ຍສໝ - ໃນຊຸມມື້ນີ້, ທົ່ວພັກ, ກອງທັບ ແລະ ປະຊາຊົນທົ່ວປວງຊົນລ້ວນແຕ່ສະແດງຄວາມໄຫວ້ອາໄລເຖິງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຢ່າງສຸດຊຶ້ງ. ໃນຂະນະທີ່ປະຕິບັດໜ້າທີ່ຢູ່ຫ່າງໄກເປັນສິບພັນກິໂລແມັດຈາກປະເທດຊາດ, ຄະນະປະຕິບັດງານຮັກສາສັນຕິພາບຂອງ ສະຫະປະຊາຊາດຢູ່ ຊູດັງໃຕ້ ທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງ ສະຫະປະຊາຊາດ ໄດ້ເອົາທຸງລົງເຄິ່ງເສົາ ແລະ ຕັ້ງແທ່ນບູຊາຕໍ່ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເພື່ອໃຫ້ເພື່ອນມິດສາກົນໄດ້ມາໄຫວ້ອາໄລ ແລະ ແບ່ງເບົາຄວາມເສົ້າສະຫຼົດໃຈ.
ຍສໝ - ເນື່ອງໃນໂອກາດ ຫວຽດນາມ ຮັບດຳລົງຖານະເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ ໄດ້ໜຶ່ງປີ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໂດ້ຫວຽດຮຸ່ງ ໄດ້ຕີລາຄາ, ໃຫ້ຂໍ້ສັງເກດກ່ຽວກັບບັນດາຂີດໝາຍຂອງ ຫວຽດນາມ ໃນປີທີ່ຜ່ານມາ ແລະ ທິດທາງໃນຕໍ່ໜ້າ.
ຍສໝ - ຕອນບ່າຍວັນທີ 10 ພຶດສະພາ, ຢູ່ສຳນັກງານອົງການສະຫະປະຊາຊາດທີ່ນະຄອນເຈນີວາ ປະເທດສະວິດ, ຄະນະເຮັດວຽກກ່ຽວກັບການກົນໄກກວດຄືນກຳນົດເວລາແຜ່ໄປທົ່ວ (UPR) ຮອບທີ 4 ຂອງສະພາສິດທິມະນຸດສະຫະປະຊາຊາດ ໄດ້ຕົກລົງຮັບຮອງເອົາບົດລາຍງານແຫ່ງຊາດ UPR ຂອງຫວຽດນາມ.
ຍສໝ - ໃນວັນທີ 21 ມີນານີ້, ຢູ່ກົມການຕ່າງປະເທດ, ກະຊວງຕຳຫຼວດ ໄດ້ຈັດການສົນທະນາປຶກສາຫາລື ກ່ຽວກັບກົນໄກການທົບທວນທົ່ວໂລກກ່ຽວກັບສິດທິມະນຸດ (UPR). ການສົນທະນາ ມີການເຂົ້າຮ່ວມຂອງຜູ້ແທນ 80 ກວ່າຫົວໜ່ວຍ, ທ້ອງຖິ່ນໃນກະຊວງຕຳຫຼວດ, ໂດຍທ່ານພົນຈັດຕະວາ ຫງວຽນວັນກີ, ຮອງຫົວໜ້າກົມການຕ່າງປະເທດເປັນປະທານ.
ຍສໝ - ທີ່ພິທີມອບ-ຮັບໜ້າທີ່, ທ່ານພົນຈັດຕະວາ ເລກວາງດ້າວ ຮຽກຮ້ອງໃຫ້ບັນດານາຍຕໍາຫຼວດທະເລຫວຽດນາມ ທີ່ເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ ຈົ່ງຮັບຮູ້ຢ່າງເລິກເຊິ່ງກ່ຽວກັບພາລະບົດບາດ, ຄວາມຮັບຜິດຊອບຂອງຕົນ; ປະຕິບັດທັດສະນະ, ແນວທາງພົວພັນຕ່າງປະເທດຂອງພັກ, ລັດ ແລະກອງທັບຢ່າງເຂັ້ມງວດ...
ຍສໝ - ວັນທີ 26 ກຸມພາ, ກ່າວຄຳປາໄສທີ່ກອງປະຊຸມຂັ້ນສູງຄັ້ງທີ 55 ສະພາສິດທິມະນຸດ ສະຫະປະຊາຊາດ (ສປຊ), ທ່ານລັດຖະມົນຕີ ບຸຍແທງເຊີນ ໄດ້ຮຽກຮ້ອງບັນດາປະເທດສະໜັບສະໜູນ ຫວຽດນາມ ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສປຊ ອີກຄັ້ງໜຶ່ງໃນອາຍຸການ 2026-2028.
ຍສໝ - ວັນທີ 20 ທັນວາ, ຢູ່ນິວຢອກ (ອາເມລິກາ), ຄະນະຜູ້ແທນຫວຽດນາມ ປະຈໍາ ສະຫະປະຊາຊາດ (ສປຊ) ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22 ທັນວາ 1944 – 22 ທັນວາ 2023 ) ແລະ 34 ປີແຫ່ງ “ວັນບຸນທົ່ວປວງຊົນປ້ອງກັນຊາດ” (22 ທັນວາ 1989 – 22 ທັນວາ 2023).
ຍສໝ - ທ່ານອຸປະທູດ ນາງ ເລທິມິງທວາ, ຮອງຫົວໜ້າຜູ້ປະຈຳການຄະນະຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມເປັນຫວ່ງຢ່າງເລິກເຊິ່ງຕໍ່ສະພາບການມະນຸດສະທຳທີ່ນັບມື້ນັບຮ້າຍແຮງຢູ່ເຂດ Gaza ແລະ ສະແດງຄວາມເສຍໃຈຕໍ່ບັນດາການສູນເສຍ, ບາດເຈັບລົ້ົ້ມຕາຍຂອງສາມັນຊົນຜູ້ບໍ່ມີໂທດ.
ຍສໝ - ວັນທີ 19 ທັນວາ, ພິທີອັດການຝຶກຊ້ອມສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດປີ 2023 (VINBAX 2023) ໄດ້ຈັດຂຶ້ນຢູ່ສູນຝຶກຊ້ອມການທະຫານແຫ່ງຊາດ 4 (ຮ່າໂນ້ຍ).
ຍສໝ - ຫວຽດນາມ ຈະສືບຕໍ່ເພີ່ມທະວີການເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ, ໃນນັ້ນມີຂົງເຂດຕຳຫຼວດ, ເໝາະສົມກັບບັນດາຫຼັກການຂອງກົດບັດສະຫະປະຊາຊາດ (ສປຊ).
ຍສໝ - ທີ່ນະຄອນນິວຢອກ (ສະຫະລັດອາເມລິກາ), ຄະນະຜູ້ແທນຂັ້ນສູງຫວຽດນາມ ປະຈໍາ ສະຫະປະຊາຊາດ (ສປຊ) ໂດຍທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະ ໄດ້ມາອວຍພອນຄະນະປະຈໍາລາວ ປະຈໍາ ສປຊ ໃນໂອກາດນີ້. ເນື່ອງໃນໂອກາດວັນຊາດ ສປປ ລາວ ຄົບຮອບ 48 ປີ (2 ທັນວາ 1975 – 2 ທັນວາ 2023) ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ໄດ້ຄົບຮອບ 103 ປີ (13 ທັນວາ 1920 – 13 ທັນວາ 2023).
ຍສໝ - ວັນທີ 16 ພະຈິກ 2023, ທີ່ການເຮັດວຽກຢູ່ສຳນັກງານໃຫຍ່ UNESCO ຢູ່ ປາຣີ (ສາທາລະນະລັດ ຝະລັ່ງ), ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ແລະ ທ່ານນາງ Audrey Azoulay, ຜູ້ອຳນວຍການໃຫຍ່ UNESCO ໄດ້ເຫັນດີເປັນເອກະພາບວ່າ ຫວຽດນາມ ແລະ UNESCO ຈະສົມທົບກັນປະຕິບັດບັນດາເປົ້າໝາຍຂອງອົງການ UNESCO ແລະເຮັດໃຫ້ວັດທະນະທໍາກາຍເປັນເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ.
ຍສໝ - ຜູ້ຕາງໜ້າ ຫວຽດນາມ ຢືນຢັນວ່າ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຕ້ອງມີການປ່ຽນແປງໃໝ່ຕາມທິດທາງເພີ່ມທະວີລັກສະນະເປັນຜູ້ຕາງໜ້າ, ມີປະສິດທິຜົນເພື່ອປັບຕົວ ແລະ ເໝາະສົມກັບສະພາບຕົວຈິງໃນປະຈຸບັນ.
ວັນທີ 10 ພະຈິກນີ້, ຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດຢູ່ນິວຢອກ (ອາເມລິກາ), ກອງປະຊຸມຄັ້ງທີ 78 ຂອງສະມັດຊາໃຫຍ່ສະຫະປະຊາຊາດ (UNGA 78) ໄດ້ດຳເນີນການປຶກສາຫາລືກ່ຽວກັບບັນຫາການປັບປຸງໍການເຄື່ອນໄຫວ. ປະທານ UNGA 78 ທ່ານ Dennis Francis ເປັນປະທານກອງປະຊຸມ.
ຍສໝ - ອິນໂດເນເຊຍ, ເປັນຜູ້ອອກສະໝັກຮັບເລືອກຕັ້ງອາຊຽນສະເໜີທີ່ບັນລຸຄະແນນສຽງສູງສຸດແມ່ນ 186 ສຽງ, ໃນຂະນະທີ່ກູບາແມ່ນປະເທດອາເມລິກາລາຕິນໄດ້ຮັບຄະແນນສຽງສູງສຸດ (146 ສຽງ).
ຍສໝ - ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫາກໍ່ລົງນາມໃນຂໍ້ຕົກລົງເລກທີ 1109 2023 QD-CTN ຮັບຮອງເອົາຂໍ້ຕົກລົງວ່າດ້ວຍການຊ່ວຍເຫຼືອດ້ານກົດໝາຍໃນບັນຫາອາຊະຍາກຳລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສາທາລະນະລັດ ເຊັກໂກ ຕາມຄຳຮຽກຮ້ອງຂອງລັດຖະບານໃນບົດລາຍງານວາລະສານສະບັບເລກທີ 394 TTr- CP ລົງວັນທີ 22 ສິງຫາ 2023.
ຍສໝ - ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການຢ້ຽມຢາມ ບຣາຊິນ ຢ່າງເປັນທາງການ ແລະການໄປປະຕິບັດງານເຂົ້າຮ່ວມວາລະປຶກສາຫາລືລວມຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຊຸດທີ 78 ສົມທົບການເຄື່ອນໄຫວສອງຝ່າຍຢູ່ອາເມລິກາ.
ຍສໝ - ວັນທີ 13 ກັນຍານີ້, ຢູ່ສູນຝຶກທະຫານແຫ່ງຊາດ 4 (ຮ່າໂນ້ຍ), ໄດ້ດຳເນີນພິທີເປີດໂຄງການຕີລາຄາຄວາມສາມາດ (CEPPP) ໃຫ້ບັນດາກຳລັງກະກຽມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ ແລະ ນັກຊ່ຽວຊານຮັກສາສັນຕິພາບຮອບທີ 4 (2021-2023).
ຍສໝ - ຕອນບ່າຍວັນທີ 14 ກໍລະກົດນີ້, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີ໋ຢຸງ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມເວທີປາໄສການເມືອງລະດັບສູງສະຫະປະຊາຊາດກ່ຽວກັບການພັດທະນາແບບຍືນຍົງ (HLPF) ຢູ່ນະຄອນ ນິວຢອກ, ອາເມລິກາ.
ວັນທີ 27 ທັນວາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດກອງປະຊຸມໜ່ວຍປະຕິບັດງານລະຫວ່າງຂະແໜງການ, ຄະນະຊີ້ນຳກະຊວງປ້ອງກັນປະເທດ ກ່ຽວກັບການເຂົ້າຮ່ວມການຮັກສາສັນຕິພາບຂອງສະຫະປະຊາຊາດ.