ຫວຽດນາມ ຈະສືບຕໍ່ເພີ່ມທະວີການເຂົ້າຮ່ວມໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ

00:00 | 12/12/2023

ຍສໝ - ຫວຽດນາມ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ, ​ໃນ​ນັ້ນ​ມີຂົງເຂດຕຳຫຼວດ​, ເໝາະສົມກັບບັນດາ​ຫຼັກການ​ຂອງ​ກົດ​ບັດ​ສະຫະ​ປະຊາ​ຊາດ (ສປຊ).

ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງຄະນະຜູ້ແທນຫວຽດນາມ ແລະ ລາວ ປະຈຳສະຫະປະຊາຊາດ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງຄະນະຜູ້ແທນຫວຽດນາມ ແລະ ລາວ ປະຈຳສະຫະປະຊາຊາດ
ຫວຽດນາມ ແລະ UNESCO ສົມທົບກັນເຮັດໃຫ້ວັດທະນະທຳກາຍເປັນເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ ຫວຽດນາມ ແລະ UNESCO ສົມທົບກັນເຮັດໃຫ້ວັດທະນະທຳກາຍເປັນເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ

ວັນທີ 11 ທັນວາ, ຢູ່ສໍານັກງານໃຫຍ່ ສປຊ ຢູ່ນິວຢອກ - ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ ໄດ້ມີການເຮັດວຽກກັບ ທ່ານ Faisal Shahkar, ທີ່ປຶກສາຕໍາຫຼວດ ສປຊ ເພື່ອແລກປ່ຽນກ່ຽວກັບບັນດາມາດຕະການເພີ່ມທະວີການເຂົ້າຮ່ວມຂອງ​ບັນດານາຍ​ຕຳຫຼວດ ​ຫວຽດນາມ ​ໃນ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ.

ຫວຽດນາມ ຈະສືບຕໍ່ເພີ່ມທະວີການເຂົ້າຮ່ວມໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ
ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ ​ແລະ ທ່ານ Faisal Shahkar ທີ່​ປຶກສາ​ຕຳຫຼວດ ສປຊ.

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຮວ່າງ​ຢາງ ​ໄດ້​ສະເເດງ​ຄວາມຂອບ​ໃຈ​ຫ້ອງການ​ຕຳຫຼວດ, ກົມ​ຮັກສາ​ສັນຕິພາບ ສປຊ ​ແລະ ສ່ວນຕົວທ່ານ Faisal Shahkar ​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຕັ້ງໜ້າໃນຄວາມມານະພະຍາຍາມ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ຫວຽດນາມ, ພິ​ເສດ​ແມ່ນ​ບັນດາ​ການ​ເຄື່ອນ​ໄຫວ​ຝຶກ​ອົບຮົມ ​ແລະ ​ບຳລຸງສ້າງ, ການສ້າງ​​ຄວາມ​ສາມາດ​ໃຫ້​ບັນດານາຍ​ຕຳຫຼວດທີ່ກະຊວງຕຳຫຼວດ ໄດ້ສົ່ງໃຫ້ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ, ​ໃນ​ຖານະ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ ສປຊ ​ແລະ ປະຊາ​ຄົມ​ສາກົນ, ຫວຽດນາມ ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ, ​ໃນ​ນັ້ນ​ມີ​ຂົງ​ເຂດ​ຕຳຫຼວດ​, ເໝາະສົມກັບບັນດາຫຼັກການຂອງ​ກົດ​ບັດ ສປຊ; ພ້ອມ​ກັນ​ນັ້ນ, ພວກ​ຂ້າພະ​ເຈົ້າ​ກໍ່ປາດ​ຖະໜາ​ຢາກ​ເຂົ້າ​ຮ່ວມ​ໃນ​ຂະ​ບວນການສ້າງ​ນະ​ໂຍບາຍ​ຂອງ ສປຊ ​ໃນ​ຂົງ​ເຂດ​ນີ້ຢ່າງ​ເລິກ​ເຊິ່ງ ແລະ ແທດຈິງກ່ວາ​ອີກ​.

ໂດຍຕີ​ລາຄາ​ສູງ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ຫວຽດນາມ ​ເພື່ອ​ບັນລຸ​ໄດ້​ບັນດາ​ໝາກຜົນ​ທີ່​ດີ​ໃນ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ ເວົ້າລວມ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ຂອງກຳລັງ​ຕຳຫຼວດ ​ເວົ້າ​ສະ​ເພາະ, ທ່ານທີ່​ປຶກສາ​ຕຳຫຼວດ Faisal Shahkar ປາດ​ຖະໜາ​ຢາກ​ສືບ​ຕໍ່​ຮ່ວມມືກັບ ຫວຽດນາມ ​ໃນ​ບັນຫາ​ນີ້​​ຢ່າງແໜ້ນ​ແຟ້ນກ່ວາ.

ທ່ານ Faisal Shahkar ຢືນຢັນ​ວ່າ: ກົມ​ຕຳຫຼວດ​ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ​ຈົນສຸດ​ຄວາມ​ສາມາດ​ໃນ​ຂະ​ບວນການ​ກະກຽມ​ກຳລັງ, ໜູນ​ຊ່ວຍ​ຝຶກ​ອົບຮົມ, ກວດກາ​ຕີລາຄາພື້ນຖານຄວາມ​ສາມາດ​ ​ແລະ ​ຕີ​ລາຄາຂະບວນການ​ຜັນຂະຫຍາຍ​ບັນດານາຍຕຳຫຼວດອອກໄປສູ່ພື້ນທີ່ຕົວຈິງ.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.