ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ບັນ​ດ​າ​ບຸ​ລິ​ມະ​ສິດ​ດ້ານ​ເສດ​ຖະ​ກິດ​ຂອງ ອາ​ຊຽນ

08:46 | 09/05/2023

ຍ​ສ​ໝ - ຕາມ​ທ່ານ Rasjid ແລ້ວ, ເລື່ອງ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ເຫດ​ການ​ພະ​ລັງ​ງານ​ແຮງ​ລົມ ອາ​ຊຽນ 2023 ຈະ​ມາ​ເຖິງ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ປະ​ກອບ​ສ່ວນຫຼາຍ​ພໍ​ສົມ​ຄວນ​ໃຫ້​ແກ່​ບັນ​ດາ​ເປົ້າ​ໝາຍ​ພະ​ລັງ​ງານ​ທົດ​ແທນ​ຂອງ​ພາກ​ພື້ນ.

ຫວຽດ​ນາມ ແລະ ກຳ​ປູ​ເຈຍ ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ
ນາ​ຍົກ​ລັດ​ຖະ​ມົນ​ຕີ: ນຳຫວຽດ​ນາມ​ເຂົ້າ​ໃນ​ກຸ່ມ 30 ປະ​ເທດ​ທີ່​ມີກຳລັງຄວາມ​ສາ​ມາດ​ໃນ​ການການ​ແກ່ງແຍ້ງ​ດ້ານ​ການ​ທ່ອງ​ທ່ຽວ​ແຖວ​ໜ້າ ນາ​ຍົກ​ລັດ​ຖະ​ມົນ​ຕີ: ນຳຫວຽດ​ນາມ​ເຂົ້າ​ໃນ​ກຸ່ມ 30 ປະ​ເທດ​ທີ່​ມີກຳລັງຄວາມ​ສາ​ມາດ​ໃນ​ການການ​ແກ່ງແຍ້ງ​ດ້ານ​ການ​ທ່ອງ​ທ່ຽວ​ແຖວ​ໜ້າ
ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ບັນ​ດ​າ​ບຸ​ລິ​ມະ​ສິດ​ດ້ານ​ເສດ​ຖະ​ກິດ​ຂອງ ອາ​ຊຽນ
ທ່ານ​ປະ​ທານ​ສະ​ພາ​ໃຫ້​ຄຳ​ປຶກ​ສາ​ທຸ​ລະ​ກິດ ອາ​ຊຽນ (ASEAN-BAC) ) Arsjad Rasjid (ພາບ: TTXVN)

"ຫວຽດ​ນາມ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ບັນ​ດ​າ​ບຸ​ລິ​ມະ​ສິດ​ດ້ານ​ເສດ​ຖະ​ກິດ​ຂອງ ອາ​ຊຽນ" ນັ້ນ​ແມ່ນ​ການ​ຕີ​ລາ​ຄ​າ​ຂອງ​ທ່ານ​ປະ​ທານ​ສະ​ພາ​ໃຫ້​ຄຳ​ປຶກ​ສາທຸ​ລະ​ກິດ ອາ​ຊຽນ (ASEAN-BAC) ) Arsjad Rasjid ກ່ອນກອງ​ປະ​ຊຸມ​ຂັ້ນ​ສູງ ອາ​ຊຽນ​ຄັ້ງ​ທີ 42, ຄາດ​ວ່າ​ຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 9 – 11 ພຶດ​ສະ​ພາ​ຢູ່ Labuan Bajo ຂອງ​ອິນ​ໂດ​ເນ​ເຊຍ. ຕາມ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ແລ້ວ, ທ່ານ ໃຫ້​ຮູ້​ວ່າ ຫວຽດ​ນາມ ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ຄ້າ ແລະ ການ​ລົງ​ທຶ​ນ​ທັງ​ຢູ່​ພາຍ​ໃນ ແລະ ນອກ​ພາກ​ພື້ນ, ກໍ່​ຄື​​ຕັ້ງ​ໜ້າ​ເຂົ້າ​ງ​ຮ່ວມບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ​ພາກ​ພື້ນ ການ​ຄ້າ​ເສ​ລີ ອາ​ຊຽນ.

ຕາມ​ທ່ານ Rasjid ແລ້ວ, ເລື່ອງ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ເຫດ​ການ​ພະ​ລັງ​ງານ​ແຮງ​ລົມ ອາ​ຊຽນ 2023 ຈະ​ມາ​ເຖິງ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ປະ​ກອບ​ສ່ວນຫຼາຍ​ພໍ​ສົມ​ຄວນ​ໃຫ້​ແກ່​ບັນ​ດາ​ເປົ້າ​ໝາຍ​ພະ​ລັງ​ງານ​ທົດ​ແທນ​ຂອງ​ພາກ​ພື້ນ. ຕາມ​ອົງ​ການ​ພະ​ລັງ​ງານ​ທົດ​ແທນ​ສາ​ກົນ​ແລ້ວ, ຫວຽດ​ນາມ ແມ່ນ​ຕະຫຼາດ​ແຮງ​ລົມ​ໃຫຍ່​ທີ່​ສຸດ​ໃນ​ພາ​ກ​ພື້ນ, ດ້ວຍ​ສະ​ມັດ​ຕະ​ພາບ​ໃນ​ການ​ຜະ​ລິດ​ໄຟ​ຟ້າ ຄາດ​ວ່າ​ຈະ​ຂຶ້ນ 13,9 GW ໃນ​ປີ 2025. ທ່ານ​ປະ​ທານ ASEAN-BAC ຢັ້ງ​ຢືນ​ວ່າ ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ ຫວຽດ​ນາມ ແມ່ນ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຊຸກ​ຍູ້​ໂຄງ​ການ​ດຳ​ເນີນ​ງານ​ດ້ານ​ເສດ​ຖະ​ກິດ​ຂອງ ອາ​ຊຽນ. ທ່ານ​ເນັ້ນ​ໜັກ​ວ່າ ຄຳ​ໝັ້ນ​ສັນ​ຍາ​ຂອງ ຫວຽດ​ນາມ ໃນ​ບັນ​ດາ​ຂໍ້​ລິ​ເລີ່ມ​ທີ່​ແຕກ​ຕ່າງ​ກັນ ໄດ້ສະ​ແດງ​ໃຫ້​ເຫັນ​ຄວາມ​ພ້ອມ​ຂອງ ຮ່າ​ໂນ້ຍ ໃນ​ການ​ມຸ່ງ​ໄປ​ເຖິງ​ພາກ​ພື້ນ ທີ່​ເຊື່ອມ​ໂຍງ ແລະ ວັດ​ທະ​ນາ​ຖາ​ວອນ​ກ່​ວາ.

​ບັນ​ດາ​ໂຄງ​ການ​ລວມ​ມີ​ລະ​ຫັດ QR ASEAN, ພື້ນ​ຖານ​ຕະຫຼາດ​ໃຫ້​ກູ້​ຢຶມ, ວັດ​ຈະ​ນາ​ນຸ​ກົມ​ເປີດ​ຂອງ​ນັກ​ທຸ​ລະ​ກິດ, ສູນ​ປ່ອຍ​ທາດ​ພິດ​ລົງ 0 ອາ​ຊຽນ, ສູນກາກບອນທີ່​ກ້າວ​ໜ້າ, ຍຸດ​ທະ​ສາດ​ສັກ​ວັກ​ຊິນ ASEAN One Shot, ຮູບ​ແບບຈຳລອງ​ຄົບ​ວົງ​ຈອນກວມ​ລວມສຳລັບບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ ແລະ ໝູ່ຄະ​ນະ​ດຳ​ເນີນ​ທຸ​ລະ​ກິດ ອາ​ຊຽນ. ບັນ​ດາ​ຂໍ້​ລິ​ເລີ່ມ​ບຸ​ລິ​ມະ​ສິດ​ນີ້ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຂອງ​ທຸກ​ລັດ​ຖະ​ມົນ​ຕີ ເສດ​ຖະ​ກິດ ອາ​ຊຽນ ແລະ ລ້ວນ​ແຕ່​ບັນ​ລຸ​ໄດ້​ຄວາມ​ກ້​າວ​ໜ້າ.

ທ່ານ​ປະ​ທານ ASEAN-BAC Rasjid ຢ້ຳ​ຄືນ​ວ່າ ກ່ອນ​ໜ້າ​ນັ້ນ, ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອິນ​ໂດ​ເນ​ເຊຍ ປະ​ກາດ​ວ່າ ອາ​ຊຽນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນການສ້າງ​ສະ​ພາບ​ແວດ​ລ້ອມ​ໃຫ້​ແກ່​ລົດ​ໄຟ​ຟ້າ. ທຸກ​ປະ​ເທດ​ສະ​ມາ​ຊິກ​ກໍ່​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຫົວ​ຂໍ້​ຂອງ​ປີ​ປະ​ທານ ອາ​ຊຽນ ອິນ​ໂດ​ເນ​ເຊຍ 2023 “ອາ​ຊຽນ ຂອບ​ຂະ​ໜາດໃຫຍ່: ໃຈ​ກາງ​ຂອງ​ການ​ເຕີບ​ໂຕ” ດ້ວຍ​ສາມ​​ຍຸດ​ທະ​ສາດປາຍ​ແຫຼມ ລວມ​ມີ ການ​ຟື້ນ​ຟູ ແລະ ສ້າງ​ຄືນ​ໃໝ່, ເສດ​ຖະ​ກິດ​ດີ​ຈີ​ຕອນ, ການພັດ​ທະ​ນາ​ແບບ​ຍືນ​ຍົງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.