ຍສໝ - ວັນທີ 19 ກຸມພາ, ຢູ່ La Habana, ທ່ານ Bruno Rodríguez Parrilla ກຳມະການກົມການເມືອງ ຄະນະບໍລິຫານງານສູນກາງພັກກອມມູນິດ ກູບາ, ລັດຖະມົນຕີກະຊວງການຕ່າງປະເທດກູບາ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ໝາກຜົນທີ່ບັນລຸໄດ້ໃນການໄປຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ເຊິ່ງທ່ານໄດ້ຮັບການຕ້ອນຮັບດ້ວຍ “ນ້ຳໃຈຮັກແພງແຂກຄົນຢ່າງສຸດຈິດສຸດໃຈ ແລະ ໃຫ້ຄຳໝັ້ນສັນຍາຍາມໃດກໍ່ໜູນຊ່ວຍ ກູບາ ບັນລຸເກີນກາຍຄາດໝາຍທັງໝົດ”.
ຍສໝ - ເນື່ອງໃນໂອກາດທີ່ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄປຢ້ຽມຢາມ ກູບາ ເປັນທາງການ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ກູບາ ເລແທັງຕູງ ໄດ້ໃຫ້ສຳພາດຕໍ່ສຳນັກຂ່າວສານ ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ແລະ ແງ່ຫວັງການຮ່ວມມືລະຫວ່າງ 2 ປະເທດ.
ຍສໝ - ແຕ່ເດືອນພຶດສະພາ ປີ 2024, ກູບາ ຜັນຂະຫຍາຍວີຊາເອເລັກໂຕນິກໃໝ່ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວສາກົນ, ຊຸກຍູ້ຄວາມຕ້ອງການການທ່ອງທ່ຽວ. ກູບາ ມີເປົ້າໝາຍຈະຕ້ອນຮັບນັກທ່ອງທ່ຽວ 3,2 ລ້ານເທື່ອຄົນໃນປີ 2024.
ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນເຊົ້າວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ກູບາ Manuel Marrero Cruz ແລະ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ໄດ້ເຂົ້າຮ່ວມ ແລະ ເປັນປະທານຮ່ວມ ເວທີປາໄສສົ່ງເສີມການດຳເນີນທຸລະກິດ ຫວຽດນາມ - ກູບາ.
ຍສໝ - ຫວຽດນາມ ແລະ ກູບາ ເພີ່ມທະວີການຮ່ວມມືໃນການຜະລິດເຂົ້າສານ ແມ່ນເນື້ອໃນຫຼັກຂອງການເຮັດວຽກລະຫວ່າງ ທ່ານ ຫງວຽນແທັງງິ ລັດຖະມົນຕີກະຊວງກໍ່ສ້າງຫວຽດນາມ ແລະ ທ່ານ Ydael Jesus Pezez Brito ລັດຖະມົນຕີກະຊວງກະສິກຳກູບາ ໃນວັນທີ 9 ທັນວາ, ຢູ່ຮ່າໂນ້ຍ.
ຍສໝ - ຕອນບ່າຍວັນທີ 16 ເມສາ, ຢູ່ແຂວງວິ້ງຟຸກ, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບ ຫວຽດນາມ - ກູບາ ສົມທົບກັບສະຖານທູດ ກູບາ ປະຈຳ ຫວຽດນາມ ໄດ້ຈັດຕັ້ງໂຄງການພົບປະມິດຕະພາບ ຫວຽດນາມ - ກູບາ ເພື່ອສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1960 – 2025) ແລະ 64 ປີແຫ່ງວັນໄຊຊະນະ Giron (1961 – 2025).
ຍສໝ - ນັ້ນແມ່ນຂໍ້ສັງເກດຂອງທ່ານນາງ Ariadne Feo Labrada, ກົງສູນໃຫຍ່ ສາທາລະນະລັດ ກູບາ ປະຈຳ ນະຄອນໂຮ່ຈີມິນ ທີ່ພິທີສະເຫຼີມສະຫຼອງ 71 ປີແຫ່ງວັນລຸກຮືຂຶ້ນດ້ວຍ ການປະກອບອາວຸດຂອງ ກູບາ - ວັນບຸກໂຈມຕີປ້ອມປືນໃຫຍ່ Moncada (26 ກໍລະກົດ 1953 – 26 ກໍລະກົດ 2024). ພິທີໄດ້ຮັບການສົມທົບກັນເພື່ອຈັດຕັ້ງໂດຍສະຫະພັນບັນດາອົງການມິດຕະພາບ ນະຄອນໂຮ່ຈິມິນ (HUFO) ແລະ ສະຖານກົງສຸນໃຫຍ່ສາທາລະນະລັດ ກູບາ ປະຈຳນະຄອນ ໃນວັນທີ 3 ຕຸລາ.
ຍສໝ - ວັນທີ 21 ພຶດສະພາ, ຢູ່ເຂດຮ່ອງຮອຍຖານທີ່ໝັ້ນລັດຖະບານປະຕິວັດຊົ່ວຄາວ ສາທາລະນະລັດພາກໃຕ້ ຫວຽດນາມ (ຂຶ້ນກັບຕາແສງ ເຕີນເລີບ, ເມືອງ ເຕີນບຽນ, ແຂວງ ໄຕນິງ), ຄະນະກຳມະການປະຊາຊົນແຂວງ ໄຕນິງ ໄດ້ຈັດຕັ້ງກອງປະຊຸມສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງສະຖານທູດ ກູບາ ປະຈຳ ໄຕນິງ (4 ມີນາ 1969-4 ມີນາ 2024).
ຍສໝ - ວັນທີ 18 ກຸມພາ, ກອງປະຊຸມໃຫຍ່ສ້າງຕັ້ງສະມາຄົມມິດຕະພາບ ຫວຽດນາມ - ກູບາ ແຂວງ ກວາງບິ່ງ ຊຸດທີ 1, ອາຍຸການ 2025-2030 ໄດ້ໄຂຂຶ້ນຢູ່ແຂວງ ກວາງບິ່ງ.
ຍສໝ - ເຊື່ອມຕໍ່ບັນດາມະຫາວິທະຍາໄລ; ໄດ້ຈັດຕັ້ງຄະນະຊາວໜຸ່ມ ກູບາ ໄປຢ້ຽມຢາມ ຫວຽດນາມ ໃນໄລຍະພັກແລ້ງ 1-2 ອາທິດ ຢູ່ເຮືອນຂອງປະຊາຊົນ; ຈັດຕັ້ງບັນດາການແຂ່ງຂັນເພື່ອຊອກຮູ້ກ່ຽວກັບສອງປະເທດຂອງຊາວຫນຸ່ມ; ເຊີນເອກອັກຄະລັດຖະທູດ, ນັກປາຖະກະຖາພົບປະແລກປ່ຽນ, ໂອ້ລົມກັບຊາວໜຸ່ມ… ແມ່ນບັນດາການເຄື່ອນໄຫວ ເພື່ອເພີ່ມທະວີວຽກງານການສຶກສາລຸ້ນໜຸ່ມຂອງ 2 ປະເທດ ເຊິ່ງຈະໄດ້ຜັນຂະຫຍາຍໃນປີ 2024 ຂອງສະມາຄົມມິດຕະພາບ ຫວຽດນາມ - ກູບາ.
ຕອນບ່າຍວັນທີ 23 ກໍລະກົດ, ຢູ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ, ທ່ານລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ກູບາ Orlando Nicolás Hernández Guillén ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດມາປະຕິບັດໜ້າທີ່ທາງການທູດ ຢູ່ ຫວຽດນາມ.
ຍສໝ - ຊຸດຟີມເອກະສານ "ການພົວພັນປ້ອງກັນຊາດ ຫວຽດນາມ - ກູບາ, 60 ປີແຫ່ງວັນກໍ່ສ້າງ ແລະ ພັດທະນາ" ແມ່ນໜຶ່ງໃນ 5 ຜົນງານໃນຊຸດຟີມເອກະສານກ່ຽວກັບປະຫວັດສາດ 60 ປີແຫ່ງການສ້າງຕັ້ງການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ກູບາ.
ຍສໝ - ເວັບໄຊສື່ເອເລັກໂຕນິກ httpswww.cubadebate.cu ໄດ້ລົງຂ່າວ, ທ່ານນາງ Marta Rojas - ນັກປະພັນ, ນັກຂ່າວທີ່ມີຊື່ສຽງຂອງ ກູບາ ເພື່ອນມິດສະໜິດສະໜົມຂອງປະຊາຊົນກູບາ ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 3 ຕຸລາ (ຕາມເວລາ ກູບາ) ຍ້ອນພະຍາດຫົວໃຈ.
ຍສໝ - ຕາມສຳນັກຂ່າວສານ ກູບາ Prensa Latina ແລ້ວ, ບັ້ນຮົບ ດ້ຽນບຽນຝູ ປີ 1954 ໄດ້ບັນທຶກຊື່ ພົນເອກ ຫວໍງວຽນຢາບ ເຂົ້າໃນປຶ້ມປະຫວັດສາດການທະຫານສະໄໝນັ້ນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 82 ປີແຫ່ງວັນຄ້າຍວັນເກີດຂອງວິລະຊົນ ຫງວຽນວັນໂຈ໊ຍ (1/2/1940), ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ກູບາ ເລແທງຕຸ່ງ ໄດ້ໄປຢ້ຽມຢາມ ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງຢູ່ໂຮງຮຽນມັດທະຍົມຕອນປາຍ ຫງວຽນວັນໂຈ໊ຍ ຢູ່ນະຄອນຫຼວງ La Habana.
ຍສໝ - ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ ໄດ້ສະແດງຄວາມເຊື່ອໝັ້ນດ້ວຍຈິດໃຈຄື Moncada, ສອງປະເທດ ຫວຽດນາມ - ກູບາ ຈະເອົາຊະນະ ໂຄວິດ - 19, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ພ້ອມກັນສາມັກຄີ ແລະ ຍາດໄດ້ໄຊຊະນະ.
ຍສໝ - ໂດຍໄດ້ຮັບຄຳເຊື້ອເຊີນຂອງກະຊວງການຕ່າງປະເທດ ຫວຽດນາມ, ທ່ານ Gerardo Peñalver Portal ຮອງລັດຖະມົນຕີຂອງກະຊວງການຕ່າງປະເທດ ສ.ກູບາ ຜູ້ທີໜຶ່ງ ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ດຳເນີນການປຶກສາຫາລືດ້ານການເມືອງຄັ້ງທີ VII ລະຫວ່າງກະຊວງການຕ່າງປະເທດສອງປະເທດ ໃນລະຫວ່າງວັນທີ 28 ສິງຫາ ຫາ ວັນທີ 1 ກັນຍາ.
ວັນທີ 20 ເມສາ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ສົ່ງຈົດໝາຍໄປຍັງທ່ານ Raul Castro ອະດີດເລຂາທິການໃຫຍ່ຜູ້ທີໜຶ່ງ ຄະນະບໍລິຫານງານສູນກາງພັກ ກອມມູນິດ ກູບາ.
ຍສໝ - ຫວ່າງແລ້ວນີ້, ທ່ານ ຫງວຽນງອກບິ່ງ ປະທານສະຫະພັນ ບັນດາອົງການຈັດຕັ້ງມິດຕະພາບ ນະຄອນດ່ານັ້ງ (DAFO) ໄດ້ມີການເຮັດວຽກທາງໄກກັບ ທ່ານນາງ Indira Lopez Arguelles ສະຖານກົງສູນໃຫຍ່ ກູບາ ປະຈຳນະຄອນ ໂຮ່ຈີມິນ.
ຍສໝ - ຈາກນັ້ນ, ໝູ່ບ້ານປ່າ ໃນຕາແສງ ເລືອງກູ, ເມືອງ ດົ່ງວັນ ແມ່ນຕັ້ງຢູ່ຕີນພູມັງກອນ, ເຊິ່ງແມ່ນເສົາທຸງລຸງກູ, ຖືວ່າແມ່ນຈຸດເໜືອສຸດຂອງຫວຽດນາມ. ຢູ່ຕີນພູມັງກອນມີໜອງນ້ຳຈືດສອງແຫ່ງເອີ້ນວ່າ “ຕາມັງກອນ” ໂດຍຊາວທ້ອງຖິ່ນບໍ່ເຄີຍແຫ້ງຕະຫຼອດປີ. ທະເລສາບເບື້ອງຊ້າຍແມ່ນຕັ້ງຢູ່ໃກ້ກັບບ້ານໂລໂລໄຊ, ທະເລສາບເບື້ອງຂວາແມ່ນຢູ່ໃກ້ກັບບ້ານແລ້ວປາ.