IMF: ຄາດ​ຄະ​ເນ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ລາວ ບັນ​ລຸ 4% ໃນ​ປີ 2023

10:50 | 21/04/2023

ຍ​ສ​ໝ - IMF ຕ​ີ​ລາ​ຄາ​ວ່າ ເລື່ອງ​ຈີນ (ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າຫຼັກ​ຂອງ​ລາວ) ໄດ້​ຍົກ​ເວັ້ນ​ບັນ​ດາ​ຂໍ້​ຈຳ​ກັດ​ການ​ເດີນ​ທາງ​ໄປ​ມາ ແລະ ເປີດ​ປະ​ຕູ​ປ​ະ​ເທດ​ຄືນ​ໃໝ່ນັ້ນ ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີ​ບ​ໂຕ​ດ້ານ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ ໃນນັ້ນມີ​ທັງລາວ.

CIEM ຄາດ​ວ່າ GDP ຫ​ວຽດ​ນາມ ອາດ​ຈະ​ມີ​ການ​ເຕີບ​ໂຕ​ຢູ່​ລະ​ດັບ 6,83% ໃນ​ປີ 2023 CIEM ຄາດ​ວ່າ GDP ຫ​ວຽດ​ນາມ ອາດ​ຈະ​ມີ​ການ​ເຕີບ​ໂຕ​ຢູ່​ລະ​ດັບ 6,83% ໃນ​ປີ 2023
ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023 ງານ​ບຸນ​ລະ​ດູບານ​ໃໝ່ ກົນ​ເຊີນ - ກຽບ​ບາກ ປີ 2023 ຈະ​ດຳ​ເນີນ​ແຕ່​ວັນ​ທີ 4 – 13 ກຸມ​ພາ ປີ 2023
ພາບ​ປະ​ກອບ: tapchilaoviet.org
ພາບ​ປະ​ກອບ: tapchilaoviet.org

ທີ່ການ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ແງ່​ຫວັງ​ເສດ​ຖະ​ກິດ​ໂລກ​ທີ່​ໄດ້​ດຳ​ເນີນ​ຢູ່​ນະ​ຄອນຫຼວງວໍ​ຊິງ​ຕັນ, ອາ​ເມ​ລິ​ກາ ທີ່​ຜ່ານ​ມາ, ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) ຄາດ​ວ່າ​ ລະ​ດັບ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ຂອງ​ລາວ ​ຈະ​ບັນ​ລຸ 4% ໃນ​ປີ 2023 ແລະ ປີ 2024, ໂດຍ​ບໍ່ວ່າ​ຕໍ່​ສະ​ພາບ​ການ​ຂ​າດ​ສະ​ຖຽນ​ລະ​ພາບໃດໆ​ຂອງ​ເສດ​ຖະ​ກິດ​ທົ່ວ​ໂລກ.

IMF ຕ​ີ​ລາ​ຄາ​ວ່າ ເລື່ອງ​ຈີນ (ຄູ່​ຮ່ວມ​ມື​ດ້ານ​ການ​ຄ້າຫຼັກ​ຂອງ​ລາວ) ໄດ້​ຍົກ​ເວັ້ນ​ບັນ​ດາ​ຂໍ້​ຈຳ​ກັດ​ການ​ເດີນ​ທາງ​ໄປ​ມາ ແລະ ເປີດ​ປະ​ຕູ​ປ​ະ​ເທດ​ຄືນ​ໃໝ່ນັ້ນ ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເຕີ​ບ​ໂຕ​ດ້ານ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ ໃນນັ້ນມີ​ທັງລາວ.

ໜຶ່ງ​ໃນ​ບັນ​ດາ​ສິ່ງ​ທ້າ​ທາຍ​ສຳ​ລັບ​ປະ​ເທດ​ລາວ ໃນ​ປັດ​ຈຸ​ບັນ​ແມ່ນ​ການຄວບ​ຄຸມ​ໄພ​ເງິນ​ເຟີ້, ຍ້ອນ​ຄ່າ​ໃຊ້​ຈ່າຍ, ສິນ​ຄ້າ ແລະ ການ​ບໍ​ລິ​ກາ​ນ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ພວມສ້າງຄວາມ​ຫຍຸ້ງ​ຍາກ​ໃຫ້​ປະ​ຊາ​ຊົນ ເຊິ່ງ​ຍິ່ງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາ​ກຢູ່ແລ້ວ ກໍ່ຍິ່ງປະສົບກັບຄວາມຫຍຸ້ງຍາກ​ກ່​ວາ​​ອີກ. IMF ຄາດ​ວ່າ ລະ​ດັບ​ເພີ່ມ​ຄ່າ​ໃຊ້​ຈ່າຍ​ຢູ່​ລາວ ໄລ່​ສະ​ເລ່ຍ​ແມ່ນຈະຢູ່​ລະ​ດັບ 15,1% ໃນ​ປີ 2023, ນີ້​ແມ່ນ​ອັດ​ຕາ​ສູງ​ທີ່​ສຸດທີ່​ໄດ້​ຮັບ​ການ​ຄາດ​ຄະ​ເນ​ສຳ​ລັບ​ບັນ​ດາ​ປະ​ເທດ​ອາ​ຊີ​ທີ່​ຫາ​ກໍ່​ພົ້ນ​ເດັ່ນ ແລະ ພວມ​ພັດ​ທະ​ນາ.

ບຸນ​ຄົງ

302 Found

Found

The document has moved here.