາປະຈຳ ຫວຽດນາມ, ທ່ານນາງ Lianys Tores Rivera ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ສ.ກູບາ ປະຈຳຫວຽດນາມ ໄດ້ຮັບ ເຂົ້າສານ 100ໂຕນ ຈາກທ່ານ ເຈີ່ນຕ໊ວນແອັງ, ຮອງຜູ້ອຳນວຍການບໍລິສັດໃຫຍ່ Viglacera.