ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ຫວຽດນາມ: ປີ 2025 ແມ່ນປີມິດຕະພາບລະຫວ່າງສອງປະເທດ

15:00 | 15/02/2025

ຍສໝ - ປີ 2025, ສະຖານທູດເຢຍລະມັນ ປະຈຳ ຮ່າໂນ້ຍ, ສະຖານກົງສຸນໃຫຍ່ເຢຍລະມັນ ປະຈຳ ນະຄອນໂຮ່ຈີມິນ ຈະສົມທົບກັບບັນດາພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງຫຼາຍເຫດການ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ເຢຍລະມັນ.

ຄະນະກຳມະການສັນຕິພາບ ຫວຽດນາມ ຍູ້ແຮງການເຄື່ອນໄຫວການສຶກສາສັນຕິພາບໃນປີ 2025 ຄະນະກຳມະການສັນຕິພາບ ຫວຽດນາມ ຍູ້ແຮງການເຄື່ອນໄຫວການສຶກສາສັນຕິພາບໃນປີ 2025
ບັນດາການສຳຜັດຕົວຈິງທີ່ເປັນເອກະລັກພິເສດໃນທົ່ວປະເທດ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025 ບັນດາການສຳຜັດຕົວຈິງທີ່ເປັນເອກະລັກພິເສດໃນທົ່ວປະເທດ ຫວຽດນາມ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025

ຈາກການຢ້ຽມຢາມຂັ້ນສູງ, ບັນດາສັນຍາຮ່ວມມືສອງຝ່າຍເຖິງການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ປີ 2025 ຈະແມ່ນປີມິດຕະພາບ ຫວຽດນາມ-ເຢຍລະມັນ ດ້ວຍການເຄື່ອນໄຫວອັນຟົດຟື້ນຫຼາຍຢ່າງ.

ວັນທີ 14 ກຸມພາ, ທ່ານນາງ Helga Margarete Barth ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ຫວຽດນາມ ໄດ້ແບ່ງປັນເນື້ອໃນຂອງລາຍການສະເຫຼີມສະຫຼອງພິເສດນີ້.

ບານ​ເຕະ​ຫວຽດ​ນາມ ຈະຮ່ວມ​ມື​ກັບ Bundesliga

ຂໍຮຽນທ່ານນາງເອກອັກຄະລັດຖະທູດ, ທ່ານນາງຈົ່ງໃຫ້ຮູ້ບາງກິດຈະກຳທີ່ພົ້ນເດັ່ນໃນປີສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ?

ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນນີ້, ຈະຈັດຕັ້ງຫຼາຍເຫດການວັດທະນະທຳ, ກິລາ ກໍ່ຄືວັນບຸນວຽກເຮັດງານທຳ ແລະການປ່ຽນແປງໃໝ່ປະດິດຄິດສ້າງເພື່ອເຮັດໃຫ້ຜົນສຳເລັດ ແລະການພົວພັນທີ່ມີຫຼາຍຮູບຫຼາຍແບບລະຫວ່າງຫວຽດນາມ - ເຢຍລະມັນ ພົ້ນເດັ່ນຂຶ້ນ.

ບັນດາກິດຈະກໍາເຫຼົ່ານີ້ບໍ່ພຽງແຕ່ຊ່ວຍໃຫ້ພວກເຮົາຫວນຄືນປະຫວັດສາດລວມເທົ່ນນັ້ນ ຫາກຍັງມຸ່ງໄປເຖິງຄວາມສາມາດບົ່ມຊ້ອນ ແລະກາລະໂອກາດໃນອະນາຄົດໃນຂົງເຂດເສດຖະກິດ, ວັດທະນະທຳ ແລະການເມືອງ.

ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ຫວຽດນາມ: ປີ 2025 ແມ່ນປີມິດຕະພາບລະຫວ່າງສອງປະເທດ
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ແລະທ່ານນາງ Helga Margarete Barth ເອກອັກຄະລັດຖະທູດສະຫະພັນເຢຍລະມັນ ປະຈຳຫວຽດນາມ ຖ່າຍຮູບລວມ ໃນວັນທີ 12 ສິງຫາ ປີ 2024 ຢູ່ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ

ລາຍການດົນຕີປະສານສຽງ “Berlin ແຈ້ງສະຫວ່າງ” ຈັດຕັ້ງໃນວັນທີ 21 ກຸມພາ ຢູ່ໂຮງລະຄອນ ໂຮ່ເກືອມ, ຮ່າໂນ້ຍ, ຈະເປີດສາກເຫດການ, ການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງການພົວພັນລະຫວ່າງສອງປະເທດ. ຫຼັງຈາກນັ້ນໜຶ່ງອາທິດ, ລາຍການດົນຕີປະສານສຽງ ກໍ່ຈັດຂຶ້ນຢູ່ນະຄອນໂຮ່ຈີມິນ.

ການສະແດງທັງສອງລາຍການລ້ວນແຕ່ມີການເຂົ້າຮ່ວມຂອງນັກຮ້ອງທີ່ມີຊື່ສຽງ Katharine Mehrling. ວັນທີ 25 ຕຸລາ, ນັກຮ້ອງ Thomas Anders ຂອງກຸ່ມດົນຕີ Modern Talking ຈະສະແດງຢູ່ສະໜາມກິລາແຫ່ງຊາດ ມີ້ດິ່ງ, ຮ່າໂນ້ຍ.

ປະຈຸບັນພວກຂ້າພະເຈົ້າໄດ້ຈັດຕັ້ງການປະກວດຂຽນ “ເປັນເອກອັກຄະລັດຖະທູດໃນໜຶ່ງມື້” ໂຄງການສິລະປະທີ່ເປັນເອກະລັກສະເພາະທີ່ຫັນຝາພະໜັງທາງນອກຂອງສະຖານທູດເຢຍລະມັນ ເປັນຮູບແຕ້ມກາງແຈ້ງ, ສະແດງໃຫ້ເຫັນທັດສະນະ ແລະແງ່ມຸມກ່ຽວກັບການພົວພັນຫຼາຍດ້ານລະຫວ່າງສອງປະເທດ.

ຍັງມີຂ່າວດີໜຶ່ງອີກແມ່ນສະຫະພັນບານເຕະຫວຽດນາມ ຈະເຊັນສັນຍາຮ່ວມມືກັບ Bundesliga.

ຂໍຮຽນທ່ານນາງ, ພາຍຫຼັງເຄິ່ງສັດຕະວັດແຫ່ງການສ້າງຕັ້ງການພົວພັນລະຫວ່າງສອງປະເທດ, ເຢຍລະມັນ ແລະ ຫວຽດນາມ ມີຄວາມສາມາດບົ່ມຊ້ອນເປີດກວ້າງການຮ່ວມມືໃນຂົງເຂດໃດແດ່?

ໃນໄລຍະຈະມາເຖິງ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ແລະປັນຍາປະດິດແມ່ນບັນດາຂົງເຂດທີ່ເຢຍລະມັນ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ.

ຄຽງຂ້າງນັ້ນ, ເຢຍລະມັນ ປາດຖະໜາຢາກເພີ່ມທະວີການຮ່ວມມືໃນຂອບເຂດສະຫະປະຊາຊາດ ແລະຮັກສາສັນຕິພາບ, ພ້ອມທັງເພີ່ມທະວີການດຶງດູດຊາວໜຸ່ມມາຮໍ່າຮຽນ ແລະບຳລຸງສ້າງວິຊາຊີບຢູ່ເຢຍລະມັນ.

ໃນໄລຍະຈະມາເຖິງ, ສະບຽງອາຫານຫວຽດນາມ ຈຳນວນໜຶ່ງ, ໃນນັ້ນມີນ້ຳປາ, ກໍ່ຄືຜະລິດຕະພັນເອເລັກໂຕນິກ, ຈະໄດ້ຮັບບຸລິມະສິດເຂົ້າຕະຫຼາດເຢຍລະມັນ.

ຫວຽດນາມ ພວມກາຍເປັນສະຖານທີ່ຜະລິດຜະລິດຕະພັນເອເລັກໂຕນິກທີ່ດຶງດູດນັກລົງທຶນຕ່າງປະເທດ, ໃນນັ້ນມີບັນດາບໍລິສັດເຢຍລະມັນ. ມີຫຼາຍວິສາຫະກິດເຢຍລະມັນ ຜະລິດຜະລິດຕະພັນຢູ່ຫວຽດນາມ ເພື່ອຍາດແຍ່ງທ່າໄດ້ປຽບຂອງສັນຍາການຄ້າເສລີ ຫວຽດນາມ-ເອີລົບ (EVFTA). ບັນດາວິສາຫະກິດຫວຽດນາມ ກໍ່ມີຄວາມຊຳນານໃນການເຂົ້າເຖິງຕະຫຼາດເຢຍລະມັນ .

ການພົວພັນມິດຕະພາບໂດຍປະຊາຊົນເພີ່ມພູນຄູນສ້າງ

ຫວນຄືນ 50 ປີແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ-ເຢຍລະມັນ, ຕາມທ່ານນາງແລ້ວ, ຜົນງານທີ່ພົ້ນເດັ່ນແມ່ນຫຍັງແດ່?

ຫວຽດນາມ ແລະ ເຢຍລະມັນ ສ້າງຕັ້ງການພົວພັນທາງການທູດໃນປີ 1975. ສອງປະເທດໄດ້ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2011. ການນຳຂັ້ນສູງເຢຍລະມັນ ໄດ້ມາຢ້ຽມຢາມຫວຽດນາມ ໃນຊຸມປີມໍ່ໆມານີ້, ພົ້ນເດັ່ນແມ່ນການຢ້ຽມຢາມຂອງທ່ານ Olaf Scholz ນາຍົກລັດຖະມົນຕີ ໃນປີ 2022 ແລະທ່ານ Frank-Walter Steinmeier ປະທານາທິບໍດີເຢຍລະມັນ ໃນປີ 2024.

ເອກອັກຄະລັດຖະທູດເຢຍລະມັນ ປະຈຳ ຫວຽດນາມ: ປີ 2025 ແມ່ນປີມິດຕະພາບລະຫວ່າງສອງປະເທດ
ທ່ານນາງເອກອັກຄະລັດຖະທູດ Helga Margarete Barth.

ດ້ານເສດຖະກິດ, ການຄ້າ, ການລົງທຶນ, ມີ 530 ວິສາຫະກິດ ເຢຍລະມັນ ໄດ້ປະສົບຜົນສຳເລັດໃນການດຳເນີນທຸລະກິດຢູ່ຫວຽດນາມ, ດ້ວຍຍອດຈຳນວນເງິນລົງທຶນກວ່າ 3,6 ຕື້ໂດລາສະຫະລັດ, ສ້າງວຽກເຮັດງານທຳໃຫ້ 50.000 ຄົນ.

ຜ່ານ EVFTA, ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດນັບມື້ນັບພັດທະນາ. ມີບໍລິສັດເຢຍລະມັນ 500 ກວ່າແຫ່ງພວມລົງທຶນຢູ່ຫວຽດນາມ. ບັນດາບໍລິສັດຂອງເຢຍລະມັນ ເຂົ້າຮ່ວມໃນຫຼາຍຂົງເຂດ, ຄື: ການຜະລິດ, ເຕັກໂນໂລຢີສູງ, logistic, ພະລັງງານທົດແທນ... ໃນປີ 2024, ການຄ້າສອງຝ່າຍບັນລຸ 18,8 ຕື້ເອີໂຣ.

ໃນຂົງເຂດສຶກສາ ແລະບຳລຸງສ້າງພາສາ, ແຕ່ລະປີ ສະຖາບັນ Goethe ຢູ່ ຮ່າໂນ້ຍ ໄດ້ຈັດຕັ້ງການສອບເສັງໃຫ້ນັກຮຽນພາສາປະມານ 35.000 ຄົນ, ໃນນັ້ນມີ 5.000 ຄົນພວມເຂົ້າຮ່ວມການສຶກສາພາສາຢູ່ທີ່ນີ້.

ປີ 2024, ມີນັກທ່ອງທ່ຽວເຢຍລະມັນ ເຖິງ 250.000 ຄົນມາຫວຽດນາມ. ຈຳນວນນັກທ່ອງທ່ຽວເຢຍລະມັນ ມາຫວຽດນາມ ພຽງແຕ່ຖັດຈາກຝຣັ່ງ (ໃນເອີຣົບ) ເທົ່ານັ້ນ.

ປະຈຸບັນມີ, ມີຊາວຫວຽດນາມ ປະມານ 200.000 ຄົນ ພວມດຳລົງຊີວິດຢູ່ເຢຍລະມັນ. ຊາວຫວຽດນາມ ລຸ້ນຕ່າງໆຢູ່ເຢຍລະມັນ ໄດ້ກາຍເປັນພາກສ່ວນໜຶ່ງທີ່ຂາດບໍ່ໄດ້ຂອງສັງຄົມ ເຢຍລະມັນ.

ພວກຂ້າພະເຈົ້າສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນອັນແໜ້ນແຟ້ນລະຫວ່າງສອງປະເທດ, ໂດຍປະຊາຊົນສອງປະເທດເພີ່ມພູນຄູນສ້າງ. ການພົວພັນຂອງພວກເຮົາແມ່ນມຸ່ງໄປເຖິງອະນາຄົດ, ສຸມໃສ່ການພັດທະນາຂອງໄວໜຸ່ມ.

ນັບແຕ່ຮັບຕຳແໜ່ງຢູ່ຫວຽດນາມ ໃນປີ 2024, ທ່ານນາງມີຄວາມປະທັບໃຈຄືແນວໃດກ່ຽວກັບວັດທະນະທຳ ແລະສັງຄົມຫວຽດນາມ?

ທີ່ຈິງແລ້ວ, ຂ້າພະເຈົ້າບໍ່ທັນມີໂອກາດໄດ້ໄປຢ້ຽມຢາມຫຼາຍແຫ່ງ. ນອກຈາກຮ່າໂນ້ຍ, ຂ້າພະເຈົ້າໄດ້ໄປນະຄອນໂຮ່ຈີມິນ ແລະ ດ່ານັງ. ຂ້າພະເຈົ້າເຫັນວ່ານີ້ເປັນສອງນະຄອນທີ່ທັນສະໄໝທີ່ສຸດ.

ສະເພາະຮ່າໂນ້ຍ, ຂ້າພະເຈົ້າເຫັນວ່ານີ້ແມ່ນນະຄອນທີ່ມີຄວາມດຶງດູດສະເພາະ, ແຫ່ງທີ່ປະຊາຊົນມີຄວາມເອກອ້າງທະນົງໃຈຕໍ່ນະຄອນຫຼວງຂອງຕົນ. ສ່ວນຂ້າພະເຈົ້ານິຍົມຄຸ້ມຖະໜົມເກົ່າ, ດ້ວຍເຮືອນນ້ອຍໆ, ບູຮານ ແລະຮ້ານຄ້ານ້ອຍໆທີ່ໜ້າປະທັບໃຈ.

ຂໍຂອບໃຈທ່ານນາງເອກອັກຄະລັດຖະທູດ.

ຮັບຮູ້ການປະກອບສ່ວນຂອງຜູ້ຕາງໜ້າອົງການ UNICEF ປະຈຳ ຫວຽດນາມ ສຳລັບການສຶກສາ ຫວຽດນາມ ຮັບຮູ້ການປະກອບສ່ວນຂອງຜູ້ຕາງໜ້າອົງການ UNICEF ປະຈຳ ຫວຽດນາມ ສຳລັບການສຶກສາ ຫວຽດນາມ

ຍສໝ - ວັນທີ 1 ກໍລະກົດ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີ ກະຊວງສຶກສາ ແລະບຳລຸງສ້າງ ຫວຽດນາມ ຫງວຽນກິມເຊີນ ໄດ້ມອບຫຼຽນກາລະນຶກ “ເພື່ອພາລະກິດການສຶກສາ” ໃຫ້ແກ່ທ່ານນາງ Rana Flowers, ຫົວໜ້າຜູ້ຕາງໜ້າກອງທຶນເພື່ອເດັກນ້ອຍ ສະຫະປະຊາຊາດ (UNICEF) ປະຈໍາ ຫວຽດນາມ. ລາງວັນ​ດັ່ງກ່າວ​ແມ່ນ​ເພື່ອຮັບ​ຮູ້ບັນດາ​ການ​ປະກອບສ່ວນ​ຢ່າງຕັ້ງໜ້າ​ຂອງ​ທ່ານສຳລັບການ​ສຶກສາ, ​ເດັກນ້ອຍ ເວົ້າສະເພາະ ...

ຂີດໝາຍວັນບຸນຊຸດເສື້ອຍາວຂອງສະຫະພັນແມ່ຍິງ ຫວຽດນາມ ປະຈຳ ເຢຍລະມັນ ຂີດໝາຍວັນບຸນຊຸດເສື້ອຍາວຂອງສະຫະພັນແມ່ຍິງ ຫວຽດນາມ ປະຈຳ ເຢຍລະມັນ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ສະຫະພັນ​ແມ່ຍິງ ​ຫວຽດນາມ ປະຈຳ ສາທາລະນະລັດສະຫະພັນ ເຢຍລະ​ມັນ ​ໄດ້​ຈັດ​ວັນບຸນຊຸດເສື້ອຍາວໃຫ້ແກ່​ເອື້ອຍນ້ອງແມ່ຍິງ ດ້ວຍ​ຫົວ​ຂໍ້​ວ່າ “ອ່ອນໂຍນສີສັນລະດູ​ບານໃໝ່ 2024”.

ເຫດການ