ຍີ່ປຸ່ນ ໄດ້ມອບຫຼຽນໄຊອາທິດອຸໄທ ໃຫ້ທ່ານ ຮວ່າງບິ່ງກວນ

ຍີ່ປຸ່ນ ໄດ້ມອບຫຼຽນໄຊອາທິດອຸໄທ ໃຫ້ທ່ານ ຮວ່າງບິ່ງກວນ

ຍສໝ - ທ່ານ ຮວ່າງ​ບິ່ງ​ກວນ, ອະດີດ​ກຳມະການ​ສູນ​ກາງ​ພັກ, ອະດີດ​ຫົວໜ້າ​ຄະນະ​ພົວພັນການ​ຕ່າງປະ​ເທດ​ສູນ​ກາງ ​ໄດ້​ຮັບ​ຫຼຽນ​ໄຊ​ອາທິດອຸໄທ (Ordre du Soleil levant) ຈາກ​ລັດຖະບານ ຍີ່ປຸ່ນ ​ຍ້ອນບັນດາການປະກອບສ່ວນ​ໃຫ້ແກ່ຄວາມ​ມິດຕະພາບ​ລະຫວ່າງ ຫວຽດນາມ ​ແລະ ຍີ່ປຸ່ນ.

ເອກອັກຄະລັດຖະທູດ Olivier Brochet: ຝຣັ່ງ ຢາກຮ່ວມເດີນທາງກັບຫວຽດນາມ ເພື່ອພັດທະນາແບບຍືນຍົງ

ເອກອັກຄະລັດຖະທູດ Olivier Brochet: ຝຣັ່ງ ຢາກຮ່ວມເດີນທາງກັບຫວຽດນາມ ເພື່ອພັດທະນາແບບຍືນຍົງ

ປີ 2024 ຈະເປັນສັກຂີພິຍານບັນດາຜົນງານທີ່ພົ້ນເດັ່ນໃນການພົວພັນ ຫວຽດນາມ-ຝຣັ່ງ, ດ້ວຍການຢ້ຽມຢາມ ຝຣັ່ງ ຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ທີ່ດຳເນີນໄປໃນເດືອນຕຸລາຜ່ານມາ, ສອງປະເທດໄດ້ອອກຖະແຫຼງການຮ່ວມຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ມີການໂອ້ລົມກັບທ່ານ Olivier Brochet ເອກອັກຄະລັດຖະທູດ ຝຣັ່ງ ປະຈໍາ ຫວຽດນາມ ກ່ຽວກັບຜົນງານຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ກໍ່ຄືບຸລິມະສິດແກ່ການຮ່ວມມືໃນໄລຍະຈະມາເຖິງ.

ທ່ານເອກອັກຄະລັດຖະທູດ ອາເມລິກາ ຊອກຮູ້ກ່ຽວກັບມໍລະດົກສົງຄາມຢູ່ ຫວຽດນາມ

ທ່ານເອກອັກຄະລັດຖະທູດ ອາເມລິກາ ຊອກຮູ້ກ່ຽວກັບມໍລະດົກສົງຄາມຢູ່ ຫວຽດນາມ

ວັນ​ທີ 10 ທັນວາ, ຢູ່​ ຮ່າ​ໂນ້ຍ, ທ່ານ​ເອກ​ອັກຄະ​ລັດຖະທູດ​ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ Marc E. Knapper ​ແລະ ຄະນະ​ປະຕິບັດງານ​ໂຮງຮຽນ Harvard Kennedy ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ສູນ​ສຳເນົາແຫ່ງ​ຊາດ III, ກົມ​ເອກະສານ ​ແລະ ການ​ສຳເນົາ​ແຫ່ງ​ລັດ ຫວຽດນາມ. ຢູ່​ທີ່​ນີ້, ທ່ານ Knapper ​ໄດ້​ໄປ​ຢ້ຽມ​ຢາມ​ເຂດ​ວາງສະ​ແດງ ​ແລະ ​ເບິ່ງ​ຊຸດ​ເອກະສານ​ການ​ເດີນ​ທາງໄປພາກໃຕ້ຂອງ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ດັ້ງ​ຖຸ້ຍເຈິມ.

“ປະທານ VUFO ຕ້ອນຮັບທ່ານເອກອັກຄະລັດຖະທູດ ເວເນຊູເອລາ ປະຈຳ ຫວຽດນາມ”

“ປະທານ VUFO ຕ້ອນຮັບທ່ານເອກອັກຄະລັດຖະທູດ ເວເນຊູເອລາ ປະຈຳ ຫວຽດນາມ”

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ແລະ ທ່ານ Juan Carlos Fernandes Juarez, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ເວ​ເນ​ຊູ​ເອລາ ປະຈຳ ຫວຽດນາມ ​ໃນ​ວັນ​ທີ 26 ພະຈິກ ຢູ່​ຮ່າ​ໂນ້ຍ.

ຮອງເອກອັກຄະລັດຖະທູດມາເລເຊຍ ປະຈຳ ຫວຽດນາມ: ການຢ້ຽມຢາມຂອງທເລຂາທິການໃຫຍ່ ໂຕເລິມ ມີຄວາມໝາຍອັນໃຫຍ່ຫຼວງ

ຮອງເອກອັກຄະລັດຖະທູດມາເລເຊຍ ປະຈຳ ຫວຽດນາມ: ການຢ້ຽມຢາມຂອງທເລຂາທິການໃຫຍ່ ໂຕເລິມ ມີຄວາມໝາຍອັນໃຫຍ່ຫຼວງ

ເນື່ອງໃນໂອກາດທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະພັນລະຍາຈະຢ້ຽມຢາມມາເລເຊຍ, ທ່ານນາງ Cik Aida Safura Niza Othman ຮອງເອກອັກຄະລັດຖະທູດມາເລເຊຍ ປະຈໍາ ຫວຽດນາມໄດ້ແບ່ງປັນກັບສື່ມວນຊົນກ່ຽວກັບຄວາມໝາຍ ແລະແງ່ຫວັງຂອງການຢ້ຽມຢາມ.

ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ອາໄລຫາເຖິງບັນດາແພດໝໍ ແລະພະຍາບານໂຮງໝໍແບັກມາຍ ທີ່ເສຍສະຫຼະຊີວິດໃນປີ 1972

ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ ອາໄລຫາເຖິງບັນດາແພດໝໍ ແລະພະຍາບານໂຮງໝໍແບັກມາຍ ທີ່ເສຍສະຫຼະຊີວິດໃນປີ 1972

ຍສໝ - ວັນ​ທີ 6 ພະຈິກ​ ຢູ່​ຮ່າ​ໂນ້ຍ, ທ່ານ​ເອກ​ອັກຄະ​ລັດຖະທູດ​ ອາ​ເມ​ລິ​ກາ​ ປະຈໍາ​ ຫວຽດນາມ Marc Knapper ​ໄດ້​ຈູດ​ທູບ​ທຽນ​ອາ​ໄລ​ຫາບັນດາ​ແພດໝໍ ແລະ ພະຍາບານ​ຂອງ​ໂຮງໝໍ ແບັກມາຍ ໄດ້ເສຍ​ສະຫຼະ​ຊີວິດໃນ​ບັ້ນຖິ້ມລະເບີດ​ຂອງ​ອາ​ເມ​ລິ​ກາ ​ໃນ​ປີ 1972.

ທ່ານ ເລຮ່ວາຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບເອກອັກຄະລັດຖະທູດຈີນ

ທ່ານ ເລຮ່ວາຍຈູງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ຕ້ອນຮັບເອກອັກຄະລັດຖະທູດຈີນ

ຍສໝ - ຕອນເຊົ້າວັນທີ 1 ພະຈິກ, ຢູ່ຮ່າໂນ້ຍ, ທ່ານ ເລຮ່ວາຍຈູງ, ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ He Wei ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປ ຈີນ ປະຈຳ ຫວຽດນາມ ເນື່ອງໃນໂອກາດເລີ່ມຕົ້ນປະຕິບັດໜ້າທີ່ການທູດ ຢູ່ຫວຽດນາມ.

ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ: ບໍ່ມີໄຊຊະນະໃດທີ່ບໍ່ມີການເສຍສະຫຼະ ແລະການປະກອບສ່ວນຂອງທະຫານອາສາສະໝັກຫວຽດນາມ

ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ: ບໍ່ມີໄຊຊະນະໃດທີ່ບໍ່ມີການເສຍສະຫຼະ ແລະການປະກອບສ່ວນຂອງທະຫານອາສາສະໝັກຫວຽດນາມ

ຍສໝ - ປະຫວັດສາດຂອງການພົວພັນສາກົນມີການພົວພັນຮ່ວມມື, ເປັນພັນທະມິດ, ສະໜັບສະໜູນເຊິ່ງກັນ ແລະກັນ ເພື່ອຄວາມຄົງຕົວ ແລະຂະຫຍາຍຕົວຂອງປະເທດຕົນໃນດ້ານຕ່າງໆເປັນຕົ້ນດ້ານການເມືອງ, ຄວາມໝັ້ນຄົງເສດຖະກິດ, ການຄ້າ, ການລົງທຶນ ແລະວັດທະນະທຳສັງຄົມ, ແຕ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແມ່ນສາຍພົວພັນແບບພິເສດມີໜຶ່ງບໍ່ມີສອງຢູ່ໃນໂລກ ຊຶ່ງເປັນກົດເກນແຫ່ງການເພີ່ມທະວີການພົວພັນຮ່ວມມືສອງຝ່າຍເຂົ້າສູ່ລວງເລິກ ແລະລວງກວ້າງ.

VUFO ໄດ້ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງປະຊາຊົນ” ໃຫ້ແກ່ທ່ານເອກອັກຄະລັດຖະທູດ ເກຣັກ ປະຈຳ ຫວຽດນາມ

VUFO ໄດ້ມອບຫຼຽນກາ “ເພື່ອສັນຕິພາບ ແລະ ມິດຕະພາບລະຫວ່າງປະຊາຊົນ” ໃຫ້ແກ່ທ່ານເອກອັກຄະລັດຖະທູດ ເກຣັກ ປະຈຳ ຫວຽດນາມ

​ຍສໝ - ໃນ​ອາຍຸການ 5 ປີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ສາທາລະນະ​ລັດ ເກຼັກ ປະຈຳ ຫວຽດນາມ Georgios Stilianopoulos ໄດ້​ມີຄວາມນະ​ພະຍາຍາມ​ຫຼາຍ​ຢ່າງ​ໃນການຊຸກຍູ້​ການ​ຮ່ວມ​ມື ເກຼັກ - ຫວຽດນາມ ​ໃນ​ຫຼາຍ​ຂົງ​ເຂດ, ເປັນຕົ້ນແມ່ນ​ເສດຖະກິດ - ການ​ຄ້າ, ແຮງ​ງານ, ການ​ເດີນ​ທະ​ເລ, ການ​ສຶກສາ, ກິລາ. ​ເພື່ອແນໃສ່ຮັບຮູ້​ການ​ປະກອບສ່ວນເຂົ້າ​ຂອງ​ທ່ານ​ເອກ​ອັກຄະ​ລັດຖະທູດ, ​ວັນ​ທີ 15 ຕຸລາ, ຢູ່​ຮ່າ​ໂນ້ຍ, ຄະນະປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ໄດ້​ປະດັບຫຼຽນ​ກາ​ທີ່ລະນຶກ “​ເພື່ອ​ສັນຕິພາບ, ມິດຕະພາບ​ ລະຫວ່າງ​ບັນດາຊາດ” ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ.

ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ: ຫວຽດນາມ ຢືນຢັນຄໍາໝັ້ນສັນຍາສູງສຸດຕໍ່ການພັດທະນາຂອງປະຊາຄົມຝຣັ່ງໂກໂຟນີ

ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ: ຫວຽດນາມ ຢືນຢັນຄໍາໝັ້ນສັນຍາສູງສຸດຕໍ່ການພັດທະນາຂອງປະຊາຄົມຝຣັ່ງໂກໂຟນີ

ຍສໝ - ເນື່ອງໃນໂອກາດທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງຫວຽດນາມ ກະກຽມເຂົ້າຮ່ວມກອງປະຊຸມສຸດຍອດຝຣັ່ງໂກໂຟນີ ຄັ້ງທີ 19 ແລະຢ້ຽມຢາມ ສ ຝຣັ່ງ ຢ່າງເປັນທາງການຕາມຄຳເຊີນຂອງທ່ານ Emmanuel Macron ປະທານາທິບໍດີຝຣັ່ງ, ທ່ານ ດິງຕວ່ານທັ໊ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ຝຣັ່ງ ແບ່ງປັນກັບໜັງສືພິມໂລກ ແລະຫວຽດນາມ ກ່ຽວກັບຄວາມໝາຍ ແລະການເຄື່ອນໄຫວ, ເນື້ອໃນພົ້ນເດັ່ນໃນຂອບເຂດການຢ້ຽມຢາມສຳຄັນຄັ້ງນີ້.

ເອກອັກຄະລັດຖະທູດລາວ ແລະ ຈີນ ໄດ້ສະແດງຄວາມຊົມເຊີຍຕໍ່ການໄຊຊະນະດ້ຽນບຽນຝູ

ເອກອັກຄະລັດຖະທູດລາວ ແລະ ຈີນ ໄດ້ສະແດງຄວາມຊົມເຊີຍຕໍ່ການໄຊຊະນະດ້ຽນບຽນຝູ

ຍສໝ - ໄຊຊະນະ​ດ້ຽນບຽນ​ຝູ ​ແມ່ນ​ໄຊຊະນະ​ອັນ​ໃຫຍ່​ຫຼວງ​ຂອງ​ປະຊາຊົນ​ຫວຽດນາມ ​ໃນ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ ​ແລະ ຕ້ານ​ອານາ​ນິຄົມ ​ແລະ ​ແມ່ນ​ໄຊຊະນະ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຕໍ່ສູ້​ອັນ​ຍຸດຕິ​ທຳ​ຂອງ​ປະຊາຊົນທີ່​ຖືກ​ຮຸກ​ຮານ​ໃນ​ອາຊີ, ​ແມ່ນ​ແບບຢ່າງ​ທີ່​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ຂອງ​ປະຊາຊົນ​ຫວຽດນາມ ທີ່ບໍ່ຢ້ານອຳນາດ, ໃຊ້ຄວາມອ່ອນແອເພື່ອເອົາຊະນະຄວາມແຂງແຮງ.

ເອກອັກຄະລັດຖະທູດ ສະວິດ ຄົນໃໝ່ ສະແດງຄວາມຕື້ນຕັນໃຈຕໍ່ຄວາມຮັກແພງແຂກຄົນຂອງປະຊາຊົນ ຫວຽດນາມ

ເອກອັກຄະລັດຖະທູດ ສະວິດ ຄົນໃໝ່ ສະແດງຄວາມຕື້ນຕັນໃຈຕໍ່ຄວາມຮັກແພງແຂກຄົນຂອງປະຊາຊົນ ຫວຽດນາມ

ຍສໝ - ມາ​ ​ຫວຽດນາມ ​ເພື່ອ​ຮັບມອບໝາຍ​ໜ້າທີ່, ທ່ານ​ເອກ​ອັກຄະ​ລັດຖະທູດ ສະວິດ ປະຈຳ ຫວຽດນາມ ຄົນ​ໃໝ່ Johan Ndisi ​ໄດ້​ສະ​ແດງ​ຄວາມຕື້ນຕັນໃຈຕໍ່​ຄວາມ​ອົບ​ອຸ່ນ ​ແລະ ຄວາມຮັກແພງແຂກຄົນ​ຂອງ​ປະຊາຊົນ​ ຫວຽດນາມ.

ສືບຕໍ່ຊຸກຍູ້ການພົວພັນປະຊາຊົນ ຫວຽດນາມ - UAE

ສືບຕໍ່ຊຸກຍູ້ການພົວພັນປະຊາຊົນ ຫວຽດນາມ - UAE

ຍສໝ - ນີ້​ແມ່ນ​ເນື້ອ​ໃນ​ຂອງ​ການ​ແລກປ່ຽນ​ລະຫວ່າງ​ທ່ານ ຟານ​ແອງ​ເຊີນ, ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ (VUFO) ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສະຫະລັດ ອາຣັບບີ ເອມີເລັດ (UAE) ປະຈຳ ຫວຽດນາມ Bader Almatrooshi, ​ໃນ​ວັນ​ທີ 14 ສິງຫາ ຢູ່ ຮ່າ​ໂນ້ຍ.

ຮັບຮູ້ການປະກອບສ່ວນຂອງ ເອກອັກຄະລັດຖະທູດ  ໂອຕາລິດ ປະຈຳ ຫວຽດນາມ ເຂົ້າໃນການພົວພັນປະຊາຊົນ ຫວຽດນາມ -  ໂອຕາລິດ

ຮັບຮູ້ການປະກອບສ່ວນຂອງ ເອກອັກຄະລັດຖະທູດ ໂອຕາລິດ ປະຈຳ ຫວຽດນາມ ເຂົ້າໃນການພົວພັນປະຊາຊົນ ຫວຽດນາມ - ໂອຕາລິດ

ຍສໝ - ​ໃນ​ໄລຍະທີ່ດໍາລົງຕໍາແໜ່ງ 3 ປີ​, ທ່ານ Hans-Peter Glanzer ​ເອກ​ອັກຄະ​ລັດຖະທູດ ໂອຕາລິດ ປະຈຳ ຫວຽດນາມ ​ໄດ້​ປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​ໃນ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ຫຼາຍ​ຂົງ​ເຂດ. ໂດຍຮັບຮູ້ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ, ວັນທີ 5 ສິງຫາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ໄດ້ປະດັບຫຼຽນກາລະນຶກ “ເພື່ອສັນຕິພາບ ແລະມິດຕະພາບລະຫວ່າງຊາດ” ໃຫ້ແກ່ທ່ານ.

ລັດຖະບານລາວ ປະດັບຫຼຽນໄຊອິດສະຫຼະ ຊັ້ນ III ໃຫ້ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ

ລັດຖະບານລາວ ປະດັບຫຼຽນໄຊອິດສະຫຼະ ຊັ້ນ III ໃຫ້ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ

ຍສໝ - ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະຕີລາຄາສູງຕໍ່ການເຄື່ອນໄຫວຢ່າງຫ້າວຫັນຂອງ ສະຫາຍ ຫງວຽນບ໋າຮຸ່ງ ທີ່ໄດ້ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ ແລະຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອຢ່າງບໍ່ຢຸດຢັ້ງ ລະຫວ່າງສອງປະເທດ...

ຮັບຮູ້ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ດິງຕວ່ານຖັງ ໃນການເຜີຍແຜ່ວັດທະນະທຳ ຫວຽດນາມ ສູ່ສາກົນ

ຮັບຮູ້ການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ ດິງຕວ່ານຖັງ ໃນການເຜີຍແຜ່ວັດທະນະທຳ ຫວຽດນາມ ສູ່ສາກົນ

ຍສໝ - ຕາມ​ທ່ານ​ເອກ​ອັກຄະ​ລັດຖະທູດ ດິງຕວ່ານຖັງ ​ແລ້ວ, ການ​ໂຄສະນາ​ວັດທະນະທຳ​ແມ່ນ​ໜ້າ​ທີ່​ສຳຄັນ. ບັນດາ​ອົງການ​ຕາງໜ້າ ປະຈຳ ​ຝລັ່ງ ​ໄດ້​ມານະ​ພະຍາຍາມ​ປະຕິບັດ​ຫຼາຍ​ກິດຈະກຳ ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ຄຸນຄ່າ​ວັດທະນະທຳ​ທີ່ເປັນມູນເຊື້ອອັນ​ດີງາມ​ຂອງ​ ຫວຽດນາມ ​ເຖິງ​ເພື່ອນ​ມິດສາ​ກົນ.

ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ

ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ: ການຢ້ຽມຢາມລາວ ຂອງທ່ານ ໂຕເລິມ ປະທານປະເທດຫວຽດນາມ ເຮັດໃຫ້ສາຍພົວພັນລະຫວ່າງ ຫວຽດນາມ-ລາວ ເລິກເຊິ່ງຂຶ້ນກວ່າເກົ່າ

ຍສໝ - ເນື່ອງໃນໂອກາດທ່ານ ໂຕເລິມ ປະທານປະເທດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະໄປຢ້ຽມຢາມທາງລັດຖະກິດຢູ່ ລາວ, ທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ປະຈຳ ລາວ ໄດ້ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ນະຄອນຫຼວງວຽງຈັນ ກ່ຽວກັບຄວາມໝາຍ, ຈຸດປະສົງ ແລະເນື້ອໃນຈຸດສຸມໃນການຢ້ຽມຢາມຄັ້ງນີ້ຂອງທ່ານປະທານປະເທດ.

ຮັບຮູ້ການປະກອບສ່ວນຂອງເອກອັກຄະລັດຖະທູດຊູແອັດ ໃຫ້ແກ່ການພົວພັນມິດຕະພາບສອງປະເທດ

ຮັບຮູ້ການປະກອບສ່ວນຂອງເອກອັກຄະລັດຖະທູດຊູແອັດ ໃຫ້ແກ່ການພົວພັນມິດຕະພາບສອງປະເທດ

ຍສໝ - ທ່ານປະທານ VUFO ຢືນຢັນວ່າ ທ່ານນາງ Ann Mawe ເອກອັກຄະລັດຖະທູດຊູແອັດ ໄດ້ມີການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈ, ນໍ້າໃຈມິດຕະພາບລະຫວ່າງປະຊາຊົນ 2 ປະເທດ, ຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຂງແຮງ.

ທ່ານເອກອັກຄະລັດຖະທູດ ຟ້າມກວາງຮ້ຽວ: ຫວຽດນາມ ມານະພະຍາຍາມສ້າງພາກພື້ນອາຊີໃຫ້ດີຂຶ້ນ

ທ່ານເອກອັກຄະລັດຖະທູດ ຟ້າມກວາງຮ້ຽວ: ຫວຽດນາມ ມານະພະຍາຍາມສ້າງພາກພື້ນອາຊີໃຫ້ດີຂຶ້ນ

ຍສໝ - ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ ຟ້າມກວາງຮ້ຽວ ໄດ້​ແບ່ງ​ປັນ​ບົດ​ຄວາມ​ອັນ​ແຮງ​ທີ່​ຫວຽດ​ນາມ ປາດ​ຖະ​ໜາ​ທີ່​ກອງ​ປະ​ຊຸມ​ອາ​ນາ​ຄົດພາກພື້ນ​ອາ​ຊີ ​ຄັ້ງ​ທີ 29 ທີ່​ຈະ​ມາ​ເຖິງ.

ຂີດໝາຍອາ​ຍຸ​ການ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈັດ​ຕັ້ງການເຄື່ອນໄຫວວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ 500 ກວ່າ​ເຫດການ

ຂີດໝາຍອາ​ຍຸ​ການ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Yamada Takio: ຈັດ​ຕັ້ງການເຄື່ອນໄຫວວັດ​ທະ​ນະ​ທຳ, ສິ​ລະ​ປະ, ກິ​ລາ 500 ກວ່າ​ເຫດການ

ຍສໝ - ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຫາກໍມອບຫຼຽນກາລະນຶກ “​ເພື່ອພາລະກິດວັດ​ທະນະ​ທຳ, ກິລາ ​ແລະ ທ່ອງ​ທ່ຽວ” ​ໃຫ້​ທ່ານ​ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ສໍາລັບການປະກອບສ່ວນທີ່ສໍາຄັນຂອງທ່ານໃນການປະກອບສ່ວນຊຸກຍູ້ການຮ່ວມມືການພັດທະນາວັດທະນະທໍາ, ກິລາ ແລະ ການທ່ອງທ່ຽວລະຫວ່າງສອງປະເທດ ຢ່າງຕັ້ງໜ້າ.