ຫວຽດນາມ ແລະ UNESCO ສົມທົບກັນເຮັດໃຫ້ວັດທະນະທຳກາຍເປັນເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ

09:02 | 28/11/2023

ຍສໝ - ວັນ​ທີ 16 ພະຈິກ 2023, ທີ່​ການ​ເຮັດ​ວຽກ​ຢູ່​ສຳນັກງານ​ໃຫຍ່ UNESCO ຢູ່ ປາຣີ (ສາທາລະນະ​ລັດ ຝະລັ່ງ), ທ່ານ​ລັດຖະມົນຕີ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ຫງວຽນ​ວັນ​ຮຸ່ງ ​ແລະ ທ່ານ​ນາງ Audrey Azoulay, ຜູ້ອຳນວຍການ​ໃຫຍ່ UNESCO ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ວ່າ ຫວຽດນາມ ​ແລະ UNESCO ຈະສົມທົບ​ກັນ​ປະຕິບັດ​ບັນດາເປົ້າໝາຍຂອງອົງການ UNESCO ແລະເຮັດໃຫ້ວັດທະນະທໍາກາຍເປັນເປົ້າໝາຍການພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

ໂຮ້ຍອານ ແລະ  ດ່າລາດ ມີຊື່ໃນເຄືອຂ່າຍນະຄອນປະດິດຄິດສ້າງຂອງ UNESCO ໂຮ້ຍອານ ແລະ ດ່າລາດ ມີຊື່ໃນເຄືອຂ່າຍນະຄອນປະດິດຄິດສ້າງຂອງ UNESCO
ເສີມຂະຫຍາຍບັນດາຄຸນຄ່ານາມມະຍົດ UNESCO ຢູ່ ຫວຽດນາມ ເສີມຂະຫຍາຍບັນດາຄຸນຄ່ານາມມະຍົດ UNESCO ຢູ່ ຫວຽດນາມ

ເຂົ້າຮ່ວມກອງປະຊຸມມີ ທ່ານນາງ ເລທິຮົ່ງເວີນ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ UNESCO; ທ່ານ​ນາງ ຫງວຽນ​ເຟືອງ​ຮ່ວາ, ຫົວໜ້າ​ກົມ​ການຮ່ວມ​ມື​ສາກົນ; ທ່ານ Lazare Eloundou Assomo, ຜູ້ອໍານວຍການສູນມໍລະດົກໂລກ ແລະ ທ່ານ Ahmed Zaouche, ທີ່ປຶກສາອາວຸໂສຂອງຜູ້ອໍານວຍການໃຫຍ່ກ່ຽວກັບວັດທະນະທໍາ.

ຫວຽດນາມ ແລະ UNESCO ສົມທົບກັນເຮັດໃຫ້ວັດທະນະທຳກາຍເປັນເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ

ທ່ານຜູ້ອຳນວຍການໃຫຍ່ Audrey Azoulay ຕ້ອນຮັບທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ສຳນັກງານໃຫຍ່ UNESCO ປະຈຳ ປາຣີ.

ທ່ານ​ລັດຖະມົນຕີ ຫງວຽນ​ວັນ​ຮຸ່ງ ​ແບ່ງປັນ​ວ່າ ທັດສະນະ​ຂອງ​ພັກ ​ແລະ ລັດ ຫວຽດນາມ ກ່ຽວ​ກັບ​ການ​ພັດທະນາ​ວັດທະນະທຳ​ແມ່ນ​ຄ້າຍຄື​ກັບ​ຈິດ​ໃຈ​ຂອງ​ຖະ​ແຫຼ​ງການກອງ​ປະຊຸມ​ໂລກ​ກ່ຽວ​ກັບ​ນະ​ໂຍບາຍ​ວັດທະນະທຳ ​ແລະ ການພັດທະນາ​ແບບ​ຍືນ​ຍົງ (Mondiacult 2022). ຕາມ​ນັ້ນ​ແລ້ວ, ຫວຽດນາມ ຖື​ວັດທະນະທຳ​ແມ່ນ​ກຳລັງ​ໜູນ​ຂອງ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ຖື​ວັດທະນະທຳ​ແມ່ນ​ທຽບ​ໃສ່​ດ້ານ​ເສດຖະກິດ, ການ​ເມືອງ. ​ໃນ​ບັນດາ​ໂຄງການ​ເຄື່ອນ​ໄຫວ​ຂອງ​ຕົນ, ລັດຖະບານ ​ຫວຽດນາມ ​ໄດ້​ກຳນົດ​ຂອບ​ເຂດ​ນະ​ໂຍບາຍ​ວັດທະນະທຳ​ທີ່​ກ້າວໜ້າ ​ເພື່ອ​ຕອບ​ສະໜອງ​ສິດ​ຂອງ​ພົນລະ​ເມືອງ​ເພື່ອ​ຊົມໃຊ້ ​ແລະ ​ເຂົ້າ​ຮ່ວມ​ຊີວິດ​ວັດທະນະທຳ.

ປີ 2023, ຫວຽດນາມ ກໍ່​ຈະ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ວັນ​ສົນທິສັນຍາ UNESCO 2023 ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ມໍລະດົກ​ວັດທະນະທຳ​ບໍ່​ເປັນວັດຖຸຂອງ​ອົງການ UNESCO ​ແລະ ບັນດາ​ທ້ອງ​ຖິ່ນ​ທີ່​ກ່ຽວຂ້ອງ​ຈຳນວນ​ໜຶ່ງ, ຜ່ານນັ້ນ ກໍ່​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ຄຸນຄ່າ​ມໍ​ລະ​ດົກວັດທະນະທຳ​ບໍ່ເປັນວັດຖຸ ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ UNESCO, ເສີມ​ຂະ​ຫຍາຍ​ວຽກ​ງານ​ປົກ​ປັກ​ຮັກ​ສາ, ເສີມຂະຫຍາຍຄຸນ​ຄ່າ​ຂອງ​ບັນ​ດາ​ມໍ​ລະ​ດົກ​ເຫຼົ່າ​ນີ້​ຢູ່ ​ຫວຽດ​ນາມ.

ທ່ານ​ລັດຖະມົນຕີ ຫງວຽນ​ວັນ​ຮຸ່ງ ​ໃຫ້​ຮູ້​ວ່າ: ລັດຖະບານ ຫວຽດນາມ ​ໄດ້​ມອບ​ໝາຍ​ໃຫ້​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ​ປະຕິບັດສຳ​ເລັດ​ໂດຍ​ໄວ ​ແລະ ຍື່ນ​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ປະກາດ​ໃຊ້​ໂຄງການເປົ້າໝາຍ​ແຫ່ງ​ຊາດ​ພັດທະນາ​ວັດທະນະທຳ​ຫວຽດນາມ ​ໃນ 10 ປີ​ຕໍ່ໜ້າ ດ້ວຍ​ແຫຼ່ງກຳລັງ​ໃຫຍ່, ​ຖືເປັນ​ສຳຄັນການຟື້ນຟູ, ການ​ພັດ​ທະ​ນາ​ວັດ​ທະ​ນະ​ທໍາ​ເຊັ່ນ​ດຽວ​ກັນ​ກັບ​ໂຄງ​ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ເພື່ອ​ປະ​ຕິ​ບັດ​ເປົ້າ​ຫມາຍ​ສະ​ຫັດ​ສະ​ຫວັດກ່ອນໜ້ານີ້.

ເພື່ອເພີ່ມທະວີການຮ່ວມມື ຫວຽດນາມ - UNESCO ໃນໄລຍະຈະມາເຖິງ, ຢັ້ງຢືນການປະກອບສ່ວນຂອງ ຫວຽດນາມ ເຂົ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງຂອງ ສປຊ, ທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ສະເໜີທ່ານນາງ Audrey Azoulay, ຜູ້ອຳນວຍການໃຫຍ່ UNESCO ເອົາໃຈໃສ່ໜູນຊ່ວຍຫວຽດນາມ ດ້ວຍປະສົບການ, ນັກຄົ້ນຄວ້າສາກົນ, ອັບເດດບັນດາການແນະນຳ, ລະບຽບ​ການ​ທີ່​ກ່ຽວຂ້ອງ​ຂອງ UNESCO ​ໃນ​ຂະ​ບວນການ​ກະກຽມ, ກໍ່ສ້າງຮ່າງ ກົດໝາຍມໍລະດົກວັດທະນະທຳ ເພື່ອສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ພື້ນຖານ​ນິຕິ​ກຳ​ກ່ຽວ​ກັບ​ມໍລະດົກ​ວັດທະນະທຳ ​ຫວຽດນາມ.

ພ້ອມ​ທັງ​ຮຽກຮ້ອງ​ໃຫ້ UNESCO ​ເອົາ​ໃຈ​ໃສ່​ເຖິງ​ບັນດາ​ເອກະສານ​ທີ່​ຫວຽດນາມ​ ໄດ້​ຍື່ນ​ສະ​ເໜີ​ແລ້ວ, ທ່ານ​ລັດຖະມົນຕີ ຫງວຽນ​ວັນ​ຮຸ່ງ ຍັງ​ປາດ​ຖະໜາ​ວ່າ UNESCO ​ຈະໃຫ້ຄວາມສົນ​ໃຈ​ໃສ່​ເຖິງ​ການ​ຮັບ​ເອົາ​ພະນັກງານ ​ຫວຽດນາມ ​ໄປ​ເຮັດ​ວຽກ​ຢູ່​ບັນດາ​ອົງການ​ວິຊາ​ສະ​ເພາະ​ຂອງ UNESCO, ຜ່ານ​ນັ້ນ ກໍ່ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ຄວາມ​ສາມາດ​ຂອງ​ພະນັກງານ​ວິຊາ​ການ​ຂອງ ຫວຽດນາມ, ຢືນຢັນ​ການ​ປະກອບສ່ວນ​ຂອງ UNESCO.

ທ່ານນາງ Audrey Azoulay, ຜູ້ອຳນວຍການໃຫຍ່ UNESCO ເນັ້ນໜັກວ່າ: ການມີໜ້າຂອງທ່ານລັດຖະມົນຕີ ຫງວຽນວັນຮຸ່ງ ຢູ່ UNESCO ສະແດງໃຫ້ເຫັນຄວາມເອົາໃຈໃສ່ ແລະ ຄວາມມຸ່ງໝັ້ນຂອງ ຫວຽດນາມ ຕໍ່ກັບບັນດາເປົ້າໝາຍຂອງ UNESCO. ​ໃນ​ໄລຍະ​ຢ້ຽມຢາມ​ຫວຽດນາມ, ທ່ານ​ນາງ​ໄດ້​ເຫັນ​ຄຸນຄ່າຄວາມ​ສຳຄັນ​ຂອງ​ຫວຽດນາມ​ທີ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​ພາລະກິດຂອງ UNESCO.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.