ກອງປະຊຸມໃຫຍ່ສະຫະປະຊາຊາດ ໄດ້ຈັດກອງປະຊຸມດ່ວນພິເສດກ່ຽວກັບສະພາບການມະນຸດສະທຳ Gaza, ຫວຽດນາມ ຮຽກຮ້ອງໃຫ້ຢຸດຍິງ ແລະ ປົກປ້ອງສາມັນຊົນໂດຍດ່ວນ.

15:02 | 23/12/2023

ຍສໝ - ທ່ານ​ອຸປະທູດ ນາງ ​ເລ​ທິມິງທວາ, ຮອງ​ຫົວໜ້າ​ຜູ້​ປະຈຳການຄະນະ​ຫວຽດນາມ ປະຈຳ ສປຊ ​ໄດ້​ສະ​ແດງ​ຄວາມເປັນຫວ່ງຢ່າງ​ເລິກ​ເຊິ່ງຕໍ່​ສະພາບ​ການມະນຸດສະທຳທີ່ນັບມື້ນັບຮ້າຍແຮງ​ຢູ່​ເຂດ Gaza​ ແລະ ສະແດງຄວາມເສຍໃຈຕໍ່​ບັນດາການສູນເສຍ, ບາດເຈັບລົ້ົ້ມຕາຍຂອງສາມັນຊົນຜູ້ບໍ່ມີໂທດ.

ຫວຽດ​ນາມ​ ຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ກໍ່​ຄວາມ​ຮຸນ​ແຮງ​ຢູ່​ເຂດ Gaza, ເນັ້ນ​ໜັກ​ເຖິງ​ວິ​ທີ​ແກ້​ໄຂ​ສອງ​ລັດ ຫວຽດ​ນາມ​ ຮຽກ​ຮ້ອງ​ໃຫ້​ຢຸດ​ຕິ​ການ​ກໍ່​ຄວາມ​ຮຸນ​ແຮງ​ຢູ່​ເຂດ Gaza, ເນັ້ນ​ໜັກ​ເຖິງ​ວິ​ທີ​ແກ້​ໄຂ​ສອງ​ລັດ
ປະຕິກິລິຍາຂອງ ຫວຽດນາມ ຕໍ່ສະພາບການປະທະກັນທີ່ເພີ່ມຂຶ້ນຢູ່ເຂດ Gaza ປະຕິກິລິຍາຂອງ ຫວຽດນາມ ຕໍ່ສະພາບການປະທະກັນທີ່ເພີ່ມຂຶ້ນຢູ່ເຂດ Gaza

​ໃນ 3 ວັນ​ຄື ​ວັນ​ທີ 15, 18 ​ແລະ 20 ທັນວາ​ນີ້, ຢູ່ສຳນັກງານສະຫະ​ປະຊາ​ຊາດ, ນິວຢອກ, ອາ​ເມ​ລິ​ກາ, ກອງປະຊຸມໃຫຍ່ສະຫະປະຊາຊາດ (ສປຊ) ​ໄດ້​ປຶກສາ​ຫາລື​ກ່ຽວ​ກັບສະພາບການມະນຸດສະທຳ​ຢູ່​ເຂດ Gaza ໃນ​ຂອບ​ເຂດກອງປະຊຸມດ່ວນພິເສດ ຄັ້ງ​ທີ 10 ຂອງກອງປະຊຸມໃຫຍ່.

ກອງ​ປະ​ຊຸມ​ໄດ້​ມີ​ການ​ເຂົ້າ​ຮ່ວມ ແລະ ກ່າວ​ຄຳ​ປາ​ໄສ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສະ​ຫະ​ປະ​ຊາ​ຊາດ, ຜູ້ສັງເກດການ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.

ທີ່​ກອງ​ປະຊຸມ, ທຸກ​ປະ​ເທດ​ໄດ້​ສະ​ແດງ​ຄວາມເປັນຫວ່ງກ່ຽວ​ກັບ​ຈຳນວນ​ຜູ້​ເສຍ​ຊີວິດ​ຢ່າງ​ຫຼວງ​ຫຼາຍ​ທີ່​ມີ​ເຖິງ​ເກືອບ 20.000 ຄົນ (ນັບ​ແຕ່​ວັນ​ທີ 7 ຕຸລາ, ​ໃນ​ນັ້ນ​ສ່ວນ​ຫຼາຍ​ແມ່ນ​ເດັກນ້ອຍ ​ແລະ ແມ່ຍິງ).

ຕໍ່ໜ້າສະພາບການມະນຸດສະທຳຢູ່ເຂດ Gaza ແລະ ການ​ຊ່ວຍ​ເຫຼືອດ້ານ​ມະນຸດສະທຳ​ຖືກປິດລ້ອມ ​ແລະ ບໍ່ສາມາດ​ເຂົ້າ​ເຖິງ​ປະຊາຊົນ, ບັນດາ​ປະ​ເທດ​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່ກ່ຽວຂ້ອງ​ຢຸດຍິງ​ດ້ານ​ມະນຸດສະທຳທັນທີ, ຢຸດຕິການ​ໃຊ້​ກຳລັງຂອງກອງທັບ, ສ້າງ​ເງື່ອນ​ໄຂ​ໃຫ້ໄດ້ເຂົ້າເຖິງການຊ່ວຍເຫຼືອມະນຸດສະທຳ, ປົກປ້ອງສາມັນຊົນ ແລະ ປະຕິບັດບັນດາໜ້າທີ່ມະນຸດສະທຳສາກົນ.

ກອງປະຊຸມໃຫຍ່ສະຫະປະຊາຊາດ ໄດ້ຈັດກອງປະຊຸມດ່ວນພິເສດກ່ຽວກັບສະພາບການມະນຸດສະທຳ Gaza, ຫວຽດນາມ ຮຽກຮ້ອງໃຫ້ຢຸດຍິງ ແລະ ປົກປ້ອງສາມັນຊົນໂດຍດ່ວນ.

ກອງປະຊຸມໃຫຍ່ສະຫະປະຊາຊາດ ໄດ້ຈັດກອງປະຊຸມດ່ວນພິເສດກ່ຽວກັບສະພາບການມະນຸດສະທຳຢູ່ເຂດ Gaza

ກ່າວ​ຄຳ​ປາໄສ​ທີ່​ກອງປະຊຸມ, ທ່ານອຸປະທູດ ນາງ ເລທິມິງທວາ, ຮອງຫົວໜ້າຜູ້ປະຈຳການຄະນະ ຫວຽດນາມ ປະຈຳ ສປຊ ໄດ້ສະແດງຄວາມເປັນຫ່ວງຢ່າງເລິກເຊິ່ງຕໍ່ສະພາບການມະນຸດສະທຳທີ່ນັບມື້ນັບຮ້າຍແຮງຢູ່ເຂດ Gaza ແລະ ສະແດງຄວາມເສຍໃຈຕໍ່​ບັນດາການສູນເສຍ, ບາດເຈັບລົ້ົ້ມຕາຍຂອງສາມັນຊົນຜູ້ບໍ່ມີໂທດ. ຫວຽດນາມ ກ່າວປະນາມ ບັນດາກະທຳບຸກໂຈມຕີຕໍ່​ສາມັນຊົນ ແລະ ພື້ນຖານ​ໂຄງ​ລ່າງພົນລະເຮືອນ​ທີ່​ສຳຄັນ, ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ປົກປ້ອງ​ປະຊາຊົນ​ຕາມ​ກົດໝາຍ​ສາກົນ.

ໂດຍເລີ່ມຈາກການບູຣິມະສິດທີ່ຮີບຮ້ອນ ແລະ ຈຳເປັນນີ້, ໂດຍພ້ອມ​ກັບ​ບັນດາ​ປະ​ເທດ​ອື່ນໆ, ຫວຽດນາມ ໄດ້ຮຽກຮ້ອງ​ໃຫ້​ຢຸດ​ຍິງ​ໂດຍ​ໄວ ດ້ວຍ​ເຫດຜົນ​ດ້ານ​ມະນຸດສະທຳ, ປ່ອຍຕົວປະກັນແບບບໍ່ມີເງື່ອນໄຂ, ຢຸດຕິ​ບັນດາ​ການ​ກະທຳ​ທີ່​ເປັນ​ປໍລະປັກ ​ແລະ ໃຊ້ຄວາມ​ຮຸນ​ແຮງ.

ທີ່ກອງປະຊຸມ, ຜູ້ຕາງໜ້າ​ຫວຽດນາມ ​ໄດ້​ປະກາດ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ ຫວຽດນາມ ປະກອບສ່ວນ 500.000 USD ​ໃຫ້​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ໜູນ​ຊ່ວຍ​ຜູ້ລີ້ໄພ ປາ​ແລັດ​ສະ​ໄຕ (UNWRA) ປະກອບສ່ວນ​ເຂົ້າ​ໃນ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ສະຫະ​ປະຊາ​ຊາດ​ຢູ່ Gaza, ​ແລະ ພ້ອມ​ກັນ​ນັ້ນ ກໍ່​ໄດ້​ເນັ້ນ​ໜັກ​ກ່ຽວກັບ​ໄລຍະ​ຍາວ, ສັນຕິພາບ​ແບບ​ຍືນ​ຍົງຈະ​ສາມາດ​ບັນລຸ​ໄດ້​ໂດຍ​ຜ່ານມາດຕະ​ການ​ແກ້​ໄຂ​ຢ່າງຮອບດ້ານ ​ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ມະຕິ​ທີ່​ກ່ຽວຂ້ອງ​ຂອງ​ສະຫະ​ປະຊາ​ຊາດ.

ກ່ອນ​ໜ້າ​ນີ້, ວັນ​ທີ 12 ທັນວາ ປີ 2023, ກອງປະຊຸມໃຫຍ່ສະຫະປະຊາຊາດ ໄດ້​ຜ່ານ​ມະ​ຕິ “ການ​ປົກ​ປ້ອງ​ສາມັນຊົນ ແລະ ການ​ປະ​ຕິ​ບັດບັນດາໜ້າທີ່ນິຕິກຳແລະ ມະ​ນຸດ​ສະ​ທຳ” ດ້ວຍ 153 ສຽງ​ເຫັນ​ດີ, 33 ສຽງ​ຄັດ​ຄ້ານ ແລະ ບັດຂາວ.

ມະຕິ​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ຢຸດຍິງ​ໃນ​ທັນທີ ດ້ວຍ​ເຫດຜົນ​ດ້ານ​ມະນຸດສະທຳ, ປ່ອຍຕົວປະກັນແບບບໍ່ມີເງື່ອນໄຂ ​ແລະ ຮັບປະກັນ​ການ​ເຂົ້າ​ເຖິງ​ດ້ານ​ມະນຸດສະທຳ; ພ້ອມ​ກັນ​ນັ້ນ, ກໍ່​ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ປະຕິບັດຕາມ​ກົດໝາຍ​ສາກົນ, ກົດໝາຍ​ມະນຸດສະທຳ​ສາກົນ ​ແລະ ປົກ​ປ້ອງ​ສາມັນຊົນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.