ກອ​ງ​ປະ​ຊຸມ​ຄັ້ງ​ທີ 7 ຄະ​ນະ​ກຳ​ມະ​ການ​ປະ​​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນ​ິກ ຫວຽດ​ນາມ - ມາ​ເລ​ເຊຍ

00:00 | 02/09/2023

ຍສໝ - ລັດຖະມົນຕີສອງທ່ານໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 7 ຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ ແລະ ເຕັກນິກ ຫວຽດນາມ - ມາເລເຊຍ.

ຫວຽດ​ນາມ ​ແລະ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ ຫວຽດ​ນາມ ​ແລະ ລາວ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສາ​ທາ​ລະ​ນະ​ສຸກ
ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ລັດ​ດ້ານ​ສາສະໜາ ຫວຽດນາມ - ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ​ລັດ​ດ້ານ​ສາສະໜາ

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ, ສະມາຊິກສະພາສູງ Zambry Abdul Kadir ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ຮ່າໂນ້ຍ, ລັດຖະມົນຕີສອງທ່ານໄດ້ເປັນປະທານຮ່ວມກອງປະຊຸມຄັ້ງທີ 7 ຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ ແລະ ເຕັກນິກ ຫວຽດນາມ - ມາເລເຊຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ເນັ້ນໜັກວ່າ:

ກອ​ງ​ປະ​ຊຸມ​ຄັ້ງ​ທີ 7 ຄະ​ນະ​ກຳ​ມະ​ການ​ປະ​​ສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນ​ິກ ຫວຽດ​ນາມ - ມາ​ເລ​ເຊຍ
ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ມາເລເຊຍ Zambry Abdul Kadir (ພາບ: VOV)

ເຫດການມີຄວາມໝາຍສຳຄັນພິເສດຍ້ອນວ່າໄດ້ດຳເນີນກ່ອນການຢ້ຽມຢາມຢ່າງ ຫວຽດນາມເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim- ເຊິ່ງແມ່ນເຫດການສຳຄັນທີ່ສຸດໃນປີ 2023 ໂດຍແມ່ນປີສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ຫົວຄືນໄລຍະຜ່ານມາ, ການພົວພັນສອງຝ່າຍມີການພັດທະນາຢ່າງບໍ່ຢຸດຢັ້ງ, ມີການແລກປ່ຽນຄະນະຜູ້ແທນຂັ້ນສູງເປັນປະຈຳ ຊ່ວຍປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ. ການຮ່ວມມືເສດຖະກິດການຄ້າ - ການລົງທຶນບັນລຸໄດ້ຜົນສຳເລັດທີ່ຕັ້ງໜ້າຫຼາຍຢ່າງ. ປັດຈຸບັນ, ມາເລເຊຍ ແມ່ນຄູ່ຮ່ວມມືການຄ້າ ໃຫຍ່ອັນດັບທີ 2 ຂອງ ຫວຽດນາມ ໃນອາຊຽນ ແລະ ອັນດັບທີ 9 ໃນທົ່ວໂລກ. ພ້ອມທັງ, ມາເລເຊຍ ຍາມໃດກໍ່ນອນໃນ 10 ປະເທດມີເງິນລົງທຶນຢູ່ຫວຽດນາມ ຫຼາຍທີ່ສຸດ.

ສ່ວນທ່ານ Zambry Abdul Kadir ຢັ້ງຢືນວ່າ ມາເລເຊຍ ຍາມໃດກໍ່ຖືເປັນສຳຄັນ ແລະ ມີຄວາມຫວັງຢາກພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ ກໍ່ຄືການຮ່ວມມືຢ່າງແໜ້ນແຟ້ນໃນບັນດາເວທີປາໄສຢູ່ພາກພື້ນ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.