ຫວຽດນາມ ໄດ້ຮັບການເລືອກຕັ້ງຄືນໃໝ່ເຂົ້າໃນສະພາສິດທິມະນຸດຂອງສະຫະປະຊາຊາດ

14:13 | 26/02/2024

ຍສໝ - ວັນ​ທີ 26 ກຸມພາ, ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມ​ຂັ້ນ​ສູງ​ຄັ້ງ​ທີ 55 ສະພາ​ສິດທິ​ມະນຸດ ​ສະຫະ​ປະຊາ​ຊາດ (ສປຊ), ທ່ານ​ລັດຖະມົນຕີ ບຸຍແທງເຊີນ ໄດ້ຮຽກຮ້ອງ​ບັນດາ​ປະ​ເທດ​ສະໜັບສະໜູນ ຫວຽດນາມ ​ທີ່ໄດ້ຮັບການເລືອກຕັ້ງເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ ສປຊ ອີກຄັ້ງໜຶ່ງໃນອາຍຸການ 2026-2028.

ຄະນະຜູ້ແທນຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄະນະຜູ້ແທນຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ
ກອງປະຊຸມໃຫຍ່ສະຫະປະຊາຊາດ ໄດ້ຈັດກອງປະຊຸມດ່ວນພິເສດກ່ຽວກັບສະພາບການມະນຸດສະທຳ Gaza, ຫວຽດນາມ ຮຽກຮ້ອງໃຫ້ຢຸດຍິງ ແລະ ປົກປ້ອງສາມັນຊົນໂດຍດ່ວນ. ກອງປະຊຸມໃຫຍ່ສະຫະປະຊາຊາດ ໄດ້ຈັດກອງປະຊຸມດ່ວນພິເສດກ່ຽວກັບສະພາບການມະນຸດສະທຳ Gaza, ຫວຽດນາມ ຮຽກຮ້ອງໃຫ້ຢຸດຍິງ ແລະ ປົກປ້ອງສາມັນຊົນໂດຍດ່ວນ.

ທ່ານ​ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທງເຊີນ ​ເນັ້ນ​ໜັກ​ວ່າ ພາຍຫຼັງກ່ວາ 75 ປີ​ແຫ່ງ​ການ​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ສາກົນ​ກ່ຽວ​ກັບ​ສິດທິ​ມະນຸດ, 30 ປີ​ແຫ່ງ​ການ​ຮັບຮອງ​ເອົາ​ຖະ​ແຫຼ​ງການ ແລະ ໂຄງການ​ກະທຳ Vienna ກ່ຽວ​ກັບ​ສິດທິ​ມະນຸດ, ມວນມະນຸດ ​ຍັງປະເຊີນໜ້າກັບ​ການ​ທ້າ​ທາຍ​ຫຼາຍ​ຢ່າງ​ຄື ການ​ແກ່ງແຍ້ງຍຸດທະສາດ, ການ​ປະ​ທະ​ກັນທາງ​ອາວຸດ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຂາດຄວາມໝັ້ນຄົງດ້ານອາຫານ, ພະລັງງານ, ແຫຼ່ງນ້ຳ ແລະ ຄວາມ​ບໍ່​ຍຸຕິ​ທຳ​ທາງ​ສັງຄົມ​ອື່ນໆ.

ທ່ານ​ລັດຖະມົນຕີ ບຸຍແທງເຊີນ ​ຖື​ວ່າ ບັນດາສິດ​ທິມະນຸດ​ມີແຕ່ສາມາດ​ຮັບປະກັນ​ໄດ້​ດີ​ທີ່​ສຸດ​ເມື່ອ​ສັນຕິພາບ, ໝັ້ນຄົງ, ກົດໝາຍ​ສາກົນ​ໄດ້​ຮັບ​ການ​ຮັກສາ ແລະ ​ ເຄົາລົບນັບຖື, ລັດ​ຖື​ປະຊາຊົນ​ເປັນ​ໃຈກາງ​ຂອງ​ບັນດາ​ນະ​ໂຍບາຍ ​ແລະ ການຮັບປະກັນການພັດທະນາກວມລວມ ແລະ ​ຍືນຍົງ.

ທ່ານ ເຊີນ ກ່າວ​ຢ່າງ​ຈະ​ແຈ້ງ​ວ່າ ສະພາ​ສິດທິ​ມະນຸດ​ຕ້ອງ​ສຸມ​ໃສ່​ຊຸກຍູ້​ບັນດາ​ບຸລິມະສິດ​ສູງ​ສຸດໃຫ້​ແກ່​ປະຊາຊົນ ​ແມ່ນ​ການຊົມໃຊ້ບັນດາ​ສິດ​ດ້ານ​ເສດຖະກິດ, ສັງຄົມ, ວັດທະນະທຳ, ສິດ​ພັດທະນາ ​ແລະ ການປົກປັກຮັກສາ​ບັນດາ​ກຸ່ມທີ່ມີຄວາມສ່ຽງງ່າຍ.

ຫວຽດນາມ ໄດ້ຮັບການເລືອກຕັ້ງຄືນໃໝ່ເຂົ້າໃນສະພາສິດທິມະນຸດຂອງສະຫະປະຊາຊາດ


ທ່ານ​ລັດຖະມົນຕີການການຕ່າງປະເທດ ບຸຍແທງເຊີນ ກ່າວຄຳປາໄສທີ່ກອງປະຊຸມ

ທ່ານ ເຊີນ ໄດ້ສະເໜີໃຫ້​ສະພາ​ສິດທິ​ມະນຸດ​ເອົາໃຈໃສ່​ຊຸກຍູ້​ການ​ປະຕິບັດ​ມະຕິເລກ 52/19 ໂດຍ ຫວຽດນາມ​ ເປັນປະທານສະ​ເໜີ, ພິ​ເສດ​ແມ່ນ​ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ຊຸກຍູ້ການເຄົາລົບນັບຖື ແລະ ຄວາມ​ເຂົ້າ​ໃຈເຊິ່ງກັນ ແລະ ກັນ, ຄວາມອະນຸໂລມ, ກວມລວມ, ເປັນ​ເອກະ​ພາບ ​ແລະ ນັບຖືຄວາມ​​ແຕກ​ຕ່າງ, ການໂອ້ລົມສົນທະນາ, ການ​ຮ່ວມ​ມືກັນ.

ທ່ານລັດຖະມົນຕີ ບຸຍແທງເຊີນ ໃຫ້​ຮູ້​ວ່າ ທີ່​ກອງ​ປະຊຸມຂັ້ນສູງຄັ້ງ​ທີ 56 ​ໃນ​ເດືອນ​ມິຖຸນາຈະມາເຖິງ, ຫວຽດນາມ ຈະ​ສະ​ເໜີ​ມະຕິ​ປະຈຳ​ປີ​ກ່ຽວ​ກັບ​ການ​ຮັບປະກັນ​ສິດທິ​ມະນຸດ​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານ ເຊີນ ກໍແບ່ງປັນ​ວ່າ ຫວຽດນາມ ​ໄດ້ສົ່ງບົດລາຍງານລະດັບ​ຊາດ​ຕາມ​ກົນ​ໄກ​ກວດກາ​ຄືນປະຈຳໄລຍະ ໄປທົ່ວ (UPR) ​ຮອບ​ວຽນທີ IV, ໃນນັ້ນ ກໍໄດ້ປະຕິບັດສຳເລັດເກືອບ 90% ​ໃນ​ບັນດາ​ຂໍ້​ສະ​ເໜີ​ທີ່​ໄດ້​ຮັບ​ໃນ​ປີ 2019.

ເພື່ອສືບ​ຕໍ່​ບັນດາການປະກອບສ່ວນ​ຢ່າງຕັ້ງໜ້າ, ຄຳ​ໝັ້ນໝາຍຢ່າງແຮງ ແລະ ຄວາມກຽມພ້ອມປະກອບສ່ວນຂອງ ຫວຽດນາມ, ທ່ານ​ລັດຖະມົນຕີ ບຸຍແທງເຊີນ ​ໄດ້​ປະກາດ ​ແລະ ຮຽກຮ້ອງ​ບັນດາ​ປະ​ເທດ​ສະໜັບສະໜູນ ຫວຽດນາມ ທີ່ໄດ້ຮັບເລືອກຕັ້ງ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ ສປຊ ຄືນໃໝ່ອາຍຸ​ການ 2026 – 2028.

ຕາມນັກຂ່າວສຳ​ນັກ​ຂ່າວສານ​ ຫວຽດນາມ ແລ້ວ, ກ່າວຄຳປາໄສທີ່ກອງປະຊຸມ, ບັນດາຜູ້ແທນທີ່ມາຈາກທຸກປະເທດເນັ້ນໜັກວ່າ ສະພາບການໂລກສືບຕໍ່ຜັນແປສັບສົນຢ່າງສັບສົນ ດ້ວຍບັນດາສິ່ງທ້າທາຍທີ່ເພີ່ມຂຶ້ນກ່ຽວກັບການຮັບປະກັນສິດທິມະນຸດເຊັ່ນ ການປະທະກັນທາງດ້ານອາວຸດ, ຄວາມບໍ່ສະຫງົບໃນຫຼາຍຂົງເຂດ, ພິເສດແມ່ນຢູ່ເຂດ Gaza, ພ້ອມກັນນັ້ນ ແມ່ນບັນດາສິ່ງທ້າທາຍທົ່ວໂລກທີ່ນັບມື້ນັບສັບສົນເຊັ່ນ ການປ່ຽນແປງຂອງດິນຟ້າອາກາດ, ​ສະພາບຊຸດໂຊມຂອງສິ່ງແວດລ້ອມ, ຄວາມໝັ້ນຄົງດ້ານສະບຽງອາຫານ.

ບັນດາການນຳ ສປຊ ກ່າວວ່າ ການປະທະກັນທາງດ້ານອາວຸດ, ຄວາມບໍ່ສະຫງົບ ພວມສົ່ງຜົນກະທົບຢ່າງຮ້າຍແຮງເຖິງການຊົມໃຊ້ບັນດາສິດທິມະນຸດ, ພ້ອມກັນນັ້ນ ກໍ່ກ່າວ​​ເຕືອນ​ວ່າຈະມີສົງຄາມຕໍ່ຕ້ານຄົນທຸກຍາກ ແລະສິ່ງແວດລ້ອມ 2 ຄັ້ງ, ໃນນັ້ນ ບັນດາກຸ່ມທີ່ມີຄວາມສ່ຽງງ່າຍ ແມ່ນຜູ້ໄດ້ຮັບຜົນສະທ້ອນຮ້າຍແຮງທີ່ສຸດ.

ທ່ານ​ປະ​ທານສະມັດ ຊາໃຫຍ່ສະຫະປະຊາຊາດ Dennis Francis ຮຽກ​ຮ້ອງ​ໃຫ້​ສະ​ພາ​ສິດ​ທິ​ມະ​ນຸດ​ຊຸກ​ຍູ້​ການໂອ້ລົມສົນທະນາ, ຊອກຫາວິ​ທີ​ແກ້​ໄຂ​ຮ່ວມຢ່າງ​ຮອບ​ດ້ານ, ຕອບ​ສະ​ໜອງ​​ຜົນ​ປະ​ໂຫຍດ​ຂອງ​ບັນດາປະເທດພວມ​ພັດ​ທະ​ນາ, ໝູ່​ເກາະ​ນ້ອຍ​ໃນ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຊຸກ​ຍູ້​ຄວາມສະເໝີພາບທາງເພດ, ປົກ​ປັກ​ຮັກ​ສາ​ສິດ​ຂອງ​ກຸ່ມ​ທີ່ມີຄວາມາສ່ຽງງ່າຍ, ການ​ໜູນຊ່ວຍດ້ານມະນຸດສະທຳໃຫ້​ແກ່ປະຊາຊົນໃນການປະ​ທະ​ກັນ​, ແກ້​ໄຂສາເຫດກົກຮາກຂອງ​ສະພາບການຂອງການຈຳແນກການປະພຶດ, ການຈຳແນກເຊື້ອຊາດຜິວພັນ ແລະ ບັນດາຜົນ​ສະທ້ອນ​ຂອງລັດທິລ່າເມືອງຂຶ້ນ.

ທ່ານເລຂາທິການໃຫຍ່ ສປຊ António Guterres ເນັ້ນໜັກເຖິງຄວາມຮຽກຮ້ອງເພື່ອຊຸກຍູ້ສັນຕິພາບ ແລະ ປົກປັກຮັກສາສິດທິມະນຸດ, ເສີມຂະຫຍາຍບົດບາດຂອງລັດທິຫຼາຍຝ່າຍ, ເຄົາລົບກົດໝາຍມະນຸດສະທຳສາກົນ ແລະ ສິດທິມະນຸດ, ປົກປັກຮັກສາສາມັນຊົນ, ພື້ນຖານໂຄງລ່າງພົນລະເຮືອນໃນການ​ປະ​ທະ​ກັນ.

ມິງດຶກ

ເຫດການ
302 Found

Found

The document has moved here.