ວັນ​ບຸນ​ກາ​ເຟ: ສົ່ງ​ເສີມ​ການນຳ​ເຄື່ອງ​ໝາຍ​ການ​ຄ້າ ຫວຽດ​ນາມ ອອ​ກ​ສູ່​ໂລກ

07:00 | 14/03/2023

ຍ​ສ​ໝ - ປີ 2022, ການ​ສົ່ງ​ອອກ​ກາ​ເຟ​ຂອງ ຫວຽດ​ນາມ ບັນ​ລຸ​ເກືອບ 1,8 ລ້ານ​ໂຕນ, ມີ​ວົງ​ເງິນ​ກ່​ວາ 4 ຕື້ USD, ໃນ​ນັ້ນ ເມືອງ​ກາ​ເຟ ດັກ​ລັກ​ ກວມ​ເອົາ 20% ວົງ​ເງິນດັ່ງກ່າວ​.

ຫວຽດ​ນາມ ແລະ ຍີ່​ປຸ່ນ ຍູ້​ແຮງ​ບັນ​ດາ​ການ​ເຄຶ່ອນ​ໄຫວ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ ຫວຽດ​ນາມ ແລະ ຍີ່​ປຸ່ນ ຍູ້​ແຮງ​ບັນ​ດາ​ການ​ເຄຶ່ອນ​ໄຫວ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ນະ​ຄອນ​ໂຮ່​ຈີ​ມິນ
ບັນ​ດາ​ຖ້ຽວ​ຂົນ​ສົ່ງ​ເຄື່ອງ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ສາ​ມັກ​ຄີ, ການ​ແບ່ງ​ປັນ​ໃນ​ເຫດ​ໄພ​ພິ​ບັດ ບັນ​ດາ​ຖ້ຽວ​ຂົນ​ສົ່ງ​ເຄື່ອງ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ສາ​ມັກ​ຄີ, ການ​ແບ່ງ​ປັນ​ໃນ​ເຫດ​ໄພ​ພິ​ບັດ

ປີ 2022, ການ​ສົ່ງ​ອອກ​ກາ​ເຟ​ຂອງ ຫວຽດ​ນາມ ບັນ​ລຸ​ເກືອບ 1,8 ລ້ານ​ໂຕນ, ມີ​ວົງ​ເງິນ​ກ່​ວາ 4 ຕື້ USD, ໃນ​ນັ້ນ ເມືອງ​ກາ​ເຟ ດັກ​ລັກ ​ກວມ​ເອົາ 20% ວົງ​ເງິນດັ່ງກ່າວ​.

ກາ​ເຟ​ແມ່ນ​ຜະ​ລິດ​ຕະ​ພັນ​ກະ​ເສດ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ການ​ດຳ​ລົງ​ຊີ​ວິດ​ສັງ​ຄົມ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດຫຼັກ​ໃຫ້​ແກ່​ບັນ​ດາ​ຄອບ​ຄົວ​ຊາວ​ກະ​ສິ​ກອນ​ເຂດ​ໄຕ​ງວຽນ ເວົ້າ​ລວມ, ແຂວງ​ດັກ​ລັກ​ ເວົ້າ​ສ​ະ​ເພາະ.

ເພ​າ​ະ​ສະ​ນັ້ນ, ດ້ວຍ​ເຫດ​ການ​ງານ​ຕະຫຼາດ​ນັດ​ວາງ​ສະ​ແດງ​ຂະ​ແໜງ​ກາເຟ​ທີ່​ໄດ້​ດຳ​ເນີນ​ນັບ​ແຕ່​ວັນ​ທີ 10 – 14 ມີ​ນາ, ການ​ນຳ​ແຂວງ​ກໍ່​ຄື​ການ​ນຳ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ຫວັງ​ວ່າ​ຈະ​ດຶງ​ດູດ​ບັນ​ດາ​ວິ​ສາ​ຫະ​ກິດຫຼາຍ​ແຫ່ງ​ໃນ​ຂະ​ແໜງການ​ຜະ​ລິດ, ປຸງ​ແຕ່ງ, ດຳ​ເນີນ​ທຸ​ລະ​ກິດ​ກາ​ເຟ​ຂອງ​ເຂດ​ໄຕ​ງວຽນ ກໍ​ຄື​ບັນ​ດາ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ​ເຂົ້າ​ຮວມ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ສົ່ງ​ອອກ​, ນຳ​ເຄື່ອງໝາຍ​ກາ​ເຟ ຫວຽດ​ນາມ ອອກ​ສູ່​ໂລກຫຼາຍ​ກ່​ວາ​ອີກ.

ວັນ​ບຸນ​ກາ​ເຟ: ສົ່ງ​ເສີມ​ການນຳ​ເຄື່ອງ​ໝາຍ​ການ​ຄ້າ ຫວຽດ​ນາມ ອອ​ກ​ສູ່​ໂລກ
ທ່ານ​ ຫວໍ​ວັນ​ແກ໊ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງດັກ​ລັກ ກ່າວ​ຄຳ​ເຫັນ​ທີ່​ວັນ​ບຸນ (ພາບ: Vietnam+)

ພິ​ທີ​ໄຂງານ​ຕະຫຼາດ​ນັດ​ວາງ​ສະ​ແດງ​ຂະ​ແໜງ​ກາ​ເຟ ນອນ​ໃນ​ຂອບ​ເຂດ​ວັນ​ບຸນ​ກາ​ເຟ ​ຄັ້ງ​ທີ 8 ປີ 2023, ວັນ​ທີ 10 ມີ​ນາ ທ່ານ​ຫວໍ​ວັນ​ແກ໊ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງດັກ​ລັກ ໃຫ້​ຮູ້​ວ່າ ທຳ​ມະ​ຊາດ​ໄດ້​ດົນ​ບັນ​ດານ​​ໃຫ້​​ແຫຼ່ງ​ດິນ​ແດນ bazan ທີ່ອຸ​ດົມສົມ​ບູນ, ດິນ​ຟ້າ​ອາ​ກາດ​ເອື້ອ​ອຳ​ນວຍ​ໃຫ້​ແກ່​ການ​ພັດ​ທະ​ນາ​ຕົ້ນ​ໄມ້​ອຸດ​ສາ​ຫະ​ກຳຫຼາຍປີທີ່​ມີ​ມູນຄ່າ​ດ້ານ​ເສດ​ຖະ​ກິດ​ສູງ, ເປັນ​ຕົ້ນແມ່ນ​ກາ​ເຟ, ຢາງ​ພາ​ລາ, ພິກ​ໄທ, ກາ​ກາວ.

ດັກ​ລັກ ໄດ້​ຮັບ​ຄວາມ​ນິ​ຍົມຈາກ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ ແລະ ໄດ້​ຮັບ​ການ​ຮູ້​ຈັກ​​ຄືແມ່ນ​ເມືອງ​ເອກ​ກາ​ເຟ​ຂອງ ຫວຽດ​ນາມ ດ້ວຍ​ເນື້ອ​ທີ່​ປູກ​ຕົ້ນ​ກາ​ເຟ​ກ່​ວາ 210.000 ເຮັກ​ຕາ, ສະ​ມັດ​ຕະ​ພາບ​ບັນ​ລຸ​ກ່​ວາ 560.000 ໂຕນ/ປີ. ກາ​ເຟ​ຂອງ​ແຂວງ ໄດ້​ສົ່ງ​ອອກ​ໄປ​ຍັງຫຼາຍ​ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ທົ່ວ​ໂລກ, ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຂອງ​ແຂວງ. ປີ 2022, ການ​ສົ່ງ​ອອກ​ກາ​ເຟ​ຫວຽດ​ນາມ ເວົ້າ​ລວມ ແລະ ດັກ​ລັກ​ເວົ້າ​ສະ​ເພາະ​ ບັນ​ລຸ​ບັນ​ດາ​ໝາກ​ຜົນ​ທີ່​ພົ້ນ​ເດັ່ນ, ເປັນ​ໜ້າ​ຊື່​ນ​ຊົມ. ຈຳ​ນວນ​ກາ​ເຟ​ສົ່ງ​ອອກ​ໃນ​ທົ່ວ​ປະ​ເທດ​ບັນ​ລຸ​ເກືອບ 1,8 ລ້ານ​ໂຕນ, ມີ​ວົງ​ເງິນ​ການ​ສົ່ງ​ອອກ​ກ່​ວາ 4 ຕື້ USD. ໃນ​ຈຳ​ນວ​ນັ້ນ, ດັກ​ລັກ​ສົ່ງ​ອອກ 380.000 ໂຕນ (ກວມ​ເອົາ 21,4%) ດ້ວຍ​ວົງ​ເງິນ​ບັນ​ລຸ 812,6 ລ້ານ USD (ກວມ​ເອົາ 20%). ທ່ານ​ ຫວໍ​ວັນ​ແກ໊ງ ກ່າວ.

ໃນ​ສະ​ພາບ​ການ​ນັ້ນ, ການ​ນຳ​ແຂວງ​ດັກ​ລັກ ກໍ່​ໄດ້​ເນັ້ນ​ໜັກ​ວ່າ ງານ​ຕະຫຼາດ​ນັດ​ສະ​ເພາະ​ຂ​ະ​ແໜງ​ກາ​ເຟ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວນອນ​ໃນ​ຂອບ​ເຂດ​ວັນ​ບຸນ​ກາ​ເຟ ບວນ​ມາ​ທວດ ​ຄັ້ງ​ທີ 8 ທີ່​ມີ​ຄວາມໝາຍ​ສຳ​ຄັນ, ຍ້ອນ​ວ່າ​ນີ້​ແມ່ນ​ບ່ອນ​ເຕົ້າ​ໂຮມ​ສິ່ງຍອດ​ຍິ່ງ​ຂອງ​ເຂດ​ພູ​ຜາ​ປ່າ​ໄມ້, ການ​ປະ​ສົມ​ປະ​ສານ​ລະ​ຫວ່າງ​ບັນ​ດາ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ແຕກ​ຕ່າງ​ກັນ​ຂອງ 49 ຊົນ​ເຜົ່າ​ອ້າຍນອງທີ່​ດຳ​ລົງ​ຊີ​ວິດ​ຮ່ວມ​ກັນ​ຢູ່​ເຂດ​ບໍ​ລິ​ເວນ​ແຂວງ, ພິ​ເສດ​ແມ່ນ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຕີ​ຄ້ອງ​ ໄຕ​ງວຽນ​ ໂດຍ UNESCO ຮັບ​ຮອງ​ເອົາ​ເປັນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ເປັນ​ວັດ​ຖຸ​ຂອງມວນມ​ນະ​ດ.

ດ້ວຍ​ຫົວ​ຂໍ້ “ກາ​ເຟ ບວນ​ມາ​ທວດ - ເຊື່ອ​ມ​ໂຍງ​ຢ່າງ​ໝັ້ນ​ແກ່ນ” ງານ​ຕະຫຼາດ​ນັດ​ໄດ້​ວາງ​ສະ​ແດງ​ກາ​ເຟ​ໃນ​ປີ 2023 ດ້ວຍ​ຂອບ​ເຂ​ດ​ຮ້ານ​ວາງ​ສະ​ແດງ ແລະ ຂາຍ​ບັນ​ດາ​ຜະ​ລິດ​ຕ​ະ​ພັນ​ກາ​ເຟ​, ຜະ​ລິດ​ຕະ​ພັນ​ໜູນ​ຊ່ວຍ​ໃນ​ຂະ​ແໜງ​ກາ​ເຟ ກ່​ວາ 400 ຮ້ານ ເຊິ່ງ​ໄດ້​ຈັດ​​ໃນ​ວັນ​ທີ 10 – 14 ມີ​ນາ ຢູ່​ນະ​ຄອນ ບວນ​ມາ​ທວດ.

ງານ​ຕະຫຼາດ​ນັດ​ເວົ້າ​ສະ​ເພາະ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ວັນ​ບຸນ​ເວົ້າ​ລວມ ແມ່ນເພື່ອ​ແນ​ໃສ່​ໂຄ​ສະ​ນາ​ເຄື່ອງ​ໝາຍ​ການ​ຄ້າ​ກາ​ເຟ ບວນ​ມາ​ມວດ ໄປ​ຍັງ​ແຂກ​ທ່ອງ​ທ່ຽວ, ເພື່ອນ​ມິດ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ນີ້​ກໍ່​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ, ນັກ​ລົງ​ທຶນ​ແລກ​ປ່ຽນ, ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ, ການ​ເຊື່ອມ​ຕໍ່​ໃນ​ການ​ຮ່ວມ​ມື​ພັດ​ທະ​ນາ, ເປີດກວ້າງ​ການ​ຕະຫຼາດ ແລະ ການ​ຮ່ວ​ມືມ​ລົງ​ທຶນ.

ງານ​ຕະຫຼາດ​ນັດ​ກໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ວາ​ຫະ​ກິດ​ກາ​ເຟ ໂຄ​ສະ​ນາ​ເຄື່ອງ​ໝາຍ​ການ​ຄ້າ, ແນະ​ນະ​ຜະ​ລິດ​ຕະ​ພັນ ແລະ ຍົກ​ສູງ​ຄວາມ​ຮູ້​ໃນ​ການ​ຜະ​ລິດ, ປຸງ​ແຕ່​ງ​ກາ​ເຟ, ຍົກ​ສູງ​ເຄື່ອງ​ໝາຍ​ການ​ຄ້າ​ກາ​ເຟ​ ບ​ວນ​ມາ​ທວດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ເຂດ​ໄຕ​ງວຽນ ​ເວົ້າ​ສະ​ເພາະ ແລະ ທົ່ວ​ປະ​ເທດ​ເວົ້າ​ລວມ ​ໃນ​ວິວັດ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບເສດ​ຖະ​ກິດ​ສາ​ກົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.