ນາ​ຍົກ​ລັດ​ຖະ​ມົນ​ຕີ: ນຳຫວຽດ​ນາມ​ເຂົ້າ​ໃນ​ກຸ່ມ 30 ປະ​ເທດ​ທີ່​ມີກຳລັງຄວາມ​ສາ​ມາດ​ໃນ​ການການ​ແກ່ງແຍ້ງ​ດ້ານ​ການ​ທ່ອງ​ທ່ຽວ​ແຖວ​ໜ້າ

ນາ​ຍົກ​ລັດ​ຖະ​ມົນ​ຕີ: ນຳຫວຽດ​ນາມ​ເຂົ້າ​ໃນ​ກຸ່ມ 30 ປະ​ເທດ​ທີ່​ມີກຳລັງຄວາມ​ສາ​ມາດ​ໃນ​ການການ​ແກ່ງແຍ້ງ​ດ້ານ​ການ​ທ່ອງ​ທ່ຽວ​ແຖວ​ໜ້າ

ຍ​ສ​ໝ - ເຂົ້າຮ່ວມກອງປະຊຸມມີທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ; ບັນດາລັດຖະມົນຕີ, ຫົວໜ້າບັນດາກະຊວງ, ອົງການທຽບ​ເທົ່າ​ກະ​ຊວງ, ອົງ​ການ​ຂຶ້ນ​ກັບລັດຖະບານ; ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ, ນະຄອນ; ຜູ້ຕາງໜ້າບັນດາອົງການຈັດຕັ້ງ, ສະມາຄົມ, ວິສາຫະກິດລົງທຶນທຸລະກິດທ່ອງທ່ຽວ ແລະ ບັນ​ດາ​ຂະ​ແໜງການທີ່ກ່ຽວຂ້ອງ; ຜູ້ຊ່ຽວຊານດ້ານເສດຖະກິດ.

ວັນ​ບຸນ​ກາ​ເຟ: ສົ່ງ​ເສີມ​ການນຳ​ເຄື່ອງ​ໝາຍ​ການ​ຄ້າ ຫວຽດ​ນາມ ອອ​ກ​ສູ່​ໂລກ

ວັນ​ບຸນ​ກາ​ເຟ: ສົ່ງ​ເສີມ​ການນຳ​ເຄື່ອງ​ໝາຍ​ການ​ຄ້າ ຫວຽດ​ນາມ ອອ​ກ​ສູ່​ໂລກ

ຍ​ສ​ໝ - ປີ 2022, ການ​ສົ່ງ​ອອກ​ກາ​ເຟ​ຂອງ ຫວຽດ​ນາມ ບັນ​ລຸ​ເກືອບ 1,8 ລ້ານ​ໂຕນ, ມີ​ວົງ​ເງິນ​ກ່​ວາ 4 ຕື້ USD, ໃນ​ນັ້ນ ເມືອງ​ກາ​ເຟ ດັກ​ລັກ​ ກວມ​ເອົາ 20% ວົງ​ເງິນດັ່ງກ່າວ​.

ADB ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 683 ລ້ານ USD ເພື່ອ​ສ້າງ​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ແຮງ​ລົມ​ແຫ່ງ​ທຳ​ອິດ​ຢູ່ ລາວ

ADB ໜູນ​ຊ່ວຍ​ເງິນ​ເປັນ​ຈຳ​ນວນ 683 ລ້ານ USD ເພື່ອ​ສ້າງ​ໂຮງ​ງານ​ຜະ​ລິດ​ໄຟ​ຟ້າ​ແຮງ​ລົມ​ແຫ່ງ​ທຳ​ອິດ​ຢູ່ ລາວ

ຍ​ສ​ໝ - ADB ຫາ​ກໍ່​ເຊັນ​ບ້ວງ​ເງິນ​ກູ້​ຢຶມ​ໃຫ້​ແກ່​ໂຄງ​ການ​ໄຟ​ຟ້າ​ແຮງ​ລົມ​ຂ້າ​ມ​ຊາຍ​ແດນ​ແຫ່ງ​ທຳ​ອິດ​ຢູ່​ອາ​ຊີ, ນີ້​ແມ່ນ​ໂຮງ​ງານ​ແຫ່ງ​ທຳ​ອິດ​ຢູ່ ລາວ ແລະກໍ່​ແມ່ນ​ໂຮງ​ງານ​ໃຫຍ່​ທີ່​ສຸດ​ຢູ່​ອາ​ຊີ​ຕ​າ​ເວັນ​ອອກ​ສ່ຽງ​ໃຕ້.

ການ​ຄ້າ​ທາງ​ລົດ​ໄຟ​ລະ​ຫວ່າງ ຈີນ ແລະ ລາວ ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ

ການ​ຄ້າ​ທາງ​ລົດ​ໄຟ​ລະ​ຫວ່າງ ຈີນ ແລະ ລາວ ເພີ່ມ​ຂຶ້ນ​ຢ່າງ​ກະ​ໂດດ​ຂັ້ນ

ຍ​ສ​ໝ - ໃນ​ເວ​ລາ​ເກືອບ 2 ເດືອນ​ຕົ້ນປີ 2023, ຈີນ​ໄດ້​ນຳ​ເຂົ້າ​ສິນ​ຄ້າ​ຜ່ານ​ທາງ​ລົດ​ໄຟ​ຈີນ - ລາ​ວ​ເພີ່ມ​ຂຶ້ນ​ທົບ 5 ເທົ່າ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ນີ້.

Bloomberg: ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ດູດ​ດື່ມ​ສຳ​ລັບ​ບໍ​ລິ​ສັດ Startup

Bloomberg: ຫວຽດ​ນາມ ແມ່ນ​ສະ​ຖານ​ທີ່​ດູດ​ດື່ມ​ສຳ​ລັບ​ບໍ​ລິ​ສັດ Startup

Bloomberg ຊີ້ແຈ້ງວ່າ ລັດຖະບານ ຫວຽດນາມ ບັນລຸເປົ້າໝາຍຮອດປີ 2030 ນຳ ນະຄອນໂຮ່ຈີມິນກາຍເປັນ ສະຖານທີ່ດຶງດດເງິນລົງທຶນດ້ານເຕັກໂນໂລຢີ ແລະ ມຸ່ງໄປເຖິງພື້ນຖານເສດຖະກິດດີຈີຕອນເຊິ່ງ ອາດຈະປະກອບສ່ວນ 40% ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງນະຄອນໂຮ່ຈີມິນ.

ອາ​ຊຽນ - ສ.ເກົາຫຼີ ປຶກ​ສາ​ຫາ​ລື ບ​ັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື

ອາ​ຊຽນ - ສ.ເກົາຫຼີ ປຶກ​ສາ​ຫາ​ລື ບ​ັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື

ກອງປະຊຸມປີນີ້ມີຄວາມໝາຍສຳຄັນຍ້ອນບັນດາຝ່າຍພວມມານະພະຍາຍາມ ເພີ່ມທະວີຄວາມວັດທະນາຖາວອນ ແລະ ສາມັກຄີລະຫວ່າງ ອາຊຽນ ແລະ ສ.ເກົາຫຼີໃນສະພາບການຊຸກຍູ້ການຮ່ວມມືໃນໄລຍະພາຍຫຼັງໂຄວິດ - 19.

ການປະຕິບັດບັນດາສັນຍາ FTA ລຸ້ນໃຫມ່ເພື່ອຍູ້ແຮງການສົ່ງອອກ

ການປະຕິບັດບັນດາສັນຍາ FTA ລຸ້ນໃຫມ່ເພື່ອຍູ້ແຮງການສົ່ງອອກ

ເພີ່ມທະວີບັນດາມາດຕະການ ຮັບປະກັນການເຕີບໂຕການສົ່ງອອກ ແມ່ນຫນຶ່ງໃນບັນດາຄາດໝາຍເພື່ອແນໃສ່ສ້າງກຳລັງຫນູນໃຫ້ແກ່ການເຕີບໂຕເສດຖະກິດ ຫວຽດນາມ ໃນປີນີ້. ໃນສະພາບການເຕີບໂຕສີຂຽວ, ເສດຖະກິດ ໝູນວຽນ ພວມກາຍເປັນທ່າອ່ຽງ ແລະ ຄວາມຮຽກຮ້ອງຕ້ອງການໃນທົ່ວໂລກ, ຫວຽດນາມ ພວມພັດທະນາບັນດາລະບົບຜະລິດ ແລະ ການສະຫນອງການຄ້າສາກົນ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ, ມາດຖານເຄັ່ງຄັດຂອງຕະຫລາດ ພິເສດແມ່ນຄວາມຮຽກຮ້ອງຕ້ອງການຈາກສັນຍາການຄ້າເສລີລຸ້ນໃຫມ່ (FTA).

ຊຸກຍ​ູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ - ອິນ​ເດຍ

ຊຸກຍ​ູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ - ອິນ​ເດຍ

ຍ​ສ​ໝ - ວັນ​ທີ 14 ກຸມ​ພາ ປີ 2023, ຢູ່​ຮ່າ​ໂນ້ຍ, ທ່ານ​ລັດ​ຖະ​ມົນ​ຕີ ຫງວຽນ​ຮົ່ງ​ຢຽນ ໄດ້​ໃຫ້​ການ​ຕ້ອນ​ຮັບ ແລະ ເຮັດ​ວຽກ​ກັບ​ທ່ານ Sandeep Arya ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມແຫ່ງ​ອິນ​ເດຍ ປະ​ຈຳ ຫວຽດ​ນາມ.

ສະ​ພາ​ແຫ່ງ​ຊາດ: ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ໃຫ້​ແກ່​ທຸກ​ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ: ຫວຽດ​ນາມ ສ້າງ​ເງື່ອນ​ໄຂ​ສະ​ດວ​ກ​ໃຫ້​ແກ່​ທຸກ​ນັກ​ລົງ​ທຶນ

ຍ​ສ​ໝ - ທ່ານປະທານສະພາແຫ່ງຊາດ ຫວັງວ່າ ບັນດາປະເທດຈະຮ່ວມກັນແບ່ງປັນເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈໃນກິດຈະການຫັນເປັນດີຈີຕອນ ແລະ ໃຫ້ຮູ້ວ່າ ເວທີປາໄສສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຊຶ່ງຫວຽດນາມ ເປັນເຈົ້າພາບຈັດຕັ້ງຈະປຶກສາຫາລືກ່ຽວກັບເນື້ອໃນນີ້.

ນັກ​ຮຽ​ນ​ຮູ້ ຈີນ ຖອດລະຫັດ​ກຳ​ລັງ​ໜູນ​ການ​ເຕີ​ບ​ໂຕ​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ

ນັກ​ຮຽ​ນ​ຮູ້ ຈີນ ຖອດລະຫັດ​ກຳ​ລັງ​ໜູນ​ການ​ເຕີ​ບ​ໂຕ​ດ້ານ​ເສດ​ຖະ​ກິດ ຫວຽດ​ນາມ

ຍ​ສ​ໝ - ສຳ​ນັກ​ຂ່າວ​ສານ​ແຖວ​ໜ້າ​ຈີນ ໃນ​ຂົ​ງ​ເຂດ​ການ​ເງິນ - ເສດ​ຖະ​ກິດ YICAI ຫາ​ກໍ່​​ລົງ​ບົດ​ຂຽ​ນ​ຂອງ​ນັກ​ຮຽນ​ຮູ້ Zhang Rui ສາດ​ສະ​ດາ​ຈານ ເສດ​ຖະ​ສາດ, ຜູ້​ອຳ​ນວຍ​ການ​ສະ​ມາ​ຄົມ​ຄົ້ນ​ຄ້​ວາ​ຕະຫຼາດ ຈີນ ດ້ວຍ​ຫົວ​ຂໍ້ “GDP ການ​ເຕີບ​ໂຕ​ສູງ​ກ່​ວາ 8%, ກຳ​ລັງ​ໜູນ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ແມ່ນ​ຫຍັງ”

ນຳເຂດທົ່ງພຽງແມ່ນ້ຳແດງ ກາຍເປັນເຂດກຳລັງໜູນແກ່ການພັດທະນາແຖວໜ້າ

ນຳເຂດທົ່ງພຽງແມ່ນ້ຳແດງ ກາຍເປັນເຂດກຳລັງໜູນແກ່ການພັດທະນາແຖວໜ້າ

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ຍູ້​ແຮງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເຂດ, ຊຸກ​ຍູ້​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ, ພັດ​ທະ​ນາ​ເສດ​ຖະ​ກິດ​ທະ​ເລ, ພັດ​ທະ​ນາ​ລະ​ບົບ​ຕົວ​ເມືອງ ແລະ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ - ສັງ​ຄົມ, ພັດ​ທະ​ນາ​ເຂດ​ກາຍ​ເປັນ​ສູນ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ຕິດ​ພັນ​ກັບ​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ, ດີ​ຈີ​ຕອນ​ແຖວ​ໜ້າ​ຂອງ​ທົ່ວ​ປະ​ເທດ.

ຫວຽດ​ນາມ - Uzbekistan ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍຢ່າງໃນ​ການ​ຮ່ວມ​ມື​ສອງ​ຝ່າຍ

ຫວຽດ​ນາມ - Uzbekistan ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍຢ່າງໃນ​ການ​ຮ່ວມ​ມື​ສອງ​ຝ່າຍ

ຍ​ສໝ - ວັ​ນ​ທີ 6 ກຸມ​ພາ, ຢູ່​ຮ່າ​ໂນ້ຍ, ໃນ​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ລົງ​ທຶນ, ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ Uzbekistan Laziz Kudratov, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຫວຽດນາມ ຫງວຽນ​ຈິ​ຢຸງ ຢັ້ງ​ຢືນ​ສອງ​ປະ​ເທດ​ພວມ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ​ເພື່ອ​ຍົກ​ລະ​ດັບ​ວົງ​ເງິນ​ການ​ຄ້າ​ລົງ​ທຶນ​ສອງ​ສົ້ນ ກໍ່​ຄື​ການລົງ​ທຶນ​ໂດຍ​ກົງໃຫ້ຫຼາຍກ່​ວາ​ອີກ.

ການປະຕິຮູບການບໍລິຫານ: ໄມ້ງັດເພື່ອພັດທະນາເສດຖະກິດ, ສັງຄົມ

ການປະຕິຮູບການບໍລິຫານ: ໄມ້ງັດເພື່ອພັດທະນາເສດຖະກິດ, ສັງຄົມ

ປີ 2022, ແລະ 1 ເດືອນຕົ້ນປີ 2023, ວຽກງານປະຕິຮູບການບໍລິຫານໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນງານລວມຂອງທົ່ວປະເທດ. ເລື່ອງຜັນຂະຫຍາຍການປະຕິບັດແຜນການປະຕິຮູບການບໍລິຫານປີນີ້ປະກອບສ່ວນຍູ້ແຮງການຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ, ສັງຄົມ.

ຫວຽດນາມ ດຶງດູດທຶນ FDI ກວ່າ 1,2 ຕື້ USD ໃນເດືອນ ມັງກອນ 2023

ຫວຽດນາມ ດຶງດູດທຶນ FDI ກວ່າ 1,2 ຕື້ USD ໃນເດືອນ ມັງກອນ 2023

ຍ​ສ​ໝ - ຕາມ​ທ່ານ​ ສາດ​ສະ​ດາ​ຈານ ຫງວຽນ​ມ້າ​ຍ - ປະ​ທານ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ ແລ້ວ, ສັນ​ຍານ​ທີ່​ເປັນ​ໜ້າ​ປະ​ເອີບ​ໃຈ​ໃນ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ຂອງ ຫວຽດ​ນາມ ສືບ​ຕໍ່​ໄດ້​ແກ່​ຍາວ​ແຕ່​ປີ 2022 ໄປ​ຍັງ​ປີ 2023.

ນັກ​ຊ່ຽວ​ຊານ ອົດ​ສະ​ຕາ​ລີ: ເສດ​ຖະ​ກິດ​ຫວຽດ​ນາມ ພວມ​ຟື້ນ​ຟູ

ນັກ​ຊ່ຽວ​ຊານ ອົດ​ສະ​ຕາ​ລີ: ເສດ​ຖະ​ກິດ​ຫວຽດ​ນາມ ພວມ​ຟື້ນ​ຟູ

ຍ​ສ​ໝ - ໃນປີ 2023, ທ່ານນາງ Suiwah Leung ຖືວ່າ ຫວຽດນາມ ອາດຈະປະເຊີນໜ້າກັບບັນດາສິ່ງທ້າທາຍບໍ່ແມ່ນຫນ້ອຍ ເມື່ອ 3 ຄູ່ຮ່ວມມືທາງການຄ້າຫຼັກແມ່ນ ອາເມລິກາ, ສະຫະພາບ ເອີລົບ ແລະ ຈີນ ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ.

ການ​ເຕີບ​ໂຕ​ຫວຽດ​ນາມ ຄາດ​ວ່າ​ຢູ່ກຸ່ມ​ລະ​ດັບ​ສູງ​ທີ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ

ການ​ເຕີບ​ໂຕ​ຫວຽດ​ນາມ ຄາດ​ວ່າ​ຢູ່ກຸ່ມ​ລະ​ດັບ​ສູງ​ທີ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ

ຍ​ສ​ໝ - ຄາດ​ຄະ​ເນ​ວ່າ ຫວຽດ​ນາມ ຈະ​ສືບ​ຕໍ່​ຮັກ​ສາ​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ​ໃນ​ປີ​ນີ້ ເຊິ່ງຢູ່​ລະ​ດັບ 6% ຫາ 7,3% - ລະ​ດັບ​ການ​ເຕີບ​ໂຕ​ຂຶ້ນ​ກັບ​ກຸ່ມລະດັບ​ສູງ​ທີ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ

ສິນ​ຄ້າ​ສົ່ງ​ອອກ​ໄປ​ຍັງ​ອາ​ເມ​ລິ​ກາ​ຜ່ານ​ທາງ​ທະ​ເລ ຫວຽດ​ນາມ ຍືນ​ຢູ່​ອັນ​ດັບ​ທີ 2 ຂອງ ອາ​ຊີ ​

ສິນ​ຄ້າ​ສົ່ງ​ອອກ​ໄປ​ຍັງ​ອາ​ເມ​ລິ​ກາ​ຜ່ານ​ທາງ​ທະ​ເລ ຫວຽດ​ນາມ ຍືນ​ຢູ່​ອັນ​ດັບ​ທີ 2 ຂອງ ອາ​ຊີ ​

ຍ​ສ​ໝ - ຂໍ້​ມູນ​ຈາກ​ກົມ​ການເດີນທະເລ ຫວຽດ​ນາມ (ກະ​ຊວງ​ຄົມ​ມະ​ນາ​ຄົມ ແລະ ຂົນ​ສົ່ງ) ໃຫ້​ຮູ້​ວ່າ ຕາມການສະຖິຕິຂອງ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ ສະ​ແດງ​ໃຫ້​ເຫັນ​ວ່າ ຈຳ​ນວນ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ນຳ​ເຂົ້າ​ຜ່ານ​ທາງ​ທະ​ເລ​ຂອງ ຫວຽດ​ນາມ ໄປ​ຍັງ ອາ​ເມ​ລິ​ກາ ຢຶນ​ຢູ່​ອັນ​ດ​ັບ​ທີ 2 ໃນ​ອາ​ຊີ (ຖັດ​ຈ​າກ​ຈີນ)

ສືບ​ຕໍ່​ໃຫ້​ບຸ​ລິ​ມະ​ສິດ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້

ສືບ​ຕໍ່​ໃຫ້​ບຸ​ລິ​ມະ​ສິດ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຄວບ​ຄຸມ​ໄພ​ເງິນ​ເຟີ້

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ນຳສືບຕໍ່ໃຫ້ບຸລິມະສິດຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟິ້, ຊຸກຍູ້ການເຕີບໂຕ, ຮັບປະກັນບັນດາດຸ່ນດ່ຽງໃຫຍ່.

VUFO 2023: ການ​ທູດ​ປະ​ຊາ​ຊົນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົ​ມ

VUFO 2023: ການ​ທູດ​ປະ​ຊາ​ຊົນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົ​ມ

ຍ​ສ​ໝ - ທ່ານ​ນາງ​ປະ​ທານ VUFO ຫງວຽນ​ເຟືອງ​ງາ ເວົ້າ​ວ່າ: ພວກ​ຂ້າ​ພະ​ເຈົ້າ​ໄດ້​ເລືອກ​ເອົາ​ຫົວ​ຂໍ້​ນີ້ ໂດຍ​ອີງ​ໃສ່​ບັນ​ດາ​ບຸ​ລິ​ມະ​ສິດຂອງ​ພັກ ແລະ ລັດ ຫວຽດ​ນາມ ກຳ​ນົດ​ໃນ​ປີ 2023 ແມ່ນປີ​ບານ​ພັບໃນການ​ປະ​ຕິ​ບັດ​ໜ້າ​ທີ່​ເສດ​ຖະ​ກິດ - ສັງ​ຄົມ 5 ປີ​ ຕາ​ມ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIII ຂອງ​ພັກ

ການ​ຟື້ນ​ຟູຂອງ ຫວຽດ​ນາມ ຫຼັງ​ໂຄວິດ - 19 ມີ​ຄວາມເປັນໜ້າ​ເຄົາ​ລົບ​ທີ່​ສຸດ

ການ​ຟື້ນ​ຟູຂອງ ຫວຽດ​ນາມ ຫຼັງ​ໂຄວິດ - 19 ມີ​ຄວາມເປັນໜ້າ​ເຄົາ​ລົບ​ທີ່​ສຸດ

ຍ​ສ​ໝ - ​ຕາມທ່ານເອ​ກ​ອັກ​ຄະ​ລັດ​ຖະ​ທູດ ຟີ​ລິບ​ປິນ ​Meynardo Los Banos Montealegre ແລ້ວ, ຍ້ອນ​ຍຸດ​ທະ​ສາດ​ສັກ​ວັກ​ຊິນ​ຂອງ​ລັດ​ຖະ​ບານ, ປະ​ຊາ​ຊົນ ຫວຽດ​ນາມ ຈິ່ງມີ​ຄວາມ​ປອດ​ໄພ ແລະ ກັບ​ຄືນ​ສູ່​ການ​ດຳ​ລົງ​ຊີ​ວິດ​ທີ່​ເປັນ​ປົກ​ກະ​ຕິ.

ເຫດການ