![]() | ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ: ສະຫະປະຊາຊາດ ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນກ່ຽວກັບການຫັນເປັນດີຈີຕອນ ແລະ AI |
![]() | ທ່ານເອກອັກຄະລັດຖະທູດ ອາເມລິກາ ຊອກຮູ້ກ່ຽວກັບມໍລະດົກສົງຄາມຢູ່ ຫວຽດນາມ |
ຕາມທ່ານເອກອັກຄະລັດຖະທູດ Kanat Tumysh: ບຸນປີໃໝ່ Novruz ແມ່ນວັນບຸນປີໃໝ່ຢູ່ Kazakhstan. ນີ້ແມ່ນປີທີສອງທີ່ຈັດຂຶ້ນບຸນປີໃໝ່ປະເພນີ Novruz ຂອງ ກາຊັກສະຖານ. ເຫດການຈະດຳເນີນໃນຕອນບ່າຍວັນທີ 19 ມີນາ ຢູ່ຮ່າໂນ້ຍ.
“ຈຸດພົ້ນເດັ່ນຂອງ ບຸນປີໃໝ່ Novruz 2025 ແມ່ນຈະເປີດຮ້ານອາຫານອອນລາຍມີຊື່ວ່າ “Yurt”. ຢູ່ທີ່ນີ້, ບັນດາທ່ານສາມາດຊອກຫາບັນດາເຍື່ອງອາຫານພື້ນເມືອງຂອງ ກາຊັກສະຖານ ເຊັ່ນ: ເຂົ້າຜັດ plov, ເຂົ້າໜົມ manty … ນີ້ແມ່ນໂອກາດເພື່ອພວກຂ້າພະເຈົ້າແນະນຳໃຫ້ເຖິງຊາວຫວຽດນາມ ຮູ້ຈັກບັນດາຄຸນຄ່າທີ່ເປັນມູນເຊື້ອທີ່ມີມາແຕ່ດົນນານ ກໍ່ຄືຊິມອາຫານທີ່ເປັນເອກະລັກສະເພາະຂອງບັນດາປະເທດ Turkic”, ທ່ານເອກອັກຄະລັດຖະທູດ Kanat Tumysh ແບ່ງປັນ.
![]() |
ທ່ານເອກອັກຄະລັດຖະທູດ ກາຊັກສະຖານ ເຂົ້າຮ່ວມພິທີເຕັ້ນໄຟໃນງານບຸນ Novruz 2024. ຮູບ: ຮວ່າງອຽນ |
ຕາມຄວາມຮູ້ສຶກຂອງທ່ານເອກອັກຄະລັດຖະທູດ Kanat Tumysh, ບຸນປີໃໝ່ Novruz ຂອງ Kazakhstan ມີຫຼາຍຈຸດຄ້າຍຄືກັນກັບບຸນປີໃໝ່ປະຈຳຊາດ ຫວຽດນາມ.
ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ: “ ທັງ 2 ວັນບຸນທັງໝົດແມ່ນມາຈາກການກະສິກຳ, ສັນຍາລັກເຖິງຕົ້ນລະດູການເຮັດໄຮ່, ຊາວກະສິກອນໄປເຮັດໄຮ່. ບັນດາວັນໃກ້ບຸນປີໃໝ່, ບັນດາໝູ່ເພື່ອນຫວຽດນາມ ຈັດຕັ້ງປ່ອຍປາຄຳ, ມ້ຽນມັດເຮືອນຊານ, ຫໍ່ເຂົ້າຕົ້ມ. ປະຊາຊົນ ກາຊັກສະຖານ ກໍ່ຈັດຕັ້ງປ່ອຍປາ, ມ້ຽນມັດ, ປະດັບປະດາເຮືອນຢູ່. ການປະສົມ 7 ວັດຖຸດິບຈາກທໍາມະຊາດ - ນ້ໍາ, ເກືອ, ຊີ້ນ, ບັນດາຜະລິດຕະພັນຈາກນົມ, ຜັກບົ່ວ, ໝີ່ເສັ້ນ ໃນເຍື່ອງອາຫານນີ້ເປັນສັນຍາລັກຂອງຄວາມສາມັກຄີ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມສຸກ.
ວັນບຸນປີໃໝ່ຂອງຫວຽດນາມ ແລະ ບຸນປີໃໝ່ Novruz ທັງສອງແມ່ນໂອກາດພົບປະ. ທຸກຄົນທັງນຸ່ງເສື້ອຜ້າທີ່ສວຍງາມ, ໄປຢາມຍາດຕິພີ່ນ້ອງ ແລະ ແລກປ່ຽນຄຳອວຍພອນທີ່ດີງາມ.
ຊາວກາຊັກ ແລະ ຊາວຫວຽດນາມ ລ້ວນແຕ່ເອົາໃຈໃສ່ເຖິງຮີດຄອງປະເພນີບູຊາບັນພະບຸລຸດ. ຊາວກາຊັກສະຖານ ເອີ້ນວ່າ "aruakh". ທຸກຄົນໄປສຸສານ, ໄປຢ້ຽມຢາມບ່ອນຝັງສົບຂອງຍາດພີ່ນ້ອງ ແລະ ອ່ານຄຳພາວະນາ."
![]() |
ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ກາຊັກສະຖານ ປະຈຳ ຫວຽດນາມ Kanat Tumysh. ຮູບ: ແບກເຢືອງ. |
“ຄວາມໃກ້ຊິດ ແລະ ຄວາມຄ້າຍຄືກັນໃນຮີດຄອງປະເພນີ, ວັດທະນະທຳຂອງ 2 ປະເທດ ແມ່ນພື້ນຖານອັນສຳຄັນເພື່ອເພີ່ມທະວີການຮ່ວມມືສາກົນ, ປັບປຸງສາຍພົວພັນມິດຕະພາບ ແລະ ສັນຕິພາບລະຫວ່າງ ຫວຽດນາມ ແລະ ກາຊັກສະຖານ”, ທ່ານເອກອັກຄະລັດຖະທູດ Kanat Tumysh ກ່າວ.
ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ພ້ອມກັບວັນບຸນປີໃໝ່ Novruz, ມີການເຄື່ອນໄຫວພົບປະແລກປ່ຽນປະຊາຊົນຫຼາຍຢ່າງໄດ້ຈັດຕັ້ງໃນປີ 2025 ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ ລະຫວ່າງປະຊາຊົນ 2 ປະເທດ ລວມມີ: ວັນວັດທະນະທຳ Kazakh ຢູ່ ຫວຽດນາມ; ສັບປະດາຮູບເງົາ ຫວຽດນາມ ຢູ່ Kazakhstan ດ້ວຍບັນດາງານຄອນເສີດ, ງານວາງສະແດງ ແລະ ງານຕະຫຼາດນັດ...
![]() | ທ່ານເອກອັກຄະລັດຖະທູດ ຟ້າມກວາງຮ້ຽວ: ຫວຽດນາມ ມານະພະຍາຍາມສ້າງພາກພື້ນອາຊີໃຫ້ດີຂຶ້ນ ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ຍີ່ປຸ່ນ ຟ້າມກວາງຮ້ຽວ ໄດ້ແບ່ງປັນບົດຄວາມອັນແຮງທີ່ຫວຽດນາມ ປາດຖະໜາທີ່ກອງປະຊຸມອານາຄົດພາກພື້ນອາຊີ ຄັ້ງທີ 29 ທີ່ຈະມາເຖິງ. |
![]() | ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ: ຫວຽດນາມ ໃຫ້ຄຳໝັ້ນສັນຍາໃນລະດັບສູງເພື່ອຮັບປະກັນຄວາມສະເໝີພາບທາງເພດ ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງກອງປະຊຸມຄັ້ງທີ 68 ຂອງຄະນະກຳມະການ ສະຖານະພາບຂອງແມ່ຍິງ (CSW) ແລະ ບັນດາສານທີ່ທ່ານນາງຮອງປະທານປະເທດ ໂວທິແອງຊວນ ເນັ້ນໜັກ ໃນພິທີເປີດກອງປະຊຸມ ວັນທີ 11 ມີນານີ້. |
ແທັງຮັ່ງ