ພົບປະ, ລະດົມກໍາລັງໃຈນາຍຕໍາຫຼວດທະເລຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ

12:06 | 27/02/2024

ພົບປະສັງສັນ, ລະດົມກໍາລັງໃຈນາຍຕໍາຫຼວດທະເລຫວຽດນາມເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ

ງານພົບປະແລກປ່ຽນວັດທະນະທໍາ, ແຂ່ງຂັນກິລາມິດຕະພາບລະຫວ່າງນັກຮຽນແຂວງດ້ຽນບຽນ (ຫວຽດນາມ) ກັບນັກຮຽນ 6 ແຂວງພາກເໜືອຂອງ ລາວ ປີ 2024 ງານພົບປະແລກປ່ຽນວັດທະນະທໍາ, ແຂ່ງຂັນກິລາມິດຕະພາບລະຫວ່າງນັກຮຽນແຂວງດ້ຽນບຽນ (ຫວຽດນາມ) ກັບນັກຮຽນ 6 ແຂວງພາກເໜືອຂອງ ລາວ ປີ 2024
VUFO ແລະ ສະຖານທູດ Azerbaijan ພົບປະສັງສັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງ ການທູດລະຫວ່າງສອງປະເທດ VUFO ແລະ ສະຖານທູດ Azerbaijan ພົບປະສັງສັນ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງ ການທູດລະຫວ່າງສອງປະເທດ

ວັນທີ 26 ກຸມພາ, ທ່ານພົນຈັດຕະວາ ເລກວາງດ້າວ, ຜູ້ບັນຊາການຕໍາຫຼວດທະເລຫວຽດນາມ ໄດ້ເປັນເຈົ້າພາບຈັດຕັ້ງການພົບປະ, ມອບໜ້າທີ່ໃຫ້ນາຍຕໍາຫຼວດທະເລ 2 ທ່ານ ໄປປະຕິບັດໜ້າທີ່ຮັກສາສັນຕິພາບຂອງສະຫະປະຊາຊາດ (ສປຊ) ຢູ່ຄະນະປະຕິບັດງານທີ່ ສາທາລະນະລັດ ອາຟະລິກາກາງ ແລະຄະນະປະຕິບັດງານປ້ອງກັນຄວາມສະຫງົບຊົ່ວຄາວຂອງ ສປຊ ຢູ່ເຂດ Abyei (UNISFA).

ທ່ານພັນຕີ ລຸກຖາຍຮ່າ, ອະດີດຜູ້ຊ່ວຍວຽກຫ້ອງການພົວພັນສາກົນ, ກອງບັນຊາການຕໍາຫຼວດທະເລ ຈະຮັບດຳລົງຕຳແໜ່ງເປັນເຈົ້າໜ້າທີ່ໄຈ້ແຍກສືບຂ່າວຢູ່ຄະນະປະຕິບັດງານແຫ່ງ ສາທາລະນະລັດ ອາຟະລິກາກາງ. ທ່ານຮ້ອຍເອກພິເສດ ຫວູ້ກວາງຄາຍ, ອະດີດຮອງກັບຕັນເຮືອຕໍາຫຼວດທະເລ 8020, ກອງເຮືອ 32, ກອງບັນຊາການຕໍາຫຼວດທະເລເຂດ 3, ຈະຮັບດຳລົງຕຳແໜ່ງຜູ້ສັງເກດການທະຫານຢູ່ຄະນະປະຕິບັດງານ UNISFA.

ພົບປະ, ລະດົມກໍາລັງໃຈນາຍຕໍາຫຼວດທະເລຫວຽດນາມ ເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ
ບັນບາກາດທີ່ການພົບປະ. ພາບ: nhandan.vn

ທີ່ພິທີມອບ-ຮັບໜ້າທີ່, ທ່ານພົນຈັດຕະວາ ເລກວາງດ້າວ ຮຽກຮ້ອງໃຫ້ບັນດານາຍຕໍາຫຼວດທະເລຫວຽດນາມ ທີ່ເຂົ້າຮ່ວມກໍາລັງຮັກສາສັນຕິພາບ ສປຊ ຈົ່ງຮັບຮູ້ຢ່າງເລິກເຊິ່ງກ່ຽວກັບພາລະບົດບາດ, ຄວາມຮັບຜິດຊອບຂອງຕົນ; ປະຕິບັດທັດສະນະ, ແນວທາງພົວພັນຕ່າງປະເທດຂອງພັກ, ລັດ ແລະກອງທັບຢ່າງເຂັ້ມງວດ; ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ເສີມຂະຫຍາຍຄຸນນະທາດ, ຄຸນສົມບັດອັນສູງສົ່ງຂອງທະຫານລຸງໂຮ່, ນັກຮົບຕໍາຫຼວດທະເລເມື່ອເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ.

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.