ເສີມຂະຫຍາຍຖານະທີ່ຕັ້ງ25 ປີຂອງຮ່າໂນ້ຍ - “ນະຄອນເພື່ອສັນຕິພາບ” ໃນເວທີປາໄສສະຫະປະຊາຊາດ

13:50 | 07/08/2024

ຍສໝ - ວັນ​ທີ 2 ສິງຫາ​ນີ້, ຢູ່​ສຳນັກງານ​ອົງການ​ສະຫະ​ປະຊາ​ຊາດ​ຢູ່​ນິວຢອກ, ປະທານ​ສະ​ມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ​ຄັ້ງ​ທີ 78, ທ່ານ ເດັນນິດ ຟຣານຊິດ (Dennis Francis) ​ໄດ້​ເປັນ​ປະທານ​ເວທີ​ປາ​ໄສ​ລະດັບ​ສູງ​ດ້ວຍ​ຫົວ​ຂໍ້ “ພັດທະນາ​ພື້ນຖານວັດທະນະທຳ​ສັນຕິພາບສຳລັບຄົນ​ລຸ້ນປະຈຸບັນ ແລະ ​ໃນ​ອະນາຄົດ” ​ເພື່ອ​ລະນຶກ​ເຖິງ​ວັນ​ຄົບຮອບ 25 ປີແຫ່ງວັນຜ່ານຖະແຫຼງການ ​ແລະ ​ກິດຈະກໍາການ​ເຄື່ອນ​ໄຫວ​ວັດທະນະທຳ​ສັນຕິພາບ.

ສະມາຄົມທຸລະກິດໜຸ່ມຮ່າໂນ້ຍ ຈັດການສົ່ງເສີມການຄ້າ ແລະການລົງທຶນຢູ່ລາວ ສະມາຄົມທຸລະກິດໜຸ່ມຮ່າໂນ້ຍ ຈັດການສົ່ງເສີມການຄ້າ ແລະການລົງທຶນຢູ່ລາວ
ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ ຮ່າໂນ້ຍ - ນະຄອນເພື່ອສັນຕິພາບ

ບັນດາປະ​ເທດ​ສະມາຊິກ​​ທີ່​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ໄດ້​ຢືນຢັນ​ເຖິງ​ຄວາມ​ສຳຄັນ​ໃນການ​ບຳລຸງ​ສ້າງ ​ແລະ ພັດທະນາ​ວັດພື້ນຖານທະນະທຳ​ສັນຕິພາບ, ​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື ​ແລະ ການ​ເຈລະຈາທົ່ວໂລກ, ​ແກ້​ໄຂ​ບັນດາການຂັດແຍ່ງກັນໂດຍສັນຕິ​ວິທີ, ລົບ​ລ້າງ​ຄວາມ​ບໍ່​ຍຸດຕິ​ທຳ ​ແລະ ການ​ຈຳ​ແນ​ກການປະພຶດໃນທຸກ​ຮູບ​ແບບ ໂດຍສະເພາະແມ່ນສະພາບ​ການ​ປະ​ທະ​ກັນ, ຄວາມ​ເຄັ່ງ​ຕຶງ​ທາງດ້ານ​ພູມ​ສາດ​ການ​ເມືອງ ​ແລະ ວິ​ກິດ​ການ​ທົ່ວ​ໂລກ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.

Đại sứ, Trưởng Phái đoàn Thường trực Việt Nam tại Liên hợp quốc Đặng Hoàng Giang phát biểu tại diễn đàn.  ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ຫວຽດ​ນາມ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ ທ່ານ ດັ້ງ​ຮ່​ວາງ​ຢາງ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ຫວຽດ​ນາມ ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ ທ່ານ ດັ້ງ​ຮວ່າງ​ຢາງ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ.

ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ​ແລະ ຫົວໜ້າ​ຄະນະ​ປະຈຳ​ຫວຽດນາມ ປະຈຳ​ສະຫະ​ປະຊາ​ຊາດ ທ່ານ ດັ້ງ​ຮວ່າງຢ່າງ ຢືນຢັນ​ວ່າ: ນະຄອນຫຼວງ ຮ່າ​ໂນ້ຍ ​ໄດ້​ຮັບ​ກຽດ​ຈາກ​ອົງການ​ສຶກສາ, ວິທະຍາສາດ ​ແລະ ວັດທະນະທຳ ສະຫະ​ປະຊາ​ຊາດ (UNESCO) ໃຫ້​ເປັນ “ນະຄອນ​ເພື່ອ​ສັນຕິພາບ” 25 ປີ​ທີ່​ຜ່ານ​ມາ ​ແມ່ນ​ການ​ຮັບ​ຮູ້​ຂອງ​ສາກົນ​ກ່ຽວ​ກັບ​ບັນດາ​ຄວາມ​ມານະ​ພະຍາຍາມ ​ແລະ ການ​ປະກອບສ່ວນ​ຂອງ​ປະຊາຊົນ​ຫວຽດນາມ ​ເພື່ອ​ສັນຕິພາບ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ຢືນຢັນ​ວ່າ: ຫວຽດນາມ ​ແມ່ນ​ປະ​ເທດ​ຮັກ​ສາ​ສັນຕິພາບ, ຍາມ​ໃດ​ກໍ່​ດຳລົງ​ຊີວິດ​ຢ່າງ​ມີ​ສັນຕິພາບ, ສາມັກຄີ​ກັບ​ບັນດາເຜົ່າໃນຕະຫຼອດໄລຍະ​ປະຫວັດສາດທີ່ຍາວນານຂອງຕົນ, ພຽງ​ແຕ່​ຕ້ອງໃຊ້ກຳລັງ​ອາວຸດ​ເພື່ອ​ຕໍ່ສູ້ຕ້ານ​ກັບບັນດາ​ການ​ຮຸກ​ຮານ. ປະຈຸ​ບັນ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເລິກ​ເຊິ່ງຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ເອກະລາດ, ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ. ​ໃນ​ຖານະ​ເປັນ​ຄູ່​ຮ່ວມ​ມື​ເພື່ອ​ສັນຕິພາບ​ແບບ​ຍືນ​ຍົງ, ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ​ເພື່ອ​ປະຕິບັດ​ໂຄງການ​ເຄື່ອນ​ໄຫວ​ວັດທະນະທຳ​ສັນຕິພາບ ​ແລະ ບັນລຸ​ໄດ້​ບັນດາ​ຜົນງານ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ຫວ່າງ​ມໍ່ໆ​ມາ​ນີ້, ຫວຽດນາມ​ໄດ້​ຜ່ານ​ໂຄງການ​ເຄື່ອນ​ໄຫວ​ແຫ່ງ​ຊາດ​ກ່ຽວ​ກັບ​ແມ່ຍິງ, ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ, ຍົກສູງ​ບົດບາດ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ໃນວິວັດການອອກຂໍ້ຕົກລົງກ່ຽວ​ກັບ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ.

Đại sứ, Trưởng Phái đoàn Thường trực Việt Nam tại Liên hợp quốc Đặng Hoàng Giang phát biểu tại diễn đàn.  ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ຫວຽດ​ນາມ ທີ່ສະ​ຫະ​ປະ​ຊາ​ຊາດ ທ່ານ  ດັ້ງ​ຮ່​ວາງ​ຢາງ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ຫວຽດ​ນາມ ປະຈຳສະ​ຫະ​ປະ​ຊາ​ຊາດ ທ່ານ ດັ້ງ​ຮວ່າງ​ຢາງ ກ່າວ​ຄຳ​ເຫັນ​ທີ່​ເວ​ທີ​ປາ​ໄສ.

​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮ​ວ່າງ​ຢາງ ຢືນ​ຢັນ​ວ່າ: ການ​ຊຸກ​ຍູ້​ວັດ​ທະ​ນະ​ທຳ​ສັນ​ຕິ​ພາບ​ ໝາຍ​ເຖິງ​ການ​ຮັບ​ປະ​ກັນ​ບໍ່​ໃຫ້​ນາບ​ຂູ່ ຫຼື ນຳ​ໃຊ້​ກຳ​ລັງອາວຸດ, ແກ້​ໄຂຂໍ້ຂັດແຍ່ງໂດຍສັນ​ຕິ​ວິ​ທີ, ພ້ອມດຽວກັນນັ້ນ ນີ້ກໍ່ແມ່ນຫຼັກການພື້ນຖານທີ່ໄດ້​ຮັບ​ຮູ້​ໃນ​ກົດ​ບັດຂອງ​ສະ​ຫະ​ປະ​ຊາ​ຊາດ. ທ່ານ​ເອກ​ອັກຄະ​ລັດຖະທູດ​ໄດ້ຮຽກຮ້ອງ​ໃຫ້​ບັນດາ​ປະ​ເທດ​ປະຕິບັດ​ບັນດາ​ຫຼັກການ​ດັ່ງກ່າວ​ຢ່າງ​ຄົບ​ຖ້ວນ, ມານະພະຍາຍາມ​ປະຕິບັດ​ບັນດາ​ເປົ້າໝາຍການ​ພັດທະນາ​ແບບ​ຍືນ​ຍົງ, ຊຸກຍູ້​ວັດທະນະທຳ​ສັນຕິພາບ​ເພື່ອ​ອະນາຄົດ​ທີ່​ສົດ​ໃສ​ຂອງ​ຄົນປັດຈຸບັນ ແລະ ​ລຸ້ນຫຼັງ.

ອ.ສະຫວັດ

ເຫດການ
302 Found

Found

The document has moved here.