ພິທີອັດການຝຶກຊ້ອມສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ

00:00 | 20/12/2023

ຍສໝ - ວັນ​ທີ 19 ທັນວາ, ພິທີອັດການ​ຝຶກຊ້ອມ​ສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ​ປີ ​​2023 (VINBAX 2023) ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ຝຶກ​ຊ້ອມ​​ການ​ທະຫານ​ແຫ່ງ​ຊາດ 4 (ຮ່າ​ໂນ້ຍ).

ຫວຽດນາມ ສະໜັບສະໜູນການຍູ້ແຮງການປະຕິຮູບສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຫວຽດນາມ ສະໜັບສະໜູນການຍູ້ແຮງການປະຕິຮູບສະພາຄວາມໝັ້ນຄົງ ສະຫະປະຊາຊາດ
ເປີດກາລະໂອກາດຮ່ວມມືລະຫວ່າງແຂວງ ກອນຕູມ ກັບບັນດາທ້ອງຖິ່ນ ແລະ ຄູ່ຮ່ວມມືຂອງ ອິນເດຍ ເປີດກາລະໂອກາດຮ່ວມມືລະຫວ່າງແຂວງ ກອນຕູມ ກັບບັນດາທ້ອງຖິ່ນ ແລະ ຄູ່ຮ່ວມມືຂອງ ອິນເດຍ

ທ່ານພົນໂທ ຟູງຊີ໋ເຕິ໋ນ, ຮອງຫົວໜ້າກອງເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຫົວໜ້າຄະນະຊີ້ນໍາການຝຶກຊ້ອມ VINBAX 2023 ໄດ້ເປັນປະທານາທີ່ພິທີອັດ.

ເຂົ້າຮ່ວມພິທີ ມີທ່ານເອກອັກຄະລັດຖະທູດ ອິນເດຍ ປະຈໍາ ຫວຽດນາມ Sandeep Arya, ພັນເອກ Dheeraaj Kotwal, ທີ່ປຶກສາຝ່າຍປ້ອງກັນຊາດ ອິນເດຍ ປະຈໍາ ຫວຽດນາມ; ຜູ້ຕາງໜ້າບັນດາອົງການ, ຫົວໜ່ວຍຂອງກະຊວງປ້ອງກັນຊາດ; ຫົວໜ້າ​ຄະນະ​ກອງທັບ​​ ຫວຽດນາມ ​ແລະ ຫົວໜ້າ​ຄະນະ​ກອງທັບ​ອິນ​ເດຍ ທີ່​ເຂົ້າ​ຮ່ວມ VINBAX 2023 ພ້ອມ​ກັບ​ບັນດາ​ກຳລັງ​ທີ່ເຂົ້າ​ຮ່ວມ​ການ​ຝຶກຊ້ອມຂອງ 2 ປະ​ເທດ.

ພິທີອັດການຝຶກຊ້ອມສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ

ພິທີອັດການຝຶກ​ຊ້ອມ​ສອງຝ່າຍລະຫວ່າງ ຫວຽດນາມ ແລະ ອິນເດຍ ກ່ຽວກັບການຮັກສາສັນຕິພາບ ສະຫະປະຊາຊາດ​ ປີ ​​2023 (VINBAX 2023)

ກ່າວ​ຄຳ​ປາໄສ​ທີ່​ພິທີ, ​ໂດຍ​ຕາງໜ້າ​ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ, ທ່ານ​ພົນ​ໂທ ຟູງຊີ໋ເຕິ໋ນ ໄດ້​ສະແດງຄວາມຊົມ​ເຊີຍ​ຜົນສຳ​ເລັດ​ຂອງ​ການຝຶກ​ຊ້ອມ VINBAX 2023; ພ້ອມ​ກັນ​ນັ້ນ, ທ່ານ​ຍັງ​ໄດ້ສະແດງຄວາມຊົມເຊີຍກຳລັງຝຶກ​ຊ້ອມຂອງ​ສອງ​ປະ​ເທດ​ທີ່​ໄດ້​ເຂົ້າ​ຮ່ວມ​ຢ່າງຈິງຈັງ​, ຕັ້ງໜ້າ. ທ່ານ​ພົນ​ໂທ ຟູງຊີ໋ເຕິ໋ນ ຢືນຢັນວ່າ ການຝຶກຊ້ອມ VINBAX 2023 ໄດ້ດຳເນີນໄປດ້ວຍການກະກຽມຢ່າງລະມັດລະວັງ, ມີຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຂອງສອງຝ່າຍ, ຄວາມພະຍາຍາມຂອງບຸກຄົນທີ່ເຂົ້າຮ່ວມ. ຊຸມວັນ​ທີ່​ຜ່ານ​ມາ​ແມ່ນ​ວັນທີ່ຟົດຟື້ນທີ່ສຸດຂອງ​ກຳລັງ​ທີ່​ເຂົ້າ​ຮ່ວມ​ການຝືກ​ຊ້ອມ​. ບັນດາບົດຝຶກຊ້ອມ ໄດ້​ຮັບ​ການ​ປະຕິບັດ​ຕາມ​ແຜນການ, ບັນລຸ​ໄດ້​ບັນດາ​ເປົ້າໝາຍ, ຄວາມ​ຮຽກຮ້ອງ​ຕ້ອງການ​ດ້ວຍ​ຄຸນ​ນະພາ​ບວິຊາ​ສະເພາະເປັນຢ່າງດີ. ງຽກງານການຈັດຕັ້ງຂອງການຝຶກອົບຮົມ ແລະ ການປະຕິບັດແມ່ນເປັນມືອາຊີບ, ມີແບບມີແຜນ ແລະຄວາມປອດໄພ ຢ່າງແທ້ຈິງ.

ຕາມທ່ານພົນໂທ ຟູງຊີ໋ເຕິ໋ນ ແລ້ວ, ໝາກຜົນຂອງການຝຶກຊ້ອມໄດ້ສະແດງໃຫ້ເຫັນການສົມທົບກັນຢ່າງມີຈັງຫວະ, ແໜ້ນແຟ້ນ ​ແລະ​ ມີປະສິດທິ​ຜົນ​ຂອງ​ກຳລັງ​ການກອງທັບ ​ຫວຽດນາມ ​ແລະ ອິນ​ເດຍ ​ໃນ​ການ​ປະຕິບັດການແກ້ໄຂບັນດາສະຖານະການສົມມຸດຖານ, ຕິດແທດກັບຕົວ​ຈິງ​ຂອງ​ການ​ປະ​ຕິ​ບັດ​ໜ້າທີ່​ໃນ​ພາ​ລະ​ກິດ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ.

ຕາມ​ທ່ານ​ພັນ​ເອກ Aseem Gupta, ຫົວໜ້າກອງພັນໃຫຍ່ທະຫານຊ່າງແສງ 68, ກອງທະຫານບົກອິນ​ເດຍ, ຫົວໜ້າ​ຄະນະກອງທັບ​ອິນ​ເດຍ ​ທີ່​ເຂົ້າ​ຮ່ວມ​ການ​ຊ້ອມ ​VINBAX 2023, ໃນ​ຕະຫຼອດ​ການ​ຝຶກຊ້ອມ​, ກຳລັງ​ຂອງ​ສອງ​ຝ່າຍ​ໄດ້​ແລກປ່ຽນ​ຄວາມ​ຮູ້​ດ້ານ​ວິຊາ​ສະ​ເພາະ​ທີ່​ອຸດົມສົມບູນ​ໃນ​ສະພາບ​ການຮັກສາສັນຕິພາບ ສະ​ຫະ​ປະ​ຊາ​ຊາດ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ມິດຕະພາບ​ໂດຍ​ຜ່ານ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ກິລາ, ວັດທະນະທຳ​ຕ່າງໆ. ການຝຶກ​ຊ້ອມສະພາວະການປະມວນ ໄດ້​ດຳ​ເນີນ​ໄປ​ດ້ວຍລັກສະນະເປັນມີອາຊີບ ແລະ ສະແດງໃຫ້ເຫັນທັກສະລະດັບ​ສູງ​ຂອງ​ກອງທັບ​ສອງ​ປະ​ເທດ. ຄວາມກົມກຽວກັນ​ໃນ​ການ​ເຄື່ອນ​ໄຫວ, ການ​ປະສານ​ງານ ​ແລະ ການ​ຮ່ວມ​ມື​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ກອງທັບ​ສອງ​ປະ​ເທດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ​ເລິກ​ເຊິ່ງ. ທ່ານ​ພັນ​ເອກ Aseem Gupta ໄດ້ສະແດງຄວາມຂອບໃຈຄະນະຊີ້ນໍາຝຶກຊ້ອມ VINBAX 2023 ພ້ອມກັບບັນດາກຳລັງທີ່ເຂົ້າຮ່ວມທີ່ມີການຕ້ອນຮັບອັນອົບອຸ່ນ, ຮັກແພງແຂກຄົນ, ພະລາທິການລອບຄອບ; ພ້ອມ​ກັນ​ນັ້ນ ກໍ່ຕີລາຄາການຝຶກ​ຊ້ອມVINBAX 2023 ບໍ່ພຽງແຕ່​ບັນລຸ​ໄດ້​ທຸກ​ເປົ້າໝາຍ​ທີ່​ວາງ​ອອກ​ເທົ່າ​ນັ້ນ, ຫາກ​ຍັງ​ສ້າງ​ໂອກາດ​ຍົກສຸງຂອບເຂດຂອງການຝຶກຊ້ອມສົມທົບ​ກັບຫຼາຍກຳລັງ​ໃນ​ອະນາຄົດນຳອີກ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.