ເຮັດ​ໃຫ້​ສາຍ​ພົ​ວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ, ປະ​ຊາ​ຊົນ ແລະ ກອງ​ທັບ​ສອງ​ປະ​ເທດ ຫວຽດ​ນາມ - ກູ​ບາ ເລິກ​ເຊິ່ງ​ຂຶ້ນ​ຕື່ມ

00:00 | 28/07/2023

ຍສໝ- ຕອນບ່າຍວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານພົນໂທ Alvaro Lopez Miera ລັດຖະມົນຕີກະຊວງກຳລັງປະກອບອາວຸດປະຕິວັດ ກູບາ ເນື່ອງໃນໂອກາດ ມາຢ້ຽມາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນປັບປຸງ ແລະ ເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດລະຫວ່າງສອງພັກ, ສອງລັດ ແລະ ກອງທັບສອງປະເທດ ເລິກເຊິ່ງຂຶ້ນຕື່ມ. ພ້ອມທັງຢັ້ງຢືນວ່າ ນ້ຳໃຈສາມັກຄີທີ່ສະເໝີຕົ້ນສະເໝີປາຍຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ພາລະກິດເປັນທຳຂອງພັກ, ລັດ ແລະ ປະຊາຊົນກູບາ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍຕີລາຄາສູງບົດບາດສຳຄັນ ແລະ ບັນດາໝາກຜົນທີ່ບັນລຸໄດ້ໃນການພົວພັນດ້ານປ້ອງກັນຊາດລະຫວ່າງສອງປະເທດ; ສະເໜີໃຫ້ສອງຝ່າຍເພີ່ມທະວີການຮ່ວມມືຢ່າງແທດຈິງ, ມີປະສິດທິຜົນ, ສອດຄ່ອງກັບຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ ແລະ ການພັດທະນາໃນພາກພື້ນ ແລະ ໃນໂລກ.

ເຮັດ​ໃຫ້​ສາຍ​ພົ​ວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ, ປະ​ຊາ​ຊົນ ແລະ ກອງ​ທັບ​ສອງ​ປະ​ເທດ ຫວຽດ​ນາມ - ກູ​ບາ ເລິກ​ເຊິ່ງ​ຂຶ້ນ​ຕື່ມ

ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ຕ້ອນຮັບທ່ານພົນໂທ Alvaro Lopez Miera ລັດຖະມົນຕີກະຊວງກຳລັງປະກອບອາວຸດປະຕິວັດ ກູບາ .

ສ່ວນທ່ານ ພົນໂທ Alvaro Lopez Miera ລັດຖະມົນຕີກະຊວງກຳລັງປະກອບອາວຸດປະຕິວັດ ກູບາ ໄດ້ລາຍງານໝາກຜົນການຮ່ວມມືລະຫວ່າງກອງທັບສອງປະເທດບັນລຸໄດ້ໃນໄລຍະຜ່ານມາ ແລະ ຢັ້ງຢືນວ່າ ຈະສົມທົບກັບກະຊວງປ້ອງກັນປະເທດ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍປະຕິບັດບັນດາເນື້ອໃນຮ່ວມມືສອງຝ່າຍໃຫ້ເປັນຢ່າງດີ, ປະກອບສ່ວນເຂົ້າໃນການເພີ່ມທະວີ, ປັບປຸງການພົວພັນມິດຕະພາບແບບພິເສດລະຫວ່າງສອງພັກ, ສອງລັດ, ປະຊາຊົນ ແລະ ກອງທັບສອງປະເທດ.

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.