​ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ມີ​ການ​ເຕີບ​ໂຕ​

00:00 | 12/08/2023

ຍ​ສ​ໝ - ປີ 2023, ໂລກພວມຜັນແປຢ່າງສັບສົນ, ວ່ອງໄວ. ຄາດຄະເນວ່າ ເສດຖະກິດໂລກ ສືບຕໍ່ມີການເຕີບໂຕບໍ່ເກີນ 3% ຕ່ຳກວ່າປີ 2022 ແລະສືບຕໍ່ປະເຊີນໜ້າກັບວິກິດການຫຼາຍຢ່າງ. ທ່າອ່ຽງຮັກກຸມເງິນຕາ, ເພີ່ມມາດຕະການປົກປ້ອງການຄ້າຕິດພັນກັບບັນດາມາດຕະຖານດ້ານສິ່ງແວດລ້ອມຍືນຍົງ ກໍ່ໄດ້ຮັບການຊຸກຍູ້...

ການ​ເຕີບ​ໂຕ​ຫວຽດ​ນາມ ຄາດ​ວ່າ​ຢູ່ກຸ່ມ​ລະ​ດັບ​ສູງ​ທີ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ ການ​ເຕີບ​ໂຕ​ຫວຽດ​ນາມ ຄາດ​ວ່າ​ຢູ່ກຸ່ມ​ລະ​ດັບ​ສູງ​ທີ່​ສຸດ​ຢູ່​ພາກ​ພື້ນ ອາ​ຊີ - ປາ​ຊີ​ຟິກ
ທະ​ນາ​ຄານ​ໂລກ: ເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ເຕີບ​ໂຕ​ສູງ​ໃນ​ໄຕ​ມາດ​ທີ 3/2022 ທະ​ນາ​ຄານ​ໂລກ: ເສດ​ຖະ​ກິດ ຫວຽດ​ນາມ ມີ​ການ​ເຕີບ​ໂຕ​ສູງ​ໃນ​ໄຕ​ມາດ​ທີ 3/2022
​ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ມີ​ການ​ເຕີບ​ໂຕ​
ພາບ​ປະ​ກອບ: kinhtemoitruong.vn

ພາຍຫຼັງເວລາທີ່ຕົກເຂົ້າໃນສະພາບວິກິດການ, ຕົ້ນປີ 2023, ພື້ນຖານເສດຖະກິດທົ່ວໂລກ ມີບັນດາສັນຍານຕັ້ງໜ້າ, ໃນນັ້ນພື້ນຖານເສດຖະກິດຫວຽດນາມ ສືບຕໍ່ໄດ້ຮັບການຄາດຄະເນວ່າ ມີລະດັບເຕີບໂຕສູງ. ນັ້ນແມ່ນຂໍ້ສັງເກດຂອງບັນດານັກຊ່ຽວຊານເສດຖະກິດທີ່ເຂົ້າຮ່ວມການສົນທະນາ “ອັບເດດແງ່ຫວັງເສດຖະກິດ, ການເງິນໂລກປີ 2023 ແລະຜົນກະທົບຕໍ່ກັບ ຫວຽດນາມ” ໂດຍກະຊວງການຕ່າງປະເທດ, ທະນາຄານ Standard Chartered ຈັດຕັ້ງໃນຕອນບ່າຍວັນທີ 28 ກຸມພາ ຢູ່ຮ່າໂນ້ຍ. ການສົນທະນາມີການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາສະຖານທູດຕ່າງປະເທດ, ອົງການຈັດຕັ້ງສາກົນຢູ່ຫວຽດນາມ; ການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ; ບັນດານັກຊ່ຽວຊານ ແລະປະຊາຄົມວິສາຫະກິດພາຍໃນ ແລະຕ່າງປະເທດ.

ຕາມທະນາຄານ Standard Chartered ຫວຽດນາມ ແລ້ວ, ສືບຕໍ່ທ່າເຕີບໂຕ 8,0% ຂອງປີ 2022, ພື້ນຖານເສດຖະກິດຫວຽດນາມ ຄາດຄະເນວ່າ ຈະເຕີບໂຕຢ່າງແຮງໃນທ້າຍປີ 2023. ທ່ານ Tim Leelahaphan ນັກຊ່ຽວຊານເສດຖະກິດຮັບຜິດຊອບໄທ ແລະຫວຽດນາມ ຂອງທະນາຄານ Standard Chartered ໃຫ້ຂໍ້ສັງເກດວ່າ “ເສດຖະກິດຫວຽດນາມ ເຄິ່ງຕົ້ນປີ 2023 ກໍ່ຕ້ອງປະເຊີນໜ້າກັບຄວາມສ່ຽງມະຫາພາກ, ຄື: ໄພເງິນເຟີ້, ໜີ້ສາທາລະນະ, ການຟື້ນຟູຄວາມໄວ້ເນື້ອເຊື່ອໃຈ, ແຕ່ວ່າແງ່ຫວັງຟື້ນຟູຕັ້ງໜ້າໃນໄລຍະເຄິ່ງທ້າຍປີ. ຫວຽດນາມ ຈະສືບຕໍ່ແມ່ນຕ່ອງໂສ້ສຳຄັນໃນຕ່ອງໂສ້ການສະໜອງທົ່ວໂລກ ແລະແມ່ນສະຖານທີ່ມີຫຼາຍວິສາຫະກິດເລືອກເຟັ້ນ”. ຕາມທ່ານ Tim Leelahaphan ແລ້ວ, ທະນາຄານ Standard Chartered ກໍ່ເຊື່ອໝັ້ນຕໍ່ຄວາມສາມາດບົ່ມຊ້ອນຕໍ່ການພັດທະນາຢ່າງແຮງຂອງຫວຽດນາມ ໃນໄລຍະກາງເມື່ອບັນດາເປົ້າໝາຍເຊິ່ງຫວຽດນາມ ວາງອອກພວມກ້າວເຖິງຈຸດໝາຍປາຍທາງ. ອາດສາມາດເວົ້າເຖິງເປົ້າໝາຍນຳຫວຽດນາມ ກາຍເປັນສູນຜະລິດຢູ່ພາກພື້ນ, ເປົ້າໝາຍກາຍເປັນບ່ອນດຶງດູດການລົງທຶນຈາກຕ່າງປະເທດ ຫຼືກາຍເປັນພື້ນຖານເສດຖະກິດແຫ່ງຊາດຫາກໍ່ພົ້ນເດັ່ນ. ນັກຊ່ຽວຊານເສດຖະກິດ Tim Leelahaphan ໃຫ້ຂໍ້ສັງເກດວ່າ “ການເຂົ້າຮ່ວມບັນຊີລາຍຊື່ບັນດາປະເທດຫາກໍ່ພົ້ນເດັ່ນ ຈະຊ່ວຍຫວຽດນາມ ອາດສາມາດດຶງດູດເງິນລົງທຶນຫຼາຍຕື້ໂດລາສະຫະລັດ”.

ກ່າວຄຳເຫັນທີ່ການສົນທະນາ, ທ່ານນາງ ເລມິງຮັ່ງ ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ເນັ້ນໜັກວ່າ ປີ 2023 ມີຄວາມໝາຍສຳຄັນທີ່ສຸດຕໍ່ກັບຫວຽດນາມ. ນີ້ແມ່ນປີບານພັບປະຕິບັດແຜນການພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ 2021-2025. ກໍາລັງໜູນເຕີບໂຕເສດຖະກິດປີ 2023 ຈະສ້າງພື້ນຖານ, ສ້າງກຳລັງໜູນໃຫ້ໄລຍະ 2021-2025 ແລະມຸ່ງໄປເຖິງບັນດາເປົ້າໝາຍທີ່ໄດ້ວາງອອກໃນປີ 2023 ແລະ2045. ທ່ານນາງ ຮັ່ງ ເວົ້າວ່າ “ການຄາດຄະເນ ແລະຕີລາຄາຂອງບັນດາອົງການຈັດຕັ້ງສາກົນ ກໍ່ຄືຂອງທະນາຄານ Standard Chartered ແມ່ນພື້ນຖານ ເພື່ອປະເອີບໃຈຕໍ່ແງ່ຫວັງເສດຖະກິດຂອງ ຫວຽດນາມ ໃນປີ 2023 ກໍ່ຄືບັນດາກຳລັງໜູນເຕີບໂຕໃນຊຸມປີຕໍ່ໄປ.

ເຖິງວ່າປະສົບກັບສິ່ງທ້າທາຍຫຼາຍຢ່າງແຕ່ວ່າທ່ານນາງ Michele Wee, ຜູ້ອໍານວຍການທະນາຄານ Standard Chartered ປະຈໍາ ຢູ່ຫວຽດນາມ ກໍ່ເຊື່ອໝັ້ນວ່າ ດ້ວຍແງ່ຫວັງສົດໃສໃນໄລຍະກາງ ແລະໄລຍະຍາວ, ຫວຽດນາມ ແມ່ນຕະຫຼາດເຕີບໂຕຈຸດສຸມຂອງ Standard Chartered. ທ່ານນາງ Michele Wee ຢັ້ງຢືນວ່າ “ຫວຽດນາມ ກໍ່ມີຫຼາຍກາລະໂອກາດເພື່ອພັດທະນາຢ່າງວັດທະນາຖາວອນ ແລະພວກຂ້າພະເຈົ້າ ໃຫ້ຄຳໝັ້ນສັນຍາໜູນຊ່ວຍການເຕີບໂຕຍືນຍົງຂອງຫວຽດນາມ ຜ່ານຍຸດທະສາດໄລຍະຍາວຢ່າງແຮງ ແລະເໝາະສົມ”.

ກໍ່ທີ່ການສົນທະນາ, ບັນດານັກຊ່ຽວຊານໄດ້ສຸມໃສ່ແລກປ່ຽນກ່ຽວກັບການຮັບຮູ້ບັນດາກາລະໂອກາດ, ສິ່ງທ້າທາຍໃຫ້ການເຕີບໂຕ ແລະຄວາມໝັ້ນທ່ຽງມະຫາພາກຂອງ ຫວຽດນາມ ຕໍ່ສະພາບໄພເງິນເຟີ້, ຈີນ ເປີດປະຕູຄືນໃໝ່, ບັນດາກົນໄກ ແລະຂໍ້ລິເລີ່ມໃໝ່... ບັນດານັກຊ່ຽວຊານກໍ່ແບ່ງປັນບົດຮຽນສາກົນໃນການແກ້ໄຂບາງບັນຫາພາຍໃນປະເທດໃນໄລຍະປະຈຸບັນກ່ຽວກັບຕະຫຼາດທຶນ, ເງິນຕາ, ອະສັງຫະລິມະຊັບ. ບັນດາການແລກປ່ຽນດັ່ງກ່າວມີຄວາມໝາຍສຳຄັນທີ່ສຸດ, ຊ່ວຍໃຫ້ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດຫວຽດນາມ ກຳແໜ້ນທ່າອ່ຽງອັບເດດຂອງໂລກ, ເພື່ອຈາກນັ້ນມີມາດຕະການເໝາະສົມ, ຟື້ນຟູການບໍລິຫານເສດຖະກິດ-ສັງຄົມ, ກໍ່ຄືໃນການກໍ່ສ້າງບັນດາແຜນການຜະລິດ, ພັດທະນາການດຳເນີນທຸລະກິດຂອງບັນດາວິສາຫະກິດ, ທ້ອງຖິ່ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.