ຫວຽດ​ນາມ ໄດ້​ຮັບ​ການຕັ້ງຫວັງ​ວ່າ​ວ່າ ຈະ​ກາຍ​ເປັນ ສູນ logistics ຂອງ ອາ​ຊີ

11:06 | 16/05/2023

ຍ​ສໝ - ຕາມ​ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ນັກ​ຊ່​ຽວ​ຊານ​ແລ້ວ, ຂະ​ແໜງ logistics ຢູ່ຫວຽດ​ນາມ ແມ່ນ​ຂະ​ແໜງທີ່​ມີ​ການ​ເຕີບ​ໂຕ​​ໂດຍ​ໄວ ແລະ ມີ​ສະ​ຖຽນ​ລະ​ພາບ​ທີ່​ສຸດ​, ດ້ອຍ​ອັດ​ຕາ​ການ​ເຕີບ​ໂຕ​ແຕ່ 14 – 16%/ປີ, ຂອບ​ຂະ​ໜາດ​ແມ່ນ 40 – 42 ຕື້ USDຕໍ່​ປີ.

ຫວຽດ​ນາມ ຢັ້ງ​ຢືນ​ຫຼັກ​ໝັ້ນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ ຫວຽດ​ນາມ ຢັ້ງ​ຢືນ​ຫຼັກ​ໝັ້ນ​ປັບ​ປຸງ​ຄວາມ​ສາ​ມັກ​ຄີ, ເປັນ​ເອ​ກະ​ພາບ ແລະ ບົດ​ບາດ​ເປັນ​ໃຈ​ກາງ​ຂອງ ອາ​ຊຽນ
ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ ທ່າ​ນ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ບິ່ງ​ມິງ ເປັນ​ປະ​ທານ​ເຫດ​ການ​ສະເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 77 ປີ ແລະ ວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສ​ປ​ຊ ຄົບ​ຮອບ 45 ປີ
ຫວຽດ​ນາມ ໄດ້​ຮັບ​ການຕັ້ງຫວັງ​ວ່າ​ວ່າ ຈະ​ກາຍ​ເປັນ ສູນ logistics ຂອງ ອາ​ຊີ
ພາບ​ປະ​ກອບ

ຕາມ​ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ນັກ​ຊ່​ຽວ​ຊານ​ແລ້ວ, ຂະ​ແໜງ logistics ຢູ່ຫວຽດ​ນາມ ແມ່ນ​ຂະ​ແໜງທີ່​ມີ​ການ​ເຕີບ​ໂຕ​​ໂດຍ​ໄວ ແລະ ມີ​ສະ​ຖຽນ​ລະ​ພາບ​ທີ່​ສຸດ​, ດ້ອຍ​ອັດ​ຕາ​ການ​ເຕີບ​ໂຕ​ແຕ່ 14 – 16%/ປີ, ຂອບ​ຂະ​ໜາດ​ແມ່ນ 40 – 42 ຕື້ USDຕໍ່​ປີ. ຕາມ​ບົດ​ລາຍ​ງານ​ກ່ຽວ​ກັບັດ​ຊະ​ນີ logistics ຕະຫຼາດຫາ​ກໍ່​ພົ້ນ​ເດັ່ນ​ປີ 2022 ໂດຍ​ນັກ​ສະ​ໜອງ​ການ​ບໍ​ລິ​ການ​ຂົນ​ສົ່ງ ແລະ ພະ​ລາ​ທິ​ການ​ສາງ​ຂົນ​ສົ່ງ Agility ປະ​ກາດ, ຫວຽດ​ນາມ ໄດ້​ຈັດ​ຢູ່​ອັນ​ດັບ​ທີ 11 ໃນ​ກຸ່ມ 50 ຕະຫຼາດ logistics ຫາ​ກໍ່​ພົ້ນ​ເດັ່ນ​ຂຶ້ນ​ທົ່ວ​ໂລກ.

ດ້ວຍ​ສະ​ຖຽນ​ລະ​ພາບ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ສັງ​ຄົມ ແລະ ທີ່​ຕັ້ງ​ພູມ​ສາດ​ທີ່​ມີ​ສະ​ດວກ, ຫວຽດ​ນາມ​ພວມ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ກະ​ແສ​ຫັນ​ປ່ຽນ​ລະ​ບົ​ບ​ສະ​ໜອງ.

ຍິ່ງ​ໄປ​ກ່​ວາ​ນັ້ນ, ຫວຽດ​ນາມ ໄດ້​ສຸມ​ໃສ່​ບັນ​ດາ​ທ່າ​ໄດ້​ປຽບ​ຈາກ​ເສັ້ນ​ທາງແຄມທະ​ເລ​ທີ່​ຍາວ​ໄກ​ເພື່ອ​ມີ​ລະ​ບົບ​ທ່າ​ກຳ​ປັ່ນ​ທີ່​ບັນ​ລຸ​ສະ​ມັດ​ຕະ​ພາບ​ສູງ ດ້ວຍ​ອັດ​ຕາ​ການ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ທີ່​ເປັນ​ໜ້າ​ປະ​ເອີບ​ໃຈ, ຮັກ​ສາ​ການ​ຜະ​ລິດ​ເປັນປົກກະຕິ. ພ້ອມ​ກັນ​ນັ້ນກໍ່​ແມ່ນ​ການ​ລະ​ເບີດ​ຂຶ້ນຂອງ​ການ​ຄ້າ​ເອ​ເລັກ​ໂຕ​ນິກ ທີ່ພວມ​ພັດ​ທະ​ນາ​ຢ່າງ​ແຮງ​ຢູ່​ທັງ​ສອງ​ດ້ານ​ແມ່ນ​ສົ່ງ​ອອກ ແລະ ນຳ​ໃຊ້​ຢູ່​ພາຍ​ໃນ​ປະ​ເທດ ໄດ້​ຊ່ວຍ​ໃຫ້ ຫວຽດ​ນາມ ຍົກ​ສູງ​ລັກ​ສະ​ນະ​ແກ້ງ​ແຍ້ງ ກາຍ​ເປັນ​ສູນ​ຂົນ​ສົ່​ງ​ສິນ​ຄ້າ​ຂອງ​ໂລກ, ແມ່ນ​ຕ່ອງໂສ້​ໃນ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ. ຫວຽດ​ນາມ ໄດ້​ຮັບການຕັ້ງຫວັງວ່າ​ຈະ​ກາຍ​ເປັນ​ສູນ logistics ຂອງ​ອາ​ຊີ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ໄປ​ຄຽງ​ຄູ່​ກັບ​ທ່າ​ໄດ້​ປຽບ, ບັນ​ດາ​ຄວາມ​ຫຍຸ້ງ​ຍາກ ແລະ ສິ່ງ​ທ້າ​ທາຍ ກໍ່​ພວມ​ເກີດ​ຂຶ້ນ​ຄື ຄ່າ​ການ​ບໍ​ລິ​ການ, ຄວາມ​ກົດ​ດັນ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ​ນັບ​ມື້​ນັບ​ສູງ​ຂຶ້ນ. ຕາມ​ບັນ​ດາ​ນັກ​ຊ່ຽວ​ຊານ​ແລ້ວ, ຂະ​ແໜງ logistics ຍັງ​ຕ້ອງ​​ການ​ພັດ​ທະ​ນາ​ການ​ເຊື່ອມ​ຕໍ່​ພື້ນ​ຖານ​ໂຄງ​ລ່າງ, ການຮ່ວມ​ມື​ລະ​ຫວ່ງ​ພາກ​ລັດ - ເອ​ກະ​ຊົນ ເປີດກວ້າງ​ກາຍ​ເປັນ​ບັນ​ດາ​ສູນ logistics ແລະ ລະ​ບົບ​ສະ​ໜອງ​ຢ່າງ​ຮອບ​ດ້ານ​ກ່ຽວ​ກັບ​ການ​ຂົນ​ສົ່ງ, ປຸງ​ແຕ່ງ, ເກັບ​ຮັກ​ສາ ແລະ ຈຳ​ໜ່າຍ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.