ເອກອັກຄະລັດຖະທູດລາວ ແລະ ຈີນ ໄດ້ສະແດງຄວາມຊົມເຊີຍຕໍ່ການໄຊຊະນະດ້ຽນບຽນຝູ | |
ຍູ້ແຮງການຮ່ວມມືລະຫວ່າງວິທະຍາຄານປ້ອງກັນຊາດຫວຽດນາມ ກັບວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ລາວ |
ຕາມທ່ານນາງ ຄໍາເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ແລ້ວ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກປະຊາຊົນປະຕິວັດລາວ ແລະລັດຖະບານລາວ ໃນການຮັກສາ, ເພີ່ມພູນຄູນສ້າງ ແລະເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານກັບຫວຽດນາມ.
ໂດຍຮັບຄຳເຊີນຂອງທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ເລີ່ມຕົ້ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການແຕ່ວັນທີ 12 ກຸມພາ.
ແບ່ງປັນກັບໜັງສືພິມໂລກ ແລະຫວຽດນາມ, ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ຍົກອອກຄວາມໝາຍຂອງການຢ້ຽມຢາມ ກໍ່ຄືບັນດາຄວາມມານະພະຍາຍາມຂອງສອງປະເທດເພື່ອແນໃສ່ພັດທະນາການຮ່ວມມືສອງຝ່າຍໃນທຸກຂົງເຂດຢ່າງແຮງໃນໄລຍະຜ່ານມາ.
![]() |
ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ, |
ຂໍຮຽນທ່ານນາງເອກອັກຄະລັດຖະທູດ ຂໍໃຫ້ທ່ານນາງແບ່ງປັນກ່ຽວກັບຄວາມໝາຍຂອງການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ, ພິເສດເມື່ອນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງທ່ານໃນຖານະຕຳແໜ່ງແມ່ນຫົວໜ້າຂະແໜງການທູດ?
ນີ້ແມ່ນການໄປປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງສະຫາຍ ທອງສະຫວັນ ພົມວິຫານ ພາຍຫຼັງໄດ້ຮັບແຕ່ງຕັ້ງໃຫ້ດຳລົງຕຳແໜ່ງລັດຖະມົນຕີກະຊວງການຕ່າງປະເທດລາວ, ປະກອບສ່ວນຢັ້ງຢືນຫຼັກໝັ້ນຂອງພັກປະຊາຊົນປະຕິວັດລາວ ສືບຕໍ່ປົກປັກຮັກສາ, ເພີ່ມພູນຄູນສ້າງ ແລະເພີ່ມທະວີນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.
ພ້ອມກັນນັ້ນ, ການຢ້ຽມຢາມຍັງຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກປະຊາຊົນ ປະຕິວັດລາວ ແລະລັດຖະບານລາວ ໃນການຮັກສາ, ເພີ່ມພູນຄູນສ້າງ ແລະເສີມຂະຫຍາຍການພົວພັນມິດຕະພາບອັນຍິ່ງໃຫຍ່, ນ້ຳໃຈສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ.
ໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຄັ້ງນີ້, ສະຫາຍ ທອງສະຫວັນ ພົມວິຫານ ຈະພົບປະເຈລະຈາ, ແລກປ່ຽນທັດສະນະ ແລະບັນດາມາດຕະການເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍໃຫ້ມີປະສິດທິຜົນຕາມຂໍ້ຕົກລົງລະຫວ່າງການນຳຂັ້ນສູງຂອງພັກ ແລະລັດສອງປະເທດ.
ທ່ານນາງ ເອກອັກຄະລັດຖະທູດ ຕີລາຄາຄືແນວໃດກ່ຽວກັບຄວາມມານະພະຍາຍາມເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສ້າງບາດກ້າວບຸກທະລຸໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງສອງປະເທດໃນໄລຍະຜ່ານມາ?
![]() |
ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ. ພາບ: TTXVN |
ເຖິງວ່າສະຖານະການໂລກ ແລະພາກພື້ນມີການຜັນປ່ຽນຢ່າງສັບສົນ, ພາຍໃຕ້ການນຳພາຂອງພັກ ແລະການບໍລິຫານຂອງລັດຖະບານ, ການພົວພັນລະຫວ່າງສອງປະເທດ ສືບຕໍ່ພັດທະນາຢ່າງແຮງໃນທຸກຂົງເຂດ. ການພົວພັນດ້ານການເມືອງນັບມື້ນັບເຂົ້າສູ່ລົງເລິກ, ສະໜິດຕິດພັນ, ສວມບົດບາດເປັນເສົາຄ້ຳໃນການວາງທິດທາງລວມ.
ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະການພົວພັນຕ່າງປະເທດ ສືບຕໍ່ແມ່ນບັນດາຂົງເຂດຫຼັກ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ການຮ່ວມມືດ້ານການສຶກສາ, ການແພດ, ວິທະຍາສາດ-ເຕັກນິກກໍ່ມີບັນດາບາດກ້າວເດີນທີ່ເຫັັນໄດ້ຊັດ, ຍົກສູງຄຸນນະພາບ ແລະມີປະສິດທິຜົນ.
ສຳລັບການຮ່ວມມືເສດຖະກິດ, ການຄ້າ ແລະການລົງທຶນ, ສອງປະເທດໄດ້ມີການດັດປັບນະໂຍບາຍໃຫ້ເໝາະສົມກັບແຕ່ລະໄລຍະພັດທະນາ, ນຳມາເຊິ່ງປະສິດທິຜົນແທດຈິງ.
ສຳລັບການລົງທຶນ, ບັນດານັກລົງທຶນຫວຽດນາມ ສວມບົດບາດສຳຄັນ ແລະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ. ແຕ່ປິ 1988 ມາຮອດປະຈຸບັນ, ການລົງທຶນຂອງຫວຽດນາມ ເຂົ້າລາວ ລວມມີ 417 ໂຄງການ, ຍອດມູນຄ່າທີ່ໄດ້ອະນຸມັດຜ່ານແມ່ນກວ່າ 4,9 ຕື້ໂດລາສະຫະລັດ. ໃນນັ້ນ, ເງິນລົງທຶນ 100% ຂອງ ຫວຽດນາມ ແມ່ນ 291 ໂຄງການ, ລວມມູນຄ່າ 4,6 ຕື້ໂດລາສະຫະລັດ ແລະ 126 ໂຄງການຮ່ວມທຸລະກິດ.
ປະຈຸບັນ, ຫວຽດນາມ ຢືນອັນດັບທີ 3 ໃນຈຳນວນ 54 ປະເທດລົງທຶນເຂົ້າລາວ (ຖັດຈາກ ຈີນ ແລະໄທ). ບັນດາຂົງເຂດລົງທຶນຫຼັກແມ່ນກະສິກໍາ, ພະລັງງານໄຟຟ້າ, ຂຸດຄົ້ນບໍແຮ່ ແລະບັນດາຂົງເຂດການບໍລິການຕ່າງໆ.
ສຳລັບການຄ້າ, ວົງເງິນການຄ້າສອງຝ່າຍລະຫວ່າງລາວ ແລະຫວຽດນາມ ໃນປີ 2024 ບັນລຸໄດ້ 2,2 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 33,9% ເມື່ອທຽບໃສ່ປີ 2023. ສອງຝ່າຍຕັດສິນໃຈເພີ່ມຕົວເລກນີ້ໃນປີ 2025. ປີ 2024, ຫຼາຍໂຄງການຖືກຢຸດສະງັກ, ຄົງຂ້າງໄດ້ຮັບການແກ້ໄຂລຽບລ້ອຍແລ້ວ.
ບັນດາຜົນງານດັ່ງກ່າວບໍ່ພຽງແຕ່ຊຸກຍູ້ການເຕີບໂຕເສດຖະກິດເທົ່ານັ້ນຫາກຍັງປັບປຸງນ້ຳໃຈມິດຕະພາບແບບພິເສດລາວ-ຫວຽດນາມ ເທົ່ານັ້ນ ຫາກຍັງຍົກສູງບົດບາດ ແລະຖານະທີ່ຕັ້ງຂອງສອງປະເທດໃນເວທີສາກົນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງໃນພາກພື້ນ.
ຫວຽດນາມ ພວມສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ (3 ກຸມພາ 1930 – 3 ກຸມພາ 2025) ແລະຫວ່າງມໍ່ໆມານີ້ທ່ານ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ມີບົດຂຽນດ້ວຍຫົວຂໍ້ “ຫວຽດນາມ ສະຫງ່າລາສີ”. ທ່ານນາງເອກອັກຄະລັດຖະທູດ ຮູ້ສຶກແນວໃດກ່ຽວກັບບັນຍາກາດເບິກບານມ່ວນຊື່ນ, ຄວາມເຊື່ອໝັ້ນຢ່າງແຮງຂອງຫວຽດນາມ ເມື່ອກ້າວເຂົ້າສັງກາດໃໝ່”?
ໃນຕະຫຼອດໄລຍະກວ່າເກົ້າທົດສະວັດຜ່ານມາ, ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນພາລະກິດຕໍ່ສູ້ປົດປ່ອຍຊາດກ່ອນໜ້ານີ້ ກໍ່ຄືໃນພາລະກິດປົກປັກຮັກສາ ແລະສ້າງສາ, ພັດທະນາປະເທດໃນປະຈຸບັນ.
ພິເສດໃນໄລຍະເກືອບ 4 ທົດສະວັດຜ່ານມາ, ການປະຕິບັດແນວທາງປ່ຽນແປງໃໝ່ໄດ້ເຮັດໃຫ້ປະເທດຫວຽດນາມ ມີສະຖຽນລະພາບ, ມີຄວາມໝັ້ນຄົງດ້ານການເມືອງ; ຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງ, ດີກວ່າ; ເສດຖະກິດນັບມື້ນັບພັດທະນາຢ່າງໄວ, ຖານະບົດບາດ ແລະອິດທິພົນຊື່ສຽງຂອງຫວຽດນາມ ໃນພາກພື້ນ ແລະໃນເວທີສາກົນນັບມື້ນັບໄດ້ຮັບຮູ້ຢ່າງກວ້າງຂວາງ ແລະຍົກສູງ.
ຂ້າພະເຈົ້າ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາ, ຊີ້ນຳຢ່າງສະຫຼາດສະຫຼຽວຂອງພັກກອມມູນິດຫວຽດນາມ, ໂດຍສະຫາຍ ໂຕເລີມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ນຳໜ້າ, ຫວຽດນາມ ຈະສືບຕໍ່ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງກວ່າອີກໃນພາລະກິດປົກປັກຮັກສາ ແລະສ້າງສ້າ, ພັດທະນາປະເທດ, ພິເສດແມ່ນການປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ແລະແຜນການພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີ (2021-2025); ກໍ່ຄືເປົ້າໝາຍວິໄສທັດເຖິງປີ 2030, ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ, ກາຍເປັນປະເທດກຳລັງພັດທະນາຕາມທິດອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ ແລະເປົ້າໝາຍວິໄສທັດເຖິງປີ 2045, ເນື່ອງໃນໂອກາດສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງປະເທດສັງຄົມນິຍົມຫວຽດນາມ, ກາຍເປັນປະເທດພັດທະນາທີ່ມີລາຍຮັບສູງ.
ຂໍຂອບໃຈທ່ານນາງເອກອັກຄະລັດຖະທູດ
![]() | ເອກອັກຄະລັດຖະທູດລາວ ຢ້ຽມຢາມ ແລະ ເຂົ້າອຳລາການນໍາ ແຂວງຮ່າຕິ່ງ-ເຫງະອານ ແລະ ທະຫານ ເຂດ 4 ຍສໝ - ໃນລະຫວ່າງວັນທີ 14-16 ກັນຍາ 2023 ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ອຳລາການນໍາແຂວງຮ່າຕິ່ງ, ແຂວງເຫງະອານ ແລະ ທະຫານ ... |
![]() | ມອບຫຼຽນໄຊມິດຕະພາບ ໃຫ້ແກ່ຫໍພິພິທະພັນ ໄກສອນ ພົມວິຫານ ຍສໝ - ໃນວັນທີ 7 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບ໋າຮຸ່ງ ໄດ້ມອບຫຼຽນໄຊມິດຕະພາບ ໃຫ້ແກ່ຫໍພິພິທະພັນ ໄກສອນ ພົມວິຫານ ຍ້ອມມີບັນດາຜົນງານ ແລະ ປະກອບສ່ວນອັນໃຫຍ່ຫຼວງ ໃນການເຊີດຊູປະທານ ໂຮ່ຈີມິນ, ວິລະຊົນປົດປ່ອຍປະເທດຊາດຫວຽດນາມ ແລະ ນັກວັດທະນະທຳດີເດັ່ນຂອງໂລກ. |