ຫວຽດນາມ ຍາມ​ໃດ​ກໍ່​ເຄົາລົບ​ພາລະກິດການ​ປະຕິວັດສື່ມວນຊົນ​ຂອງ ກູ​ບາ

11:11 | 08/12/2022

ທ່ານ ຫງວຽນ​ຮ່ວາງ​ທາວ ​ໄດ້​ຕີ​ລາຄາ​ສູງ​ບົດບາດ ​ແລະ ທີ່ຕັ້ງຂອງ​ໜັງສືພິມ Granma ​ແມ່ນ​ອົງການສື່ມວນຊົນຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ກູ​ບາ.

ຊາວ​ຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ​ ເຄົາລົບ​ຕໍ່​ການ​ຮ່ວມເດີນທາງ ແລະ ການ​ໜູນ​ຊ່ວຍ​ຂອງ VUFO ຊາວ​ຫວຽດ​ນາມ​ ອາໄສຢູ່​ຕ່າງ​ປະ​ເທດ​ ເຄົາລົບ​ຕໍ່​ການ​ຮ່ວມເດີນທາງ ແລະ ການ​ໜູນ​ຊ່ວຍ​ຂອງ VUFO
ຫວຽດນາມ - ຈີນ ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ​ແກ້​ໄຂ​ບັນດາບັນຫາ​ຢູ່ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ສົມເຫດສົມຜົນ ຫວຽດນາມ - ຈີນ ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ​ແກ້​ໄຂ​ບັນດາບັນຫາ​ຢູ່ທະ​ເລ​ຕາ​ເວັນ​ອອກ​ຢ່າງ​ສົມເຫດສົມຜົນ

ນີ້​ແມ່ນ​ຄຳ​ກ່າວປາ​ໄສ​ຂອງ​ທ່ານ ຫງວຽນ​ຮ່ວາງ​ທາວ, ຮອງ​ເລຂາ​ພັກ​ຜູ້ປະຈຳການແຂວງ ບິ່ງ​ເຢືອງ ທີ່​ການ​ພົບ​ປະ​ກັບ​ຄະນະ​ປະຕິບັດງານ​ໜັງສືພິມ Granma (ກູ​ບາ) ​ແລະ ໜັງສືພິມປະຊາຊົນນຳ​ໂດຍ​ທ່ານ​ນາງ Arlin Alberty Lofore, ຮອງ​ຫົວໜ້າບັນນາທິການ​ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ບິ່ງ​ເຢືອງ ໃນວັນທີ 5 ທັນວາ.

Ông Nguyễn Hoàng Thao - Phó Bí thư Thường trực Tỉnh ủy tiếp Đoàn công tác Báo Granma (Cuba) và Báo Nhân Dân

​ທ່ານ ຫງວຽນ​ຮ່ວາງ​ທາວ, ຮອງ​ເລຂາ​ພັກ​ຜູ້ປະຈຳການແຂວງ ບິ່ງ​ເຢືອງ ​ຕ້ອນຮັບຄະນະ​ປະຕິບັດງານ​ໜັງສືພິມ Granma (ກູ​ບາ) ​ແລະ ໜັງສືພິມປະຊາຊົນ.

ທີ່​ການ​ພົບ​ປະ, ທ່ານ ຫງວຽນ​ຮ່ວາງ​ທາວ ​ໄດ້​ຕີ​ລາຄາ​ສູງ​ບົດບາດ ​ແລະ ທີ່ຕັ້ງຂອງ​ໜັງສືພິມ Granma ​ແມ່ນ​ອົງການສື່ມວນຊົນຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ກູ​ບາ.

ທ່ານ ຫງວຽນ​ຮ່ວາງ​ທາວ ​ເນັ້ນ​ໜັກ​ວ່າ ​ເຖິງ​ວ່າ​ສອງ​ປະ​ເທດຢູ່​ຫ່າງ​ໄກ​ກັນດ້ານພູມີປະເທດກໍ່ຕາມ, ​ແຕ່​ຍັງ​ມີ​ຄວາມ​ຄ້າຍຄື​ກັນ ​ແລະ ມີຄວາມຮູ້ສຶກອັນເລິກ​ເຊິ່ງ​ໃນ​ຫຼາຍປີຜ່ານມາ. ຫວຽດນາມ ຍາມ​ໃດ​ກໍ່​ເຄົາລົບ​​ພາລະກິດການ​ປະຕິວັດສື່ມວນຊົນ​ຂອງ ກູ​ບາ.

ທ່ານ​ນາງ Arlin Alberty Loforte ​ໃຫ້​ຮູ້​ວ່າ: ໜັງສືພິມ ປະຊາຊົນ ​ແລະ ໜງສືພິມ Granma ​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ເພື່ອ​ແລກປ່ຽນ​ບົດຮຽນ, ຜ່ານ​ນັ້ນ ກໍ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປັບປຸງ ​ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ກູ​ບາ.

ທ່ານ​ນາງ​ຫວັງ​ວ່າ​ ຈະ​ມີ​ຫຼາຍ​ກາລະ​ໂອກາດພ້ອມ​ກັບ​ບັນດາ​ໜັງສືພິມ​ພັກ​ຂອງ​ຫວຽດນາມ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຂະ​ບວນການ​ຫັນ​ເປັນ​ດິຈິ​ຕອນ; ມາດຕະການ ແລະ ວິທີການທີ່ຈະກໍາແໜ້ນເທັກໂນໂລຍີໃນການປະຕິບັດງານ ດ້ານສື່ມວນຊົນ.

ບູນມີ

ເຫດການ
302 Found

Found

The document has moved here.